ພາບພົດທີ່ມີຊີວິດຊີວາກ່ຽວກັບການພັດທະນາຂອງສື່ມວນຊົນ ຫວຽດນາມ

(VOVWORLD) -      ງານບຸນສື່ມວນຊົນທົ່ວປະເທດຄັ້ງທີ 7, ປີ 2024 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ມີນາ, ຢູ່ນະຄອນ ໂຮ່ຈີມິນ ແລະ ຈະດຳເນີນຮອດວັນທີ 17 ມີນາ. ເຫດການໄດ້ສະແດງໃຫ້ເຫັນພາບພົດຮອບດ້ານກ່ຽວກັບການພັດທະນາຂອງສື່ມວນຊົນ, ການປັບຕົວຂອງສື່ມວນຊົນ ຫວຽດນາມ ໃນການພັດທະນາຂອງສື່ມວນຊົນໃນໂລກ.
ພາບພົດທີ່ມີຊີວິດຊີວາກ່ຽວກັບການພັດທະນາຂອງສື່ມວນຊົນ ຫວຽດນາມ - ảnh 1ງານບຸນສື່ມວນຊົນຈັດຂຶ້ນຢູ່ ນະຄອນ ໂຮ່ຈີມິນ
(ພາບ:TTXVN)

        ງານບຸນສື່ມວນຊົນທົ່ວປະເທດປີ 2024 ມີຮູບການຈັດຕັ້ງແບບໃໝ່, ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ, ດຶງດູດ ແລະ 120 ຮ້ານວາງສະແດງບັນດາສື່ສິ່ງພິມທີ່ເປັນເອກະລັກສະເພາະ, ພົ້ນເດັ່ນຂອງກ່ວາ 600 ອົງການສື່ມວນຊົນ, ສະມາຄົມນັກຂ່າວ ຫວຽດນາມ ທຸກຂັ້ນ. ບັນດາຮ້ານວາງສະແດງໄດ້ສະແດງໃຫ້ເຫັນພາບພົດສັງລວມກ່ຽວກັບສື່ມວນຊົນ ຫວຽດນາມ ຍຸກປະຈຸບັນຕາມທິດມືອາຊີບ - ວັດທະນະທຳມະນຸດ - ທັນສະໄໝ.

ຂີດໝາຍຂອງສື່ມວນຊົນປະຕິວັດ ຫວຽດນາມ

        ເມື່ອທຽບກັບຊຸມປີກ່ອນ, ບໍ່ເຄີຍມີງານບຸນສື່ມວນຊົນໃດທີ່ເຕົ້າໂຮມການເຂົ້າຮ່ວມເປັນຈຳນວນຫຼາຍຂອງບັນດາອົງການສື່ມວນຊົນຄືໃນປີນີ້. ຜ່ານເຫດການນີ້, ຫຼາຍການຮ່ວມສຳພັນໄດ້ຮັບການສ້າງຕັ້ງໃໝ່ເພື່ອພ້ອມກັບພັດທະນາພື້ນຖານສື່ມວນຊົນ ຫວຽດນາມ, ພິເສດແມ່ນກ່ຽວກັບການຫັນເປັນດີຈີຕອນ, ເຊື່ອມໂຍງ , ເສດຖະກິດ ສື່ມວນຊົນ… ນີ້ກໍ່ແມ່ນໂອກາດເພື່ອໃຫ້ມະຫາຊົນມີການສັງເກດກ່ຽວກັບສະພາບການລວມຂອງສື່ມວນຊົນ ຫວຽດນາມ, ແມ່ນໂອກາດເຊີດຊູການພັດທະນາຢ່າງແຮງ, ບັນດາຜົນງານໃຫຍ່ຫຼວງຂອງສື່ມວນຊົນການປະຕິວັດ ຫວຽດນາມ.

        ງານບຸນສື່ມວນຊົນທົ່ວປະເທດ ໄດ້ສະແດງໃຫ້ເຫັນວ່າ ນັບແຕ່ເວລາ ການນຳ ຫງວຽນອ໋າຍກວັກ ໄດ້ກໍ່ຕັ້ງໜັງສືພິມສະບັບທຳອິດ (ກ່ອນນີ້ 99 ປີ), ລະບົບສື່ມວນຊົນປະຕິວັດ ຫວຽດນາມ ສືບຕໍ່ມີການຈະເລີນ, ພັດທະນາຢ່າງແຮງ, ຍົກສູງຄຸນນະພາບຢ່າງບໍ່ຢຸດຢັ້ງ, ສືບຕໍ່ປ່ຽນໃໝ່ເນື້ອໃນ, ຮູບແບບ, ພາຫະນະເຕັກນິກ, ເຕັກໂນໂລຊີວິທີປະຕິບັດ. ທ່ານ ຫງວຽນຈ້ອງເຫງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ກອມມູນິດ ຫວຽດນາມ, ໄດ້ຕີລາຄາວ່າ:

        “99 ປີແມ່ນມູນເຊື້ອ, ແມ່ນຄວາມສະຫງ່າລາສີ, ແມ່ນຂີດໝາຍທີ່ໜ້າເອກອ້າງທະນົງໃຈຂອງສື່ມວນຊົນປະຕິວັດ ຫວຽດນາມ. ພວກເຮົາມີພື້ນຖານສື່ມວນຊົນປະຕິວັດດ້ວຍເປົ້າໝາຍສູງສົ່ງທີ່ສຸດ, ພາລະກຳທີ່ສັກກະລະບູຊາທີ່ສຸດ ນັ້ນແມ່ນຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ແມ່ນຂົວເຊື່ອມຕໍ່ລະຫວ່າງພັກ ແລະ ປະຊາຊົນທຸກຊັ້ນວັນນະ, ແມ່ນບ່ອນເພື່ອໃຫ້ປະຊາຊົນຝາກຝັງນ້ຳໃຈ, ຄວາມເຊື່ອໝັ້ນ ຕໍ່ພັກ. ບັນດາຜູ້ເຮັດວຽກງານສື່ມວນຊົນ ຫວຽດນາມ ມິສິດເອກອ້າງທະນົງໃຈ ຕໍ່ພື້ນຖານສື່ມວນຊົນປະຕິວັດ ໂດຍປະທານ ໂຮ່ຈີມິນ ກໍ່ຕັ້ງ ແລະ ຝຶກຝົນຫຼໍ່ຫຼອມ; ເອກອ້າງທະນົງໃຈຕໍ່ມູນເຊື້ອສະຫງ່າລາສີ, ກ່ຽວກັບບັນດາການປະກອບສ່ວນທີ່ເໝາະສົມຂອງສື່ມວນຊົນປະຕິວັດ ທີ່ມີຕໍ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

ພາບພົດທີ່ມີຊີວິດຊີວາກ່ຽວກັບການພັດທະນາຂອງສື່ມວນຊົນ ຫວຽດນາມ - ảnh 2ທ່ານ ຫງວຽນຈ້ອງເຫງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ກອມມູນິດ ຫວຽດນາມ
(ພາບ:VGP/Anh Thơ)

ໄປທັນກັບທ່າອ່ຽງຂອງຍຸກສະໄໝ

        ນັບແຕ່ເວລາກຳເນີດມາຮອດປະຈຸບັນ, ສື່ມວນຊົນປະຕິວັດ ຫວຽດນາມ ໄດ້ເຕົ້າໂຮມ, ຮັບຮູ້ບັນດາຂະບວນການທີ່ກ້າວໜ້າຂອງສື່ມວນຊົນໂລກ ສົມທົບກັບບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳ, ຂອງປະຊາຊົນ ຫວຽດນາມ.

        ໄປທັນກັບທ່າອ່ຽງຂອງຍຸກສະໄໝອຸດສາຫະກຳ 4.0, ສື່ມວນຊົນໄດ້ມີວິທີເຮັດໃໝ່, ວິທີການຫັນເປັນທັນສະໄໝ, ດ້ວຍການພັດທະນາຢ່າງບໍ່ຢຸດຢັ້ງຂອງສື່ມວນຊົນຫຼາຍພື້ນຖານ, ຫຼາຍປະເພດ, ສື່ມວນຊົນຂໍ້ມູນຂ່າວສານດ້ວຍບັນດາເຄື່ອງມືດີຈີຕອນ. ທີ່ງານບຸນປີນີ້, ໄດ້ຈັດກອງປະຊຸມ 12 ຄັ້ງ, ໃນນັ້ນມີ 10 ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາປ່ຽນແປງໃໝ່, ຍົກສູງກຳລັງປະດິດຄິດສ້າງ, ຄວາມດຶງດູດຂອງສື່ມວນຊົນທີ່ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດ, ຄື: “ຂໍ້ມູນສື່ມວນຊົນ ແລະ ຍຸດທະສາດເນື້ອໃນພົ້ນເດັ່ນຂອງສື່ມວນຊົນ”; “ການລົງທຶນ, ໝູນໃຊ້ເຕັກໂນໂລຊີຢ່າງມີປະສິດທິຜົນຢູ່ບັນດາສຳນັກຂ່າວສານ”; “ການກະຈາຍສຽງຂະຫຍັນຂັນເຄື່ອນໃນສະພາບການດີຈີຕອນ”… ທ່ານ ຫງວຽນຈ້ອງເຫງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ກອມມູນິດ ຫວຽດນາມ, ເນັ້ນໜັກວ່າ:

        “ການພັດທະນາຢ່າງບໍ່ຢຸດຢັ້ງຂອງສື່ມວນຊົນຫຼາຍຮູບແບບ, ຂໍ້ມູນສື່ມວນຊົນດ້ວຍບັນດາເຄື່ອງມື, ປັນຍາປະດິດ, ຕາໜ່າງເຕັກໂນໂລຊີ ໄດ້ສ້າງທັງກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ບັນດາອົງການສື່ມວນຊົນ ກໍ່ຄືບັນດານັກຂ່າວ. ສື່ມວນຊົນພວມຕ້ອງປະເຊີນໜ້າກັບບັນດາບັນຫາມີລັກສະນະບາດລ້ຽວ ເພື່ອຮັບປະກັນທ່າເປັນເຈົ້າການໃນການກຳນົດທິດ, ພາທາງດ້ານຂໍ້ມູນຂ່າວ ຕໍ່ໜ້າການພັດທະນາຢ່າງແຮງຂອງສື່ມວນຊົນສັງຄົມ. ບັນດາບັນຫານີ້ໄດ້ວາງອອກຄຳຮຽກຮ້ອງຕ້ອງການປ່ຽນແປງໃໝ່ ການເຄື່ອນໄຫວຂອງສື່ມວນຊົນ, ປ່ຽນໃໝ່ຈາກວິທີການຊີ້ນຳ, ນຳພາ, ຈິນຕະນາການຄຸ້ມຄອງ ຕະຫຼອດຮອດພຶດຕິກຳຕົວຈິງຂອງການເຄື່ອນໄຫວສື່ມວນຊົນ”.

        ສື່ມວນຊົນ ຫວຽດນາມ ແມ່ນໜຶ່ງໃນບັນດາຂົງເຂດນຳໜ້າ ແລະ ປ່ຽນໃໝ່ ຍ້ອນພາລະກິດແຫ່ງການປະຕິວັດຂອງພັກ ແລະ ປະຊາຊົນ ຫວຽດນາມ, ມຸ່ງໄປເຖິງການມືອາຊີບ - ວັດທະນະທຳມະນຸດ - ທັນສະໄໝ, ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການພັດທະນາຂອງປະເທດຊາດໃນທຸກຂົງເຂດ./.

ຕອບກັບ

ຂ່າວ/ບົດ​ອື່ນ