ບຸນເຕັດແຫ່ງຄວາມເມດຕາ: ແຜ່ກະຈາຍມູນເຊື້ອອຸ້ມຊູຊ່ວຍເຫຼືອ, ເມດຕາປານີ ຂອງ ຊາວຫວຽດນາມ

(VOVWORLD) - ເລື່ອງເອົາໃຈໃສ່ເຖິງຄົນທຸກຍາກ ເຊິ່ງແມ່ນເປົ້າໝາຍທີ່ມີຄວາມສ່ຽງສູງໃນສັງຄົມ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ໂດຍມີການປະກອບກຳລັງເຫື່ອແຮງຂອງບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນທຸກຊັ້ນຄົນ. ຂະບວນການບຸນເຕັດແຫ່ງຄວາມເມດຕາ ໂດຍສະພາກາແດງ ຫວຽດນາມ ຜັນຂະຫຍາຍກ່ອນບຸນເຕັດປະຈຳຊາດ ໄດ້ ແລະ ພວມເຕົ້າໂຮມບັນດາສິ່ງທີ່ຢອດຢ້ຽມດັ່ງກ່າວ, ປະກອບສ່ວນເຮັດແຈ້ງມູນເຊື້ອອຸ້ມຊູຊ່ວຍເຫຼືອ, ເມດຕາປານີຂອງຊາວ ຫວຽດນາມ.

ຂະບວນການບຸນເຕັດແຫ່ງຄວາມເມດຕາ ໄດ້ຮັບການປະຕິບັດແຕ່ປີ 2023 ບົນພື້ນຖານສືບທອດ, ຜັນຂະຫຍາຍໝາກຜົນຂອງຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ໂດຍສະພາກາແດງ ຫວຽດນາມ ປຸກລະດົມແຕ່ປີ 1999.

ບຸນເຕັດແຫ່ງຄວາມເມດຕາ: ແຜ່ກະຈາຍມູນເຊື້ອອຸ້ມຊູຊ່ວຍເຫຼືອ, ເມດຕາປານີ ຂອງ ຊາວຫວຽດນາມ - ảnh 1ທ່ານ ນາງບຸ່ຍທິຮ່ວາ ປະທານສະພາກາແດງ ຫວຽດນາມ. ພາບ:daidoanket.vn

ມີຫຼາຍເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ, ມີຄວາມໄດ້ຮັບການຊ່ວຍເຫຼືອໃນໂອກາດບຸນເຕັດ

ຕາມທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ ແລ້ວ, ປີນີ້ແມ່ນປີທີສອງທີ່ ຂະບວນການບຸນເຕັດແຫ່ງຄວາມເມດຕາ ໄດ້ຮັບການຈັດຕັ້ງ. ສະພາກາແດງໄດ້ວາງອອກເປົ້າໝາຍຈະຂົນຂວາຍຂອງຂວັນໃຫ້ໄດ້ 1,2 ລ້ານພູດ ໂດຍມີມູນຄ່າປະມານ 30 ລ້ານ USD ແລະ ບັນດາການເຄື່ອນໄຫວນີ້ຈະ ໄດ້ຮັບການຜັນຂະຫຍາຍຢູ່ທຸກເຂດ ພາກໃນທົ່ວປະເທດ. ສະເພາະ ສູນກາງສະມາຄົມ ຈະຈັດຕັ້ງການເຄື່ອນໄຫວມອບຂອງຂວັນ ບຸນເຕັດຢູ່ 18 ແຂວງ, ນະຄອນ.

ຂະບວນການບຸນເຕັດແຫ່ງຄວາມເມດຕາແມ່ນມີຄວາມໝາຍຫຼາຍຢ່າງ. ທີໜຶ່ງຈຳນວນເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກລາຍການ ແມ່ນຫຼາຍ. ບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ, ເປົ້າໝາຍມີຄວາມສ່ຽງສູງໃນສັງຄົມລ້ວນແຕ່ໄດ້ຮັບການເບິ່ງແຍງດູແລ, ໜູນຊ່ວຍຈາກສັງຄົມ. ພວກຂ້າພະເຈົ້າກໍ່ປາດຖະໜາຢາກ ໃຫ້ຊື່ຂອງ ບຸນເຕັດແຫ່ງຄວາມເມດຕາຈະແຜ່ກະຈາຍອອກເພື່ອໃຫ້ທຸກໆຄົນ ດ້ວຍນ້ຳໃຈຄວາມເມດຕາປານີ ແລະ ຄວາມອາດສາມາດຂອງຕົນ ຈະລ້ວນແຕ່ສາມາດປະກອບສ່ວນເຂົ້າໃນບຸນເຕັດແຫ່ງຄວາມເມດຕາ, ລ້ວນແຕ່ສາມາດໜູນຊ່ວຍໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກໃນປະຊາຄົມ.

ນອກຈາກ 18 ແຂວງ, ນະຄອນທີ່ຈັດເຫດການດັ່ງກ່າວ, ຕາມທ່ານນາງປະທານສະພາກາແດງ ຫວຽດນາມ ແລ້ວ ແຕ່ລະທ້ອງຖິ່ນ, ແຕ່ລະຂະແໜງ ລ້ວນແຕ່ອາດສາມາດຈັດຮູບແບບບຸນເຕັດແຫ່ງຄວາມເມດຕາ ເພື່ອໃຫ້ປະຊາຊົນ ບໍ່ພຽງແຕ່ໄດ້ຮັບຂອງຂວັນທາງດ້ານວັດຖຸ ເທົ່ານັ້ນ ຫາກຍັງກ່ຽວກັບທາງດ້ານຈິດໃຈອີກດ້ວຍ, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ໄດ້ຮັບການກວດປິ່ນປົວພະຍາດ… ທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ ຢັ້ງຢືນວ່າ:       

ພວກຂ້າພະເຈົ້າຍາມໃດກໍ່ຄິດວ່າ ເຮັດແນວໃດເພື່ອໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຜູ້ຕ້ອງການຄວາມຊ່ວຍເຫລືອ ລ້ວນແຕ່ໄດ້ຮັບຂອງຂວັນໃນໂອກາດບຸນເຕັດ. ເພາະສະນັ້ນ ປີນີ້ ພວກຂ້າພະເຈົ້າໄດ້ສຸມໃສ່ເປົ້າໝາຍແມ່ນບັນດາຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນທີ່ຫຍຸ້ງຍາກກວ່າໝູ່. ແລະ ສະເຫນີໃຫ້ບັນດາບ້ານ, ຕາແສງ ຕ່າງໆຕ້ອງຈັດຕັ້ງການເຄື່ອນໄຫວຊ່ວຍເຫລືອຜູ້ທຸກຍາກໃນໂອກາດບຸນເຕັດດ້ວຍຄວາມສາມາດຂອງຕົນເພື່ອໃຫ້ປະຊາຊົນຕ້ອນຮັບບຸນເຕັດຢ່າງອົບອຸ່ນ”                   

ການສະຫນັບສະຫນູນຢ່າງແຮງຈາກວົງຄະນາຍາດ

ໃນປີທຳອິດທີ່ຈັດຕັ້ງລາຍການບຸນເຕັດແຫ່ງຄວາມເມດຕາປານີ (ປີ 2023), ສະພາກາແດງ  ໄດ້ບັນລຸຜົນງານຫລາຍຢ່າງ. ສະພາກາແດງໄດ້ຂົນຂວາຍບໍລິຈາກຈຳຍວນເງິນໄດ້ກວ່າ 1.100ຕື້ດົ່ງ (ປະມານ 47 ລ້ານ USD) ແລະຂອງຂວັນກວ່າ 2 ລ້ານພູດ ແຕ່ ຄາດໝາຍວາງອອກເບື້ອງຕົ້ນແມ່ນປະມານ 600 ຕື້ດົ່ງ ( 25.7 ລ້ານ USD) ແລະ ຂອງຂວັນ 1 ລ້ານພູດ. ທ່ານນາງ ບຸ່ຍທິຮ່ວາ ຕີລາຄາວ່າ:

 “ການປະກອບສ່ວນຂອງວົງຄະນາຍາດ ແມ່ນຊ່ອງທາງສຳຄັນ, ອາດເວົ້າໄດ້ວ່າ ນັ້ນແມ່ນສິ່ງທີ່ມີລັກສະນະຕັດສິນຊີ້ຂາດໃຫ້ແກ່ການປະຕິບັດບັນດາເປົ້າໝາຍມະນຸດສະທຳຂອງສະພາກາແດງຫວຽດນາມ. ພວກຂ້າພະເຈົ້າ ຍັງຂົນຂວາຍຄະນະຊາວຫນຸ່ມຈັດສົ່ງຫນ່ວຍງານອາສາສະໝັກລົງຕັດຜົມໂດຍບໍ່ເກັບຄ່າໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ. ສ່ວນແພດໝໍ, ພະນັກງານການແພດລົງທ້ອງຖິ່ນເພື່ອໃຫ້ຄຳປຶກສາກໍ່ຄືມອບຢຸກຢາໃຫ້ພໍ່ແມ່ປະຊາຊົນ. ນອກນັ້ນ ຍັງຈັດຕັ້ງການເຄື່ອນໄຫວອື່ນໆໃນໂອກາດບຸນເຕັດໃຫ້ປະຊາຊົນອີກດ້ວຍ”

ບຸນເຕັດແຫ່ງຄວາມເມດຕາ: ແຜ່ກະຈາຍມູນເຊື້ອອຸ້ມຊູຊ່ວຍເຫຼືອ, ເມດຕາປານີ ຂອງ ຊາວຫວຽດນາມ - ảnh 2ຄວາມປິຕິຊົມຊື່ນຂອງປະຊາຊົນຜູ້ທຸກຍາກເມື່ອໄດ້ຊື້ເຄື່ອງຂອງໃນຕະຫລາດນັດມະນຸດສະທຳຂອງສະພາກາແດງແຂວງ ຮ່ວາບິ່ງ. ພາບປະກອບ:TTXVN

ຕາມທ່ານນາງປະທານສະພາກາແດງ ຫວຽດນາມ ແລ້ວ, ຄວາມເບີກບານມ່ວນຊື່ນ, ຮອຍຍີ້ມທີ່ຍິ້ມແຍ້ມແຈ່ມໃຈ ຂອງປະຊາຊົນເມື່ອເຂົາເຈົ້າເລືອກເອົາຂອງຂວັນທີ່ຈຳເປັນໃຫ້ແກ່ຄອບຄົວໃນໂອກາດບຸນເຕັດນັ້ນ ໄດ້ເປັນການສະແດງໃຫ້ເຫັນຄວາມສະຫນິດຕິດພັນລະຫວ່າງ ເນື້ອໃນຈິດໃຈຂອງພັກ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ລະຫວ່າງຄວາມເອົາໃຈໃສ່ເບິ່ງແຍງຂອງສັງຄົມ ກັບຄວາມປາດຖະຫນາດຂອງຜູ້ທຸກຍາກ. ພ້ອມກັນນັ້ນ ກໍ່ແມ່ນບັນດາຮູບພາບທີ່ມີຊີວິດຊີວາກ່ຽວກັບມູນເຊື້ອອຸ້ມຊູຊ່ວຍເຫລືອເມດຕາປານີຂອງຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ