ອາ​ຊຽນ ແລະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ໄລ​ຍະ​ພັດ​ທະ​ນາ​ໃໝ່

(VOVWORLD) -ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນລະຫວ່າງສອງຝ່າຍຄົບຮອບ 50 ປີ (1974  2024)ໄດ້ດຳເນີນແຕ່ວັນທີ 04  06 ມີນາ ຢູ່ນະຄອນ Melbourne (ອົດສະຕາລີ). ໃນສະພາບການຜັນແປໃນພາກພື້ນ ແລະ ໃນໂລກພວມເພີ່ມຂຶ້ນ, ກອງປະຊຸມ ແມ່ນໂອກາດເພື່ອໃຫ້ ອາຊຽນ ແລະ ອົດສະຕາລີ ມຸ່ງໄປເຖິງໄລຍະພັດທະນາໃໝ່, ໃນນັ້ນ ສອງຝ່າຍສວມບົດບາດເປັນເຈົ້າການ ແລະ ມີຄວາມຕັດສິນໃຈສູງກວ່າ ສຳລັບສະພາບການໃນພາກພື້ນ.

 ດ້ວຍຫົວຂໍ້ “ຄູ່ຮ່ວມມືໃຫ້ແກ່ອະນາຄົດ”, ທັງ ອາຊຽນ ແລະ ອົດສະຕາລີ ລ້ວນແຕ່ສະແດງຄວາມຕັດສິນໃຈສ້າງອະນາຄົດຮ່ວມມືໃໝ່ຢູ່ໃນລະດັບສູງກວ່າ.

ອາ​ຊຽນ ແລະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ໄລ​ຍະ​ພັດ​ທະ​ນາ​ໃໝ່ - ảnh 1ເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ (ພາບ: VOV)

ຮັດແໜ້ນອະນາຄົດ

ພາຍຫຼັງສ້າງຕັ້ງສາຍພົວພັນມາໄດ້ 50 ປີ, ການຮ່ວມມືລະຫວ່າງ ອາຊຽນ ແລະ ອົດສະຕາລີ ໄດ້ພັດທະນາຢ່າງແຮງກວ່າໃນເກືອບທຸກຂົງເຂດ, ພິເສດແມ່ນດ້ານເສດຖະກິດ. ຕາມຕົວເລກຂອງລັດຖະບານ ອົດສະຕາລີ ແລ້ວ, ປີ 2022, ການພົວພັນດ້ານການຄ້າ 2 ສົ້ນ ອາຊຽນ - ອົດສະຕາລີ ບັນລຸ 178 ຕື້ USD, ນຳ ອາຊຽນ ລື່ນກາຍບັນດາຄູ່ຮ່ວມມືໃຫຍ່ທີ່ເປັນມູນເຊື້ອຂອງອົດສະຕາລີ ເປັນຕົ້ນແມ່ນ ອາເມລິກາ, ຍີ່ປຸ່ນ, ສະຫະພາບເອີຣົບ (EU) ເພື່ອກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 2 ຂອງ ອົດສະຕາລີ, ຖັດຈາກ ຈີນ. ການລົງທຶນ 2 ສົ້ນ ອາຊຽນ - ອົດສະຕາລີ ໄລ່ຮອດທ້າຍປີ 2022 ບັນລຸ 307 ຕື້ USD.

ກ່າວຄຳເຫັນທີ່ເວທີປາໄສດຳເນີນທຸລະກິດ ອາຊຽນ - ອົດສະຕາລີ ໃນວັນທີ 05 ມີນາ ຢູ່ Melbourne, ທ່ານນາຍົກລັດຖະມົນຕີ ອົດສະຕາລີ, Anthony Albanese  ໄດ້ຍ້ອງຍໍລັກສະນະເສີມສ້າງສູງລະຫວ່າງພື້ນຖານເສດຖະກິດ ອົດສະຕາລີ ກັບພື້ນຖານເສດຖະກິດຂອງບັນດາປະເທດ ອາຊຽນ, ພ້ອມທັງຢັ້ງຢືນວ່າ ຖ້າສອງຝ່າຍຮັດແໜ້ນການພົວພັນດ້ານການຄ້າ - ການລົງທຶນ, ຍູ້ແຮງການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກວ່າເຂົ້າບັນດາພື້ນຖານເສດຖະກິດຂອງກັນ, ໄລ່ຮອດປີ 2040 ພາກພື້ນ ອາຊຽນ - ອົດສະຕາລີ ຈະມີຂອບເຂດເສດຖະກິດໃຫຍ່ອັນດັບທີ 4 ໃນໂລກ. ສຳລັບບັນດາປະເທດ ອາຊຽນ, ອົດສະຕາລີ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ກວ້າງໃຫຍ່, ເຊິ່ງເປັນຄູ່ຮ່ວມມືດ້ານເສດຖະກິດທີ່ສຳຄັນ ສາມາດສະໜອງແຫຼ່ງທຶນ, ທັກສະຄຸ້ມຄອງບໍລິຫານ ແລະ ຊັບພະຍາກອນທີ່ອຸດົມສົມບູນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ຢັ້ງຢືນວ່າ ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນທີ່ມີຜົນປະໂຫຍດສຳຄັນເປັນຢ່າງຍິ່ງສຳລັບ ອົດສະຕາລີ ແລະ ອົດສະຕາລີ ຕັດສິນໃຈນຳການພົວພັນດ້ານການຄ້າ - ການລົງທຶນ ລະຫວ່າງ 2 ຝ່າຍ ຂຶ້ນສູ່ລະດັບສູງໃໝ່.

“ພວກຂ້າພະເຈົ້າຢາກເຮັດຫຼາຍກວ່ານັ້ນອີກ ເພື່ອໜູນຊ່ວຍການເຕີບໂຕຂອງພາກພື້ນ ແລະ ຫັນບັນດາຜົນປະໂຫຍດທີ່ມາຈາກການແລກປ່ຽນລະຫວ່າງສອງຝ່າຍໃຫ້ປະກົດຜົນເປັນຈິງ. ລັດຖະບານ ໂດຍຂ້າພະເຈົ້ານຳພາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ, ອາຊີຕາເວັນອອກສ່ຽງໃຕ້ ແມ່ນພື້ນຖານເຊິ່ງອະນາຄົດຂອງ ອົດສະຕາລີ ຈະມີຄົງຕົວຍາວນານ”.

ເພື່ອແນໃສ່ຫັນຄຳໝັ້ນສັນຍາຮັດແໜ້ນອະນາຄົດ ກັບ ອາຊີຕາເວັນອອກສ່ຽງໃຕ້ ເປັນລະອຽດ, ທ່ານນາຍົກລັດຖະມົນຕີ Anthony Albanese ໃຫ້ຮູ້ວ່າ ອົດສະຕາລີ ສ້າງຕັ້ງກົນໄກໜູນຊ່ວຍທຶນໃຫ້ບັນດາໂຄງການລົງທຶນເຂົ້າບັນດາປະເທດ ອາຊຽນ, ດ້ວຍມູນຄ່າ 2 ຕື້ USD. ນອກຈາກນັ້ນ, ອົດສະຕາລີ ກໍ ສະໜອງແຫຼ່ງເງິນ 140 ລ້ານ USD ເພີ່ມເຕີມສຳລັບໂຄງການຄູ່ຮ່ວມມືພື້ນຖານໂຄງລ່າງກັບ ອາຊຽນ ເພື່ອແນໃສ່ຊ່ວຍບັນດາປະເທດ ອາຊຽນ ພັດທະນາພື້ນຖານໂຄງລ່າງ. ກ່ອນໜ້ານັ້ນ, ໃນວັນທີ 04 ມີນາ, ລັດຖະບານ ອົດສະຕາລີ ກໍໄດ້ປະກາດຫຼາຍຂໍ້ລິເລີ່ມຮ່ວມມືອື່ນໆກັບ ອາຊຽນ. ລະອຽດ, ສຳລັບໂຄງການທີ່ມີຊື່ວ່າ “ປ່ອງຢ້ຽມພະລັງງານສະອາດ ແລະ ດິນຟ້າອາກາດ”, ອົດສະຕາລີ ກໍສະໜອງບ້ວງການເງິນທີ່ມີມູນຄ່າ 6,5 ລ້ານ USD ເພື່ອແນໃສ່ເພີ່ມທະວີບັນດາຄວາມມານະພະຍາຍາມລວມຂອງສອງຝ່າຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພະລັງງານສະອາດ. ນີ້ແມ່ນຂໍ້ລິເລີ່ມທຳອິດ ທີ່ໄດ້ຍົກອອກມາໃນຂອບເຂດໂຄງການ “ການພົວພັນຄູ່ຮ່ວມມືລະຫວ່າງລັດຖະບານ ອົດສະຕາລີ ແລະ ບັນດາລັດຖະບານ ອາຊີຕາເວັນອອກສ່ຽງໃຕ້”, ໂດຍລັດຖະບານຂອງທ່ານນາຍົກລັດຖະມົນຕີ Albanese ປະກາດໃນປີ 2023. ຖັດຈາກນັ້ນ, ລັດຖະບານ ອົດສະຕາລີ ກໍ່ປະກາດວ່າ ປະເທດນີ້ ໄດ້ລົງທຶນຕື່ມອີກ 145 ລ້ານ USD ເພື່ອໜູນຊ່ວຍຄວາມສາມາດຟື້ນຟູ ແລະ ວັດທະນາຖາວອນຂອງອະນຸພາກພື້ນແມ່ນ້ຳຂອງຢູ່ ອາຊີຕາເວັນອອກສ່ຽງໃຕ້ ຜ່ານການພົວພັນຄູ່ຮ່ວມມື ແມ່ຂອງ - ອົດສະຕາລີ, ດ້ວຍຈຸດສຸມຂອງການເຄື່ອນໄຫວໃນ 5 ປີ ຂ້າງໜ້ານັ້ນແມ່ນ ປັບປຸງຄວາມໝັ້ນຄົງດ້ານຊັບພະຍາກອນນ້ຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຕ້ານອາດຊະຍາກຳຂ້າມຊາດ.

ອາ​ຊຽນ ແລະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ໄລ​ຍະ​ພັດ​ທະ​ນາ​ໃໝ່ - ảnh 2 ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong (ພາບ: skynews)

ການຮ່ວມມືດ້ານຄວາມໝັ້ນຄົງ

ມີແງ່ມູມໃໝ່ທີ່ໜ້າສົນໃຈໃນຄວາມມານະພະຍາຍາມນຳການພົວພັນ ອາຊຽນ - ອົດສະຕາລີ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ນັ້ນແມ່ນການຮ່ວມມືໃນຂົງເຂດຄວາມໝັ້ນຄົງ. ໃນຊຸມປີຜ່ານມາ, ອົດສະຕາລີ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ເພື່ອສ້າງຕັ້ງ ແລະ ເສີມສ້າງການພົວພັນດ້ານຄວາມໝັ້ນຄົງກັບບັນດາປະເທດ ອາຊຽນ ໃຫ້ອຸດົມສົມບູນກວ່າ ພິເສດແມ່ນຄວາມໝັ້ນຄົງໃນການເດີນເຮືອ. ທີ່ກອງປະຊຸມສຳມະນາກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ ທີ່ຈັດຂຶ້ນໃນວັນທີ 04 ມີນາ ຢູ່ Melbourne, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ແຈ້ງໃຫ້ຊາບວ່າ ອົດສະຕາລີ ຈະເບີກຈ່າຍເກືອບ 42 ລ້ານ USD ໃນ 4 ປີຂ້າງໜ້າ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືໃນການເດີນເຮືອ ລະຫວ່າງປະເທດນີ້ ກັບ ອາຊຽນ. ຕາມທ່ານນາງ Penny Wong ແລ້ວ, ເລື່ອງຮັບປະກັນສະຖຽນລະພາບ ແລະ ສິດເສລີໃນການເດີນເຮືອໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແມ່ນມີຄວາມໝາຍເປັນຕາຍໃນການຮັກສາສັນຕິພາບໃນພາກພື້ນ ແລະ ອົດສະຕາລີ ຮັບຮູ້ບົດບາດທີ່ນັບມື້ນັບໃຫຍ່ຫຼວງຂອງ ອາຊຽນ ໃນການປະຕິບັດໜ້າທີ່ສຳຄັນນີ້.

“ພວກຂ້າພະເຈົ້າຮັບຮູ້ບົດບາດເປັນໃຈກາງຂອງ ອາຊຽນ ແມ່ນປັດໄຈຫຼັກແຫຼ່ງແກ່ນສານສຳລັບສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. ດັ່ງນັ້ນ, ຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາສະໜັບສະໜູນການນຳພາຂອງ ອາຊຽນ. ພວກຂ້າພະເຈົ້າຮັບຮູ້ ແລະ ເຄົາລົບກຳລັງແຮງຈາກສຽງເວົ້າລວມໝູ່ຂອງ ອາຊຽນ, ເຊິ່ງເປັນສຽງເວົ້າທີ່ແຜ່ລາມໃນທົ່ວພາກພື້ນ ເມື່ອຍົກອອກທັດສະນະຂອງ ອາຊຽນ ກ່ຽວກັບຄວາມສຳຄັນຂອງຂໍ້ກຳນົດກົດໝາຍ ແລະ ອະທິປະໄຕ”.

ຕາມວົງການນັກສັງເກດການແລ້ວ, ການຮ່ວມມືດ້ານຄວາມໝັ້ນຄົງແມ່ນຂົງເຂດຈຸດສຸມ ແຕ່ກໍລະອຽດອ່ອນໃນການພົວພັນລະຫວ່າງ ອາຊຽນ - ອົດສະຕາລີ ໃນໄລຍະຈະມາເຖິງ, ໃນສະພາບການຫຼາຍປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຢັ້ງຢືນຄວາມຕັດສິນໃຈສ້າງບົດບາດເປັນໃຈກາງຂອງ ອາຊຽນ ແລະ ບໍ່ຢາກຖືກແກ່ດຶງ, ບັງຄັບໃຫ້ເລືອກພັກຝ່າຍໃນການແກ້ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດ./.


ຕອບກັບ

ຂ່າວ/ບົດ​ອື່ນ