ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ ປົກ​ຄຸມ​ສະ​ພາບ​ການ​ຢູ່​ພາກ​ພື້ນ​ຕາເວັນ​ອອກ​ກາງ​ປີ 2023

(VOVWORLD) -   ການປະທະກັນ ຮາມາດສ - ອິດສະຣາແອັນ ແມ່ນການຜັນແປພູມີສາດການເມືອງທີ່ປົກຄຸມທົ່ວພາກພື້ນຕາເວັນອອກກາງໃນປີນີ້. ນີ້ແມ່ນການປະທະກັນໃຫຍ່ສຸດໃນ 2  3 ທົດສະວັດຜ່ານມາ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ອິດສະລາມ, ເຮັດໃຫ້ປະຊາຊົນສອງປະເທດເສຍຊີວິດເປັນຈຳນວນຫຼາຍ, ພ້ອມທັງນາບຂູ່ເຖິງການພັງທະລາຍສະພາບຄວາມໝັ້ນຄົງທີ່ບອບາງຢູ່ພາກພື້ນຕາເວັນອອກກາງ.
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ ປົກ​ຄຸມ​ສະ​ພາບ​ການ​ຢູ່​ພາກ​ພື້ນ​ຕາເວັນ​ອອກ​ກາງ​ປີ 2023 - ảnh 1ສະພາບການຢູ່ເຂດກາຊາ ໃນວັນທີ 9 ທັນວາ (ພາບ:AFP/TTXVN)

ວັນທີ 7 ຕຸລາ, ຂະບວນການ ຮາມາດສ ອິດສະລາມ ຢູ່ເຂດ ກາຊາ ໄດ້ເປີດບັ້ນບຸກໂຈມຕີຂະໜາດໃຫຍ່ແບບກະທັນຫັນ ເລັ່ງໃສ່ບັນດາເຂດຊຸມຊົນ ແລະ ຄ້າຍທະຫານ ອິດສະຣາແອັນ ຢູ່ໃກ້ເຂດກາຊາ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຈັບຕົວປະກັນນັບຮ້ອຍຄົນ. ເພື່ອໂຕ້ຕອບຄືນ, ລັດຖະບານ ອິດສະຣາແອັນ ກໍເປີດບັ້ນຮົບຕໍ່ຕ້ານ ເຊິ່ງມີຂອບຂະໜາດໃຫຍ່ສຸດນັບແຕ່ປີ 1973 ມາຮອດປັດຈຸບັນ ເພື່ອແນໃສ່ເຂດກາຊາ, ເຮັດໃຫ້ເຂດດັ່ງກ່າວຕົກເຂົ້າສູ່ສະພາບປະທະກັນດ້ານການທະຫານຂະໜາດໃຫຍ່ສຸດໃນຫຼາຍປີຜ່ານມາ.

       ການປະທະກັນທີ່ດຸເດືອດ ແລະ ວິກິດການດ້ານມະນຸດສະທຳ

        ພາຍຫຼັງເກີດຂຶ້ນໄດ້ປະມານ 2 ເດືອນປາຍ, ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອັນ ຍັງບໍ່ທັນມີສັນຍານຢຸດຕິເທື່ອ, ໂດຍບໍ່ສົນໃຈເຖິງການເສຍຊີວິດຢ່າງໜັກໜ່ວງຈາກທັງ 2 ຝ່າຍ ແລະ ວິກິດການດ້ານມະນຸດສະທຳທີ່ນັບມື້ນັບຮີບດ່ວນ. ໄລ່ຮອດກາງເດືອນທັນວາ, ບັນດາຕົວເລກຈາກ ສປຊ, ອົງການສາທາລະນະສຸກເຂດ ກາຊາ ກໍຄື ອຳນາດການປົກຄອງ ອິດສະຣາແອັນ ຊີ້ໃຫ້ເຫັນວ່າ ມີຜູ້ເສຍຊີວິດເກືອບ 20.000 ຄົນ. ນີ້ແມ່ນຕົວເລກຜູ້ເສຍຊີວິດທີ່ຮ້າຍແຮງທີ່ສຸດສຳລັບທັງ 2 ຝ່າຍ ອິດສະຣາແອັນ ແລະ ປາແລັດສະຕິນ ນັບແຕ່ປີ 1948.

        ບໍ່ພຽງແຕ່ຖືກຜົນເສຍຫາຍກ່ຽວກັບຊີວິດອິນຊີເທົ່ານັ້ນ, ການປະທະກັນກໍພວມມ້າງທຳລາຍພື້ນຖານໂຄງລ່າງທັງໝົດ ແລະ ພື້ນຖານເສດຖະກິດ - ສັງຄົມຂອງເຂດ ກາຊາ, ເຊິ່ງເປັນບ່ອນດຳລົງຊີວິດຂອງປະຊາຊົນກວ່າ 2,3 ລ້ານຄົນ ກ່ອນທີ່ການປະທະກັນເກີດຂຶ້ນ.     ຕໍ່ໜ້າສະພາບການປະທະກັນທີ່ດຸເດືອດຢູ່ເຂດ ກາຊາ ນັ້ນ, ບັນດາຄວາມມານະພະຍາຍາມທາງການທູດຢູ່ພາກພື້ນ ແລະ ສາກົນ ໄດ້ຮັບການປະຕິບັດຢ່າງຕໍ່ເນື່ອງໃນໄລຍະ 2 ເດືອນກວ່າຜ່ານມາຢູ່ເຂດຕາເວັນອອກກາງ. ສປຊ ກໍໄດ້ຈັດຕັ້ງກອງປະຊຸມໂດຍດ່ວນຫຼາຍກວ່າ 10 ຄັ້ງ ເພື່ອປຶກສາຫາລືກ່ຽວກັບສະພາບການເພື່ອຮັບຮອງເອົາມະຕິ 2 ສະບັບ ແນໃສ່ຊຸກຍູ້ການບັນລຸໄດ້ຄຳສັ່ງຢຸດຍິງຍາວນານ, ຜ່ານນັ້ນ ກໍ່ສາມາດຍູ້ແຮງການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳ ແລະ ຍິ່ງໄປກວ່ານັ້ນແມ່ນຊອກຫາບັນດາມາດຕະການດ້ານການເມືອງ. ເຖິງຢ່າງໃດກໍຕາມ, ໂດຍບໍ່ສົນໃຈເຖິງຄຳຮຽກຮ້ອງຈາກຫຼາຍຝ່າຍ, ສອງຝ່າຍ ອິດສະຣາແອັນ ແລະ ຮາມາດສ ພຽງແຕ່ເຫັນດີຢຸດຍິງຊົ່ວຄາວພາຍໃນປະມານ 7 ມື້ (ແຕ່ວັນທີ 24 ພະຈິກ - 01 ທັນວາ) ເພື່ອແລກປ່ຽນຕົວປະກັນ ແລະ ປະຕິບັດການຊ່ວຍເຫຼືອມະນຸດສະທຳ. ທ່ານ Josep Borrell ຂ້າຫຼວງໃຫຍ່ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ສະຫະພາບເອີຣົບ (ອີຢູ) ໃຫ້ຂໍ້ສັງເກດວ່າ:

        “ສປຊ ໄດ້ພັນລະນາສະພາບການປັດຈຸບັນຢູ່ເຂດ ກາຊາ ຢ່າງຈະແຈ້ງ. ຍ້ອນການບັນລຸໄດ້ຂໍ້ຕົກລົງຢຸດຍິງບໍ່ມີຄວາມເປັນໄປໄດ້, ບັນດາປະເທດຕ້ອງເຫັນດີເປັນເອກະພາບນຳກັນກ່ຽວກັບຄຳຮຽກຮ້ອງຈຳນວນໜຶ່ງ, ເພື່ອບັນລຸໄດ້ບັນດາໄລຍະຢຸດກະນປະທະກັນຊົ່ວຄາວ, ເພື່ອຊ່ວຍໃຫ້ສະພາບການມະນຸດສະທຳຫຼຸດຜ່ອນຄວາມຮ້າຍແຮງລົງ”.

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ ປົກ​ຄຸມ​ສະ​ພາບ​ການ​ຢູ່​ພາກ​ພື້ນ​ຕາເວັນ​ອອກ​ກາງ​ປີ 2023 - ảnh 2ທ່ານ Josep Borrell ຂ້າຫຼວງໃຫຍ່ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ສະຫະພາບເອີຣົບ (ພາບ: Euronews)

       ນາບຂູ່ສະພາບການຄວາມໝັ້ນຄົງທີ່ບອບາງຢູ່ຕາເວັນອອກກາງ

        ໃນສະພາບການປະທະກັນຢູ່ເຂດ ກາຊາ ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ສະພາບຄວາມໝັ້ນຄົງ ແລະ ເສດຖະກິດຢູ່ພາກພື້ນນັບມື້ນັບຖືກຜົນກະທົບຢ່າງຮ້າຍແຮງ.

        ກ່ຽວກັບວຽກງານຕ່າງປະເທດ, ບັນດາຄວາມມານະພະຍາຍາມ ແລະ ຜົນງານການປັບປຸງສາຍພົວພັນລະຫວ່າງ ອິດສະຣາແອັນ ກັບບັນດາປະເທດ ອາຣັບ ໃນພາກພື້ນ ກໍມີຄວາມສ່ຽງຖືກແຕກແຍກ. ວັນທີ 14 ຕຸລາ, ອຳນາດການປົກຄອງ ອາຣັບບີ ຊະອຸດິ ຖະແຫຼງຢຸດຕິຊົ່ວຄາວໃນໄລຍະປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ຂອງການຫັນການພົວພັນກັບ ອິດສະຣາແອັນ ເປັນປົກກະຕິ. ໃນໄລຍະຍາວ, ວົງການນັກສັງເກດການ ໃຫ້ຂໍ້ສັງເກດວ່າ ຖ້າຫາກວ່າ ການປະທະກັນຢູ່ເຂດ ກາຊາ ເໜືອກວ່າການຄວບຄຸມ ແລະ ຈຳນວນສາມັນຊົນ ປາແລັດສະຕິນ ເສຍຊີວິດ ແລະ ຮັບບາດເຈັບຫຼາຍເກີນໄປ, ນັບທັງ ສັນຍາ Abraham ປະຫວັດສາດ, ທີ່ໄດ້ລົງນາມໃນເດືອນ ກັນຍາ 2020 ກ່ຽວກັບການຫັນການພົວພັນລະຫວ່າງ ອິດສະຣາແອັນ ກັບ UAE, ບາເຣນ ເປັນປົກກະຕະ ກໍມີຄວາມສ່ຽງລົ້ມລະລາຍ.

        ກ່ຽວກັບດ້ານເສດຖະກິດ, ບັນດາຜົນກະທົບຈາກການປະທະກັນຢູ່ເຂດ ກາຊາ ກໍນັບມື້ນັບໃຫຍ່ຂຶ້ນ. ທ້າຍເດືອນພະຈິກ, ທະນາຄານສູນກາງ ອິດສະຣາແອັນ ຄາດວ່າ ເສດຖະກິດປະເທດນີ້ຖືກເສຍຫາຍຢ່າງໜ້ອຍສຸດ 53 ຕື້ USD ແລະ ຖ້າຫາກວ່າ ການປະທະກັນສືບຕໍ່ແກ່ຍາວ, ຕົວເລກນີ້ຈະສູງກວ່າອີກ. ໃນຂະນະນັ້ນ, ລະບົບເສດຖະກິດຢູ່ເຂດ ກາຊາ ກໍ່ໄດ້ຮັບການຕີລາຄາວ່າ ລົ້ມລະລາຍແລ້ວ.  ນອກຈາກບັນດາການບຸກໂຈມຕີນັບມື້ນັບສູງຂອງກຳລັງ Houthi ຢູ່ ເຢແມນ ໃສ່ບັນດາກ່ຳປັ່ນບັນທຸກສິນຄ້າຢູ່ທະເລແດງ, ດ້ວຍສາຍເຫດ ສະກັດກັ້ນກ່ຳປັ່ນລຳຕ່າງໆ ມາ ແລະ ອອກຈາກ ອິດສະຣາແອັນ, ພວມເຮັດໃຫ້ເສັ້ນທາງເດີນເຮືອສຳຄັນຂອງໂລກຖືກຢຸດສະງັກ, ຍິ່ງສົ່ງຜົນກະທົບຢ່າງແຮງຕໍ່ການຄ້າຂອງພາກພື້ນ ແລະ ໂລກ.

        ຕໍ່ໜ້າສະພາບການປັດຈຸບັນ, ປະຊາຄົມສາກົນສ່ວນຫຼາຍ ລ້ວນແຕ່ຖືວ່າ, ການປະທະກັນຢູ່ ກາຊາ ຈະສາມາດແກ້ໄຂໄດ້ຢ່າງເຖິງກົກເຖິງປາຍກໍຕໍ່ເມື່ອທຸກຝ່າຍມານະພະຍາຍາມຊຸກຍູ້ການປະຕິບັດມາດຕະການຄົງຕົວ 2 ລັດ ອິດສະຣາແອັນ ແລະ ປາດແລັດສະຕິນ ໃນຕົວຈິງ. ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ, Sameh Shoukry ຖະແຫຼງວ່າ:

        “ພວກເຮົາບໍ່ສາມາດສືບຕໍ່ພຽງແຕ່ເວົ້າເຖິງມາດຕະການສອງລັດແບບຫຼີ້ນໆເທົ່ານັ້ນ, ຫາກປະຊາຄົມສາກົນ ແລະ ສະພາຄວາມໝັ້ນຄົງ ສປຊ ຕ້ອງມີການກຳນົດ ແລະ ພາຫະນະທີ່ຈຳເປັນເພື່ອຜັນຂະຫຍາຍຄວາມເຫັນດີເຫັນພ້ອມສາກົນ ທີ່ໄດ້ຮັບການຮັບຮອງຢ່າງກວ້າງຂວາງ ເພື່ອຢຸດຕິການປະທະກັນນີ້, ນັ້ນແມ່ນພື້ນຖານຂອງມາດຕະການຄົງຕົວ 2 ລັດ, ດຳລົງຊີວິດຢູ່ຮ່ວມກັນໃນສັນຕິພາບ ແລະ ຄວາມໝັ້ນຄົງ.”

          ປັດຈຸບັນ, ຍ້ອນມີຄວາມມານະພະຍາຍາມ ແລະ ຄວາມອົດກັ້ນຈາກຫຼາຍຝ່າຍ, ການປະທະກັນຢູ່ ກາຊາ  ຍັງຄົງໄດ້ຮັບການຄວບຄຸມໃນຂອບເຂດພູມີສາດ. ເຖິງຢ່າງໃດກໍຕາມ, ວົງການນັກຊ່ຽວຊານ ກໍ່ມີຄວາມວິຕົກກັງວົນ ຖ້າຫາກວ່າ ການປະທະກັນສືບຕໍ່ແກ່ຍາວ ສະພາບຄວາມໝັ້ນຄົງທີ່ບອບບາງຢູ່ຕາເວັນອອກກາງ ຈະຖືກພັງທະລາຍ. ໃນຂະນະນັ້ນ, ການສົ່ງຜົນກະທົບຫຍໍ້ທໍ້ຕໍ່ໂລກ ຈະຫຼາຍຂຶ້ນ ຍ້ອນວ່າ ຕາເວັນອອກກາງ ແມ່ນບ່ອນຜະລິດ 35% ຈຳນວນນ້ຳມັນສົ່ງອອກ ແລະ 14% ປະລິມານເຊື້ອເພີງສົ່ງອອກຂອງໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ