ອ້າຍ ບ່ານວັນຮົ່ງ - ຊາວເຜົ່າຢ້າວ ສ້າງຄວາມຮັ່ງມີຈາກການລ້ຽງໂຕອົ້ນ

(VOVWORLD) -

ໂດຍມີຄວາມມຸ່ງຫວັງຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ພັດທະນາເສດຖະກິດໃນເຂດດິນແດນຂອງບ້ານເກີດເມືອງນອນນັ້ນ, ອ້າຍ ບ່ານວັນຮົ່ງ, ຊາວເຜົ່າຢ້າວ, ຢູ່ຕາແສງ ກີ່ເທື້ອງ, ນະຄອນ ຮ້າລອງ, ແຂວງ ກ໋ວາງນິງ, ໄດ້ກ້າທີ່ຈະລົງທຶນຮູບແບບລ້ຽງໂຕອົ້ນ, ເຊິ່ງເປັນສັດທີ່ມີມູນຄ່າເສດຖະກິດສູງ, ແຕ່ລະປີນຳມາແຫຼ່ງລາຍຮັບນັບໝື່ນໆໂດລາສະຫະລັດ.

ອ້າຍ ບ່ານວັນຮົ່ງ - ຊາວເຜົ່າຢ້າວ ສ້າງຄວາມຮັ່ງມີຈາກການລ້ຽງໂຕອົ້ນ - ảnh 1ພາບປະກອບ

ກ່ອນນີ້, ຄອບຄົວອ້າຍ ບ່ານວັນຮົ່ງ ໄດ້ປູກເຂົ້າ ແລະ ປູກຕົ້ນກະຖິນເທພາໃນເຂດໂນນພູເພື່ອເອົາໄມ້ເທົ່ານັ້ນ… ເຊິ່ງແຫຼ່ງລາຍຮັບບໍ່ເປັນປົກກະຕິ ໄດ້ເຮັດໃຫ້ຊີວິດປະສົບກັບຄວາມຫຍຸ້ງຍາກພໍສົມຄວນ. ເທື່ອໜຶ່ງ, ບັງເອີນໄດ້ອ່ານບົດກ່ຽວກັບຮູບແບບການລ້ຽງໂຕອົ້ນ, ອ້າຍ ບ່ານວັນຮົ່ງ ໄດ້ເລີ່ມຊອກຮູ້ວິທີລ້ຽງ. ກ່ອນນີ້ 6 ປີ, ຜົວເມຍອ້າຍໄດ້ຊອກຊື້ໂຕອົ້ນແນວພັນ ຂອງພໍ່ແມ່ປະຊາຊົນທີ່ຫາຕາມປ່າ ເພື່ອມາລ້ຽງທົດລອງ. ໃນໄລຍະທຳອິດ, ອົ້ນຕາຍຍ້ອນພະຍາດ ຫຼື ຈະເລີນເຕີບໂຕຊ້າ. ແຕ່ວ່າ, ອ້າຍຍັງອົດທົນຊອກຮູ້ສາຍເຫດ ແລະ ຖອດຖອນບົດຮຽນ, ປະສົບການໃນວິວັດການລ້ຽງຕົວຈິງ. ປະຈຸບັນ, ຟາມລ້ຽງອົ້ນຂອງອ້າຍ ມີກ່ວາ 300 ໂຕ ເຊິ່ງໄດ້ຂະຫຍາຍພັນຈາກ ອົ້ນ 40 ຄູ່ທຳອິດ. ອ້າຍ ບ່ານວັນຮົ່ງ, ແບ່ງປັນວ່າ:

 “ການລ້ຽງໂຕອົ້ນກໍ່ງ່າຍກ່ວາ ເມື່ອທຽບໃສ່ການລ້ຽງສັດປະເພດອື່ນ. ໂຕອົ້ນກິນແຕ່ໄມ້ໄຜ່, ແຕ່ລະມື້ ໄປຕັດເອົາໄມ້ໄຜ່ແຕ່ເທື່ອດຽວ ມາໃຫ້ມັນກິນ. ນອກຈາກນັ້ນ ແມ່ນກິນສາລີ, ສາລີປູກເອງ ດັ່ງນັ້ນກໍ່ບໍ່ສິ້ນເປືອງພໍເທົ່າໃດ. ມື້ກິນລະເທື່ອ, ຖ້າຄາວຽກ ຫຼື ຄາໄປໃສ, ສອງມື້ໃຫ້ກິນເທື່ອໜຶ່ງກໍ່ໄດ້. ກ່ອນນີ້, ເຂົາໄປເຮັດໄຮ່ເຮັດສວນ, ປູກຕົ້ນກະຖິນເທພາ. ແຕ່ປະຈຸບັນ, ທັງລ້ຽງໂຕອົ້ນ, ປູກຕົ້ນກະຖິນເທພາ ແລະ ເຮັດວຽກງານອື່ນໆໄປນຳອີກ”.

ແຕ່ລະມື້, ຜົວເມຍອ້າຍ ບ່ານວັນຮົ່ງ ໄດ້ພັດປ່ຽນກັນເບິ່ງແຍງຟາມລ້ຽງໂຕອົ້ນ, ນັບແຕ່ການຕັດໄມ້ໄຜ່, ກະກຽມອາຫານ, ກວດສະພາບຮ່າງກາຍຂອງຝູງອົ້ນ, ດຳເນີນການຂະຫຍາຍພັນ… ເອື້ອຍ ຈ້ຽວທິຮາຍ, ເມຍຂອງອ້າຍ ບ່ານວັນຮົ່ງ, ແບ່ງປັນ:                       

“ການລ້ຽງໂຕອົ້ນຕ້ອງເບິ່ງລະອຽດວ່າມັນກິນບໍ່. ຖ້າອົ້ນບໍ່ກິນ, ຕ້ອງກວດເບິ່ງແຂ້ວຂອງມັນວ່າ ຫັກບໍ່ ຫຼື ເຈັບທ້ອງບໍ່. ຖ້າແຂ້ວຫັກ ເຮົາຕ້ອງຕັດໃຫ້ສະເໝີກັນ, ໃຫ້ກິນເຂົ້າ, ກິນອາຫານອ່ອນໆ ໃນເວລາ 1 2 ວັນ, ຖ້າແຂ້ວປົ່ງອອກ. ຖ້າໂຕອົ້ນເຈັບທ້ອງຕ້ອງໃຫ້ກິນຢາ. ຖ້າອົ້ນເກີດລູກ ຫຼື ຍັງລ້ຽງລູກກິນນົມນັ້ນ, ຂັ້ນຕອນເບິ່ງແຍງຈະລະອຽດກ່ວາ. ຄາວນັ້ນ, ຕ້ອງໃຫ້ອົ້ນກິນເຂົ້າ ແລະ ກິນຕົ້ນອ້ອຍຫຼາຍກ່ວາ ເພື່ອໃຫ້ອົ້ນແມ່ ມີນ້ຳນົມລ້ຽງລູກ”.

ອ້າຍ ບ່ານວັນຮົ່ງ - ຊາວເຜົ່າຢ້າວ ສ້າງຄວາມຮັ່ງມີຈາກການລ້ຽງໂຕອົ້ນ - ảnh 2ພາບປະກອບ

ແຕ່ລະປີ, ໂຕອົ້ນເກີດແຕ່ 2 – 4 ເທື່ອ, ແຕ່ລະເທື່ອເກີດໄດ້ແຕ່ 2 – 6 ໂຕ. ຝູງອົ້ນເພີ່ມຂຶ້ນເປັນຮ້ອຍໂຕ, ຜົວເມຍອ້າຍ ບ່ານວັນຮົ່ງ ໄດ້ກູ້ຢຶມທຶນ ເພື່ອສ້າງຄອກລ້ຽງດ້ວຍຍອດເງິນໃຊ້ຈ່າຍແມ່ນກ່ວາ 100 ລ້ານດົ່ງ (ເທົ່າກັບ 4.000 ໂດລາສະຫະລັດ). ອ້າຍ ຮົ່ງ ກໍ່ໄດ້ສ້າງເປັນແຕ່ລະຄອກນ້ອຍ ເພື່ອສ້າງຄວາມສະດວກໃຫ້ການເບິ່ງແຍງ, ປ້ອງກັນໂລກລະບາດ ແລະ ຕິດຕາມການເຕີບໃຫຍ່ຂອງອົ້ນ.

ອົ້ນໃຫຍ່ແຕ່ລະໂຕມີນ້ຳໜັກແຕ່ 0,9 – 1,5 ກິໂລກຣາມ, ໂຕອົ້ນນ້ອຍພາຍຫຼັງ 1,5 ເດືອນກໍ່ມີນ້ຳໜັກແຕ່ 0,3 – 0,4 ກິໂລກຣາມ. ປະຈຸບັນ, ໃນຕະຫຼາດ, ລາຄາຂາຍອົ້ນເປັນໂຕລາຄາແຕ່ 600.000 – 650.000 ດົ່ງ (ເທົ່າກັບປະມານ 24 – 26 ໂດລາສະຫະລັດ/ກິໂລກຣາມ); ແນວພັນອົ້ນກໍ່ຂາຍໄດ້ແຕ່ 800.000 ດົ່ງ (ເທົ່າກັບ 35 ໂດລາສະຫະລັດ)/ຄູ່; ພໍ່ພັນ ແມ່ພັນອົ້ນ ລາຄາແຕ່ 2,5 ລ້ານດົ່ງ (ເທົ່າກັບ 100 ໂດລາສະຫະລັດ)/ຄູ່… ດັ່ງນັ້ນ, ແຕ່ລະປີ, ຄອບຄົວອ້າຍ ຮົ່ງ ຫາເງິນຈາກການລ້ຽງອົ້ນກ່ວາ 100 ລ້ານດົ່ງ (ເທົ່າກັບ 4.000 ໂດລາສະຫະລັດ).

ເອື້ອຍ ບ່ານທິລຽນ, ເລຂາຄະນະຊາວໜຸ່ມ ຕາແສງ ກີ່ເທຶ້ອງ, ນະຄອນ ຮ້າລອງ, ແຂວງ ກ໋ວາງນິງ, ໃຫ້ຮູ້ວ່າ: ເຖິງວ່າຫຍຸ້ງກັບການພັດທະນາຟາມຂອງຕົນ, ແຕ່ອ້າຍ ບ່ານວັນຮົ່ງ ຍັງແບ່ງປັນບັນດາປະສົບການ, ບົດຮຽນໃນການພັດທະນາເສດຖະກິດໃຫ້ແກ່ຜູ້ອື່ນ, ພິເສດແມ່ນຊາວໜຸ່ມຜູ້ຢາກ startup:                    

“ອ້າຍ ບ່ານວັນຮົ່ງ ແມ່ນຊາວໜຸ່ມດີເດັ່ນໃນການພັດທະນາເສດຖະກິດ ສັງຄົມຢູ່ທ້ອງຖິ່ນ, ມີຫຼາຍບົດຮຽນໃນການລ້ຽງໂຕອົ້ນ. ຮອດປະຈຸບັນ, ຟາມລ້ຽງອົ້ນຂອງອ້າຍໄດ້ພັດທະນາເປັນຢ່າງດີ. ປະຈຸບັນ, ຄະນະຊາວໜຸ່ມຕາແສງມີຮູບແບບພົ້ນເດັ່ນແມ່ນຮູບແບບລ້ຽງອົ້ນ, ຮູບແບບລ້ຽງ ໄກ່ ຕຽນອຽນ ແລະ ຮູບແບບການທ່ອງທ່ຽວຊຸມຊົນຢູ່ທ້ອງຖິ່ນ. ຄະນະຊາວໜຸ່ມຂອງຕາແສງໄດ້ກຳນົດ 3 ຮູບແບບຈະແມ່ນຮູບແບບຈຸດສຸມພັດທະນາໃນໄລຍະຈະມາເຖິງ, ພ້ອມນັ້ນ, ກໍ່ໄດ້ແນະນຳໃຫ້ສະມາຊິກຊາວໜຸ່ມຢູ່ທ້ອງຖິ່ນພະຍາຍາມເຂົ້າຮ່ວມ”.

ດ້ວຍການໜູນຊ່ວຍ, ແບ່ງປັນຂອງອ້າຍ ບ່ານວັນຮົ່ງ, ມາຮອດປະຈຸບັນ, ບາງຄອບຄົວໃນບໍລິເວນຕາແສງໄດ້ເລີ່ມພັດທະນາຮູບແບບລ້ຽງໂຕອົ້ນ ຍ້ອນມູນຄ່າເສດຖະກິດສູງ, ຕະຫຼາດຈຳໜ່າຍດີ. ຮູບແບບລ້ຽງໂຕອົ້ນໄດ້ເປີດທິດພັດທະນາເສດຖະກິດໃໝ່ໃຫ້ແກ່ຜູ້ລ້ຽງ, ປະກອບສ່ວນຊຸກຍູ້ເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ເປີດທິດ startup ແບບໃໝ່ໃຫ້ແກ່ຊາວໜຸ່ມຢູ່ຕາແສງເຂດພູສູງ ກີ່ເທື້ອງ ເວົ້າສະເພາະ ແລະ ແຂວງ ກ໋ວາງນິງ ເວົ້າລວມ./.

ຕອບກັບ

ຂ່າວ/ບົດ​ອື່ນ