ອົດສະຕາລີ ແລະ ຫວຽດນາມ ຊຸກຍູ້ການຮ່ວມມື 2 ຝ່າຍ, ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນລວມຂອງພາກພື້ນ

(VOVWORLD) - ປະຈຸບັນ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ພວມມີລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງສຸດ, ມີການຮ່ວມມືຮອບດ້ານໃນທຸກຂົງເຂດ
ອົດສະຕາລີ ແລະ ຫວຽດນາມ ຊຸກຍູ້ການຮ່ວມມື 2 ຝ່າຍ, ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນລວມຂອງພາກພື້ນ - ảnh 1(ພາບ: ກະຊວງການຕ່າງປະເທດ)

        ວັນທີ 04 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ, ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ, ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ. ການໄປປະຕິບັດງານບໍ່ພຽງແຕ່ປະກອບສ່ວນຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດ, ເປີດໂອກາດຮ່ວມມືໃໝ່ຫຼາຍຢ່າງເທົ່ານັ້ນ, ຫາກຍັງຢືນຢັນບົດບາດຂອງ 2 ປະເທດໃນການຊຸກຍູ້ຄວາມສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມຂອງພາກພື້ນ ອາຊີ - ປາຊີຟິກ ອີກດ້ວຍ.

        ການຢ້ຽມຢາມດຳເນີນໄປໃນສະພາບການທີ່ ຫວຽດນາມ ແລະ ອົດສະຕາລີ ຫາກໍ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973 - 2023), 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2018 - 2023). ພິເສດ, ນີ້ແມ່ນຄັ້ງທຳອິດທີ່ນາຍົກລັດຖະມົນຕີ ຫວຽດນາມ ໄປຢ້ຽມຢາມ ອົດສະຕາລີ ໃນຮອບເວລາ 7 ປີຜ່ານມາ, ພ້ອມທັງເປັນການໄປຢ້ຽມຢາມເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ອົດສະຕາລີ ໃນຖານະຕຳແໜ່ງຜູ້ນຳລັດຖະບານ.

ມີຫຼາຍຈຸດລວມ - ຫຼາຍຜົນປະໂຫຍດລວມ

        ກວ່າ 5 ທົດສະຫວັດນັບແຕ່ສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕາລີ ມີຫຼາຍຈຸດລວມ ແລະ ທ່າໄດ້ປຽບລວມ. ນັ້ນແມ່ນ, ຢູ່ພາກພື້ນດຽວກັນ, ມີສາຍເຊື່ອມຕໍ່ຮ່ວມສຳພັນກ່ຽວກັບປະຊາຊົນຢ່າງແໜ້ນແຟ້ນ, ມີພື້ນຖານເສດຖະກິດເພີ່ມເຕີມໃຫ້ແກ່ກັນ ແລະ ພ້ອມກັນເປັນເຈົ້າການ ມີຄວາມມານະພະຍາຍາມລວມຫຼາຍຢ່າງເພື່ອຊຸກຍູ້ຄວາມວັດທະນາຖາວອນ ແລະ ຄວາມສາມັກຄີຢູ່ພາກພື້ນ. ບໍ່ພຽງແຕ່ເທົ່ານັ້ນ, 2 ປະເທດຍັງພວມປະເຊີນໜ້າກັບບັນດາສິ່ງທ້າທາຍລວມ, ນັ້ນແມ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນພື້ນຖານເສດຖະກິດສີຂຽວ… ນີ້ແມ່ນບັນດາພື້ນຖານເພື່ອໃຫ້ ອົດສະຕາລີ ແລະ  ຫວຽດນາມ ພ້ອມກັນໜູນຊ່ວຍເຊິ່ງກັນແລະກັນ, ຂຸດຄົ້ນບັນດາທ່າໄດ້ປຽບລວມເພື່ອພ້ອມກັນພັດທະນາໃນໄລຍະໃໝ່.

        ກ່ອນທີ່ດຳເນີນການຢ້ຽມຢາມທີ່ສຳຄັນດັ່ງກ່າວ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ໃຫ້ຂໍ້ສັງເກດວ່າ: ປະຈຸບັນ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ພວມມີລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງສຸດ, ມີການຮ່ວມມືຮອບດ້ານໃນທຸກຂົງເຂດ:

        “ນີ້ແມ່ນໂອກາດເພື່ອໃຫ້ 2 ປະເທດພ້ອມກັນຕີລາຄາບັນດາບາດກ້າວພັດທະນາຂອງການພົວພັນ 2 ຝ່າຍໃນໄລຍະຜ່ານມາ, ພິເສດແມ່ນໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຝ່າຍ, ການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນ, ເນັ້ນໜັກເຖິງບັນດາເປົ້າໝາຍຮ່ວມມືດ້ານການຄ້າ, ຊຸກຍູ້ການລົງທຶນຈາກ ອົດສະຕາລີ ເຂົ້າ ຫວຽດນາມ ແລະ ຈາກ ຫວຽດນາມ ໄປ ອົດສະຕາລີ. ພິເສດ, ຈຸດພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້ ຈະແມ່ນເປົ້າໝາຍເປີດກວ້າງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ; ວິທະຍາສາດເຕັກໂນໂລຊີ; ນະວັດຕະກຳ, ໂດຍສະເພາະແມ່ນເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ວິວັດການຫັນປ່ຽນພະລັງງານ. ພ້ອມກັນນັ້ນ, ຫວຽດນາມ ແລະ ອົດສະຕາລີ ກໍ່ຈະມຸ່ງໄປສູ່ເລື່ອງນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່”.

ມຸ່ງໄປເຖິງການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່

        ພ້ອມກັບການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໂດຍຜ່ານບັນດາການຢ້ຽມຢາມຂອງການນຳ 2 ປະເທດ, ບັນດາຂົງເຂດຮ່ວມມືອື່ນ, ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ -ເຕັກໂນໂລຊີ, ການສຶກສາ, ເສດຖະກິດ - ການຄ້າ, ການພົວພັນແລກປ່ຽນປະຊາຊົນ ລ້ວນແຕ່ໄດ້ຮັບການຍູ້ແຮງຢ່າງວ່ອງໄວ. 2 ປະເທດກໍ່ພວມປຶກສາຫາລືເພື່ອເປີດກາລະໂອກາດຮ່ວມມືໃນບັນດາຂົງເຂດໃໝ່ຕື່ມອີກ.

        ບົນພື້ນຖານນັ້ນ, ຫາງສຽງຖືວ່າ, ຮອດເວລາແລ້ວທີ່ຕ້ອງຍົກການພົວພັນ ຫວຽດນາມ - ອົດສະຕາລີ ໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານ Layton Pike, ຜູ້ຮ່ວມກໍ່ຕັ້ງສະຖາບັນຄົ້ນຄວ້ານະໂຍບາຍ ອົດສະຕາລີ - ຫວຽດນາມ, ຫວັງວ່າ:

        “ຂ້າພະເຈົ້າຖືວ່າ, ທັງ 2 ປະເທດໄດ້ແບ່ງປັນຫຼາຍຄຸນຄ່າລວມ, ບໍ່ພຽງແຕ່ໃນການພົວພັນ 2 ຝ່າຍເທົ່ານັ້ນ, ຫາກຍັງນັບທັງຄວາມຄາດຫວັງສຳລັບພາກພື້ນ. ພວກເຮົາມີ 2 ພື້ນຖານເສດຖະກິດເພີ່ມເຕີມໃຫ້ແກ່ກັນ. ພ້ອມກັນນັ້ນ, ພວກເຮົາລ້ວນແຕ່ແມ່ນປະເທດມີລະດັບປານກາງຢູ່ພາກພື້ນ ແລະ ຖ້າຫາກພ້ອມກັນຮ່ວມມື ກໍ່ສາມາດເຮັດໄດ້ຫຼາຍສິ່ງຫຼາຍຢ່າງ. ສະນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ, ອົດສະຕາລີ ແລະ  ຫວຽດນາມ ຕ້ອງຍົກລະດັບການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະ ວຽກງານນີ້ຈະນຳມາເຊິ່ງບັນດາສິ່ງທີ່ດີງາມໃຫ້ທັງ 2 ປະເທດ ແລະ ພາກພື້ນ”.

        ໃນຂະນະນັ້ນ, ທ່ານ Nicolas Moore, ທູດພິເສດກ່ຽວກັບອາຊີຕາເວັນອອກສ່ຽງໃຕ້ ຂອງລັດຖະບານ ອົດສະຕາລີ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ພົບປະກັບຜູ້ຕາງໜ້າ AsiaLink, ເຊິ່ງເປັນອົງການໄດ້ຮັບການອຸປະຖຳຈາກລັດຖະບານ ອົດສະຕາລີ. ເຂົາເຈົ້າໄດ້ສົ່ງເອກະສານແນະນຳວິທີເພື່ອໃຫ້ວິສາຫະກິດ ອົດສະຕາລີ ລົງທຶນເຂົ້າ ຫວຽດນາມ. ພ້ອມກັນນັ້ນ, ອົງການນີ້ກໍ່ໄດ້ພິມຈຳໜ່າຍສິ່ງພິມ ລາຍການເສດຖະກິດສີຂຽວ ອົດສະຕາລີ - ຫວຽດນາມ ເພື່ອສົ່ງເສີມບັນດາວິສາຫະກິດ ອົດສະຕາລີ ລົງທຶນເຂົ້າໃນເສດຖະກິດສີຂຽວຢູ່ ຫວຽດນາມ. ໃນເດືອນ ເມສາ, ພວກຂ້າພະເຈົ້າຈະຈັດກອງປະຊຸມກ່ຽວກັບບັນຫາດັ່ງກ່າວຢູ່ ຫວຽດນາມ”.

        ການພົວພັນລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ພວມມີເງື່ອນໄຂສະດວກ, ມີຄວາມຕັດສິນໃຈດ້ານການເມືອງສູງ ເພື່ອພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຜົນປະໂຫຍດ ບໍ່ສະເພາະແຕ່ 2 ປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນຮັບປະກັນຄວາມສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ