ເອີ​ລົບ ​ຍູ້​ແຮງ​ການ​ຄວບ​ຄຸມ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​​ໃຫຍ່

(VOVWORLD) - ວັນທີ 7 ມີນາ, ກົດໝາຍວ່າດ້ວຍບັນດາຕະຫຼາດດີຈີຕອນ (DMA) ຂອງ ສະຫະພາບ ເອີລົບ (EU) ມີຜົນສັກສິດ ຢ່າງສົມບູນ ແລະ ເປັນທາງການ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວເດີນແຂງກະດ້າງຂອງ EU ເພື່ອແນໃສ່ຄວບຄຸມບັນດາການກະທຳດຳເນີນທຸລະກິດກໍ່ຄວາມໂຕະຖ້ຽງກັນຂອງ ກຸ່ມບໍລິສັດເຕັກໂນໂລຢີໃຫຍ່.
ເອີ​ລົບ ​ຍູ້​ແຮງ​ການ​ຄວບ​ຄຸມ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​​ໃຫຍ່ - ảnh 1ພາບປະກອບ: AFP/TTXVN

ກົດໝາຍວ່າດ້ວຍບັນດາຕະຫຼາດດີຈີຕອນ (DMA) ໂດຍ EU ປະກາດ ແລະ ນຳເຂົ້າປະຕິບັດຕົວຈິງໃນທ້າຍປີ 2024. ເຖິງຢ່າງໃດກໍຕາມ, ບັນດາອົງການຄວບຄຸມ EU ໄດ້ວາງກຳນົດ ເວລາ 6 ເດືອນ ເພື່ອໃຫ້ 6 ກຸ່ມບໍລິສັດເຕັກໂນໂລຢີໃຫຍ່ ດຳເນີນບັນດາການປ່ຽນແປງໃໝ່ຕາມຄວາມຮຽກຮ້ອງຕ້ອງການ, ກ່ອນເວລາ DMA ມີຜົນສັກສິດຢ່າງສົມບູບ ແລະ ເປັນທາງການ ນັບແຕ່ ວັນທີ 7 ມີນາ.

ຮັດແໜ້ນການຄວບຄຸມ Big Tech

ຕາມເນື້ອໃນຂອງ DMA ແລ້ວ, EU ໄດ້ຕັ້ງຊື່ “ຜູ້ຍາມປະຕູໂຂງ” ບໍລິຫານບັນດາການບໍລິການຫຼັກແຫຼ່ງຂອງ ອິນເຕີແນັດ ສຳລັບ 6 ກຸ່ມບໍລິສັດຍິ່ງໃຫຍ່ ໃນຂົງເຂດເຕັກໂນໂລຢີ, ລວມມີ: Alphabet, Amazon, Apple, Meta, Microsoft ພ້ອມກັບ ອາເມລິກາ, ແລະ ByteDance (ຈີນ), ເຈົ້າຂອງສື່ສັງຄົມ TikTok. ຕາມນັ້ນແລ້ວ, 22 ການບໍລິການພື້ນຖານຂອງ 6 ກຸ່ມບໍລິສັດເຕັກໂນໂລຢີນີ້, ໃນນັ້ນມີ App Store ຂອງ Apple, Facebook, Instagram ແລະ WhatsApp ຂອງ Meta, YouTube; Chrome ຂອງ Google, Safari ຂອງ Apple… ຈະໄດ້ຮັບການຕິດຕາມກວດກາຢ່າງແໜ້ນແຟ້ນ ຈາກບັນດາອົງການຄຸ້ມຄອງ ເອີລົບ. ຖ້າພົບເຫັນມີການກະທຳລະເມີດ DMA, ຄື: ການແກ້ງແຍ້ງບໍ່ມີຄວາມສະເໝີພາບ, ຂາດການຄຸ້ມຄອງດ້ານເນື້ອໃນ, ຂໍ້ມູນຜິດເຂວ… 6 ກຸ່ມບໍລິສັດ ດັ່ງກ່າວຈະຖືກປັບໄໝແຕ່ 10 – 20% ລາຍຮັບທົ່ວໂລກ ຫຼືຖືກຫ້າມບາງການເຄື່ອນໄຫວໃນກໍລະນີລະເມີດຄືນ.

ນີ້ໄດ້ຮັບຖືວ່າແມ່ນການກະທຳທີ່ແຮງກ້າຂອງ EU ຕໍ່ບັນດາກຸ່ມບໍລິສັດເຕັກໂນໂລຢີ ນີ້ພາຍຫຼັງຫຼາຍປີໂຕ້ຖ້ຽງກັນຢ່າງຮ້າຍແຮງກ່ຽວກັບການຄຸ້ມຄອງການແກ້ງແຍ້ງ ແລະ ຄວບຄຸມບັນດາການກະທຳດຳເນີນທຸລະກິດ ເຊິ່ງ ເອີລົບຖືວ່າແມ່ນບໍ່ມີຄວາມສະເໝີພາບ. ພິສູດໃຫ້ແກ່ຄວາມຕັດສິນໃຈນັ້ນ, ວັນທີ 4 ມີນາ, EU ໄດ້ອອກຄຳສັ່ງລົງໂທດກຸ່ມບໍລິສັດ Apple ຈຳນວນເງິນຂຶ້ນເຖິງ 1,84 ຕື້ euro ຍ້ອນລະເມີດກົດໝາຍ ຕ້ານສິດ ຜູກຂາດ ຂອງກຸ່ມນີ້ ເມື່ອສະກັດກັ້ນໂປແກຼມດົນຕີ Spotify ແລະ ບັນດາການບໍລິການດົນຕີຕ່າງໆ ດ້ວຍວິທີການບໍ່ປະກາດໃຫ້ແກ່ຜູ້ນຳໃຊ້ ວິທີການຊຳລະເງິນຕ່າງໆນອກຈາກວິທີການຊຳລະໃນ App Store ຂອງ Apple. ທ່ານນາງ Margrethe Vestager ຮອງປະທານຄະນະກຳມະການເອີລົບ (EC), ພ້ອມທັງແມ່ນ ກຳມະການ ຄະນະກຳມະການເອີລົບ ຮັບຜິດຊອບບັນຫາຕ້ານສິດຜູກຂາດ ກ່າວເຕືອນວ່າ:

ສິ່ງສຳຄັນທີ່ສຸດແມ່ນຕ້ອງບັງຄັບບັນດາບໍລິສັດຄື: Apple ຕ້ອງມີຄວາມຮັບຜິດຊອບຕໍ່ການລະເມີດກົດໝາຍຂອງ ສະຫະພາບເອີລົບ. ຖ້າວ່າເຂົາເຈົ້າລະເມີດຖານະບົດບາດເພື່ດປົກຄອງ ຕະຫຼາດ, ພວກຂ້າພະເຈົ້າຈະຊອກຫາບັນດາການກະທຳຜິດກົດໝາຍນີ້.

ເອີ​ລົບ ​ຍູ້​ແຮງ​ການ​ຄວບ​ຄຸມ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​​ໃຫຍ່ - ảnh 2ທ່ານນາງ Margrethe Vestager ຮອງປະທານຄະນະກຳມະການເອີລົບ (EC) (ພາບ: TTXVN)

ຕາມວົງການນັກຊ່ຽວຊານເຕັກໂນໂລຢີແລ້ວ, ເມື່ອ DMA ມີຜົນສັກສິດຢ່າງສົມບູນນັບແຕ່ວັນທີ 7 ມີນາ, ບັນດາກຸ່ມເຕັກໂນໂລຢີໃຫຍ່ຄື: Apple, Alphabet ບັງຄັບຕ້ອງອະນຸຍາດ ຜູ້ຊົມໃຊ້ iPhone ຢູ່ ເອີລົບ ຕິດຕັ້ງ ໂປແກຼມຢູ່ ນອກ App Store. ຜູ້ຊົມໃຊ້ກໍ່ບໍ່ຖືກບັງຄັບຕ້ອງນຳໃຊ້ການຄັດເລືອກທີ່ໄດ້ກຳນົດ ໃຫ້ແກ່ບັນດາການບໍລິການຫຼັກ. ຂໍ້ກຳນົດນີ້ ຢຸດຕິສະພາບການ ຜະລິດຕະພັນ Apple ພຽງແຕ່ຕິດພັນກັບ Safari, ລະບົບບັນຊາການເຄື່ອນໄຫວ Android  ພຽງແຕ່ນຳໃຊ້ ໂປແກຼມ Search ຂອງ Google.

ຜູ້ນຳໃຊ້ກໍ່ມີສິດບໍ່ອະນຸຍາດນຳໃຊ້ຂໍ້ມູນສ່ວນຕົວໃຫ້ແກ່ເປົ້າໝາຍໂຄສະນາ. ພິເສດ, Meta ອະນຸຍາດແຍກ ບັນຊີ Facebook ອອກຈາກບັນຊີ Instagram, ເປັນອັນວ່າກຸ່ມບໍລິສັດນີ້ບໍ່ສາມາດອີງຕາມຂໍ້ມູນຂອງຜູ້ນຳໃຊ້ື້ເກັບກຳມາຈາກໃນ 2 ພື້ນຖານ ເພື່ອຄັດເລືອກການໂຄສະນາສົ່ງເຖິງຜູ້ນຳໃຊ້.

ໂອກາດໃຫ້ແກ່ບັນດາກຸ່ມບໍລິສັດໂຕໂນໂລຢີນ້ອຍ

ໄປຄຽງຄູ່ກັບການຈຳກັດສິນອຳນາດທີ່ນັບມື້ນັບເພີ່ມຂຶ້ນຂອງບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່, 1 ໃນບັນດາຈຸດທີ່ເປັນໜ້າສົນໃຈທີ່ສຸດ ເຊິ່ງ DMA ນຳມາໃຫ້ນັ້ນແມ່ນຄວາມສາມາດບົ່ມຊ້ອນໃນການຊຸກຍູ້ບັນດາບໍລິສັດເຕັກໂນໂລຢີທີ່ມີຂອບຂະໜາດກາງ ແລະ ນ້ອຍ ພັດທະນາ. ນັກຊ່ຽວຊານ Christophe Carugati ທີ່ປຶກສາ Digital Competition ໃຫ້ຂໍ້ສັງເກດວ່າ ບັນດາບໍລິສັດເຕັກໂນໂລຢີຂະໜາດນ້ອຍຢູ່ ເອີລົບ ໄດ້ຮັບຜົນປະໂຫຍດທີ່ໃຫຍ່ຫຼວງຈາກ DMA ເມື່ອມີຕື່ມອີກຫຼາຍການຄັດເລືອກ ແລະ ສະຖານທີ່ພັດທະນາກ່ວາ. ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາເປົ້າໝາຍຫຼັກເມື່ອ EU ສ້າງ DMA ຍ້ອນວ່າ ໃນຊຸມປີຜ່ານມາ ບັນດາບໍລິສັດເຕັກໂນໂລຢີ ເອີລົບ ພວມເສຍປຽບຕໍ່ກຳລັງດັນໃນການແກ້ງແຍ້ງຈາກ ບັນດາກຸ່ມບໍລິສັດເຕັກໂນໂລຢີຍິ່ງໃຫຍ່ຂອງ ອາເມລິກາ ແລະ ຈີນ. ທ່ານນາງ Margrethe Vestager ຮອງປະທານ EC ໃຫ້ຮູ້ວ່າ:

DMA ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກຝ່າຍເຂົ້າຮ່ວມ ຕະຫຼາດດີຈີຕອນ ຍ້ອນວ່າ ທັດສະນະຂອງ DMA ແມ່ນຕະຫຼາດ ດີຈີຕອນ ຕ້ອງເປີດ, ເພື່ອມີການປ່ຽນແປງໃໝ່, ມີການແກ້ງແຍ້ງ ແລະ ມີຄວາມເສລີໃນການຄັດເລືອກໃຫ້ແກ່ຜູ້ນຳໃຊ້.

ຕີລາຄາ DMA ແມ່ນຍຸດທະສາດຖືກຕ້ອງຂອງ EU ແຕ່ ທ່ານ Sophie Dembinski ຜູ້ອຳນວຍການໂຄສະນາ ຢູ່ Ecosia ເຊິ່ງແມ່ນບໍລິສັດພັດທະນາເຄື່ອງມືຊອກຫາ ທາງອິນເຕີແນັດ ມີສຳນັກງານຕັ້ງຢູ່ ເຢຍລະມັນ ຖືວ່າ ຍັງບໍ່ມີເວລາຢ່າງພຽງພໍ ເພື່ອຈະ ໃຫ້ຂໍ້ສັງເກດວ່າ ມີການປ່ຽນແປງທີ່ໃຫຍ່ຫຼວງ ກ່ຽວກັບອັດຕາສ່ວນໃນຕະຫຼາດເຕັກນິກດີຈີຕອນຫຼືບໍ່. ບັນດາກຸ່ມບໍລິສັດເຕັກໂນໂລຢີ ຖືກຄວບຄຸມໂດຍ DMA ພວມມີແຜນການກ່ຽວກັບນິຕິກຳ ເພື່ອຄັດຄ້ານ EU. ຕາມ Apple ແລ້ວ, ເລື່ອງ EU ບັງຄັບກຸ່ມບໍລິສັດນີ້ ດຳເນີນບັນດາການປ່ຽນແປງໃນລະບົບບັນຊາການເຄື່ອນໄຫວ iOS, ໂປແກຼມ Safari ຫຼື App Store ຈະເຮັດໃຫ້ຜູ້ນຳໃຊ້ ແລະ ບັນດາຜູ້ພັດທະນາປະສົບກັບຄວາມສ່ຽງຫຼາຍກ່ວາກ່ຽວກັບຄວາມໝັ້ນຄົງ, ເມື່ອຝ່າຍທີ 3 ອາດຈະຕັດຕັ້ງບັນດາໂປແກຼມ ກໍ່ຜົນເສຍຫາຍເຂົ້າລະບົບຜ່ານນັ້ນເພີ່ມທະວີການກະທຳຫຼອກລວງ, ແຊກແຊງເຂົ້າສິດສ່ວນຕົວຂອງຜູ້ນຳໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ