ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ - ຟີລິບປິນ

(VOVWORLD) - ຫວຽດນາມ ແລະ ຟີລິບປິນ ໄດ້ແບ່ງປັນຫຼາຍທັດສະນະ ທີ່ຄ້າຍຄືກັນກ່ຽວຂ້ອງເຖິງດ້ານພູມສາດ, ຂອບຂະໜາດປະຊາກອນ, ລະດັບການ ພັດທະນາ ກໍຄືກ່ຽວກັບປະຫວັດສາດ, ວັດທະນະທຳ, ມະນຸດ.

    ໂດຍຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr ແລະ ພັນລະຍາ ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 29 – 30 ມັງກອນ. ການເຄື່ອນໄຫວພົວພັນຕ່າງປະເທດສຳຄັນນີ້ ເພື່ອແນໃສ່ຢືນຢັນຄືນການພົວພັນ ຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຝ່າຍ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃນດ້ານການເມືອງໃນລະດັບສູງສຸດ ແລະ ແມ່ນກຳລັງໜູນເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຟີລິບປິນ ໃນໄລຍະຈະມາເຖິງ.

     ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr, ນັບແຕ່ເມື່ອຮັບດຳລົງຕຳແໜ່ງ (ເດືອນ ມິຖຸນາ 2022). ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ຟີລິບປິນ ໄດ້ດຳເນີນໄປໃນສະພາບ 2 ປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2015 – 2025) ແລະ 50 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ (1976 – 2026).

ຮັກສາທ່າພັດທະນາຢ່າງແຮງ

    ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 12 ກໍລະກົດ 1976, ການພົວພັນລະຫວ່າງ 2 ປະເທດໄດ້ພັດທະນາຢ່າງຕັ້ງໜ້າ, ພິເສດແມ່ນການພົບປະດ້ານການເມືອງຂັ້ນສູງໄດ້ຮັບການຮັກສາຢ່າງເປັນ ປະຈຳ.

        ການຮ່ວມມືດ້ານເສດຖະກິດກໍ່ໄດ້ພັດທະນາຢ່າງຕັ້ງໜ້າ. ຍອດວົງເງິນການຄ້າ 2 ຝ່າຍບັນລຸລະດັບ 2,5 ຕື້ USD ໃນປີ 2010. ປີ 2020, ຕົວເລກນີ້ໄດ້ເພີ່ມຂຶ້ນທົບ 2 ເທົ່າຂຶ້ນເປັນ 5,3 ຕື້ USD ແລະ ນັບທັງໃນໄລຍະເກີດໂລກລະບາດໂຄວິດ - 19, ວົງເງິນການຄ້າ 2 ຝ່າຍສືບຕໍ່ເພີ່ມຂຶ້ນສູງເປັນກ້າວໆ, ຂຶ້ນເປັນ 6,7 ຕື້ USD ໃນປີ 2021 ແລະ 7,8 ຕື້ USD ໃນປີ 2022. ໃນປີ 2023, ຄາດວ່າ ຕົວເລກນີ້ກໍ່ທຽບເທົ່າກັບປີ 2022. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຟີລິບປິນ ລ້າຍທາຍບິ່ງ, ຖືວ່າ:

   “ນີ້ແມ່ນຄວາມກ້າວໜ້າ, ຕັ້ງໜ້າທີ່ສຸດ, ສະແດງໃຫ້ເຫັນຄວາມມານະພະຍາຍາມລະຫວ່າງ 2 ຝ່າຍໃນການຮັກສາການແລກປ່ຽນການຄ້າ, ໃນສະພາບທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ອາດເວົ້າໄດ້ວ່າ, ມາຮອດປະຈຸບັນ, ພື້ນຖານເສດຖະກິດລະຫວ່າງ 2 ຝ່າຍສືບຕໍ່ເພີ່ມເຕີ່ມໃຫ້ແກ່ກັນ ຢ່າງແໜ້ນແຟ້ນ. ນອກນັ້ນ, ບັນດາຂົງເຂດຮ່ວມມືອື່ນທີ່ກ່ຽວຂ້ອງເຖິງການແລກປ່ຽນວັດທະນະທຳ, ທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ ສືບຕໍ່ໄດ້ຮັບການເປີດກວ້າງ, ຮັກສາ ແລະ ມີບັນດາບາດກ້າວພັດທະນາ ຢ່າງຕັ້ງໜ້າ”.

        ປະຈຸບັນ, ຟີລິບປິນ ແມ່ນຄູ່ຄ້າໃຫຍ່ທີ 6 ຂອງ ຫວຽດນາມ ໃນ ອາຊຽນ ແລະ ຢືນອັນດັບທີ 16 ໃນໂລກ, ພ້ອມທັງ ແມ່ນຕະຫຼາດສົ່ງອອກເຂົ້າສານໃຫຍ່ທີ່ສຸດຂອງ ຫວຽດນາມ. ພ້ອມກັບບັນດາຜົນປະໂຫຍ ດ້ານການຄ້ານັ້ນ, ເລື່ອງ ຫວຽດນາມ ສົ່ງອອກເຂົ້າສານໄປຍັງ ຟີລິບປິນ ກໍ່ໄດ້ປະກອບສ່ວນເຂົ້າໃນຄວາມ ມານະພະຍາຍາມ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງລັດຖະບານ ຟີລິບປິນ. ໃນສະພາບ ຫວຽດນາມ ແມ່ນປະເທດສົ່ງອອກຜະລິດຕະພັນກະເສດແຖວໜ້າຢູ່ພາກພື້ນ ແລະ ຟີລິບປິນ ແມ່ນປະເທດ ມີປະຊາກອນຫຼາຍທີ 2 ໃນ ອາຊຽນ, ການຮ່ວມມືດ້ານກະສິກຳລະຫວ່າງ 2 ປະເທດຍັງມີໂອກາດພັດທະນາ ຫຼາຍຢ່າງກວ່າອີກ.

        2 ຝ່າຍພວມຕັ້ງໜ້າຜັນຂະຫຍາຍໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2019 – 2024, ເຫັນດີສູ້ຊົນນຳວົງເງິນການຄ້າ 2 ຝ່າຍບັນລຸ 10 ຕື້ USD ໃນໄລຍະຈະມາເຖິງໂດຍໄວ. ພ້ອມກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ທ່ອງທ່ຽວກໍ່ແມ່ນຂົງເຂດເຊິ່ງ 2 ປະເທດຍາມໃດກໍ່ເພີ່ມທະວີການເຄື່ອນໄຫວຮ່ວມມື.

ໃຫ້ບຸລິມະສິດການຮ່ວມມືໃນສະພາບສາກົນ ແລະ ພາກພື້ນຄືໃນປະຈຸບັນ

   ຫວຽດນາມ ແລະ ຟີລິບປິນ ໄດ້ແບ່ງປັນຫຼາຍທັດສະນະທີ່ຄ້າຍຄືກັນກ່ຽວຂ້ອງເຖິງດ້ານພູມສາດ, ຂອບຂະໜາດປະຊາກອນ, ລະດັບການພັດທະນາ ກໍຄືກ່ຽວກັບປະຫວັດສາດ, ວັດທະນະທຳ, ມະນຸດ. ນີ້ແມ່ນບັນດາພື້ນຖານສະດວກທີ່ສຸດເພື່ອໃຫ້ 2 ປະເທດສືບຕໍ່ຊຸກຍູ້ໃນຂົງເຂດຮ່ວມມືທີ່ຕ່າງຝ່າຍຕ່າງມີ ຄວາມສົນໃຈ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຟີລິບປິນ ລ້າຍທາຍບິ່ງ, ຢືນຢັນວ່າ:

    “ພ້ອມກັບຄວາມໝາຍ 2 ຝ່າຍ, ການຢ້ຽມຢາມຂອງທ່ານປະທານາທິບໍດີ ຟີລິບປິນ Marcos ຍັງມີຄວາມໝາຍສຳຄັນແມ່ນຢືນຢັນການສົມທົບກັນລະຫວ່າງ 2 ປະເທດສະມາຊິກຂອງ ອາຊຽນ, ກໍຄືຊຸກຍູ້ບົດບາດໃຈກາງຂອງ ອາຊຽນ. ຜ່ານການຢ້ຽມຢາມຄັ້ງນີ້, ການພົວພັນລະຫວ່າງ 2 ປະເທດຈະໄດ້ຊຸກຍູ້ຢ່າງຮອບດ້ານ, ຕັ້ງໜ້າປະກອບສ່ວນໃຫ້ແກ່ຜົນປະໂຫຍດຂອງປະຊາຊົນ 2 ປະເທດ ກໍຄືໃຫ້ແກ່ສັນຕິພາບ, ຄວາມສະຖຽນລະພາບ, ການຮ່ວມມືຂອງພາກພື້ນ ແລະ ໃນໂລກອີກດ້ວຍ. ນີ້ແມ່ນສິ່ງສຳຄັນທີ່ສຸດໃນສະພາບການສາກົນ ແລະ ພາກພື້ນທີ່ສືບຕໍ່ມີການຜັນແປສັບສົນຫຼາຍຢ່າງ”.

    ດ້ວຍພື້ນຖານການພົວພັນອັນດີງາມເປັນເວລາເກືອບ 50 ປີນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ ຟີລິບປິນ ໃນຄັ້ງນີ້ ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ ເວົ້າລວມ ແລະ ການພົວພັນລະຫວ່າງການນຳຂັ້ນສູງຂອງ 2 ປະເທດເລິກເຊິ່ງຂຶ້ນຕື່ມ; ເພີ່ມທະວີການພົວພັນ 2 ຝ່າຍໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ