ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ: ມາດຕະການສຳຄັນເພື່ອໃຫ້ ຫວຽດນາມ ພັດທະນາ

(VOVWORLD) -

ພາລະກິດປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຢູ່ ຫວຽດນາມ ໂດຍພັກ ແລະ ລັດໄດ້ເອົາໃຈໃສ່ຊີ້ນຳຢ່າງຂ້ຽວຂາດ, ຄົບຊຸດ, ດ້ວຍການເຂົ້າຮ່ວມຂອງປະຊາຊົນ ແລະ ທັງລະບົບການເມືອງ. ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມໄປຖືກທິດ, ໄດ້ຮັບການສະໜັບສະໜູນຈາກຫາງສຽງ.

ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ: ມາດຕະການສຳຄັນເພື່ອໃຫ້ ຫວຽດນາມ  ພັດທະນາ - ảnh 1ທ່ານ ຫງວຽນທ໋າຍຮອກ, ຮອງຫົວໜ້າຄະນະວຽກງານການເມືອງພາຍໃນ ສູນກາງ
(ພາບ:TTXVN)

        ຕົວຈິງໄດ້ພິສູດໃຫ້ເຫັນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ແມ່ນເສັ້ນທາງຖືກຕ້ອງ ຊ່ວຍນຳປະເທດຊາດພັດທະນາ.

ບໍ່ຖອຍຫຼັງ, ບໍ່ຜ່ອນສັ້ນຜ່ອນຍາວ

        ບໍ່ຖອຍຫຼັງ, ບໍ່ຜ່ອນສັ້ນຜ່ອນຍາວກັບການສໍ້ລາດບັງຫຼວງໄດ້ກາຍ ເປັນຄຳສັ່ງສຳລັບອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນຈະສືບຕໍ່ຍູ້ແຮງການຕໍ່ສູ້ປ້ອງກັນ, ຕ້ານອາດຍາສິດ, ສໍ້ລາດບັງຫຼວງ, ຝຸມເຟືອຍ, ປະກົດການຫຍໍ້ທໍ້. ທົ່ວລະບົບການເມືອງມະນາພະຍາຍາມປະຕິບັດການຊີ້ນຳຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ສ້າງລະບອບລະບຽບການ, ນະໂຍບາຍ, ກົນໄກ, ຂໍ້ກຳນົດໃຫ້ສົມບູນແບບຢ່າງຮີບດ່ວນ ເພື່ອໃຫ້ແຕ່ລະບຸກຄົນມີສະຕິຄວາມຮັບຜິດຊອບຕໍ່ຕົນເອງ, ບໍ່ສາມາດ, ບໍ່ກ້າ, ບໍ່ຢາກ, ບໍ່ຕ້ອງການສໍ້ລາດບັງຫຼວງ.

        ທີ່ການປະຊຸມຖະແຫຼງຂ່າວໃນວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ, ຄະນະວຽກງານການເມືອງພາຍໃນສູນກາງ ໃຫ້ຮູ້ວ່າ: ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ປະກາດໃຊ້ເອກະສານເກືອບ 50 ສະບັບກ່ຽວກັບການກໍ່ສ້າງ, ປັບປຸງພັກ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.

        ວຽກງານການກວດກາ, ຕິດຕາມກວດກາ, ກວດສອບບັນຊີ ໄດ້ປະຕິບັດຄົບຊຸດ; ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ສົ່ງເສີມການລາອອກຈາກຕຳແໜ່ງ, ປົດຕຳແໜ່ງ, ປ່ຽນແທນພະນັກງານທີ່ຖືກລົງວິໄນຢ່າງທັນການ, ໃນປີ 2023, ທຸກຂັ້ນໄດ້ດຳເນີນການລົງວິໄນສະມາຊິກພັກ 459 ຄົນຍ້ອນການສໍ້ລາດບັງຫຼວງ. ນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ມາຮອດປະຈຸບັນ ໄດ້ດຳເນີນການລົງວິໄນພະນັກງານ ຂັ້ນສູນກາງຄຸ້ມຄອງ 105 ຄົນ.

        ແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກມາຮອດປະຈຸບັນ, ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ໄດ້ປະກາດເອກະສານກ່ວາ 100 ສະບັບ ເພື່ອເພີ່ມທະວີວຽກງານກໍ່ສ້າງພັກ, ລະບົບການເມືອງ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ (ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ ເຄິ່ງຕົ້ນອາຍຸການຊຸດທີ XII). ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ, ລັດຖະດຳລັດ 24 ສະບັບ ແລະ ປະກາດໃຊ້ມະຕິສຳຄັນຫຼາຍສະບັບ. ລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຫຼາຍມະຕິ, ດຳລັດ, ປະກອບສ່ວນຍົກສູງຜົນສັກສິດ, ປະສິດທິຜົນການຄຸ້ມຄອງຂອງລັດໃນຂົງເຂດຕ່າງໆ, ສ້າງກົນໄກການສະກັດກັ້ນຢ່າງເຄັ່ງຂັດໃຫ້ສົມບຸນແບບເທື່ອລະກ້າວເພື່ອ “ບໍ່ສາມາດ” ສໍ້ລາດບັງຫຼວງໄດ້.

        ກ່າວຄຳເຫັນເນື່ອງໃນໂອກາດສະເໜີປື້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບ “ເດັດດ່ຽວ, ຢືດໝັ້ນ ຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດ ໃຫ້ນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງ” (ປີ 2023), ທ່ານ ຫງວຽນທ໋າຍຮອກ, ຮອງຫົວໜ້າຄະນະວຽກງານການເມືອງພາຍໃນ ສູນກາງ ໃຫ້ຂໍ້ສັງເກດວ່າ:

          “ວຽກງານການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້, ໄດ້ກາຍເປັນທ່າອ່ຽງທີ່ບໍ່ອາດຕ່າວປີ້ນໄດ້. ປະຈຸບັນ, ຄວາມເຊື່ອໝັ້ນຕໍ່ພັກໃນທົ່ວປວງຊົນກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ ແລະ ບົດບາດຂອງທ່ານເລຂາທິການໃຫຍ່, ຜູ້ນຳໜ້າພັກແມ່ນໃຫຍ່ຫຼວງທີ່ສຸດ”.

ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ: ມາດຕະການສຳຄັນເພື່ອໃຫ້ ຫວຽດນາມ  ພັດທະນາ - ảnh 2ນັກຂ່າວ Jun Rina
(ພາບ: TTXVN)

ຫາງສຽງສະໜັບສະໜູນ

        ບັນດາຄວາມມານະພະຍາຍາມ, ຄວາມຕັດສິນໃຈຕໍ່ສູ້, ສະກັດກັ້ນການສໍ້ລາດບັງຫຼວງຂອງ ຫວຽດນາມ ໄດ້ຮັບການສະໜັບສະໜູນຈາກຫາງສຽງ, ຄືຄຳເຫັນຂອງປະຊາຊົນຜູ້ໜຶ່ງທີ່ວ່າ:

        “ວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາໂດຍພັກ ແລະ ຜູ້ນຳໜ້າຂອງພັກ ເຊິ່ງແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເອົາໃຈໃສ່ທີ່ສຸດ. ຜ່ານການຕິດຕາມ, ຂ້າພະເຈົ້າເຫັນວ່າ ຖ້າມີການລະເມີດ ກໍ່ລ້ວນແຕ່ຖືກປັບໄໝ, ລົງໂທດຢ່າງເຂັ້ມງວດ ແລະ ກະຈ່າງແຈ້ງຕໍ່ໜ້າກົດໝາຍ, ຕໍ່ໜ້າປະຊາຊົນ… ສິ່ງດັ່ງກ່າວຈະນຳມາເຊິ່ງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ”.

        ນັກຂ່າວ Jun Rina, ສ ເກົາຫຼີ, ຖືວ່າ:

        “ຫວຽດນາມ ພວມຢຶນຢູ່ຕໍ່ໜ້າໄລຍະເວລາປະຫວັດສາດທີ່ສຳຄັນເພື່ອມຸ່ງໄປເຖິງບາດກ້າວກະໂດດຂັ້ນ. ບັ້ນຮົບຕ້ານສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ຂອງ ຫວຽດນາມ ໃນປະຈຸບັນ ໂດຍພັກ ໄດ້ຊີ້ນຳຢ່າງຂ້ຽວຂາດ. ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ກາຍເປັນໜ້າທີ່, ທ່າອ່ຽງທີ່ບໍ່ອາດຕ່າວປີ້ນ ຄືທ່ານເລຂາທິການໃຫຍ່ ໄດ້ຢັ້ງຢືນ. ຫວຽດນາມ ຕ້ອງສືບຕໍ່ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ບໍ່ພຽງແຕ່ເພື່ອການພັດທະນາເສດຖະກິດເທົ່ານັ້ນ ຫາກຍັງເພື່ອອະນາຄົດອີກດ້ວຍ”.

        ບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສະແດງໃຫ້ເຫັນຄວາມຕັດສິນໃຈທາງການເມືອງຂອງພັກ ແລະ ລັດ: “ບໍ່ມີເຂດຫ້າມ”, “ບໍ່ມີນອກຮີດ”, “ບໍ່ວ່າແມ່ນໃຜ”. ວຽກງານການປ້ອງກັນ, ຕ້ານສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ແມ່ນເສັ້ນທາງທີ່ຖືກຕ້ອງເພື່ອໃຫ້ປະເທດຊາດພັດທະນາ./.

         

ຕອບກັບ

ຂ່າວ/ບົດ​ອື່ນ