ສ້າງສັງຄົມຢ່າງຮອບດ້ານ, ມີຄວາມຍຸຕິທຳ

(VOVWORLD) - ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍກ່ຽວກັບການສຶກສາ, ຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ
ສ້າງສັງຄົມຢ່າງຮອບດ້ານ, ມີຄວາມຍຸຕິທຳ - ảnh 1 ກອງປະຊຸມຄັ້ງທີ 62 ຄະນະກຳມະການພັດທະນາສັງຄົມ
(ພາບ: dangcongsan.vn)

        ກອງປະຊຸມຄັ້ງທີ 62 ຄະນະກຳມະການພັດທະນາສັງຄົມ (CsocD) ຂອງສະຫະປະຊາຊາດໄດ້ສິ້ນສຸດລົງໃນວັນທີ 14 ກຸມພາ, ຢູ່ ນິວຢອກ, ພາຍຫຼັງເຮັດວຽກເປັນເວລາ 1 ອາທິດ (ແຕ່ວັນທີ 05 – 14 ກຸມພາ). ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ, ຜູ້ຕາງໜ້າ ຫວຽດນາມ ໄດ້ຢືນຢັນຄືນໃໝ່ການບຸລິມະສິດສ້າງສັງຄົມຢ່າງຮອບດ້ານ, ຍຸຕິທຳ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ນີ້ກໍ່ແມ່ນແຜນນະໂຍບາຍໃຫຍ່ຂອງພັກກອມມູນິດ ຫວຽດນາມ, ຮັບປະກັນໃຫ້ສະມາຊິກໃນສັງຄົມທັງໝົດມີຄວາມສະເໜີພາບໃນການສຳຜັດກັບໂອກາດ, ແຫຼ່ງກຳລັງ, ເພື່ອສາມາດພັດທະນາ.

        ດ້ວຍຫົວຂໍ້ “ຊຸກຍູ້ການພັດທະນາ ແລະ ຄວາມຍຸຕິທຳໃນສັງຄົມ ຜ່ານນະໂຍບາຍສັງຄົມ ເພື່ອເພີ່ມຄວາມວ່ອງໄວໃນການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ບັນລຸເປົ້າໝາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ", ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ຄວາມກ້າວໜ້າ, ຍຸຕິທຳສັງຄົມແມ່ນເສົ້າຄ້ຳຂອງການພັດທະນາແບບຍືນຍົງ

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອັກຄະລັດຖະທູດທີ່ປຶກສາ ເລທິມິງທວາ, ຮອງຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍກ່ຽວກັບການສຶກສາ, ຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຜ່ານນັ້ນ, ບັນລຸໄດ້ບັນດາຜົນງານລະອຽດ, ຄື: ນຳອັດຕາຄອບຄົວທຸກຍາກຫຼາຍແງ່ມູມປີ 2022 ຫຼຸດລົງແຕ່ 9,2% ລົງເຫຼືອພຽງ 4,3%, ເພີ່ມລາຍຮັບສະເລ່ຍໃຫ້ຄອບຄົວທຸກຍາກ 230% ເມື່ອທຽບໃສ່ໄລຍະດຽວກັນ, ນຳອັດຕາປະຊາຊົນຮູ້ໜັງສື ແລະ ເດັກໄດ້ໄປໂຮງຮຽນຖືກເກ່ນອາຍຸຂຶ້ນກວ່າ 90%.

        ໃນຕົວຈິງຊີ້ໃຫ້ເຫັນວ່າ, ການປະຕິບັດຄວາມກ້າວໜ້າ, ຍຸດຕິທຳໃນສັງຄົມແມ່ນແຜນນະໂຍບາຍໃຫຍ່ຂອງພັກກອມມູນິດ ຫວຽດນາມ. ໃນວິວັດການນຳພາປະເທດຊາດ, ຍາມໃດພັກກໍ່ມີຄວາມສະເໝີຕົ້ນສະເໝີປາຍໂດຍໄດ້ຕັ້ງມະນຸດເປັນໃຈກາງ. ການປະຕິບັດຄວາມກ້າວໜ້າ, ຍຸຕິທຳໃນສັງຄົມຍາມໃດກໍ່ໄດ້ຮັບການຄົ້ນຄວ້າ, ຫັນແຕ່ລະນະໂຍບາຍ, ແຜນການພັດທະນາເສດຖະກິດ - ສັງຄົມເປັນລະອຽດ. ດ້ານອື່ນ, ຄວາມກ້າວໜ້າ, ຍຸຕິທຳສັງຄົມຍັງຮັບປະກັນການດຳລົງຊີວິດອີ່ມໜຳສຳລານ, ສະຖຽນລະພາບຂອງທຸກຄົນໃນປະຊາຄົມບັນດາເຜົ່າ ຫວຽດນາມ, ພິເສດແມ່ນບັນດາຜູ້ດອຍໂອກາດ; ປະຕິບັດການຮັບປະກັນຊີວິດສັງຄົມຕາມທິດ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ"; ຍົກສູງສະຫວັດດີການສັງຄົມເທື່ອລະກ້າວ, ຮັດແຄບຄວາມແຕກໂຕນລະຫວ່າງຄວາມຮັ່ງມີ - ທຸກຍາກ.

        ໝາກຜົນທີ່ບັນລຸໄດ້ແມ່ນ, ຢູ່ ຫວຽດນາມ, ບັນດາຄາດໝາຍກ່ຽວກັບການຫຼຸດຜ່ອນຄວາມຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຮັດແຄບຄວາມແຕກໂຕນລະຫວ່າງຄວາມຮັ່ງມີ - ທຸກຍາກ (ພົ້ນເດັ່ນແມ່ນ, ໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025) ໄດ້ປະຕິບັດໃນຂອບເຂດທົ່ວປະເທດ, ຈຸດສູມແມ່ນບັນດາເມືອງທຸກຍາກ, ຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດແຄມທະເລ ແລະ ໝູ່ເກາະ. ພ້ອມທັງ, ເປົ້າໝາຍສະຫັດສະຫວັດກ່ຽວກັບການລົບລ້າງຄວາມທຸກຍາກ ແລະ ອຶດຫິວໄດ້ປະຕິບັດສຳເລັດ; ອັດຕາຄອບຄົວທຸກຍາກຫຼຸດລົງຕາມການເວລາ ພ້ອມກັບວິວັດການເຕີບໂຕເສດຖະກິດ. ອັດຕາສ່ວນການປະກັນສຸຂະພາບໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ແຕ່ 60,9% (ປີ 2010) ຂຶ້ນເປົ້າໝາຍ 94,11% ໃນປີ 2024. ໃນຂົງເຂດການສຶກສາ, ພັດທະນາມະນຸດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ຜ່ານຫຼາຍການກຳນົດທິດ, ນະໂຍບາຍ.

ປະຕິບັດຄວາມຫ້າວໜ້າ, ຍຸຕິທຳສັງຄົມໃນສະພາບການໃໝ່

        ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຊີ້ແຈ້ງວ່າ ຕ້ອງຄຸມຄອງການພັດທະນາສັງຄົມແບບຍືນຍົງ, ຮັບປະກັນຄວາມກ້າວໜ້າ, ຍຸຕິທຳສັງຄົມ ແລະ ຮັບປະກັນການຜັນຂະຫຍາຍ “ປະຕິບັດບັນດາເປົ້າໝາຍເສດຖະກິດ, ຄວາມກ້າວໜ້າ, ຍຸຕິທຳໃນສັງຄົມ ແລະ ສະພາບແວດລ້ອມຢ່າງຄົບຊຸດ, ຮອບດ້ານ, ບົນພື້ນຖານນັ້ນ, ຕ້ອງປ່ຽນແປງໃໝ່ ການຈັດແບ່ງແຫຼ່ງກຳລັງໃຫ້ສອດຄ່ອງ ເພື່ອຍົກສູງປະສິດທິຜົນການພັດທະນາສັງຄົມ".

        ສະນັ້ນ, ບັນດານະໂຍບາຍພັດທະນາເສດຖະກິດໃນໄລຍະຈະມາເຖິງ ຈະສືບຕໍ່ປະຕິບັດຕາມທິດຮັບປະກັນຄວາມກ້າວໜ້າ, ຄວາມຍຸຕິທຳໃນສັງຄົມ; ພ້ອມທັງ, ສຸມໃສ່ສ້າງຮູບແບບຄຸ້ມຄອງ, ພັດທະນາສັງຄົມໃຫ້ມີຄວາມປະສົບກົມກ່ຽວ, ສອດຄ່ອງກັບສະພາບການໃໝ່.

        ຫວຽດນາມ ກໍ່ຈະປະຕິບັດບັນດານະໂຍບາຍບຸລິມະສິດ ແລະ ໜູນຊ່ວຍສັງຄົມໃຫ້ເປັນຢ່າງດີ, ປະກອບສ່ວນສ້າງສະຖຽນລະພາບ, ຍົກສູງການດຳລົງຊີວິດໃຫ້ທຸກເປົ້າໝາຍດ້ອຍໂອກາດ ເພື່ອຮັດແຄ້ບຄວາມແຕກໂຕນກັນໃນການດຳລົງຊີວິດ ແລະ ລະດັບສຳຜັດບັນດາແຫຼ່ງກຳລັງສັງຄົມອື່ນ.

        ປະຕິບັດການພັດທະນາລະບົບຮັບປະກັນຊີວິດສັງຄົມຢ່າງຮອບດ້ານ, ກ້າວໄປເຖິງການປົກຄຸມທົ່ວປວງຊົນ. ປະຕິຮູບລະບົບປະກັນໄພສັງຄົມຫຼາຍຊັ້ນ, ຜັນຂະຫຍາຍ “ບັນດາມາດຕະການແກ້ໄຂການຫຼຸດຜ່ອນຄວາມທຸກຍາກຫຼາຍແງ່ມູມ, ຍືນຍົງຢ່າງຄົບຊຸດ, ຮັບປະກັນການດຳລົງຊີວິດ ແລະ ບັນດາການບໍລິການພື້ນຖານ ".

        ການປະຕິບັດບັນດາເປົ້າໝາຍພັດທະນາ ແລະ ຄວາມຍຸຕິທຳສັງຄົມ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ແຕ່ພ້ອມກັບການກຳນົດທິດທີ່ຖືກຕ້ອງ, ຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ພ້ອມກັບການເພີ່ມທະວີການຮ່ວມມືສາກົນ, ການພັດທະນາ ແລະ ຮັບປະກັນຄວາມຍຸຕິທຳໃນສັງຄົມຢູ່ ຫວຽດນາມ ຈະບັນລຸບັນດາໝາກຜົນທີ່ໜ້າປະເອີບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ