(VOVWORLD) - ໂດຍມີອາຍຸ 95 ປີແລ້ວ, ສຸຂະພາບກໍ່ບໍ່ແຂງແຮງປານໃດແລ້ວກໍຕາມ, ແຕ່ທ່ານ ຂໍ ຍັງຈື່ດີແຕ່ລະຈຸດທີ່ຕັ້ງຂອງປ້ອມສັດຕູ, ບັນດາເສັ້ນທາງທີ່ເຕັມໄປດ້ວຍຂຸມລະເບີດທີ່ທ່ານເຄີຍຖົມຢູ່ກິ່ວ ຟາດິນ
(ທ່ານ ກວ່າງວັນຂໍ, ຢູ່ຕາແສງ ເມື່ອງແອ໊, ເມືອງ ທ້ວນເຈົາ, ແຂວງ ເຊີນລາ) |
ໃນບັ້ນຮົບ ດ້ຽນບຽນຝູ ກ່ອນນີ້ 70 ປີ (1954 – 2024), ກິ່ວ ຟາດິນ ແຫ່ງເທບນິຍາຍໄດ້ເປັນສັກຂີພະຍານການເຄື່ອນໄຫວຂອງພະນັກງານ, ນັກຮົບ, ປະຊາຊົນຜູ້ປະກອບເຫື່ອແຮງໃນແນວຮົບ, ຊາວໜຸ່ມຕະລຸມບອນໃນເສັ້ນທາງລຳລຽງອາວຸດ, ທັນຍາຫານໃຫ້ແກ່ນັກຮົບຢູ່ແນວໜ້າ. 70 ປີພາຍຫຼັງວັນປົດປ່ອຍ, ບັນດາເລື່ອງລາວກ່ຽວກັບຈຸດເວລາຕໍ່ສູ້ຍັງຄົງຝັງເລິກຢູ່ໃນດວງໃຈຂອງບັນດານັກຮົບ, ປະຊາຊົນຢູ່ບັນດາໝູ່ບ້ານຢູ່ເຂດຕີນພູນີ້. ເຂົາເຈົ້າພວມສືບຕໍ່ສ້າງໜ້າປະຫວັດສາດທີ່ສະຫງ່າອົງອາດດ້ວຍບັນດາຜົນງານໃໝ່ໃນຍຸກສະໄໝສັນຕິພາບ.
“ທ່ານຫົວໜ້າກອງພັນໃຫຍ່ໄດ້ແຈ້ງຂ່າວວ່າ ດຽວນີ້ພວກເຮົາປົດປ່ອຍ ດ້ຽນບຽນຝູ ໄດ້ແລ້ວ, ນາຍພົນ De Castries ຍອມຈຳນົນແລ້ວ, ຍ້ອນແນວນັ້ນ ພວກຂ້າພະເຈົ້າກໍ່ໄດ້ຮ້ອງໂຮ, ຕົບມື, ດີໃຈທີ່ສຸດ ແລະ ນ້ຳຕາກໍ່ໄຫຼອອກມາ…”.
ຢາດນ້ຳຕາໄຫຼລົງແກ້ມ, ອີກເທື່ອໜຶ່ງທ່ານ ກວ່າງວັນຂໍ, ຢູ່ຕາແສງ ເມື່ອງແອ໊, ເມືອງ ທ້ວນເຈົາ, ແຂວງ ເຊີນລາ ໄດ້ກັບຄືນສູ່ຈຸດເວລາຂອງວັນປົດປ່ອຍ ແລະ ຊຸມວັນເດືອນປີ ທີ່ໄດ້ປະກອບເຫື່ອແຮງຂອງຕົນເຂົ້າໃນການສ້າງໄຊຊະນະທີ່ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ທົ່ວໂລກສັ່ນສະເທືອນ”.
ໂດຍມີອາຍຸ 95 ປີແລ້ວ, ສຸຂະພາບກໍ່ບໍ່ແຂງແຮງປານໃດແລ້ວກໍຕາມ, ແຕ່ທ່ານ ຂໍ ຍັງຈື່ດີແຕ່ລະຈຸດທີ່ຕັ້ງຂອງປ້ອມສັດຕູ, ບັນດາເສັ້ນທາງທີ່ເຕັມໄປດ້ວຍຂຸມລະເບີດທີ່ທ່ານເຄີຍຖົມຢູ່ກິ່ວ ຟາດິນ, ເຊິ່ງແມ່ນເສັ້ນທາງສຳຄັນ, ເຊື່ອມຕໍ່ແນວຫຼັງໄປຍັງສະໜາມຮົບ ດ້ຽນບຽນຝູ…
“ຂ້າພະເຈົ້າໄປຖົມຂຸມລະເບີດຊ່ວຍທະຫານແຕ່ 5 – 6 ໂມງແລ້ງ, ແລ້ວພ້ອມກັບພໍ່ແມ່ປະຊາຊົນເຂົ້າປ່າຕັດໄມ້. ຜູ້ຫາບຫີນ, ຜູ້ຫາບດິນ. ຕ້ອງເຮັດໃນຕອນກາງຄືນ, ຍ້ອນຕອນກາງເວັນເຮືອບິນຂອງສັດຕູຍິງທຳລາຍ. ເຮັດຕອນກາງຄືນແມ່ນລຳບາກທີ່ສຸດ, ບໍ່ໄດ້ນອນ, ຖົມຂຸມລະເບີດແລ້ວ, ກັບເມືອເຮືອນກໍ່ຮອດ 5 ໂມງເຊົ້າແລ້ວ”.
ກິ່ວ ຟາດິນ ຕັ້ງຢູ່ເຄີ່ງກາງແຂວງ ເຊີນລາ ແລະ ດ້ຽນບຽນ, ໄດ້ຮັບຖືວ່າແມ່ນໜຶ່ງໃນກິ່ວ 4 ແຫ່ງທີ່ສູງ ແລະ ອັນຕະລາຍທີ່ສຸດຂອງເຂດ ໄຕບັກ (ໂອກຸຍໂຮ່, ຟາດິນ, ເຄົາຟ້າ, ມ໋າຟີແລງ), ແມ່ນປະຕູຂອງບັ້ນຮົບ ດ້ຽນບຽນຝູ. ສະນັ້ນ, ຍາມໃດກອງທັບ ຝລັ່ງ ກໍ່ຊອກຫາວິທີບຸກໂຈມຕີຢູ່ເຂດກິ່ວນີ້ ເພື່ອຕັດເສັ້ນທາງລຳລຽງເຄື່ອງບໍລິໂພກ, ທັນຍາຫານຂອງທະຫານ ຫວຽດນາມ ອອກສູ່ແນວໜ້າ. ແຕ່ລະມື້, ເຮືອບິນຂອງກອງທັບ ຝລັ່ງ ໄດ້ຖິ້ມລະເບີດນັບຮ້ອຍລູກ…, ສະນັ້ນ, ຢູ່ບ່ອນນີ້ໄດ້ຮັບຖືວ່າແມ່ນ “ຖົງໃສ່ລະເບີດ”.
(ໃນບັ້ນຮົບ ດ້ຽນບຽນຝູ, ທ້ອງຖິ່ນມີທະຫານ, ຊາວໜຸ່ມຕະລຸມບອນ ເກືອບ 30 ຄົນແລະ ປະຊາຊົນຜູ້ປະກອບເຫື່ອແຮງໃນແນວຮົບ ນັບຮ້ອຍຄົນ) |
ໃນບັ້ນຮົບ ດ້ຽນບຽນຝູ, ມີທະຫານ, ຊາວໜຸ່ມຕະລຸມບອນ, ປະຊາຊົນຜູ້ປະກອບເຫື່ອແຮງໃນແນວຮົບ… ໄດ້ເສຍສະຫຼະຊີວິດຢ່າງອົງອາດ ຫຼື ປະສ່ວນໜຶ່ງຂອງຮ່າງກາຍຢູ່ເຂດກິ່ວ ຟາດິນ ແຫ່ງເທບນິຍາຍນີ້.
ຕາມທ່ານ ລໍ່ວັນຮວານ, ປະທານຄະນະກຳມະການປະຊາຊົນຕາແສງ ເມື່ອງແອ໊, ເມືອງ ທ້ວນເຈົາ, ແຂວງ ເຊີນລາ - ເຊິ່ງແມ່ນຕາແສງຕິດກັບຍອດກິ່ວ ຟາດິນ ແລະ ຕິດກັບເມືອງ ຕວ່ນຢາວ, ແຂວງ ດ້ຽນບຽນ ແລ້ວ: ໃນບັ້ນຮົບ ດ້ຽນບຽນຝູ, ທ້ອງຖິ່ນມີທະຫານ, ຊາວໜຸ່ມຕະລຸມບອນ ເກືອບ 30 ຄົນ ແລະ ປະຊາຊົນຜູ້ປະກອບເຫື່ອແຮງໃນແນວຮົບ ນັບຮ້ອຍຄົນ.
“ມູນເຊື້ອນັ້ນໄດ້ກາຍເປັນຄຸນຄ່າທີ່ໃຫຍ່ຫຼວງ, ສ້າງກຳລັງໜູນເພື່ອໃຫ້ລຸ້ນໜຸ່ມຮ່ຳຮຽນຕາມລຸ້ນພໍ່, ລຸ້ນປູ່ກ່ຽວກັບນ້ຳໃຈປະຕິວັດຂອງຊາດ. ໄດ້ດຳລົງຊີວິດໃນຄວາມສັນຕິພາບຄືໃນມື້ນີ້ ນັ້ນແມ່ນບັນດາຄຸນຄ່າຂອງຄົນລຸ້ນໄປກ່ອນ. ແຕ່ລະປີ, ໃນບັນດາການດຳເນີນຊີວິດ, ໂອ້ລົມ, ພວກຂ້າພະເຈົ້າໄດ້ຫວນຄືນປະຫວັດສາດໃນໄລຍະຕໍ່ສູ້, ເພື່ອໃຫ້ຄົນລຸ້ນຫຼັງເຂົ້າໃຈໄດ້ເຖິງຄຸນຄ່າປະຫວັດສາດຂອງກິ່ວ ຟາດິນ ເວົ້າສະເພາະ, ໄຊຊະນະ ດ້ຽນບຽນຝູ ເວົ້າລວມ”.
(ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບຮອງກິ່ວ ຟາດິນ ແມ່ນເຂດປູຊະນີຍະສະຖານລະດັບຊາດ) |
ກ່ອນນີ້ 4 ປີ, ໃນປີ 2020, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຮັບຮອງກິ່ວ ຟາດິນ ແມ່ນເຂດປູຊະນີຍະສະຖານລະດັບຊາດ. ໃນຊຸມມື້ນີ້ຢູ່ຍອດກິ່ວ ຟາດິນ ຂຶ້ນກັບເມືອງ ທ້ວນເຈົາ, ແຂວງ ເຊີນລາ, ກິດຈະກຳຫໍບູຊາທະຫານເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳກິ່ວ ຟາດິນ ພວມຄ່ອຍໆໄດ້ກໍ່ສ້າງສຳເລັດ, ສູ້ຊົນຈະນຳເຂົ້າເຄື່ອນໄຫວກ່ອນວັນທີ 30 ເມສາປີນີ້. ທ່ານ ຫງວຽນດັກລຶກ, ເລຂາຄະນະພັກເມືອງ ທ້ວນເຈົາ, ແຂວງ ເຊີນລາ, ໃຫ້ຮູ້ວ່າ:
“ກິດຈະກຳນີ້ແມ່ນເພື່ອເຊີດຊູບັນດາຄຸນຄ່າປະຫວັດສາດພິເສດຂອງເຂດປູຊະນີຍະສະຖານກິ່ວ ຟາດິນ. ພາຍຫຼັງໄດ້ຮັບການກໍ່ສ້າງສຳເລັດ, ແຫ່ງນີ້ຈະແມ່ນຈຸດພົ້ນເດັ່ນສຳຄັນຂອງເຂດປູຊະນີຍະສະຖານກິ່ວ ຟາດິນ, ແມ່ນສະຖານທີ່ສັກສິດຂອງປະຊາຊົນ ກໍຄືແຂກທ່ອງທ່ຽວຢູ່ທົ່ວທຸກສາລະທິດ, ປະກອບສ່ວນຊຸກຍູ້ການທ່ອງທ່ຽວແຂວງ ເຊີນລາ ໃຫ້ພັດທະນາ, ຜ່ານນັ້ນ, ກໍ່ເປັນການສ້າງບາດກ້າວກະໂດດຂັ້ນໃນການພັດທະນາເສດຖະກິດ - ສັງຄົມຂອງເມືອງ”.
70 ປີພາຍຫຼັງສົງຄາມ, ໂດຍສືບທອດມູນເຊື້ອໃນເມືອກ່ອນ, ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດນີ້ໄດ້ ແລະ ພວມມານະພະຍາຍາມປະຕິບັດເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃນຍຸກສະໄໝສັນຕິພາບ, ສ້າງການດຳລົງຊີວິດໃຫ້ນັບມື້ນັບດີງາມກວ່າເກົ່າ./.