ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງຊາດ ບົນພື້ນຖານເຄົາລົບກົດໝາຍສາກົນ

(VOVWORLD) -ໂດຍແມ່ນປະເທດມີທະເລ, ບັນຫາຄວາມໝັ້ນຄົງທະເລມີຄວາມໝາຍສຳຄັນພິເສດສຳລັບ ຫວຽດນາມ, ສົ່ງຜົນກະທົບຢ່າງໃຫຍ່ຫລວງເຖິງການພັດທະນາເສດຖະກິດທະເລ ແລະ ການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ປົກປັກຮັກສາສັນຕິພາບຂອງປະເທດຊາດ. ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າ ການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ, ຮັກສາສະພາບແວດລ້ອມສັນຕິພາບ ແມ່ນປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ພັດທະນາຢ່າງໝັ້ນຄົງ.

ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງຊາດ ບົນພື້ນຖານເຄົາລົບກົດໝາຍສາກົນ - ảnh 1ເຮືອນຍາມ DK1. Ảnh: VOV

ທະເລ, ໝູ່ເກາະ ແມ່ນພາກສ່ວນຫນຶ່ງຂອງອະທິປະໄຕທີ່ສັກກະລະບູຊາຂອງຫວຽດນາມ ເຊິ່ງບໍ່ອາດຕັດແຍກອອກ,  ບໍ່ໃຫ້ລ່ວງລ້ຳຢ່າງເດັດຂາດ. ການປົກປັກຮັກສາປະເທດຊາດ ເວົ້າລວມ, ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາອະທິປະໄຕ, ຮັບປະກັນຄວາມສະຫງົບປອດໄພ ແລະ ຜົນປະໂຫຍດຂອງຊາດຢູ່ບັນດາເຂດທະເລ, ໝູ່ເກາະເວົ້າສະເພາະ ແມ່ນຫນ້າທີ່ຂອງທັງລະບົບການເມືອງ ແລະ ຂອງທົ່ວປວງຊົນໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ.

ໃນຊຸມປີຜ່ານມາ, ລະບົບທັດສະນະຂອງພັກ ກ່ຽວກັບການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະໄດ້ປັບປຸງສຳເລັດ ແລະ ພັດທະນາ. ກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ X ໄດ້ຮັບຮອງເອົາມະຕິເລກທີ 09 ມຕ/ສກ ລົງວັນທີ 9/2/2007 ວ່າດ້ວຍຍຸດທະສາດທະເລ ຫວຽດນາມ ຮອດປີ 2020, ໃນນັ້ນກຳນົດ “ສູ້ຊົນນຳຫວຽດນາມ ກາຍເປັນປະເທດເຂັ້ມແຂງດ້ານທະເລ, ຮັ່ງມີຈາກທະເລ, ຮັບປະກັນຄວາມໝັ້ນແກ່ນອະທິປະໄຕ, ອຳນາດອະທິປະໄຕແຫ່ງຊາດບົນທະເລໝູ່ເກາະ”

ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ XII ໄດ້ປະກາດໃຊ້ມະຕິເລກທີ 36-ມຕິ/ ສກ ລົງວັນທີ 22/10/2018  ກ່ຽວກັບ “ຍຸດທະສາດພັດທະນາເສດຖະກິດທະເລ ຮອດປີ 2030  ວິໄສທັດຮອດປີ 2045 ແບບຍືນຍົງ” ໄດ້ກຳນົດ: “ຫວຽດນາມ ຕອ້ງກາຍເປັນປະເທດເຂັ້ມແຂງດ້ານທະເລ, ຮັ່ງມີຈາກທະເລ, ພັດທະນາແບບຍືນຍົງ, ວັດທະນາຖາວອນ, ໝັ້ນຄົງ ແລະ ປອດໄພ; ພັດທະນາເສດຖະກິດທະເລແບບຍືນຍົງຕິດພັນກັບການຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ”

ຕໍ່ຈາກນັ້ນ ກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມອີກຄັ້ງຫນຶ່ງໄດ້ຢືນຢັນວ່າ: “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕຢ່າງໝັ້ນຄົງ, ເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ເຂດນ່ານຟ້າ, ເຂດທະເລ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາ”

ບັນດາເອກະສານດັ່ງກ່າວສະແດງໃຫ້ເຫັນວ່າ ພັກ ແລະລັດ ຫວຽດນາມ ຍາມໃດກໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ທີ່ຕັ້ງບົດບາດ, ຄວາມສຳຄັນພິເສດຂອງທະເລ, ໝູ່ເກາະ ແມ່ນພື້ນຖານເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວປົກປັກຮັກສາອະທິປະໄຕທະເລໝູ່ເກາະໃນພຶດຕິກຳຕົວຈິງ.

ເຄົາລົບບັນດາຂໍ້ກຳນົດຂອງກົດໝາຍ ແລະ ຫລັກການການພົວພັນກັບສາກົນ

ໃນວິວັດການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະແຫ່ງຊາດຢ່າງໝັ້ນຄົງ, ຍາມໃດ ຫວຽດນາມ ກໍ່ເຄົາລົບ, ປະຕິບັດຕາມບັນດາຂໍ້ກຳນົດຂອງກົດໝາຍ ແລະ ຫລັກການສາກົນ.

ໂດຍແມ່ນປະເທດສະມາຊິກຂອງ ສະຫະປະຊາຊາດ ທີ່ໄດ້ເຂົ້າຮ່ວມລົງນາມໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982), ຫວຽດນາມ ຢຶດໝັ້ນເສັ້ນທາງແກ້ໄຂບັນຫາເກີດຂຶ້ນໂດຍສັນຕິວິທີ, ສະເໝີພາບ, ເຄົາລົບເຊິ່ງກັນແລະກັນ ເພື່ອຊອກຫາມາດຕະການພື້ນຖານ, ຍາວນານ, ຕອບສະຫນອງຜົນປະໂຫຍດອັນຊອບທຳຂອງທຸກຝ່າຍກ່ຽວຂ້ອງ.

ຫວຽດນາມ ຢຶດໝັ້ນຕໍ່ສູ້ໂດຍສັນຕິວິທີຢູ່ບັນດາເວທີປາໄສສາກົນ, ພາກພື້ນ ຜ່ານການແລກປ່ຽນຄະນະທຸກຂັ້ນໃນບັນດາຂົງເຂດ ການເມືອງ, ການທູດ; ເປັນເຈົ້າການ, ມີຄວາມອົດກັ້ນ, ບໍ່ມີການກະທຳເກາະຜິດ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຫວຽດນາມ ກໍ່ສ້າງລະບົບບັນດາມາດຕະການໂດຍສັນຕິເພື່ອແກ້ໄຂຄວາມບໍ່ລົງລອຍກັນ, ການຂັດແຍ້ງກັນກັບບັນດາຝ່າຍ, ປະເທດທີ່ມີສ່ວນກ່ຽວຂ້ອງ.

ຫວຽດນາມ ກໍຖືເປັນສຳຄັນການຊຸກຍູ້ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດກັບບັນດາຄູ່ຮ່ວມມື; ຍູ້ແຮງການຮ່ວມມືຫລາຍຝ່າຍໃນບັນດາຂົງເຂດຮັບປະກັນຄວາມໝັ້ນຄົງ, ຄົ້ນຄ້ວາວິທະຍາສາດ ເຕັກໂນໂລຊີ, ປ້ອງກັນ ຕ້ານອາດຊະຍາກຳທາງທະເລ.. ເພື່ອຮັກສາເຂດທະເລໃຫ້ມີຄວາມສັນຕິພາບ, ສະຖຽນລະພາບ, ມິດຕະພາບ ການຮ່ວມມື ແລະ ພັດທະນາ.

ກ່ຽວກັບສອງຝ່າຍ, ຕາມປື້ມປົກຂາວປ້ອງກັນຊາດ ຫວຽດນາມ ປີ 2019, ຫວຽດນາມ ໄດ້ລົງນາມໃນເອກະສານນິຕິກຳຫລາຍສະບັບວ່າດ້ວຍຊາຍແດນທາງທະເລກັບບັນດາປະເທດບ້ານໃກ້ຄຽງຄື: ກຳປູເຈຍ, ໄທ ແລະ ຈີນ. ຫວຽດນາມ ແມ່ນປະເທດເອກະລາດ, ມີອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມມີ: ດິນຕໍ່ແຜ່ນ, ເຂດນ່ານຟ້າ, ເຂດທະເລ, ແລະ ບັນດາໝູ່ເກາະ. ການປົກປັກຮັກສາປະເທດຊາດເວົ້າລວມ, ອະທິປະໄຕເຂດທະເລໝູ່ເກາະເວົ້າສະເພາະ ບົນພື້ນຖານເຄົາລົບກົດໝາຍສາກົນ ແມ່ນປັດໄຈສຳຄັນເພື່ອໃຫ້ຫວຽດນາມ ພັດທະນາຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ