ບຸກ​ໂຈ​ມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທົ່ວ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ​ການ​ປະ​ທະ​ກັນອ​າດ​ຈະ​ແຜ່​ລາມ​ອອກ​ເປັນ​ວົງ​ກວ້າງ​ໃນຫຼາຍ​ຮົບ

(VOVWORLD) - ມີຫຼາຍເຫດບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ ຊີຣີ, ລີບັງ, ອີຣັກ, ເຢແມນ ພ້ອມດ້ວຍບັນດາບັ້ນບຸກໂຈມຕີທາງອາກາດເຊິ່ງກັນລະກັນ ລະຫວ່າງ ອີຣານ ກັບ ປາກິດສະຖານ ນັ້ນ ພວມຍູ້ຄວາມເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງ - ອາຊີໃຕ້ ຂຶ້ນສູ່ລະດັບສູງກວ່າ ເວລາໃດໝົດ, ອັນໄດ້ເຮັດໃຫ້ການປະທະກັນ ຢູ່ເຂດ ກາຊາ ມີຄວາມສ່ຽງແຜ່ລາມອອກສູ່ວົງກວ້າງໃນຫຼາຍແນວຮົບ.

ວັນທີ 20 ມັງກອນ, ອີຣານ ໃຫ້ຮູ້ວ່າ ມີທີ່ປຶກສາອາວຸໂສຢ່າງໜ້ອຍສຸດ 4 ທ່ານຂອງປະເທດນີ້ຖືກເສຍຊີວິດໃນບັ້ນບຸກໂຈມຕີດ້ວຍລູກສອນໄຟຢູ່ນະຄອນຫຼວງ Damascus, ຊີຣີ. ເຕເຮຣານ ສົງໄສວ່າ ບັ້ນບຸກໂຈມຕີດັ່ງກ່າວກ່ຽວຂ້ອງເຖິງ ອິດສະຣາແອັນ ແລະ ຖະແຫຼງວ່າ ຈະມີການໂຕ້ຕອບຄືນ.

       ການໃຊ້ຄວາມຮຸນແຮງເພີ່ມຂຶ້ນ

        ພາຍຫຼັງບັ້ນບຸກໂຈມຕີທາງກາດຢູ່ Damascus ປະມານ 2 – 3 ຊົ່ວໂມງ, ກໍ່ມີບັ້ນບຸກໂຈມຕີດ້ວຍເຄື່ອງບິນບໍ່ມີຄົນຂັບ (UAV) ເກີດຂຶ້ນຢູ່ນະຄອນທ່າກ່ຳປັ່ນ Tyre, ຢູ່ພາກໃຕ້ ລີບັງ, ເຮັດໃຫ້ 2 ຄົນເສຍຊີວິດ, ເຊິ່ງໄດ້ຮັບຖືວ່າເປັນສະມາຊິກຂອງກຳລັງ Herzbollah.  ກໍຄືກັນກັບບັ້ນບຸກໂຈມຕີຢູ່ Damascus, ກອງທັບ ອິດສະຣາແອັນ ຖືກກ່າວຫາວ່າ ຢືນຢູ່ເບື້ອງຫຼັງບັ້ນບຸກໂຈມຕີດັ່ງກ່າວ. ກໍໃນວັນທີ 20 ມັງກອນ, ກອງບັນຊາການສູນກາງ ອາເມລິກາ (CENTCOM) ໃຫ້ຮູ້ວ່າ ກຳລັງປະກອບອາວຸດ ອີຣັກ ເຊິ່ງໄດ້ຮັບຖືວ່າ ໂດຍແມ່ນ ອີຣານ ໜູນຫຼັງ, ໄດ້ບຸກໂຈມຕີດ້ວຍລູກສອນໄຟ ແລະ ລູກຈະຫຼວດ ເຂົ້າຖານທີ່ໝັ້ນກອງທັບອາກາດ al – Asad ຂອງ ອາເມລິກາ, ເຮັດໃຫ້ທະຫານ ອາເມລິກາ ຈຳນວນໜຶ່ງ ຖືກບາດເຈັບ. ໃນໄລຍະເວລານັ້ນ, ຢູ່ທະເລແດງ, ກຳລັງທະຫານປະສົມ ອາເມລິກາ - ອັງກິດ ກໍຮັກສາບັນດາບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ກຳລັງ Houthi ຢູ່ ເຢແມນ ແລະ ເພື່ອໂຕ້ຕອບຄືນ ກຳລັງ Houthi  ທີ່ໄດ້ບຸກໂຈມຕີມ້າງທຳລາຍກ່ຳປັ່ນບັນທຸກສິນຄ້າ Zografia ຂອງ ເກຼັກ ໃນວັນທີ 16 ມັງກອນ ແລະ ເລັ່ງໃສ່ກ່ຳປັ່ນທະຫານຂອງ ອາເມລິກາ - ອັງກິດ ຢ່າງລຽນຕິດ.

        ບັນດາການຜັນແປດັ່ງກ່າວ ເຮັດໃຫ້ການປະທະກັນຢູ່ເຂດ ກາຊາ ມີຄວາມສ່ຽງແຜ່ລາມອອກສູ່ວົງກວ້າງ ແບບທີ່ບໍ່ຄາດຄິດ. ຢູ່ເວທີປາໄສເສດຖະກິດໂລກ (WEF) ທີ່ໄດ້ດຳເນີນຢູ່ Davos (ສະວິດ) ໃນອາທິດກ່ອນ, ວິກິດການຢູ່ພາກພື້ນຕາເວັນອອກກາງ ແມ່ນໜຶ່ງໃນບັນດາຫົວຂໍ້ທີ່ມີການປຶກສາຫາລືທີ່ເຄັ່ງຕຶງທີ່ສຸດ, ໃນຂະນະທີ່ມີເຈົ້າໜ້າທີ່ຫຼາຍທ່ານຈາກບັນດາປະເທດ ອາຣັບ ສົ່ງສານຢ່າງແຮງກ່ຽວກັບເລື່ອງທີ່ວ່າ ບັນດາປະເທດຝ່າຍຕາເວັນຕົກ ຄວນກໍ່ກຳລັງກົດດັນ ບັງຄັບ ອິດສະຣາແອັນ ຕ້ອງຢຸດຕິການປະທະກັນຢູ່ເຂດ ກາຊາ ໃນໄວໆນີ້.  ຕາມທ່ານລັດຖະມົນຕີການຕ່າງປະເທດ ອາຣັບບີ ຊະອຸດິ Faisal Bin Farhan Al Saud ແລ້ວ, ຄວາມເຄັ່ງຕຶງໃນພາກພື້ນ ໄດ້ເພີ່ມຂຶ້ນລະດັບອັນຕະລາຍທີ່ສຸດ ແລະ ກົກປາຍສາຍເຫດແມ່ນຍັງຂຶ້ນກັບເຂດ ກາຊາ, ຫາກບໍ່ແມ່ນຢູ່ທະເລແດງ.

        “ພວກຂ້າພະເຈົ້າຕ້ອງສຸມໃສ່ບັ້ນຮົບຢູ່ເຂດ ກາຊາ ບໍ່ແມ່ນຍ້ອນເກີດບັນຫາຢູ່ທະເລແດງ, ຫາກຍ້ອນວ່າ ທຳອິດແມ່ນຜົນກະທົບຂອງມັນຕໍ່ປະຊາຊົນ ປາແລັດສະຕິນ ແລະ ຄວາມໝັ້ນຄົງຢູ່ພາກພື້ນເວົ້າລວມ, ກໍຄືພາໃຫ້ເກີດໄພນາບຂູ່ຕ່າງໆອີກດ້ວຍ”.

        ບັນດາບັ້ນບຸກໂຈມຕີດ້ວຍລູກສອນໄຟທີ່ເກີດຂຶ້ນຢ່າງຊ້ຳຊ້ອນກັນນັ້ນ ພວມເຮັດໃຫ້ແງ່ຫວັງສ້າງຕັ້ງບັນດາມາດຕະການທາງດ້ານການເມືອງ - ການທູດ ໃນພາກພື້ນ ຖືກຫຼຸດລົງ. ພາຍຫຼັງການຖະແຫຼງຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu  ໃນວັນທີ 19 ມັງກອນ ຖືວ່າ  ລັດຖະບານຂອງທ່ານຄັດຄ້ານການສ້າງຕັ້ງລັດ ປາແລັດສະຕິນ, ວິວັດທະນາການສ້າງສັນຕິພາບຢູ່ຕາເວັນອອກກາງ ມີຄວາມສ່ຽງຕົກເຂົ້າສູ່ທາງຕັນ. ຢູ່ Davos, ບັນດາເຈົ້າໜ້າທີ່ ອາຣັບບີ ຊະອຸດິ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ ຈະບໍ່ມີເລື່ອງຫັນສາຍພົວພັນກັບ ອິດສະຣາແອັນ ເປັນປົກກະຕິ ຖ້າຫາກວ່າ ການປະທະກັນຢູ່ເຂດ ກາຊາ ຍັງບໍ່ຢຸດຕິລົງ ແລະ ມາດຕະການ 2 ລັດໄດ້ຮັບການປະຕິບັດ. ສຳພັນທະມິດຝ່າຍຕາເວັນຕົກສ່ວນໃຫຍ່ຂອງ ອິດສະຣາແອັນ ບໍ່ສະໜັບສະໜູນທັດສະນະແຂງກະດ້າງຂອງ ອິດສະຣາແອັນ. ຜູ້ຕາງໜ້າຂັ້ນສູງຮັບຜິດຊອບດ້ານຄວາມໝັ້ນຄົງ ແລະ ນະໂຍບາຍພົວພັນຕ່າງປະເທດຂອງ ສະຫະພາບເອີຣົບ (EU), Josep Borrell ຖະແຫຼງວ່າ:

        “ຂ້າພະເຈົ້າ ມີທັດສະນະທີ່ແຕກຕ່າງ. ທ່ານເລຂາທິການໃຫຍ່ ສປຊ ກໍມີທັດສະນະຕ່າງ ແລະ ເພິ່ນໄດ້ກ່າວຢ່າງຈະແຈ້ງວ່າ ເລື່ອງ ອິດສະຣາແອັນ ກ່າວວ່າ “ບໍ່ຢາກປະຕິບັດມາດຕະການນີ້” ແມ່ນບໍ່ສາມາດຍອມຮັບໄດ້ ເພາະວ່ານັ້ນແມ່ນມາດຕະການທີ່ໄດ້ຮັບການຮັບຮອງເອົາຈາກ ສປຊ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນແລ້ວ”.

ອາດຈະເກີດການປະທະກັນຄັ້ງໃໝ່

ໃນຂະນະທີ່ການປະທະກັນຢູ່ເຂດ ກາຊາ ເລີ່ມແຜ່ລາມອອກທົ່ວພາກພື້ນ, ມີເຫດການອື່ນສາມາດຍູ້ພາກພື້ນຕາເວັນອອກກາງ - ອາຊີໃຕ້ ຕົກເຂົ້າສູ່ສະພາບປັ່ນປ່ວນກວ່າ ເມື່ອທຽບໃສ່ຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ປາກິດສະຖານ. ວັນທີ 16 ມັງກອນ, ກອງທັບ ອີຣານ ໄດ້ເປີດບັ້ນບຸກໂຈມຕີດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບແບບກະທັນຫັນ ແນໃສ່ບາງເປົ້າໝາຍຢູ່ແຂວງ Balochistan ຂອງ ປາກິດສະຖານ ດ້ວຍຄຳອະທິບາຍວ່າ ເພື່ອແນໃສ່ດັບສູນພວກກະບົດຕ້ານ ອີຣານ ທີ່ມີຊື່ວ່າ Jaish al – Adl ເຊິ່ງກຳລັງຫຼົບໜີຢູ່ທີ່ນີ້. ເພື່ອໂຕ້ຕອບຄືນ, ວັນທີ 18 ມັງກອນ, ປາກິດສະຖານ ໄດ້ບຸກໂຈມຕີລູກສອນໄຟເຂົ້າແຂວງ Sistan – Baluchistan ຂອງ ອີຣານ, ດ້ວຍເຫດຜົນທີ່ຄ້າຍຄືກັນກັບ ອີຣານ ນັ້ນແມ່ນແນໃສ່ດັບສູນບັນດາກຸ່ມກຳລັງແຍກຕົວທີ່ເປັນປໍລະປັກກັບປະເທດນີ້.

ເລື່ອງ ອີຣານ ແລະ ປາກິດສະຖານ ເຮັດໃຫ້ເພີ່ມຄວາມເຄັ່ງຕຶງແບບກະທັນຫັນ ແລະ ມີການກະທຳທາງການທະຫານ ເລັ່ງໃສ່ເຂດດິນແດນຂອງກັນໂດຍກົງນັ້ນ ຍິ່ງເຮັດໃຫ້ວົງການນັກສັງເກດການປະຫຼາດໃຈ ເພາະວ່າ ຖ້າຫາກວ່າບັນດາການປະທະກັນໂດຍກົງນີ້ເພີ່ມຂຶ້ນ, ຜົນຕາມມາຈະມີຄວາມຮ້າຍແຮງທີ່ສຸດສຳລັບ 2 ປະເທດ ແລະ ພາກພື້ນ, ຍ້ອນວ່າ ອີຣານ ແລະ ປາກິດສະຖານ ລ້ວນແຕ່ແມ່ນບັນດາປະເທດມະຫາອຳນາດດ້ານການທະຫານໃນພາກພື້ນ, ມີກຳລັງປະກອບອາວຸດທົ່ວໄປເປັນຈຳນວນຫຼາຍ. ທ່ານ Abdullah Khan, ນັກຊ່ຽວຊານສັງກັດ ສະຖາບັນຄົ້ນຄວ້າການປະທະກັນ ແລະ ຄວາມໝັ້ນຄົງ ປາກິດສະຖານ ໄຈ້ແຍກວ່າ:

“ການໂຕ້ຕອບເບື້ອງຕົ້ນຈາກຝ່າຍ ອີຣານ ພາຍຫັງການໂຕ້ຕອບຂອງ ປາກິດສະຖານ ໄດ້ຊີ້ໃຫ້ເຫັນວ່າ ອີຣານ ອາດຈະບໍ່ປະຕິບັດບັ້ນຮົບໃດຢູ່ດິນແດນ ປາກິດສະຖານ ຕື່ມອີກ ແຕ່ກໍບໍ່ຍົກເວັ້ນກໍລະນີອື່ນໆ. ກໍລະນີໃດໜຶ່ງທີ່ອາດຈະເກີດຂຶ້ນ ແລະ ສາມາດເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ການປະທະກັນແຜ່ລາມອອກສູ່ວົງກວ້າງ. ທັງສອງກໍລະນີດັ່ງກ່າວລ້ວນແຕ່ສາມາດເກີດຂຶ້ນໄດ້”.

ເຖິງຢ່າງໃດກໍຕາມ, ນັກຊ່ຽວຊານສ່ວນຫຼາຍຖືວ່າ ໃນຈຸດເວລານີ້ ທັງ ອີຣານ ກັບ ປາກິດສະຖານ ລ້ວນແຕ່ຢູ່ໃນສະພາວະປະເຊີນໜ້າກັບຫຼາຍບັນຫາຢູ່ພາຍໃນປະເທດ ກໍຄື ຄວາມກົດດັນດ້ານຄວາມໝັ້ນຄົງຈາກພາຍນອກ, ສະນັ້ນ ຈະບໍ່ນຳມາເຊິ່ງຜົນປະໂຫຍດ ຖ້າຫາກວ່າ ການປະທະກັນສືບຕໍ່ມີການຜັນແປຢ່າງຮ້າຍແຮງກວ່າ. ຕາມນັກຊ່ຽວຊານ ທ່ານ Suzanne Maloney, ຮອງຫົວໜ້າສະຖາບັນ Brookings (ອາເມລິກາ) ແລ້ວ, ຄວາມວິຕົກກັງວົນດ້ານຄວາມໝັ້ນຄົງໃຫຍ່ສຸດຢູ່ພາກພື້ນີ້ ຍັງຄົງແມ່ນບັນດາການປະທະກັນທີ່ກ່ຽວຂ້ອງໂດຍກົງເຖິງການຜັນແປຢູ່ເຂດ ກາຊາ, ລະອຽດແມ່ນ ຄວາມເຄັ່ງຕຶງຢູ່ທະເລແດງເພີ່ມຂຶ້ນ ແລະ ຄວາມສ່ຽງເກີດການປະທະກັນໂດຍກົງລະຫວ່າງ ອິດສະຣາແອັນ ກັບກຳລັງ  Hezbollah ຢູ່ ລີບັງ ພວມນັບມື້ນັບໃຫຍ່ຂຶ້ນ, ໃນສະພາບສົງຄາມຢູ່ເຂດ ກາຊາ ຍັງບໍ່ທັນມີສັນຍານຢຸດຕິລົງເທື່ອ./.

ຕອບກັບ

ຂ່າວ/ບົດ​ອື່ນ