ສ້າງບາດກ້າວບຸກທະລຸທາງດ້ານພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ

(VOVWORLD) - ນີ້ແມ່ນບັນດາໂຄງການຈຸດສຸມຂອງຂະແໜງຄົມມະນາຄົມສຸດທ້າຍທີ່ໄດ້ເປີດນຳໃຊ້ໃນປີ 2023 ທີ່ຖືກຕ້ອງຕາມແຜນການ.
ສ້າງບາດກ້າວບຸກທະລຸທາງດ້ານພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີເປີດສະຫຼອງ 4 ໂຄງການ)

        ຫວຽດນາມ ຫາກໍ່ນຳ 4 ໂຄງການຄົມມະນາຄົມຈຸດສຸມເຂົ້າເຄື່ອນໄຫວໃນເວລາດຽວກັນຢູ່ທັງພາກເໜືອ ແລະ ພາກໃຕ້ ຫວຽດນາມ. ນີ້ແມ່ນເຫດການພິເສດ, ຍ້ອນເປັນຄັ້ງທຳອິດທີ່ເຮັດໃນຈຸດເວລາດຽວກັນ, ກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດາເຈົ້າຂອງລົງທຶນໄດ້ຂຸດຄົ້ນບັນດາໂຄງການໃນຂົງເຂດທີ່ແຕກຕ່າງກັນ, ລວມມີ: ທ່າສະຍານອາກາດ 1 ແຫ່ງ, ເສັ້ນທາງຄວາມໄວສູງ 2 ເສັ້ນ ແລະ ຂົວແຂວນໃຫຍ່ 1 ແຫ່ງ. ເລື່ອງເປີດສະຫຼອງບັນດາກິດຈະກຳດັ່ງກ່າວມີຄວາມໝາຍຢ່າງໃຫຍ່ຫຼວງທາງດ້ານເສດຖະກິດ, ສ້າງການເຊື່ອມຕໍ່, ແມ່ນກຳລັງໜູນຂອງການເຕີບໂຕໃຫ້ແກ່ເຂດເວົ້າສະເພາະ ແລະ ຂອງປະເທດ ຫວຽດນາມ ເວົ້າລວມ.

        ຍອດເງິນລົງທຶນຂອງ 4 ໂຄງການດັ່ງກ່າວແມ່ນຂຶ້ນເຖິງເກືອບ 18.000 ຕື້ດົ່ງ (ປະມານເກືອບ 775 ລ້ານ USD). ນີ້ແມ່ນບັນດາໂຄງການຈຸດສຸມຂອງຂະແໜງຄົມມະນາຄົມສຸດທ້າຍທີ່ໄດ້ເປີດນຳໃຊ້ໃນປີ 2023 ທີ່ຖືກຕ້ອງຕາມແຜນການ.

ສ້າງບາດກ້າວບຸກທະລຸທາງດ້ານພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ - ảnh 2(ທ່າອາກາດສະຍານ ດ້ຽນບຽນ)

ບັນດາກິດຈະກຳສຳຄັນຂອງປະເທດຊາດ

        ທັງ 4 ໂຄງການໄດ້ເປີດສະຫຼອງໃນວັນທີ 24 ທັນວາ ລ້ວນແຕ່ແມ່ນບັນດາໂຄງການຄົມມະນາຄົມສຳຄັນ, ສວມບົດບາດແມ່ນກຳລັງໜູນຊຸກຍູ້ເສດຖະກິດຂອງທ້ອງຖິ່ນ, ຂອງເຂດ ແລະ ຂອງປະເທດຊາດ.

        ໃນນັ້ນ, ໂຄງການລົງທຶນກໍ່ສ້າງເປີດກວ້າງທ່າອາກາດສະຍານ ດ້ຽນບຽນ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 22 ມັງກອນ 2022, ເຊິ່ງແມ່ນໜຶ່ງໃນບັນດາໂຄງການຂ່ຳນັບຊົມເຊີຍເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954 – 2024). ດ້ວຍບົດບາດແມ່ນສະໜາມບິນໜຶ່ງດຽວຂອງ 6 ແຂວງເຂດຊາຍແດນ ໄຕບັກ (ທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ), ພາຍຫຼັງສະໜາມບິນກໍ່ສ້າງສຳເລັດ, ແຂວງ ດ້ຽນບຽນ ແລະ ທັງເຂດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ຈະມີເງື່ອນໄຂ ເປີດກວ້າງການເຊື່ອມຕໍ່ທາງການບິນກັບບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ຕາມການກຳນົດທິດຮ່ວມມືພັດທະນາຂອງລັດຖະບານ ແລະ ບັນດາປະເທດ ອາຊຽນ ທີ່ໄດ້ເປັນເອກະພາບນຳກັນແລ້ວ.

ສ້າງບາດກ້າວບຸກທະລຸທາງດ້ານພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ - ảnh 3(ຂົວ ມິ້ທ້ວນ 2)

        ຢູ່ທາງທິດໃຕ້ ຫວຽດນາມ, ເສັ້ນທາງຄວາມໄວສູງ ມິ້ທ້ວນ - ເກິນເທີ ແລະ ຂົວ ມິ້ທ້ວນ ແມ່ນ 2 ໂຄງການສຸດທ້າຍຂອງເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ໄລຍະຈາກນະຄອນ ໂຮ່ຈີມິນ ຫານະຄອນ ເກິນເທີ ມີຄວາມຍາວ 120 ກມ. 2 ໂຄງການນີ້ໄດ້ນຳເຂົ້າເຄື່ອນໄວຈະປະກອບສ່ວນສ້າງແລວຄົມມະນາຄົມເຊື່ອມຕໍ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ສົມບູນແບບ ແລະ ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງພັດທະນາເສດຖະກິດ - ສັງຄົມຂອງບັນດາແຂວງທາງທິດຕາເວັນຕົກພາກໃຕ້. ທ່ານ ລື້ກວາງເງີຍ, ປະທານຄະນະກຳມະການປະຊາຊົນແຂວງ ວິ້ງລອງ, ຖືວ່າ:

        “ເລື່ອງກໍ່ສ້າງເສັ້ນທາງຄວາມໄວສູງ ມິ້ທ້ວນ - ເກິນເທີ ໄດ້ສ້າງເງື່ອນໄຂສະດວກໃນການໄປມາຂອງປະຊາຊົນ ກໍຄືການພັດທະນາການຜະລິດ, ປະຕິບັດການຂົນສົ່ງສິນຄ້າຂອງບັນດາວິສາຫະກິດ ແລະ ປະຊາຊົນໃຫ້ສະດວກກວ່າ, ເຮັດໃຫ້ລະດັບການພັດທະນາຂອງບັນດາແຂວງໃນເຂດນັບມື້ນັບໄວກວ່າ”.

        ພິເສດ, ຂົວ ມິ້ທ້ວນ 2 ແມ່ນໝາກຜົນທີ່ຈະແຈ້ງຂອງເລື່ອງຍູ້ແຮງການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ. ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເນັ້ນໜັກວ່າ:

        “ຂົວ ມິ້ທ້ວນ 1, ອອກແບບ, ກໍ່ສ້າງ ແລະ ໃຫ້ຄຳປຶກສາສ່ວນຫຼາຍແມ່ນຈ້າງຊາວຕ່າງປະເທດ. ສ່ວນ ຂົວ ມິ້ທ້ວນ 2 ແມ່ນຊາວ ຫວຽດນາມ ຕິດຕາມກວດກາ ແລະ ເຮັດທຸກວຽກງານ. ສິ່ງນີ້ແມ່ນສຳຄັນທີ່ສຸດ ຍ້ອນພວກເຮົາໄດ້ເຕີບໃຫຍ່, ເຂັ້ມແຂງແລ້ວ ແລະ ພວກເຮົາເຮັດທຸກຂອດທີ່ຫຍຸ້ງຍາກດ້ວຍຕົນເອງ”.

ສະຫງວນແຫຼ່ງກຳລັງໃຫຍ່ຫຼວງໃຫ້ແກ່ການພັດທະນາໂຄງປະກອບໂຄງລ່າງຄົມມະນາຄົມ

        ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເນັ້ນໜັກວ່າ: ການກໍ່ສ້າງພື້ນຖານໂຄງລ່າງແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸ, ໃນນັ້ນພື້ນຖານໂຄງລ່າງຄົມມະນາຄົມ, ໂດຍສະເພາະແມ່ນເຄືອຂ່າຍຄົມມະນາຄົມທາງບົກເສັ້ນທາງຄວາມໄວສູງ ເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ມີຄວາມໝາຍສຳຄັນພິເສດ. ນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ມາຮອດປະຈຸບັນ, ຫວຽດນາມ ໄດ້ນຳເສັ້ນທາງຄວາມໄວສູງເຂົ້າໃຊ້ການຕື່ມອີກເກືອບ 730 ກມ; ພວມຜັນຂະຫຍາຍການສ້າງເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ແລະ ທິດຕາເວັນອອກ - ຕາເວັນຕົກ ເກືອບ 1.700 ກມຕື່ມອີກ. ໝາກຜົນດັ່ງກ່າວໄດ້ສ້າງປະຖົມປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ສາມາດບັນລຸ ແລະ ລື່ນກາຍຕົວເລກຄາດໝາຍເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກນັ້ນແມ່ນ, ຮອດປີ 2025 ມີເສັ້ນທາງຄວາມໄວສູງລວມຄວາມຍາວປະມານ 3.000 ກມ ແລະ ຮອດປີ 2030 ແມ່ນ 5.000 ກມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ໃຫ້ຮູ້ວ່າ:

“ການລົງທຶນສາທາລະນະແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕ, ສະນັ້ນ, ພວກເຮົາຕ້ອງຊຸກຍູ້ການລົງທຶນສາທາລະນະ, ໃນນັ້ນ ໂດຍສະເພາະແມ່ນບັນດາກິດຈະກຳຈຸດສຸມແຫ່ງຊາດກ່ຽວກັບການຄົມມະນາຄົມ, ປະກອບສ່ວນຊຸກຍູ້ການເຕີບໂຕ; ສ້າງເຂດພັດທະນາໃໝ່ເພື່ອປະກອບສ່ວນຍູ້ແຮງການຜະລິດ, ດຳເນີນທຸລະກິດ, ສ້າງການຫາເງິນລ້ຽງຊີບ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນບັນດາເຂດໂຄງການໄປຜ່ານ”.

ຫວຽດນາມ ພວມຫັນໜຶ່ງໃນຈຳນວນ 3 ຂອດບຸກທະລຸຂອງຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030 ເປັນເທື່ອລະກ້າວ. ເລື່ອງເປີດສະຫຼອງ 4 ໂຄງການຄົມມະນາຄົມຈຸດສຸມກ່ຽວກັບເສັ້ນທາງຄວາມໄວສູງ, ສະໜາມບິນ, ຂົວສາຍເຄເບີ້ນ ເວົ້າສະເພາະ ແລະ ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມເວົ້າລວມແມ່ນບາດກ້າວບຸກທະລຸເພື່ອໃຫ້ ຫວຽດນາມ ກ້າວໄປເຖິງເປົ້າໝາຍທີ່ໄກກວ່າໃນການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ