ການ​ຢ້ຽມ​ຢາມ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມືຫຼາຍ​ຢ່າງ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

(VOVWORLD) - ວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ແລະ ການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ ຢ່າງຈົບງາມ. ການຢ້ຽມຢາມປະສົບຜົນສຳເລັດໃນທຸກດ້ານ, ເປັນຂີດໝາຍສຳຄັນໃນການພົວພັນມິດຕະພາບ, ເປີດກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງລະຫວ່າງ ຫວຽດນາມ ກັບ ອົດສະຕາລີ ແລະ ນິວຊີແລນ.

ໃນການເດີນທາງປະຕິບັດງານແຕ່ວັນທີ 5 – 11 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການເຄື່ອນໄຫວຢ່າງເຕັມທີ່ ແລະ ມີປະສິດທິຜົນ ດ້ວຍກວ່າ 50 ກິດຈະກຳ.

ການ​ຢ້ຽມ​ຢາມ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມືຫຼາຍ​ຢ່າງ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ  Anthony Albanese ໃນການຖະແຫຼງການຮ່ວມ (ພາບ: VOV)

ການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມື ອາຊຽນ - ອົດສະຕາລີ

        ໃນການເຂົ້າຮ່ວມບັນດາກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມທັງວິວັດການກະກຽມ, ສ້າງໂຄງການດຳເນີນງານ ແລະ ເຈລະຈາກ່ຽວກັບເອກະສານສະບັບຕ່າງໆ, ກໍຄືເຂົ້າຮ່ວມ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຈອງກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີ “3 ບຸກທະລຸ, 3 ເພິ່ມທະວີ ແລະ 3 ພ້ອມ” ໃນການພົວພັນ ອາຊຽນ - ອົດສະຕາລີ ແລະ ໄດ້ຮັບການຕີລາຄາສູງຈາກບັນດາການນຳ ແລະ ມີຫຼາຍເນື້ອໃນໄດ້ຫັນເປັນລາຍລັກອັກສອນ.

        ການເຂົ້າຮ່ວມຂອງ ຫວຽດນາມ ຢູ່ກອງປະຊຸມ ໄດ້ປະກອບສ່ວນເພື່ອເຊີດຊູບົດບາດຂອງ ຫວຽດນາມ ໃນການພົວພັນ ອາຊຽນ - ອົດສະຕາລີ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ພົບປະກັບການນຳຂັ້ນສູງຂອງບັນດາປະເທດ ອາຊຽນ, ບັນດາປະເທດ ເຂົ້າຮ່ວມ ແລະ ທ່ານເລຂາທິການໃຫຍ່ ອາຊຽນ. ບັນດາຄູ່ຮ່ວມມື ລ້ວນແຕ່ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນກັບ ຫວຽດນາມ ໃນທຸກຂົງເຂດເລິກເຊິ່ງກວ່າອີກ.

ຍົກລະດັບການພົວພັນສອງຝ່າຍກັບ ອົດສະຕາລີ, ເປີດກາລະໂອກາດຮ່ວມມືໃນບາງຂົງເຂດໃໝ່ ກັບ ນິວຊີແລນ

        ພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄດ້ໄປຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ ແຕ່ວັນທີ 7 – 11 ມານາ. ສອງປະເທດໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ແລະ ພັນລະຍາຢ່າງສົມກຽດດ້ວຍພິທີກຳສູງສຸດ. ລັດຖະບານ ນິວຊີແລນ ຍັງຕ້ອນຮັບທ່ານນາຍົກລັດຖະມົນຕີ ດ້ວຍພິທີກຳພິເສດຂອງຊາວພື້ນເມືອງ Maori.

        ຢູ່ ອົດສະຕາລີ, ຈຸດພົ້ນເດັ່ນທີ່ສຸດໃນການຢ້ຽມຢາມຄັ້ງນີ້ແມ່ນເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ປະກາດຍົກລະດັບການພົວພັນ ຫວຽດນາມ - ອົດສະຕາລີ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນການພົວພັນຢູ່ລະດັບສູງສຸດໃນລະບົບການພົວພັນຕ່າງປະເທດຂອງ ຫວຽດນາມ.

ການ​ຢ້ຽມ​ຢາມ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມືຫຼາຍ​ຢ່າງ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ທີ່ການຖະແຫຼງການຮ່ວມ (ພາບ: VOV)

        ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດ 6 ທິດທາງຮ່ວມມືໃຫຍ່ໃນໄລຍະຈະມາເຖິງ ໃນທຸກຂົງເຂດ. ຕີລາຄາກ່ຽວກັບຂອບເຂດການຮ່ວມມືໃໝ່ນີ້, ທ່ານ Layton Pike, ຜູ້ຮ່ວມກໍ່ຕັ້ງສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ ຖືວ່າ:

        “ມື້ນີ້ແມ່ນມື້ສັນວັນດີ, ເປັນວັນປະຫວັດສາດໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ເມື່ອສອງປະເທດສ້າງຕັ້ງຂອບເຂດການພົວພັນໃໝ່ ນັ້ນແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຂອບເຂດການພົວພັນໃໝ່ນີ້ ໄດ້ສ່ອງແສງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຊື່ອໝັ້ນເຊິ່ງກັນແລະກັນລະຫວ່າງສອງປະເທດ, ພິເສດແມ່ນລະຫວ່າງການນຳສອງປະເທດ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ແລະ ອົດສະຕາລີ ເພີ່ມທະວີການສົນທະນາເຈລະຈາ ແລະ ແລກປ່ຽນລະຫວ່າງທຸກຂັ້ນ ແລະ ໃນຫຼາຍຂົງເຂດ”.

        ໃນຂະນະນັ້ນ, ຢູ່ ນິວຊີແລນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ Christopher Luxon  ຢ່າງເລິກເຊິ່ງກວ້າງຂວາງ. ນອກຈາກບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອແລ້ວ, ໃນການຢ້ຽມຢາມຄັ້ງນີ້ ຍັງເປີດກາລະໂອກາດຮ່ວມມືໃນບາງຂົງເຂດໃໝ່, ເຊັ່ນ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ… ເມື່ອແຈ້ງໃຫ້ວົງການສື່ມວນຊົນສອງປະເທດຮັບຊາບ ພາຍຫຼັງການພົບປະສົນທະນາສິ້ນສຸດລົງຢ່າງສຳເລັດຜົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        “ບົນເນື້ອໃນຈິດໃຈສ້າງສັນ ແລະ ຮ່ວມມື, ພວກຂ້າພະເຈົ້າ ໄດ້ປຶກສາຫາລືຢ່າງຮອບດ້ານກ່ຽວກັບບັນດາຂົງເຂດຮ່ວມມື, ວາງອອກທິດທາງເພື່ອຍົກການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ ແລະ ມຸ່ງໄປເຖິງການຍົກລະດັບການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່, ໃນນັ້ນ, ຂ້າພະເຈົ້າ ຂໍສະຫຼຸບສັ້ນໆດັ່ງນີ້: “ສະຖຽນລະພາບ ແລະ ປັບປຸງ”, “ເພີ່ມທະວີ ແລະ ເປີດກວ້າງ”, ແລະ “ເພີ່ມລະດັບຄວາມໄວ ແລະ ບຸກທະລຸ”.

        ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ ເພື່ອນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 2 ຕື້ USD ໃນປີ 2024 ແລະ ຄົ້ນຄວ້າບັນດາມາດຕະການເພື່ອນຳການລົງທຶນສອງສົ້ນບັນລຸ 500 ລ້ານ USD ໃນປີ 2030, ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມື ປະກອບສວ່ນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ.

        ການເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີ ກັບ ນິວຊີແລນ ຢ່າງເປັນທາງການທີ່ປະສົບຜົນສຳເລັດໃນທຸກດ້ານນັ້ນ ໄດ້ສ້າງທ່ວງທ່າໃຫ້ແກ່ການພົວພັນ ຫວຽດນາມ ກັບສອງປະເທດ ອົດສະຕາລີ ແລະ ນິວຊີແລນ ພັດທະນາຂຶ້ນສູ່ລະດັບສູງໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ