ຫວຽດນາມ ໃຫ້ຄຳໝັ້ນສັນຍາກ່ຽວກັບພັນທະແຫ່ງຊາດໃນບັນຫາການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ຫວຽດນາມ ແມ່ນປະເທດນຳໜ້າໃນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ.
ຫວຽດນາມ ໃຫ້ຄຳໝັ້ນສັນຍາກ່ຽວກັບພັນທະແຫ່ງຊາດໃນບັນຫາການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
(ພາບປະກອບ: TTXVN)

        ໃນອາທິດຜ່ານມາ, ຢູ່ສຳນັກງານສະຫະປະຊາຊາດ, ຫວຽດນາມ ພ້ອມກັບປະເທດເກາະ ວານອາຕູ ໄດ້ຮ່ວມກັນດຳເນີນວາລະປະຊຸມທາງໄກຈັດກຽມກ່ຽວກັບລະບຽບການຂໍຄວາມເຫັນໃຫ້ຄຳປຶກສາຂອງສານຍຸຕິທຳສາກົນ (JCJ) ກ່ຽວກັບພັນທະແຫ່ງຊາດໃນບັນຫາການປ່ຽນແປງຂອງດິນຟ້າອາກາດ. ວາລະປະຊຸມ, ພ້ອມກັບບັນດາຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ຂອງ ຫວຽດນາມ ໃນໄລຍະຜ່ານມາ, ໄດ້ຢືນຢັນຄວາມຕັດສິນໃຈຂອງ ຫວຽດນາມ ຄືນໃໝ່ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງແມ່ນສິ່ງທ້າທາຍລວມຂອງມວນມະນຸດ ເຊິ່ງສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາໃນມະຕິສະບັບໜຶ່ງປີ 2023 ຢ່າງເປັນທາງການ.

        ວາລະປະຊຸມ, ໂດຍມີການເຂົ້າຮ່ວມຂອງບັນດານັກຊ່ຽວຊານນິຕິກຳ, ນັກຮຽນຮູ້ ແລະ ທະນາຍຄວາມສາກົນ ທີ່ມາຈາກກວ່າ 20 ປະເທດ ອາຊີ - ປາຊີຟິກ, ຜູ້ຕາງໜ້າຄະນະຜູ້ຕາງໜ້າບັນດາປະເທດປະຈຳສະຫະປະຊາຊາດ, ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ, ດ້ວຍຖານະເປັນປະເທດຖືກຜົນສະທ້ອນຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ.

ປະກອບສຽງເວົ້າຢ່າງແຮງເພື່ອແກ້ໄຂສິ່ງທ້າທາຍລວມ

        ປີ 2023, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິ ແລະ ຮັບຮູ້ ວ່າ ການປ່ຽນແປງຂອງດິນຟ້າອາກາດແມ່ນສິ່ງທ້າທາຍລວມ, ສະນັ້ນ, ໜ້າທີ່ຄວາມຮັບຜິດຊອບໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕ້ອງໄດ້ແບ່ງປັນຢ່າງຍຸຕິທຳ, ສະເໝີພາບ.

        ໂດຍແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການດຳເນີນກອງປະຊຸມຈັດກຽມທາງໄກ ກ່ຽວກັບລະບຽບການຂໍຄຳເຫັນປຶກສາຂອງສານຍຸຕິທຳສາກົນ (JCJ) ກ່ຽວກັບພັນທະແຫ່ງຊາດໃນບັນຫາການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ໄດ້ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງປະເທດສະມາຊິກ ທີ່ຍາມໃດກໍ່ປະຕິບັດຕາມກົດໝາຍສາກົນເວົ້າລວມ ແລະ ບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດເວົ້າສະເພາະ, ຄື: ສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຂໍ້ຕົກລົງ ປາຣີ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982…

ຄວາມມານະພະຍາຍາມເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

        ຫວຽດນາມ ແມ່ນປະເທດນຳໜ້າໃນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ. ສິ່ງດັ່ງກ່າວບໍ່ພຽງແຕ່ເລີ່ມມາຈາກສະພາບຕົວຈິງທີ່ວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 5 ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດເທົ່ານັ້ນ, ຫາກຍັງແມ່ນປະເທດສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາຄຳໝັ້ນສັນຍາສາກົນ, ນຳໜ້າໃນບັນດາການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກອີກດ້ວຍ. ທ່ານ ເລມິງເງິນ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ທ່ານ ດ່າວຊວັນລາຍ, ຫົວໜ້າຄະນະການປ່ຽນແປງຂອງດດິນຟ້າອາກາດ ແລະ ສິ່ງແວດລ້ອມ, ອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ຫວຽດນາມ, ຢືນຢັນວ່າ:

        “ຍາມໃດ ຫວຽດນາມ ກໍ່ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບເປັນສະມາຊິກທີ່ຕັ້ງໜ້າໃນປະຊາຄົມສາກົນ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ແລະ ຄູ່ຮ່ວມມື ເພື່ອແບ່ງປັນຄວາມຮູ້ດ້ານວິທະຍາສາດ, ບົດຮຽນ, ແຫຼ່ງກຳລັງ ແລະ ບັນດາຂໍລິເລີ່ມໃນການຄຸ້ມຄອງລວມ ເພື່ອພື້ນຖານເສດຖະກິດສີຂຽວແບບຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.

        “ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາແກ້ໄຂບັນດາບັນຫາການປ່ຽນແປງຂອງດິນຟ້າອາກາດ. ຢູ່ ຫວຽດນາມ, ການປົກປັກຮັກສາສິ່ງແວດລ້ອມ ບໍ່ພຽງແຕ່ເພື່ອການພັດທະນາເສດຖະກິດໃນປະຈຸບັນເທົ່ານັ້ນ, ຫາກຍັງພັດທະນາເສດຖະກິດແບບຍືນຍົງໃນອະນາຄົດ, ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດອີກດ້ວຍ”.

        ປີ 2021, ເປັນຄັ້ງທຳອິດ, ຫວຽດນາມ ຍົກອອກຄຳໝັ້ນສັນຍາຮອດປີ 2050 ຈະບັນລຸການປ່ອຍອາຍພິດລົງເປັນ “0”. ນັບແຕ່ນັ້ນມາຮອດປະຈຸບັນ, ຍາມໃດຄຳໝັ້ນສັນຍາດັ່ງກ່າວຂອງ ຫວຽດນ ກໍ່ຜັນຂະຫຍາຍດ້ວຍການກະທຳຕົວຈິງ. ລັດຖະບານໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ, ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນຫົວໜ້າຄະນະ. ບັນດາກະຊວງ, ຂະແໜງການ ລ້ວນແຕ່ສ້າງໂຄງການ, ແຜນການຜັນຂະຫຍາຍບັນດາຄຳໝັ້ນສັນຍາ.

        ຄຽງຂ້າງການສຸມໃສ່ແຫຼ່ງກຳລັງ, ການກະທຳຢູ່ພາຍໃນປະເທດ, ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືກັບສາກົນໃນຂົງເຂດນີ້. ປີ 2023, ຫວຽດນາມ ພ້ອມກັບບັນດາຄູ່ຮ່ວມມືສາກົນໄດ້ຮັບຮອງເອົາຖະແຫຼງການການເມືອງສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP). ໂດຍຕີລາຄາສູງການເຂົ້າຮ່ວມຂອງ ຫວຽດນາມໃນຖະແຫຼງການດັ່ງກ່າວ, ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ອັງກິດ Rishi Sunak, ຊີ້ແຈ້ງວ່າ:

        “ຫວຽດນາມ ແມ່ນພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ, ມີຄວາມຂະຫຍັນຂັນເຄື່ອນຢູ່ໃຈກາງຂອງ ອາຊີຕາເວັນອອກສ່ຽງໃຕ້. ສະນັ້ນ, ບົດບາດຂອງ ຫວຽດນາມ ມີປັດໄຈຕັດສິນ. ເມື່ອເຫັນໄດ້ເຖິງຄວາມສຳຄັນ ແລະ ໂອກາດຫັນປ່ຽນທິດທາງໄປສູ່ການປ່ອຍອາຍພິດລົງເປັນ 0 ໃນປີ 2050, ຫວຽດນາມ ໄດ້ກາຍເປັນປະເທດນຳໜ້າ ເປີດທາງໃຫ້ບັນດາປະເທດອື່ນຮ່ຳຮຽນຕາມ. ໂຄງການການພົວພັນຄູ່ຮ່ວມມືເຊິ່ງພວກເຮົາໄດ້ປະກາດ ຈະຍູ້ແຮງຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ”.

        ບົນພື້ນຖານບັນດາຄຳໝັ້ນສັນຍາ ແລະ ການກະທຳຂອງ ຫວຽດນາມ ໃນໄລຍະຜ່ານມາ, ເລື່ອງດຳເນີນກອງປະຊຸມຈັດກຽມທາງໄກກ່ຽວກັບການຂໍຄຳເຫັນປຶກສາຂອງສານຍຸຕິທຳສາກົນ ກ່ຽວກັບພັນທະແຫ່ງຊາດໃນບັນຫາການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ສືບຕໍ່ຢືນຢັນຄວາມມານະພະຍາຍາມຂອງປະເທດສະມາຊິກ ທີ່ມີການປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ