ພ້ອມກັນເບິ່ງແຍງດູແລສຸຂະພາບວົງຄະນະຍາດໃຫ້ຊາວ ກຳປູເຈຍ

(VOVWORLD) -

ຫວ່າງແລ້ວນີ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ Chol Chnam Thmey ຂອງປະຊາຊົນ ກຳປູເຈຍ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ສົມທົບກັບບັນດາວິສາຫະກິດ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ ກຳປູເຈຍ ແລະ ບາງອົງການອາສາສະໝັກຂອງ ຫວຽດນາມ ໄດ້ຈັດຫຼາຍການເຄື່ອນໄຫວກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຊາວເຊື້ອຊາດ ຫວຽດນາມ ແລະ ຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບາງແຂວງໃນປະເທດ ກຳປູເຈຍ.

ພ້ອມກັນເບິ່ງແຍງດູແລສຸຂະພາບວົງຄະນະຍາດໃຫ້ຊາວ ກຳປູເຈຍ - ảnh 1ຄະນະພະນັກງານການແພດກວດສຸຂະພາບໃຫ້ແກ່ ປະຊາຊົນ
(ພາບ: ນັກຂ່າວ VOV ປະຈຳ ກຳປູເຈຍ)

ຫວ່າງແລ້ວນີ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ Chol Chnam Thmey ຂອງປະຊາຊົນ ກຳປູເຈຍ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ສົມທົບກັບບັນດາວິສາຫະກິດ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ ກຳປູເຈຍ ແລະ ບາງອົງການອາສາສະໝັກຂອງ ຫວຽດນາມ ໄດ້ຈັດຫຼາຍການເຄື່ອນໄຫວກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຊາວເຊື້ອຊາດ ຫວຽດນາມ ແລະ ຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບາງແຂວງໃນປະເທດ ກຳປູເຈຍ.

ໃນຊຸມວັນຕົ້ນເດືອນ ເມສາ, ຢູ່ແຂວງ Kampong Chhnnang, ບັນດາພະນັກງານການແພດຂຶ້ນກັບສະຫະສະມາຄົມວິສາຫະກິດ ຫວຽດນາມ - ກຳປູເຈຍ (VCBA), ສະໂມສອນແບ່ງປັນຄວາມຮັກແພງ, ກຸ່ມຮ່ວມແຮງຮ່ວມໃຈ, MED115 Polyclinic ແລະ MEKONG Clinic ໄດ້ກວດ, ໃຫ້ຄຳປຶກສາ, ເອໂກ, ວິໄຈເລືອດ, ຊ່ອງໄຟຟ້າ… ໃຫ້ປະຊາຊົນຊາວເຊື້ອຊາດ ຫວຽດນາມ ແລະ ຊາວ ຂະແມ. ກ່ອນໜ້ານັ້ນ, ໃນທ້າຍເດືອນ ມີນາ ຜ່ານມາ, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານ ຫງວຽນຮຸຍຕັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ, ກໍ່ໄດ້ຜັນຂະຫຍາຍການກວດພະຍາດຢູ່ແຂວງ Kratie. ໂຮງໝໍ ເຈີ້ໄຣ໋ - ພະນົມເປັນ ແລະ ທະນາຄານລົງທຶນພັດທະນາ ກຳປູເຈຍ (BIDC) - ບໍລິສັດລູກຂອງທະນາຄານລົງທຶນ ພັດທະນາ ຫວຽດນາມ (BIDV) ເຂົ້າຮ່ວມການໜູນຊ່ວຍດ້ານບຸກຄະລາກອນ, ລາຍຈ່າຍໃນການຈັດການກວດ, ໃຫ້ຄຳປຶກສາ, ແຈກຢາຍຢຸກຢາ ແລະ ຂອງຂວັນທີ່ເປັນເຄື່ອງບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນເຊື້ອຊາດ ຫວຽດນາມ ແລະ ຊາວກຳປູເຈຍ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ Kratie. ພໍ່ແມ່ປະຊາຊົນໄດ້ຮັບການກວດພະຍາດໂດຍສຸມໃສ່ເຂົ້າ 4 ໝວດ: ພະຍາດຫົວໃຈ, ຄວາມດັນ, ເບົາຫວານ ແລະ ກະດູກ. ພໍ່ແມ່ປະຊາຊົນກໍ່ໄດ້ຮັບການກວດລົງເລິກຂະແໜງກ່ຽວກັບແຂ້ວ, ພະຍາດຍິງ, ພະຍາດກ່ຽວກັບຕາ ແລະ ໄດ້ຮັບແວ່ນຕາໂດຍບໍ່ເສຍຄ່າ.

        ບັນດາວິສາຫະກິດ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ ກຳປູເຈຍ ຄື: Metfone, Angkor Milk, BIDC… ກໍ່ລ້ວນແຕ່ສະແດງນ້ຳໃຈ ແລະ ຄວາມຮັບຜິດຊອບຕໍ່ກັບວຽກງານສັງຄົມຢູ່ປະເທດປະຈຳຖິ່ນ. ໃນນັ້ນ, ມີການປະກອບສ່ວນບໍ່ໜ້ອຍກ່ຽວກັບດ້ານການເງິນ ແລະ ຂອງຂວັນຫຼາຍພູດເພື່ອມອບໃຫ້ພໍ່ແມ່ປະຊາຊົນເນື່ອງໃນໂອກາດບຸນປີໃໝ່ ແລະ ໃນບັນດາຄັ້ງທີ່ກວດພະຍາດ, ແຈກຢາຍຢຸກຢາໃນແຕ່ລະປີ.  ທ່ານ ກາວແມ້ງດຶກ, ຜູ້ອຳນວຍການ Metfone ໄດ້ແບ່ງປັນວ່າ: ຮອດປີ 2023, ຍອດຈຳນວນເງິນເຊິ່ງ Metfone ໜູນຊ່ວຍໃຫ້ວຽກງານການບໍລິຈາກອຸປະຖຳ, ບັນດາໂຄງການສັງຄົມແມ່ນ 120 ລ້ານໂດລາສະຫະລັດ. ສະເລ່ຍໃນແຕ່ລະປີ, Metfone ໄດ້ສະຫງວນຈຳນວນເງິນ 10 ລ້ານໂດລາສະຫະລັດໃຫ້ແກ່ບັນດາການເຄື່ອນໄຫວສັງຄົມຢູ່ ກຳປູເຈຍ:

 “ໃນຕະຫຼອດວິວັດການລົງທຶນເປັນເວລາ 15 ປີຜ່ານມາຢູ່ ກຳປູເຈຍ, ໄປຄຽງຄູ່ກັບການຮັກສາບັນດາການເຄື່ອນໄຫວດຳເນີນທຸລະກິດໃຫ້ເປັນຢ່າງດີ, Metfore ໄດ້ຮ່ວມເດີນທາງພ້ອມກັບລັດຖະບານ ແລະ ປະຊາຊົນ ກຳປູເຈຍ ໃນຫຼາຍລາຍການການກຸສົນ, ປະກອບສ່ວນນຳມາເຊິ່ງບັນດາຄຸນຄ່າວັດທະນະທຳມະນຸດ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນ, ພິເສດແມ່ນບັນດາຜູ້ມີຄວາມສ່ຽງໄພສູງກ່ວາເພິ່ນ”.

ພ້ອມກັນເບິ່ງແຍງດູແລສຸຂະພາບວົງຄະນະຍາດໃຫ້ຊາວ ກຳປູເຈຍ - ảnh 2
ປະຊາຊົນລໍຖ້າເພື່ອກວດພະຍາດ
(ພາບ: ນັກຂ່າວ VOV ປະຈຳ ກຳປູເຈຍ)

        ທ່ານນາງ Kham Sopheap, ຮອງເຈົ້າແຂວງໆ Kratie ໄດ້ຕີລາຄາວ່າ ນີ້ແມ່ນໂຄງການທີ່ມີຄວາມໝາຍ ແລະ ເໝາະສົມກັບລາຍການສະໜອງບໍລິການການແພດສັງລວມໃຫ້ທົ່ວປວງຊົນຂອງລັດຖະບານ ກຳປູເຈຍ, ມຸ່ງໄປເຖິງການສະໜອງການບໍລິການເບິ່ງແຍງດູແລສຸຂະພາບໃຫ້ແກ່ຄອບຄົວທີ່ມີຄວາມສ່ຽງໄພສູງກວ່າເພິ່ນ. ທ່ານນາງ Kham Sopheap, ຢັ້ງຢືນວ່າ:

“ໂຄງການການກຸສົນຂອງສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ໄດ້ຕອບສະໜອງຄວາມຕ້ອງການຂອງປະຊາຊົນໃນບໍລິເວນພາກສ່ວນໃດໜຶ່ງ, ປະກອບສ່ວນໜູນຊ່ວຍອຳນາດການປົກຄອງແຂວງ Kratie ໃນການສະໜອງການບໍລິການເບິ່ງແຍງສຸຂະພາບທີ່ມີຄຸນນະພາບ ແລະ ມີປະສິດທິຜົນໃຫ້ແກ່ປະຊາຊົນ, ພາຍໃຕ້ການເປັນເສນາທິການຂອງຂະແໜງການແພດທ້ອງຖິ່ນ”.

ທ່ານ ເຈິ່ນວັນແຊັກ, ປະທານສະມາຄົມ ຂະແມ - ຫວຽດນາມ ແຂວງ Kratie ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຖານທູດ ແລະ ບັນດາວິສາຫະກິດ ຫວຽດນາມ ປະຈຳ ກຳປູເຈຍ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ປະຊາຊົນ ຊາວ ຫວຽດນາມ ສ່ວນໜຶ່ງ ແລະ ປະຊາຊົນຢູ່ແຂວງ Kratie ມີໂອກາດກວດ ສຸຂະພາບ, ໄດ້ຮັບຢຸກຢາເພື່ອປິ່ນປົວພະຍາດ ແລະ ຂອງຂວັນ, ຜ່ານນັ້ນ, ກໍ່ໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ, ພິເສດແມ່ນປະກອບສ່ວນຊຸກຍູ້ນ້ຳໃຈເມດຕາ, ສາມັກຄີລະຫວ່າງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ແລະ ພໍ່ແມ່ປະຊາຊົນ ຂະແມ:

“ຕາມຂ້າພະເຈົ້າແລ້ວ, ບັນດາວຽກງານນີ້ມີຄວາມໝາຍ, ສະແດງເຖິງຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ກຳປູເຈຍ ແລະ ຫວຽດນາມ, ໃນນັ້ນ ແມ່ນແຂວງ Kratie ເວົ້າສະເພາະ ແລະ ພ້ອມກັບສະຖານທູດ ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່. ຂ້າພະເຈົ້າເຫັນວ່າ ບັນດາວຽກງານນີ້ໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບຫຼາຍທີ່ສຸດ, ຍ້ອນວ່າທາງ ຫວຽດນາມ ມີ 250 ຄົນ, ທາງກຳປູເຈຍ ແມ່ນ 250 ຄົນ, ເຂົ້າຮ່ວມລວມທັງໝົດ 500 ຄົນ, ສິ່ງດັ່ງກ່າວສະແດງນ້ຳໃຈອັນສູງສົ່ງ ແລະ ມີຄວາມໝາຍ”.

ນີ້ແມ່ນການເຄື່ອນໄຫວເພື່ອສະເຫຼີມສະຫຼອງບຸນເຕັດ Chol Chhnam Thmey, ຍ້ອນວ່າ ໂຄງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນແຂວງ Kamponh Chhang ແລະ Kratie ໄດ້ຮັບການຊົມເຊີຍ ແລະ ຕີລາຄາສູງຈາກຫາງສຽງ. ຜ່ານນັ້ນ, ກໍ່ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີລະຫວ່າງປະຊາຄົມພໍ່ແມ່ປະຊາຊົນກັບປະຊາຊົນປະຈຳຖິ່ນ, ພ້ອມທັງສະແດງໃຫ້ເຫັນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ./.

ຕອບກັບ

ຂ່າວ/ບົດ​ອື່ນ