ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາຊົນເຜົ່າສ່ວນຫນ້ອຍ: ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ

(VOVWORLD) - ວັດທະນະທຳບັນດາຊົນເຜົ່າສ່ວນຫນ້ອຍ ຢູ່ ຫວຽດນາມ ແມ່ນພາກສ່ວນຫນຶ່ງທີ່ສຳຄັນຂອງພື້ນຖານວັດທະນະທຳ ຫວຽດນາມ. ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງເຂດຊາວຊົນເຜົ່າສ່ວນຫນ້ອຍ ແມ່ນຫນຶ່ງໃນບັນດາບຸລິມະສິດຂອງພັກ, ລັດ ຫວຽດນາມ, ແມ່ນຫນ້າທີ່ຈຸດສຸມໃນໄລຍະປະຈຸບັນ.

ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາຊົນເຜົ່າສ່ວນຫນ້ອຍ: ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ - ảnh 1

ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາຊົນເຜົ່າສ່ວນຫນ້ອຍ: ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ. VOV

ຕາມໝາກຜົນການສຳຫລວດປະຊາກອນປີ 2019, ຫວຽດນາມ ມີຊາວຊົນເຜົ່າສ່ວນຫນ້ອຍ

(ກວມເອົາປະມານ 14,7% ຈຳນວນປະຊາກອນໃນຂອງທົ່ວປະເທດ), ສ່ວນຫລາຍແມ່ນດຳເນີນຊີວິດເຂດພູພຽງ, ພູດອຍທາງພາກເຫນືອ, ທິດເຫນືອພາກກາງ, ເຂດແຄມທະເລພາກກາງ, ໄຕງວຽນ ແລະ ທິດຕາເວັນຕົກພາກໃຕ້. ແຕ່ລະຊົນເຜົ່າສ່ວນຫນ້ອຍ ລ້ວນແຕ່ມີບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳລວມຂອງຊາດຫວຽດນາມ ອຸດົມສົມບູນ.

ພາບພົດທີ່ມີຊີວິດຊີວາກ່ຽວກັບການອະນຸລັກຮັກສາວັດທະນະທຳບັນດາເຜົ່າສ່ວນຫນ້ອຍ

ບໍ່ມີສະພາບແວດລ້ອມໃດເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳໄດ້ດີກວ່າ ພື້ນທີ່ວັດທະນະທຳຂອງແຕ່ລະຊົນເຜົ່ານັ້ນເອງ. ໃນຊຸມປີຜ່ານມາ, ແຂວງເຊີນລາ ໄດ້ມີຄວາມເອົາໃຈໃສ່ກໍ່ສ້າງ ແລະ ເສີມຂະຫຍາຍຂະບວນການສິລະປະວັນນະຄະດີ ໃນມະຫາຊົນ. ມາຮອດປະຈຸບັນ ແຂວງ ມີກອງສິລະປະກວ່າ 3.300 ກອງໃນທົ່ວບ້ານ, ຄຸ້ມບ້ານ, ເຂດຊຸມຊົນ ແລະ ກໍ່ແມ່ນຫນຶ່ງໃນບັນດາທ້ອງຖິ່ນມີກອງສິລະປະຫລາຍສຸດໃນທົ່ວປະເທດ. ແຕ່ລະປີ, ເຊີນລາ ລ້ວນແຕ່ຫັກເງິນນັບຕື້ດົ່ງ ຈາກງົບປະມານເພື່ອຫນູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະວັນນະຄະດີ ໃນມະຫາຊົນ. ເອື້ອຍ ຫລໍ່ຊວນເຮື່ອງ, ຫົວຫນ້າກອງສິລະປະຫນຸ່ວຍ 3 ຕາແສງ ຈຽງອານ ນະຄອນເຊີນລາ ແຂວງ ເຊີນລາ ໃຫ້ຮູ້ວ່າ:         

“ໂດຍມີຄວາມເອກອ້າງທະນົງໃຈ ຍ້ອນພັກ, ລັດ ໄດ້ມີຄວາມເອົາໃຈໃສ່, ແຂວງເບິກຈ່າຍງົບປະມານຫນູນຊ່ວຍຂະບວນການວັດທະນະທຳສິລະປະ. ຂ້າພະເຈົ້າໄດ້ຮັບຫນ້າທີ່ຮັບຜິດຊອບກອງສິລະປະ, ສະນັ້ນ ຂ້າພະເຈົ້າຂຶ້ນແຜນໃນປີຄວນສ້າງລາຍການສະແດງສິລະປະໃດແດ່, ນຸ່ງຊຸດອາພອນແນວໃດ, ອຸປະກອນສິລະປະປະເພດໃດ ແລ້ວລາຍງານຕໍ່ໝູ່ຄະນະເພື່ອໃຊ້ຈ່າຍໃຫ້ກອງສິລະປະ”

ໃນຂະນະນັ້ນ ຢູ່ ເມືອງ ອາເລືອຍ, ແຂວງເທື່ອທຽນເຫ້ວ, ບັນດາງານບຸນພື້ນເມືອງຂອງຊາວ ປາໂກໄດ້ຮັບການຟື້ນຕົວ, ສ້າງຂຶ້ນແບບດັ້ງເດີມ, ໃນໂອກາດວັນບຸນຕ່າງໆ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຕັ້ງລາຍການວາດພາບບັນດາພິທີການທີ່ເປັນມູນເຊື້ອຂອງຊາວຊົນເຜົ່າ ຢູ່ ໝູ່ບ້ານ ອາໂນ, ຢູ່ງານຕະຫລາດນັດເຂດພູສູງ ອາເລືອຍ.. ນັ້ນແມ່ນງານບຸນ ອາຢາ, ງານດອງ, ການລະຫລິ້ນພື້ນເມືອງຕ່າງໆ.. ທ່ານນາງ ເລທິເທມ, ຫົວຫນ້າພະແນກວັດທະນະທຳ ແລະ ຖະແຫລງຂ່າວ ເມືອງ ອາເລືອຍ ແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ:

 “ໃນໄລຍະຈະມາເຖິງ, ໂດຍອີງໃສ່ບັນດາຈຸດທີ່ເປັນເອກະລັກສະເພາະຂອງຊາວຊົນເຜົ່າສ່ວນຫນ້ອຍ ພິເສດແມ່ນການເຄື່ອນໄຫວວັດທະນະທຳທີ່ມີແຕ່ດົນນານໂດຍໄດ້ສືບທອດ, ອະນຸລັກຮັກສາໃນວົງຄະນາຍາດ, ພວກຂ້າພະເຈົ້າສືບຕໍ່ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກພິເສດ. ໃນງານບຸນຕ່າງໆ ຫລື ເຫດການໃຫຍ່ຢູ່ທ້ອງຖິ່ນ, ພວກຂ້າພະເຈົ້າສືບຕໍ່ວາດພາບບັນດາການເຄື່ອນໄຫວຂອງງານບຸນ”

          ໄລ່ມາຮອດປະຈຸບັນ, ຫວຽດນາມມີກວ່າ 80 ງານບຸນທີ່ເປັນມູນເຊື້ອຂອງບັນດາເຜົ່າສ່ວນຫນ້ອຍໂດຍໄດ້ສ້າງຂຶ້ນແບບດັ້ງເດີມຄືນໃຫມ່, ອະນຸລັກຮັກສາ ແລະ ພັດທະນາຖືກກັບຈຸດປະສົງ, ເໝາະສົມກັບແຕ່ລະຊົນເຜົ່າ. ມີກວ່າ 30 ໝູ່ບ້ານ, ຄຸ້ມບ້ານ ຂອງ 25 ຊົນເຜົ່າໄດ້ຮັບການລົງທຶນອະນຸລັກຮັກສາຕິດພັນກັບການພັດທະນາເພື່ອໃຫ້ກໍ່ສ້າງບັນດາໝູ່ບ້ານ, ຫໍວັດທະນະທຳ, ການທ່ອງທ່ຽວຢູ່ເຂດຊົນເຜົ່າສ່ວນຫນ້ອຍ.

ນອກນັ້ນ ມີຫໍພິພິທະພັນ 3 ແຫ່ງຂອງສູນກາງ ແລະ 65 ຫໍພິພິທະພັນຂັ້ນແຂວງ ກໍ່ໄດ້ຈັດຕັ້ງປະຕິບັດການຮຽບຮຽງ, ກວດກາຄືນ, ວາງສະແດງບັນດາຄຸນຄ່າມໍລະດົກວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າຢູ່ຫວຽດນາມ. 145 ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງບັນດາເຜົ່າສ່ວນຫນ້ອຍໄດ້ນຳເອົາເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ. ແຕ່ລະປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວຂ່ຳນັບຊົມເຊີຍວັນບຸນວັດທະນະທຳບັນດາເຜົ່າຢູ່ ຫວຽດນາມ (19/4) ເປັນເອກະພາບຈາກສູນກາງລົງຮອດທ້ອງຖິ່ນ,

ປັບປຸງກຳລັງແຮງພາຍໃນ

ພັກກອມມູນິດ ຫວຽດນາມ ມີແຜນນະໂຍບາຍອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາວຊົນເຜົ່າສ່ວນຫນ້ອຍ. ບັນດາເອກະສານກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ຄັ້ງທີ VIII, IX, XI ກ່ຽວກັບການກໍ່ສ້າງພື້ນຖານວັດທະນະທຳ ຫວຽດນາມ ກ້າວຫນ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ແມ່ນພື້ນຖານສຳຄັນໃນການກຳນົດທິດນະໂຍບາຍອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາວຊົນເຜົ່າສ່ວນຫນ້ອຍໄລຍະຜ່ານມາ.

ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດຫລາຍທັດສະນະ, ແຜນນະໂຍບາຍໃຫຍ່ ມີລັກສະນະບຸກທະລຸເພື່ອເສີມຂະຫຍາຍກຳລັງແຮງດຶງດູດຂອງວັດທະນະທຳຫວຽດນາມ. ໃນນັ້ນ ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງບັນດາເຜົ່າສ່ວນຫນ້ອຍແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນແຖວຫນ້າມີລັກສະນະບຸກທະລຸ.

          ເລື່ອງພັດທະນາເສດຖະກິດ - ສັງຄົມບັນດາເຂດຊາວຊົນເຜົ່າສ່ວນຫນ້ອຍ, ໃນນັ້ນ ມີບັນດາໂຄງການອະນຸລັກຮັກສາເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳຊົນເຜົ່າສ່ວນຫນ້ອຍ ຕິດພັນກັບການພັດທະນາວົງຄະນາຍາດ ເປັນສິ່ງພິສູດໃຫ້ເຫັນຄວາມເອົາໃຈໃສ່ຢ່າງລະອຽດຂອງພັກ,ລັດ, ສຳລັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຜົ່າສ່ວນຫນ້ອຍ. ຜ່ານນັ້ນ ຮັກສາລັກສະນະເປັນຫລາຍຮູບແບບຂອງວັດທະນະທຳ, ປັບປຸງກຸ່ມກ້ອນມະຫາສາມັກຄີບັນດາຊົນເຜົ່າ, ແມ່ນກຳລັງຫນູນພັດທະນາເສດຖະກິດ ສັງຄົມເວົ້າລວມ ພິເສດແມ່ນເພື່ອຢັ້ງຢືນຕໍ່ກັບໂລກກ່ຽວກັບຄຸນຄ່າ, ສີສັນ, ຄວາມຮັ່ງມີອຸດົມສົມບູນ, ຫລາຍຮູບແບບກ່ຽວກັບວັດທະນະທຳຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ