ດ້ຽນບຽນຝູ໋ - ຈຸດນັດພົບແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື

(VOVWORLD) - ໄຊຊະນະ ດ້ຽນບຽນຝູ໋ ໄດ້ປະກອບສ່ວນຕັດສິນຕໍ່ການສິ້ນສຸດການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງມີໄຊ ເປີດສາກໃຫ້ແກ່ການພັງທະລາຍຂອງລັດທິລ່າເມືອງຂຶ້ນແບບເກົ່າ.
ດ້ຽນບຽນຝູ໋ - ຈຸດນັດພົບແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື - ảnh 1ໄຊຊະນະປະຫວັດສາດ ດ້ຽນບຽນຝູ໋ ເມື່ອວັນທີ 7 ພຶດສະພາ ປີ 1954 ແມ່ນຍອດສູງທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ແມ່ນວິລະກຳທີ່ສະຫງ່າລາສີຂອງຍຸກສະໄໝ ໂຮ່ຈີມິນ
(ພາບເອກະສານ: TTXVN)

      ໃນຊຸມວັນນີ້ ຊາວຫວຽດນາມ ແລະ ຊາວຕ່າງປະເທດຫຼາຍຄົນ ໃນນັ້ນມີບັນດານັກຮົບເກົ່າ ແຂກທ່ອງທ່ຽວ ໄວໜຸ່ມເຍົາວະຊົນ ໃນນັ້ນມີທັງຊາວ ຝຣັ່ງ ໄດ້ມາຢ້ຽມຢາມ ດ້ຽນບຽນຝູ໋ ເພື່ອຊອກຮູ້ຕື່ມກ່ຽວກັບໄຊຊະນະ ດ້ຽນບຽນຝູ໋ ແລະ ວິທີເຊິ່ງກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສ້າງໄຊຊະນະປະຫວັດສາດນີ້

       “ໃນສະພາບການທີ່ກຳລັງຂອງ ຫວຽດນາມ ແລະ ຝຣັ່ງ ມີຄວາມແຕກໂຕນກັນ, ທ່ານປະທານ ໂຮ່ຈີມິນ ແມ່ນຜູ້ກ້າບຸກໂຈມຕີ ແລະ ເຮັດໃຫ້ທັງຊາດ ຫວຽດນາມ ກ້າບຸກໂຈມຕີດ້ວຍເຈດຈຳນົງ “ພວກເຮົາຍອມເສຍສະຫຼະທຸກສິ່ງທຸກຢ່າງ ແຕ່ເດັດຂາດ ບໍ່ຍອມສູນເສຍປະເທດຊາດ ບໍ່ຍອມເປັນຂ້າທາດ”

       “ດ້ວຍການປ່ຽນແປງທິດນຳການສູ້ຮົບ ຈາກການຕີໄວ ເອົາຊະນະໄວໄປສູ່ການຕີຢ່າງໜັກແໜ້ນ ເອົາໄຊຊະນະຢ່າງເດັດຂາດນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ ພວກເຮົາໄດ້ເປັນເຈົ້າການ ເພື່ອເປີດບັ້ນບຸກໂຈມຕີ ແນໃສ່ຖານທີ່ໝັ້ນ ເຊິ່ງໄດ້ຮັບຖືວ່າ ເຂັ້ມແຂງທີ່ສຸດຢູ່ອິນດູຈີນຄາວນັ້ນ”.

      ໄຊຊະນະ ດ້ຽນບຽນຝູ໋ ໄດ້ປະກອບສ່ວນຕັດສິນຕໍ່ການສິ້ນສຸດການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງມີໄຊ ເປີດສາກໃຫ້ແກ່ການພັງທະລາຍຂອງລັດທິລ່າເມືອງຂຶ້ນແບບເກົ່າ ເປັນຂີດໝາຍບາດກ້າວພັດທະນາໃໝ່ຂອງການປະຕິວັດປົດປ່ອຍຊາດໃນໂລກ

      “ຄຸນຄ່າອັນໃຫຍ່ຫຼວງທີ່ສຸດຂອງໄຊຊະນະ ດ້ຽນບຽນຝູ໋ ໄດ້ເປັນການຢັ້ງຢືນໃຫ້ມວນມະນຸດຮັບຊາບວ່າ ເຖິງຈະແມ່ນຊາດໜຶ່ງຖືກກົດຂີ່ຂູດຮີດ, ເປັນຊາດນ້ອຍກວ່າ ແຕ່ຮູ້ຈັກສາມັກຄີ ຮູ້ຈັກເສີມຂະຫຍາຍກຳລັງແຮງ ທີ່ມີມາແຕ່ດົນນານ ໂດຍພາຍໃຕ້ການນຳພາອັນຖືກຕ້ອງກໍ່ສາມາດຍາດໄດ້ໄຊຊະນະ”.

      “ໄຊຊະນະ ດ້ຽນບຽນຝູ໋ ແມ່ນເຫດການທີ່ລືຊາຜາກົດໃນທົ່ວຫ້າທະວີບ ເຮັດໃຫ້ໂລກສັ່ນສະເທືອນ ຍ້ອນວ່າເປັນຄັ້ງທຳອິດຊາດໜຶ່ງທີ່ອ່ອນນ້ອຍ ສາມາດຕີປະລາໄຊປະເທດລ່າເມືອງຂຶ້ນທີ່ເຂັ້ມແຂງ”.

ດ້ຽນບຽນຝູ໋ - ຈຸດນັດພົບແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື - ảnh 2(ໃນຊຸມວັນນີ້ ຊາວຫວຽດນາມ ແລະ ຊາວຕ່າງປະເທດຫຼາຍຄົນໄດ້ມາຢ້ຽມຢາມ ດ້ຽນບຽນຝູ໋)

     ໄຊຊະນະ ດ້ຽນບຽນຝູ໋ ໄດ້ເພີ່ມຄວາມເອກອ້າງທະນົງໃຈຂອງຊາດ ເປັນແຫຼ່ງລະດົມກຳລັງໃຈໃຫ້ແກ່ທົ່ວພັກ ທົ່ວກອງທັບ ທົ່ວປວງຊົນ ຫວຽດນາມ ໄດ້ຮັບຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ ໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະຕໍ່ໄປ. ທ່ານ ບຸ່ຍວຽດຈຸງ ສັງກັດພະແນກຄົ້ນຄວ້າປະຫວັດສາດຂອງພັກ ໂຮງຮຽນການເມືອງແຂວງ ບິ່ງເຝືອກ ຖືວ່າ:

    “ຢູ່ພາຍໃນປະເທດ ພວກເຮົາໄດ້ເຮັດສຳເລັດການປະຕິວັດປະຊາທິປະໄຕປະຊາຊົນຢູ່ພາກເໜືອ, ປົກປັກຮັກສາໝາກຜົນຂອງການປະຕິວັດເດືອນສິງຫາ ຢ່າງໝັ້ນຄົງໜັກແໜ້ນ, ກໍ່ສ້າງລັດປະຊາທິປະໄຕປະຊາຊົນ ເຊິ່ງແມ່ນລັດທຳອິດຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້”

     ນ້ຳໃຈອຳມະຕະຂອງໄຊຊະນະປະຫວັດສາດ ດ້ຽນບຽນຝູ໋ ແມ່ນຄວາມເອກອ້າງທະນົງໃຈ ແມ່ນແຫຼ່ງກຳລັງແຮງພາຍໃນ ເພື່ອໃຫ້ ຫວຽດນາມ ສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ

ດ້ຽນບຽນຝູ໋ - ຈຸດນັດພົບແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື - ảnh 3ເວທີປາໄສວິສາຫະກິດ ຫວຽດນາມ - ຝລັ່ງ ຈັດຂຶ້ນໃນເດືອນ ເມສາ 2023
(ພາບປະກອບ: TTXVN)

ຫວຽດນາມ ແລະ ຝຣັ່ງ ມຸ່ງໄປສູ່ອະນາຄົດ.

ເຖິງວ່າ ດ້ຽນບຽນຝູ໋ ແມ່ນຄວາມຊົງຈຳທີ່ໂສກເສົ້າສຳລັບກອງທັບ ຝຣັ່ງ ກໍ່ຕາມ ແຕ່ໃນ 70 ປີທີ່ຜ່ານມາ ພິເສດນັບຕັ້ງແຕ່ ຫວຽດນາມ ແລະ ຝຣັ່ງ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການເມື່ອປີ 1943 ແລະ ກວ່າ 10 ປີມານີ້ ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມື້ຍຸດທະສາດເມື່ອປີ 2013, ຫວຽດນາມ ແລະ ຝຣັ່ງໃນປັດຈຸບັນ ແມ່ນບັນດາຄູ່ຮ່ວມມື້ຍຸດທະສາດທີ່ສຳຄັນ ມີການຮ່ວມມືຢ່າງແຂງແຮງໃນທຸກໆຂົງເຂດ.

     ທາງດ້ານການເມືອງ, ບັນດາກົນໄກແລກປ່ຽນໃນ 4 ຂົງເຂດເສົາຄ້ຳຂອງຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ ແມ່ນການເມືອງ - ການຕ່າງປະເທດ; ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ເສດຖະກິດ, ການຄ້າ ແລະ ການລົງທຶນ; ວັດທະນະທຳ ການສຶກສາ - ບຳລຸງກໍ່ສ້າງໄດ້ຮັບການຍູ້ແຮງ ແລະ ພວມມີບົດບາດສຳຄັນໃນການກຳນົດທິດພັດທະນາໃນອະນາຄົດ.    ທາງດ້ານເສດຖະກິດ - ການຄ້າ, ປັດຈຸບັນ ຝຣັ່ງ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 5 ຂອງ ຫວຽດນາມ ຢູ່ເອີລົບ. ຝຣັ່ງ ຢືນອັນດັບທີ 3 ໃນບັນດາປະເທດ ເອີລົບ ທີ່ລົງທຶນເຂົ້າ ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນບັນລຸ 3,8 ຕື້ USD. ທ່ານ ແຮັກເວີ ໂກນານ ຜູ້ອຳນວຍການອົງການພັດທະນາ ຝຣັ່ງ AFD ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໃນກວ່າ 30 ປີທີ່ຜ່ານມາ AFD ໄດ້ລະດົມເງິນ 2,6 ຕື້ກວ່າເອີໂຣ ໃຫ້ແກ່ຫຼາຍກວ່າ 100 ໂຄງການຊ່ວຍເຫຼືອພັດທະນາຢູ່ ຫວຽດນາມ ແລະ ບັນດາການຮ່ວມມືນັບມື້ນັບມຸ່ງໄປສູ່ເປົ້າໝາຍໃຫຍ່ໃນອະນາຄົດ. ທ່ານກ່າວວ່າ:

ດ້ຽນບຽນຝູ໋ - ຈຸດນັດພົບແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື - ảnh 4ທ່ານ ແຮັກເວີ ໂກນານ ຜູ້ອຳນວຍການອົງການພັດທະນາ ຝຣັ່ງ AFD ປະຈຳ ຫວຽດນາມ
(ພາບ: TTXVN)

     “ການຊ່ວຍເຫຼືອຂອງ AFD ບໍ່ພຽງແຕ່ສະໜອງການເງິນໃຫ້ແກ່ບັນດາໂຄງການເທົ່ານັ້ນ ຫາກຍັງສະໜອງຄວາມຮູ້ດ້ານວິຊາສະເພາະ ແລະ ຊຸກຍູ້ການແລກປ່ຽນ,ສະໜອງບົດຮຽນປະສົບການຂອງ ຝຣັ່ງ ເພື່ອໃຫ້ ຫວຽດນາມ ສາມາດເລືອກເອົາເສັ້ນທາງພັດທະນາຂອງຕົນ”.

ໃນການພົວພັນອັນດີງາມລະຫວ່າງ ຫວຽດນາມ - ຝລັ່ງ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດໄດ້ຮັບຖືວ່າ ແມ່ນປັດໄຈເປັນເອກະລັກສະເພາະ ແລະ ປະສົບຜົນສຳເລັດດີທີ່ສຸດ, ຜ່ານບັນດາກົນໄກຈັດກອງປະຊຸມຮ່ວມມືທ້ອງຖິ່ນແບບໝູນວຽນ 2 ປີເທື່ອໜຶ່ງຢູ່ແຕ່ລະປະເທດ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນ 12 ຄັ້ງແລ້ວ, ເປັນການສ້າງພື້ນຖານໃຫ້ນັບຮ້ອຍໂຄງການຮ່ວມມືໂດຍກົງລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດ. ທ່ານ Philippe Pradal, ສະມາຊິກສະພາແຫ່ງຊາດ ຝລັ່ງ, ອະດີດຮອງເຈົ້າຄອງນະຄອນ Nice, ແບ່ງປັນວ່າ:

“ມີເຈດຕະນາດີໃນການຮ່ວມມືຢ່າງໃຫຍ່ຫຼວງ, ຊຶ່ງສະແດງອອກຜ່ານບັນດາຂໍ້ຕົກລົງຮ່ວມມືລະຫວ່າງມະຫາວິທະຍາໄລ Nice ແລະ ບັນດາມະຫາວິທະຍາໄລຂອງ ຫວຽດນາມ. ພື້ນຖານໃຫ້ແກ່ການຮ່ວມມືແມ່ນ, ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ຽວກັບພື້ນຖານວັດທະນະທຳຂອງ ຫວຽດນາມ ແລະ ລະຫວ່າງ 2 ປະເທດມີປະຫວັດສາດລວມ. ຢູ່ ຝລັ່ງ, ພື້ນຖານວັດທະນະທຳ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານວັດທະນະທຳທີ່ມີຊື່ສຽງ, ໄດ້ຮັບການຮັບຮູ້ ແລະ ໄດ້ຮັບຄວາມເຄົາລົບ”.

ດ້ຽນບຽນຝູ໋ - ຈຸດນັດພົບແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື - ảnh 5ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ Olivier Brochet
(ພາບ: TTXVN)

ດ້ວຍການພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານໃນທຸກຂົງເຂດນັ້ນ, ປະຈຸບັນ, ການຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ ພວມມຸ່ງໄປສູ່ອະນາຄົດ ດ້ວຍຄວາມຫວັງຢ່າງສູງ ແລະ ວິໄສທັດທີ່ກວ້າງໃຫຍ່ກວ່າ. ຕາມທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ Olivier Brochet ແລ້ວ, ສິ່ງສຳຄັນແມ່ນ 2 ຝ່າຍໄດ້ຜ່ານຜ່າບັນດາຄວາມຊົງຈຳທີ່ຫຍຸ້ງຍາກຂອງອະດີດຕະການ, ສະແດງອອກຜ່ານພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954 – 2024), ທ່ານລັດຖະມົນຕີກະຊວງກອງທັບ ຝລັ່ງ ແລະ ລັດຖະມົນຕີກິດຈະການການຕ່າງປະເທດ ຝລັ່ງ ຮັບຜິດຊອບນັກຮົບເກົ່າ ແລະ ຄວາມຊົງຈຳ ໄດ້ເຂົ້າຮ່ວມໂດຍກົງ. ທ່ານເອກອັກຄະລັດຖະທູດ Olivier Brochet, ແບ່ງປັນວ່າ:

“ຂ້າພະເຈົ້າເຊື່ອໝັ້ນວ່າ, ນີ້ແມ່ນຈຸດເວລາສຳຄັນສຳລັບການພົວພັນ 2 ຝ່າຍ, ຍ້ອນຜ່ານເຫດການນີ້, ພວກເຮົາບໍ່ພຽງແຕ່ສະແດງໃຫ້ຊາວ ຫວຽດນາມ ແລະ ຊາວ ຝລັ່ງ ຮູ້ເທົ່ານັ້ນ, ຫາກຍັງໃຫ້ທົ່ວໂລກຮູ້ວ່າ ພວກເຮົາສາມາດພ້ອມກັນຫວນຄືນອະດີດຕະການ, ຍອນຮັບອະດີດຕະການ ແລະ ຫຼັງຈາກນັ້ນ 70 ປີ, ພວກເຮົາໄດ້ກາຍເປັນເພື່ອນ, ພ້ອມກັນຢືນຢູ່ສະໜາມຮົບເກົ່າ ເພື່ອສ້າງອະນາຄົດ”.

ເມື່ອຫວນຄືນປະຫວັດສາດການພົວພັນ ຫວຽດນາມ - ຝລັ່ງ ໃນກວ່າເຄິ່ງສະຕະວັດຜ່ານມາ, ທ່ານ Benoit Guidée, ຫົວໜ້າກົມ ອາຊີ - ອົດສະຕາລີ, ກະຊວງການຕ່າງປະເທດ ຝລັ່ງ, ຖືວ່າ ຝລັ່ງ ມີການພົວພັນກັບ ຫວຽດນາມ ໃຫຍ່ກວ່າບໍ່ວ່າປະເທດໃດຢູ່ພາກພື້ນ ອາຊີ - ປາຊີຟິກ, ແມ່ນສາຍພົວພັນລະຫວ່າງມະນຸດດ້ວຍກັນ.

ຕອບກັບ

ຂ່າວ/ບົດ​ອື່ນ