ຢັ້ງຢືນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບສັນຕິພາບ, ການພັດທະນາ

(VOVWORLD) - ກອງປະຊຸມ WEF Davos ຄັ້ງທີ 54, ຈັດຂຶ້ນແຕ່ວັນທີ 15 – 19 ມັງກອນ 2024, ດ້ວຍຫົວຂໍ້ “ສ້າງຄວາມໝັ້ນຄືນໃໝ່”.
ຢັ້ງຢືນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບສັນຕິພາບ, ການພັດທະນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບປະກອບ)

        ແຕ່ວັນທີ 16 – 23 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ຈະເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ເວທີປາໄສເສດຖະກິດໂລກ (WEF Davos 2024), ຢູ່ ສະວິດ, ເດີນທາງໄປຢ້ຽມຢາມ ຮຸງກາຣີ ແລະ ຣູມານີ ຢ່າງເປັນທາງການ. ການໄປປະຕິບັດງານຂອງ ທ່ານນາຍົກລັດຖະມົນຕີແມ່ນການຢັ້ງຢືນສືບຕໍ່ປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ບັນລຸປະສິດທິຜົນຂອງ ຫວຽດນາມ ເຂົ້າໃນສັນຕິພາບ, ການພັດທະນາ ແລະ ບັນດາບັນຫາທີ່ມີຄວາມສົນໃຈລວມຂອງທົ່ວໂລກ.

        ກອງປະຊຸມ WEF Davos ຄັ້ງທີ 54, ຈັດຂຶ້ນແຕ່ວັນທີ 15 – 19 ມັງກອນ 2024, ດ້ວຍຫົວຂໍ້ “ສ້າງຄວາມໝັ້ນຄືນໃໝ່”. ນີ້ແມ່ນກອງປະຊຸມ WEF Davos ທີ່ມີຂອບຂະໜາດໃຫຍ່ສຸດພາຍຫຼັງໂລກລະບາດ ໂຄວິດ - 19 .

ຈຸດເວລເພື່ອໂຄສະນາປະເທດຊາດ, ດຶງດູດແຫຼ່ງກຳລັງ

        ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ ທີ່ມາຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນເກືອບ 100 ທ່ານ, ການນຳບັນດາກຸ່ມບໍລິສັດ, ວິສາຫະກິດປະມານ 3.000 ຄົນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ, ຕີລາຄາວ່າ:

        “ກອງປະຊຸມປີນີ້ແມ່ນເຫດການມີຂອບຂະໜາດແຖວໜ້າໂລກຢ່າງແທດຈິງ ເພື່ອແບ່ງປັນບັນດາແນວຄິດ, ການປຶກສາຫາລືທີ່ດູດດື່ມ, ຫຼາຍແງ່ມູມກ່ຽວກັບແງ່ຫວັງເສດຖະກິດ, ບັນດາທ່າອ່ຽງໃໝ່ ແລະ ວິໄສທັດພັດທະນາ ທົ່ວໂລກ; ຊຸກຍູ້, ເຊື່ອມຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ໃນບັນດາຂົງເຂດລະຫວ່າງ ບັນດາປະເທດ ແລະ ກັບວິສາຫະກິດ; ພ້ອມທັງ, ປຸກລະດົມກຳລັງແຮງສັງລວມຂອງທົ່ວໂລກ, ໂດຍສະເພາະແມ່ນໃນການຮ່ວມມືພາກລັດ - ເອກະຊົນ ເພື່ອສ້າງບັນດາກຳລັງໜູນເຕີບໂຕໃໝ່, ແກ້ໄຂບັນດາ ສິ່ງທ້າທາຍລວມ ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກ, ມີຄວາມສ່ຽງ, ບໍ່ແນ່ນອນຄືໃນປະຈຸບັນ”.

        ດ້ວຍຂອບຂະໜາດ, ຄວາມໝາຍຂອງກອງປະຊຸມຄືແນວນັ້ນ, ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ WEF Davos ປີນີ້ ແມ່ນມີຄວາມໝາຍສຳຄັນໃນຫຼາຍແງ່ມູມ. ຕາມທ່ານນາງ ຫງວຽນມິງຮັ່ງ ແລ້ວ, ນີ້ແມ່ນໂອກາດເພື່ອກຳແໜ້ນບັນດາທ່າອ່ຽງພັດທະນາໃໝ່ຂອງໂລກ. ຈາກນັ້ນ, ກໍ່ດຶງດູດແຫຼ່ງກຳລັງຢ່າງສຸດຂີດ ເພື່ອພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

    “ໃນສະພາບໃນຊຸມປີຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາຜົນງານພົ້ນເດັ່ນກ່ຽວກັບການປ້ອງກັນ, ຕ້ານພະຍາດ ແລະ ການພັດທະນາເສດຖະກິດ - ສັງຄົມ, ສ້າງທ່ວງທ່າດ້ານການພົວພັນຕ່າງປະເທດ ທີ່ສະດວກທີ່ສຸດໃຫ້ແກ່ການພັດທະນາ, ນີ້ແມ່ນຈຸດເວລາສອດຄ່ອງເພື່ອໃຫ້ພວກເຮົາແບ່ງປັນ, ແຈ້ງຂໍ້ມູນ, ໂຄສະນາບັນດາຜົນງານ, ການກຳນົດທິດ, ຍຸດທະສາດພັດທະນາປະເທດຊາດ, ແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງ ຫວຽດນາມ, ສົ່ງສານຢ່າງແຮງກ່ຽວກັບ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ແມ່ນຈຸດນັດພົບທີ່ດູດດື່ມສຳລັບບັນດາກຸ່ມບໍລິສັດໃນທົ່ວໂລກ. ຈາກນັ້ນ, ກໍ່ຫັນປ່ຽນສະພາບ ແວດລ້ອມການພົວພັນກັບຕ່າງປະເທດທີ່ສະດວກຂອງ ຫວຽດນາມ ໃນປະຈຸບັນ ໃຫ້ກາຍເປັນໝາກຜົນ ຂອງການຮ່ວມມືເສດຖະກິດທີ່ລະອຽດ, ບັນດາໂຄງການລົງທຶນທີ່ແທດຈິງ, ສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ ການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ”.

ການປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນສັນຕິພາບ, ການພັດທະນາ

    ຄາດວ່າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະມີບັນດາການເຄື່ອນໄຫວຢ່າງຕໍ່ເນື່ອງໃນວັນທີ 16 – 17 ມັງກອນ, ຢູ່ Davos. ຜູ້ນຳລັດຖະບານ ຫວຽດນາມ ຈະເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ບັນດາວາລະປຶກສາຫາລືສຳຄັນ, ໃນນັ້ນມີບາງວາລະປຶກສາຫາລືພິເສດສະຫງວນສະເພາະ ໃຫ້ແກ່ ຫວຽດນາມ; ເປັນປະທານບັນດາວາລະໂອ້ລົມສົນທະນາກັບການນຳບັນດາ ກຸ່ມບໍລິສັດແຖວໜ້າ. ເລື່ອງ ຫວຽດນາມ ແມ່ນ 1 ໃນຈຳນວນ 9 ຄູ່ຮ່ວມມື ເຊິ່ງ WEF ສະເໜີສົມທົບກັນຈັດການໂອ້ລົມສົນທະນາຍຸດທະສາດ ແຫ່ງຊາດກັບ WEF ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນໜຶ່ງໃນຈຳນວນການນຳ 8 ທ່ານຂອງບັນດາປະເທດທີ່ມີວາລະປຶກສາຫາລືສະເພາະກັບ WEF ແມ່ນການສະແດງໃຫ້ເຫັນຄວາມສົນໃຈ, ຄວາມຮັບຮູ້ ແລະ ການຕີລາຄາສູງຂອງ WEF ກໍຄືບັນດາກຸ່ມບໍລິສັດນາໆຊາດ ສຳລັບບົດບາດ, ທີ່ຕັ້ງ, ສາກົນ, ບັນດາຜົນງານ ແລະ ວິໄສທັດພັດທະນາຂອງ ຫວຽດນາມ.

  ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະສະເໜີບັນດາມາດຕະການແກ້ໄຂເພື່ອແນໃສ່ ເພີ່ມທະວີຄວາມສາມັກຄີສາກົນ, ສ້າງຄວາມເຊື່ອໝັ້ນຄືນໃໝ່, ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ, ລະຫວ່າງລັດຖະບານ ກັບວິສາຫະກິດ ແລະ ບັນດາຄູ່ຮ່ວມມື ເພື່ອຫັນສິ່ງທ້າທາຍກາຍເປັນກາລະໂອກາດ. ທ່ານນາຍົກລັດຖະມົນຕີກໍ່ຈະສືບຕໍ່ເນັ້ນໜັກເຖິງການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ; ແບ່ງປັນຄວາມພ້ອມຂອງ ຫວຽດນາມ ໃນການດຶງດູດການລົງທຶນ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ບຸລິມະສິດ, ຄື: ເຕັກໂນໂລຊີສູງ, ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ… ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ, ຖືວ່າ:

   “ການເຂົ້າຮ່ວມກອງປະຊຸມຂອງທ່ານນາຍົກລັດຖະມົນຕີທີ່ກອງປະຊຸມ ພ້ອມກັບບັນດາການແບ່ງປັນ, ຕີລາຄາ, ການສະເໜີຂອງທ່ານນາຍົກລັດຖະມົນຕີກ່ຽວກັບສະພາບການ, ທັດສະນະ, ຈິນຕະນາການພັດທະນາ ໃນລະດັບທົ່ວໂລກ, ມາດຕະການແກ້ໄຂເພື່ອຊຸກຍູ້ການເຕີບໂຕ ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ເກີດຂຶ້ນ ຈະສືບຕໍ່ເປັນການຢັ້ງຢືນການປະກອບສ່ວນໂດຍມີຄວາມຮັບຜິດຊອບ, ບັນລຸປະສິດທິຜົນຂອງ ຫວຽດນາມ ສຳລັບສັນຕິພາບ, ການພັດທະນາ ແລະ ບັນດາບັນຫາທີ່ມີຄວາມສົນໃຈລວມ, ຜ່ານນັ້ນ, ກໍ່ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນໃຫ້ຫຼາຍກວ່າເກົ່າ, ພິເສດແມ່ນສຳລັບປະຊາຄົມວິສາຫະກິດ ທົ່ວໂລກ”.

 ດ້ວຍການເຂົ້າຮ່ວມຂອງການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນຢູ່ Davos, ກອງປະຊຸມກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການແລກປ່ຽນ, ຊຸກຍູ້ການຮ່ວມມືກັບ ສະວິດ ແລະ ບັນດາຄູ່ຮ່ວມມື, ອົງການຈັດຕັ້ງສາກົນ, ເຮັດໃຫ້ການພົວພັນໃນຫຼາຍຂົງເຂດເລິກເຊິ່ງຂຶ້ນຕື່ມ, ພິເສດແມ່ນດ້າ ນເສດຖະກິດ - ການຄ້າ - ການລົງທຶນ, ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ທົ່ວປະເທດຄັ້ງທີ XIII ຂອງພັກໃຫ້ບັນລຸປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ