ລັດເຊຍ - ສປປ ເກົາຫຼີ ເພີ່ມທະວີການພົວພັນຕໍ່ໜ້າຄວາມກົດດັນຈາກຝ່າຍຕາເວັນຕົກ

(VOVWORLD) -

ພ້ອມກັນປະເຊີນໜ້າກັບຄວາມກົດດັນດ້ານຄວາມໝັ້ນຄົງ ແລະ ບັນດາຄຳສັ່ງລົງໂທດທີ່ໜັກໜ່ວງຈາກຝ່າຍຕາເວັນຕົກ, ໄລຍະຜ່ານມາ, ສະຫະພັນລັດເຊຍ ແລະ ສປປ ເກົາຫຼີ ມີບັນດາການກະທຳຍູ້ແຮງການພົວພັນຮອບດ້ານ, ສ້າງສະຖານະການພູມສາດການເມືອງໃໝ່ທີ່ເປັນໜ້າສົ່ງເສີມຢູ່ເຂດ ອາຊີ ຕາເວັນອອກສ່ຽງເໜືອ.

ລັດເຊຍ - ສປປ ເກົາຫຼີ ເພີ່ມທະວີການພົວພັນຕໍ່ໜ້າຄວາມກົດດັນຈາກຝ່າຍຕາເວັນຕົກ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ປະທານ ສປປ ເກົາຫຼີ Kim Jong - un
(ພາບ: KCNA)

        ວັນທີ 21 ມັງກອນ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ປະກາດແຈ້ງການຂອງກະຊວງການຕ່າງປະເທດຂອງ ປະເທດນີ້ ໂດຍໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີແຜນການຢ້ຽມຢາມ ສປປ ເກົາຫຼີ ໃນໄວໆນີ້ ແລະ ຢັ້ງຢືນນີ້ແມ່ນສັນຍານຫຼ້າສຸດທີ່ສະແດງໃຫ້ເຫັນ ສາຍພົວພັນລະຫວ່າງ ລັດເຊຍ - ສປປ ເກົາຫຼີ ພວມພັດທະນາຢ່າງແຮງ.

        ກຳລັງໜູນໃໝ່ໃຫ້ແກ່ການພົວພັນ ລັດເຊຍ - ສປປ ເກົາຫຼີ

        ແຈ້ງການໂດຍ KCNA ປະກາດພາຍຫຼັງການຢ້ຽມຢາມ ລັດເຊຍ ຂອງທ່ານນາງລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ Choe Son Hui (15 – 17 ມັງກອນ) ພຽງ 2 – 3 ວັນ. ຕາມການຕີລາຄາຈາກຝ່າຍ ສປປ ເກົາຫຼີ ແລ້ວ, ການຢ້ຽມຢາມ ລັດເຊຍ ຂອງທ່ານນາງ Choe Son Hui ແມ່ນສ່ວນໜຶ່ງໃນວິວັດການຜັນຂະຫຍາຍຕົວຈິງຂໍ້ຕົກລົງທີ່ບັນລຸໄດ້ທີ່ກອງປະຊຸມສຸດຍອດປະຫວັດສາດລະຫວ່າງ ສປປ ເກົາຫຼີ - ລັດເຊຍ, ລະຫວ່າງທ່ານປະທານ ສປປ ເກົາຫຼີ Kim Jong – un ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນເດືອນ ກັນຍາ ປີ 2023 ຢູ່ເຂດຕາເວັນອອກໄກ (ລັດເຊຍ), ພ້ອມທັງແມ່ນບາດກ້າວເດີນສຳຄັນເພື່ອຊຸກຍູ້ການພັດທະນາທີ່ໜ້າໄວ້ເນື້ອເຊື່ອໃຈໃນການພົວພັນຍຸດທະສາດ ແລະ ກຳນົດທິດອະນາຄົດລະຫວ່າງ ສປປ ເກົາຫຼີ ແລະ ລັດເຊຍ. ກໍ່ຕາມຝ່າຍ ສປປ ເກົາຫຼີ ແລ້ວ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຫຼາຍບັນຫາພາກພື້ນ ແລະ ສາກົນ, ໃນນັ້ນມີແຫຼມ ເກົາຫຼີ ແລະ ອາຊີຕາເວັນອອກສ່ຽງເໜືອ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນຫານີ້.

        ສານຕ່າງໆຈາກຝ່າຍ ລັດເຊຍ ກໍ່ຢັ້ງຢືນກຳລັງໜູນໃໝ່ໃນການພົວພັນຂອງປະເທດນີ້ກັບ ສປປ ເກົາຫຼີ. ຕາມທ່ານ Dmitry Peskov, ໂຄສົກຂອງທຳນຽບປະທານາທິບໍດີ ລັດເຊຍ ແລ້ວ, ໃນການຢ້ຽມຢາມລັດເຊຍ ຂອງທ່ານນາງ Choe Son Hui, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະເໜີຕໍ່ເຈົ້າໜ້າທີ່ ສປປ ເກົາຫຼີ ບັນດາຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດ, ທ່ານ Dmitry Peskov ກ່າວວ່າ:

        “ທ່ານປະທານາທິບໍດີ ລັດເຊຍ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ ໄດ້ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍເວົ້າລວມ, ກ່ຽວກັບສະພາບການໃນແຫຼມ ເກົາຫຼີ ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາສາກົນທີ່ພົ້ນເດັ່ນທີ່ສຸດ. ແຕ່ສຳຄັນສຸດແມ່ນການພັດທະນາຂອງການພົວພັນສອງຝ່າຍ ແລະ ຄືດັ່ງພວກຂ້າພະເຈົ້າໄດ້ປະກາດ, ສປປ ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍ ແລະ ພວກຂ້າພະເຈົ້າຢາກພັດທະນາການພົວພັນໃນທຸກຂົງເຂດ, ລວມທັງບັນດາຂົງເຂດ ທີ່ລະອຽດອ່ອນ”.

        ຕາມບັນດານັກຊ່ຽວຊານແລ້ວ, ເລື່ອງ ລັດເຊຍ ແລະ ສປປ ເກົາຫຼີ ຍູ້ແຮງການພົວພັນສອງຝ່າຍ ໄດ້ຮັບຖືວ່າແມ່ນການເລືອກເຟັ້ນທີ່ເປັນ “ປົກກະຕິ” ໃນສະພາບການທີ່ສອງປະເທດລ້ວນແຕ່ຕ້ອງຮັບມືກັບຄວາມກົດດັນດ້ານຄວາມໝັ້ນຄົງ ກໍ່ຄືຕ້ອງຮັບຜົນກະທົບຈາກບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວດ້ວຍຂອບຂະໜາດໃຫຍ່ຂອງຝ່າຍຕາເວັນຕົກ. ນັບແຕ່ພາຍຫຼັງການພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ການນຳ ສປປ ເກົາຫຼີ Kim Jong – un ໃນເດືອນກັນຍາ 2023, ສອງຝ່າຍໄດ້ເພີ່ມທະວີການຢ້ຽມຢາມເຊິ່ງກັນ ແລະ ກັນ. ແຕ່ເດືອນ ກໍລະກົດ ຮອດເດືອນ ພະຈິກ 2023, ມີ 4 ຄະນະປະຕິບັດງານຂອງລັດເຊຍ ໄປຍັງ ສປປ ເກົາຫຼີ, ປຶກສາຫາລືກ່ຽວກັບການຮ່ວມມືໃນບັນດາຂົງເຂດ. ສຳລັບ ລັດເຊຍ ແລ້ວ, ເລື່ອງຍູ້ແຮງການພົວພັນກັບ ສປປ ເກົາຫຼີ ແມ່ນເໝາະສົມກັບຍຸດທະສາດຫັນການພົວພັນດ້ານການເມືອງ - ເສດຖະກິດ ຂອງ ລັດເຊຍ ໄປສູ່ທາງທິດຕາເວັນອອກ ພາຍຫຼັງການພົວພັນກັບຝ່າຍຕາເວັນຕົກຖືກພັງທະລາຍ, ໃນຂະນະທີ່ສຳລັບ ສປປ ເກົາຫຼີ ແລ້ວ, ບັນດາການຮ່ວມມືກັບ ລັດເຊຍ ໄດ້ຊ່ວຍຍົກສູງທີ່ຕັ້ງບົດບາດ, ຕອບສະໜອງຄວາມຕ້ອງການກ່ຽວກັບດ້ານຄວາມໝັ້ນຄົງ, ພະລັງງານ ແລະ ທັນຍາພືດຂອງປະເທດນີ້.

ລັດເຊຍ - ສປປ ເກົາຫຼີ ເພີ່ມທະວີການພົວພັນຕໍ່ໜ້າຄວາມກົດດັນຈາກຝ່າຍຕາເວັນຕົກ - ảnh 2ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov  ແລະ ຄູ່ຕຳແໜ່ງ ສປປ ເກົາຫຼີ Choe Son Hui (ພາບ: AFP/TTXVN )

ຄວາມວິຕົກວັງວົນຈາກຝ່າຍທີ 3

        ການພັດທະນາຢ່າງແຮງຂອງການພົວພັນ ລັດເຊຍ - ສປປ ເກົາຫຼີ ໃນໄລຍະຜ່ານມາ ພວມສ້າງສະຖານະການການເມືອງທີ່ເປັນໜ້າສົນໃຈ. ອາເມລິກາ ພ້ອມກັບສອງປະເທດພັນທະມິດຢູ່ ອາຊີຕາເວັນອອກສ່ຽງເໜືອ, ແມ່ນ ຍີ່ປຸ່ນ ແລະ ສ ເກົາຫຼີ ພວມນັບມື້ນັບສະແດງຫຼາຍຄວາມວິຕົກວັງວົນ ກ່ຽວກັບການຮ່ວມມືລະຫວ່າງ ລັດເຊຍ ແລະ ສປປ ເກົາຫຼີ. ນັບແຕ່ທ້າຍປີ 2023, ບັນດາເຈົ້າໜ້າທີ່ອຳນາດການປົກຄອງ ອາເມລິກາ ໄດ້ປະກາດບັນດາຂໍ້ມູນທີ່ຖືວ່າ: ສປປ ເກົາຫຼີ ໜູນຊ່ວຍ ລັດເຊຍ ໃນການປະທະກັນຢູ່ ຢູແກຼນ, ເຖິງວ່າທັງ ລັດເຊຍ ແລະ ສປປ ເກົາຫຼີ ລ້ວນແຕ່ໄດ້ປະຕິເສດ. ໃນຂະນະນັ້ນ, ສ ເກົາຫຼີ ແລະ ຍີ່ປຸ່ນ ກໍ່ມີຄວາມວິຕົກວັງວົນກ່ຽວກັບເລື່ອງ ລັດເຊຍ ອາດຈະຖ່າຍທອດເຕັກໂນໂລຊີດ້ານປ້ອງກັນຊາດທີ່ກ້າວໜ້າໃຫ້ແກ່ ສປປ ເກົາຫຼີ, ຊ່ວຍໃຫ້ປະເທດນີ້ປັບປຸງບັນດາໂຄງການດາວທຽມ ແລະ ລູກສອນໄຟນຳວິຖີທີ່ຍອດຢ້ຽມກ່ວາ. ເລື່ອງ ສປປ ເກົາຫຼີ ຍິງດາວທຽມສອບແນມ ສຳເລັດຜົນ, ພ້ອມທັງເພີ່ມທະວີບັນດາເຫດທົດລອງ ລູກສອນໄຟໃນໄລຍະຜ່ານມາ ຍິ່ງເຮັດໃຫ້ ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ ມີຄວາມລະມັດລະວັງຕໍ່ແຜນການດັ່ງກ່າວກ່ວາອີກ. ທ່ານ Jung Pak, ຮອງຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບ ສປປ ເກົາຫຼີ ຖະແຫຼງວ່າ:

        “ຄືດັ່ງພວກຂ້າພະເຈົ້າໄດ້ເຕື້ອງເຖິງຫຼາຍເທື່ອແລ້ວ, ອາເມລິກາ ບໍ່ມີເຈດຈຳນົງເປັນປໍລະປັກ ກັບ ສປປ ເກົາຫຼີ. ພວກຂ້າພະເຈົ້າກຽມພ້ອມການພົບປະກັບ ສປປ ເກົາຫຼີ ໂດຍບໍ່ຕ້ອງມີເງື່ອນໄຂຕັດສິນຊີ້ຂາດໃດໆ, ເພື່ອປຶກສາຫາລືກ່ຽວກັບບັນຫາໃດໜຶ່ງ ຫຼື ທຸກໆບັນຫາເຊິ່ງທັງສອງຝ່າຍມີຄວາມວິຕົກວັງວົນ”.

        ໃນສະພາບຄວາມໝັ້ນຄົງທີ່ສັບສົນຄືໃນປະຈຸບັນໃນໂລກ ເຮັດໃຫ້ນັກຊ່ຽວຊານຫຼາຍທ່ານຖືວ່າ: ທ່າອ່ຽງ ລັດເຊຍ - ສປປ ເກົາຫຼີ ຍູ້ແຮງການພົວພັນຈະແກ່ຍາວ. ທ່ານ Lee Ho – ryung, ນັກຊ່ຽວຊານຄົ້ນຄ້ວາຢູ່ສະຖາບັນໄຈ້ແຍກການປ້ອງກັນປະເທດ ສ ເກົາຫຼີ, ຖືວ່າ: ຖ້າຕີລາຄາຈາກແງ່ມູມຂອງ ສປປ ເກົາຫຼີ ແລ້ວ, ເລື່ອງເພີ່ມທະວີການພົວພັນກັບ ລັດເຊຍ ບໍ່ແມ່ນສິ່ງທີ່ໃໝ່, ຍ້ອນວ່າ ສປປ ເກົາຫຼີ ພວມເຫັນແຈ້ງສະພາບແວດລ້ອມສາກົນໃນປະຈຸບັນ ທີ່ສັບສົນ, ດັ່ງນັ້ນ, ຕ້ອງເລືອກເຟັ້ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ໃນຂະນະນັ້ນ, ທ່ານ Joseph Dempsey, ນັກຊ່ຽວຊານໄຈ້ແຍກດ້ານປ້ອງກັນປະເທດຢູ່ສະຖາບັນສາກົນກ່ຽວກັບການຄົ້ນຄ້ວາຍຸດທະສາດ (IISS) ຖືວ່າ: ສປປ ເກົາຫຼີ ຈະມີຜົນປະໂຫຍດຢ່າງຈະແຈ້ງ ຖ້າຊຸກຍູ້ການຮ່ວມມືກັບ ລັດເຊຍ./.

ຕອບກັບ

ຂ່າວ/ບົດ​ອື່ນ