ເສັ້ນທາງຄວາມໄວສູງ ດົ່ງດັງ - ຈາຫລີງ: ກຳລັງຫນູນຊຸກຍູ້ເສດຖະກິດດ່ານຊາຍແດນຂອງແຂວງ ກາວບັ່ງ

(VOVWORLD) -ໃນມື້ທຳອິດຂອງປີ 2024, ເສັ້ນທາງຄວາມໄວສູງ ດົ່ງດັງ (ລ້າງເຊີນ) - ຈາຫລີງ (ກາວບັ່ງ) ດຳເນີນພິທີລົງມືກໍ່ສ້າງຢ່າງເປັນທາງການ. ເສັ້ນທາງສາຍນີ້ໄດ້ຮັບຄວາມຫວັງວ່າຈະປະກອບສ່ວນສຳຄັນແກ້ໄຂ ຈຸດອຸດຕັນ ກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ, ຊ່ວຍເສດຖະກິດ ກາວບັ່ງ ມີການພັດທະນາບຸກທະລຸຢ່າງແຮງ.
ເສັ້ນທາງຄວາມໄວສູງ ດົ່ງດັງ - ຈາຫລີງ: ກຳລັງຫນູນຊຸກຍູ້ເສດຖະກິດດ່ານຊາຍແດນຂອງແຂວງ ກາວບັ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳບັນດາອົງການສູນກາງ, ທ້ອງຖິ່ນ ແລະ ນັກລົງທຶນເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເມື່ອຕອນເຊົ້າວັນທີ 1 ມັງກອນປີ 2024. ພາບ: VOV

ເສັ້ນທາງຄວາມໄວສູງ ດົ່ງດັງ (ລ້າງເຊີນ) - ຈາຫລີງ (ກາວບັ່ງ) ເລີ່ມລົງມືກໍ່ສ້າງ ແມ່ນຄວາມປິຕິຊົມຊື່ນຢ່າງໃຫຍ່ຫລວງສຳລັບປະຊາຊົນຢູ່ເທດສະບານ ຈາຫລີງ, ເມືອງ ຈູງແຄງ ແຂວງ ກາວບັ່ງ ເພາະວ່າ ກ່ອນນີ້ບໍ່ເທົ່າໃດມື້ ດ່ານຊາຍແດນ ຈາຫລີງ ກໍ່ໄດ້ຮັບການຍົກລະດັບເປັນດ່ານຊາຍແດນສາກົນ. ພ້ອມກັນນັ້ນ ເສັ້ນທາງຄວາມໄວສູງ ຈາຫລີງ ຈະກາຍເປັນຈຸດສຸມດ້ານເສດຖະກິດຂອງ ແຂວງ ກາວບັ່ງ. ເສດຖະກິດດ່ານຊາຍແດນພັດທະນາກໍ່ແມ່ນໂອກາດຊ່ວຍປະຊາຊົນແຂວງຊາຍແດນມີວຽກເຮັດງານທຳຕື່ມອີກ, ເພີ່ມລາຍຮັບ. ທ່ານ ຟານວັນຕຸ່ງ ຊາວບ້ານ ກົກກາງ ເທດສະບານ ຈາຫລັງ ມີຄວາມດີໃຈໂດຍໃຫ້ຮູ້ວ່າ:

 “ລັດລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ແລະ ເມື່ອກໍ່ສ້າງສຳເລັດ, ພໍ່ແມ່ປະຊາຊົນກໍ່ໄປມາສະດວກກວ່າ. ເສັ້ນທາງໄປດ່ານຊາຍແດນສາກົນ ຈາຫລີງ ຈະໄປຜ່ານໜ້າເຮືອນຂອງຂ້າພະເຈົ້າ, ໄປຜ່ານບ້ານ. ສະນັ້ນ ພໍ່ແມ່ປະຊາຊົນກໍ່ສະຫນັບສະຫນູນຢ່າງສຸດໃຈ. ລັດຖະບານ ລົງທຶນຂະໜາດໃຫຍ່ທີ່ສຸດເພື່ອໃຫ້ພໍ່ແມ່ປະຊາຊົນມີເສັ້ນທາງໄປມາສະດວກ, ສ້າງເງື່ອນໄຂໃຫ້ປະຊາຊົນ ເປັນຕົ້ນແມ່ນການພົວພັນຄ້າຂາຍລະຫວ່າງ ຈີນ ແລະ ຫວຽດນາມ”.

ສຳລັບທ້ອງຖິ່ນ, ແຂວງ ກາວບັ່ງ ຕັ້ງຄວາມຫວັງວ່າ ເສັ້ນທາງສາຍນີ້ເມື່ອໄດ້ຮັບການກໍ່ສ້າງສຳເລັດ ຈະແມ່ນເສັ້ນທາງຄົມມະນາຄົມຫລັກຊ່ວຍບັນດາດ່ານຊາຍແດນຢູ່ ກາວບັ່ງ, ໃນນັ້ນ ຈຸດສຸມແມ່ນ ຈາຫລີງ ກາຍເປັນບ່ອນເຕົ້າໂຮມສິນຄ້າສົ່ງໄປຂາຍຢູ່ ຈີນ ກໍ່ຄື ຈາກຈີນໄປຍັງ ຫວຽດນາມ ແລະ ໄປສູ່ບັນດາປະເທດ ອາຊີ. ກິດຈະກຳ ຈະຕອບສະຫນອງຄວາມຕ້ອງການດ້ານການຂົນສົ່ງເຊື່ອມຕໍ່ໃຈກາງເສດຖະກິດ, ການເມືອງ ກັບບັນດາແຂວງພູດອຍທາງທິດຕາເວັນອອກສຽງເຫນືອ, ບັນດາເຂດເສດຖະກິດ, ເຂດທ່ອງທ່ຽວແຫ່ງຊາດ, ເຂດອຸດສາຫະກຳ, ຮັບໃຊ້ໃຫ້ເປົ້າໝາຍຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ຂອງທ້ອງຖິ່ນ ແລະ ຂອງເຂດ.

ເສັ້ນທາງຄວາມໄວສູງ ດົ່ງດັງ - ຈາຫລີງ: ກຳລັງຫນູນຊຸກຍູ້ເສດຖະກິດດ່ານຊາຍແດນຂອງແຂວງ ກາວບັ່ງ - ảnh 2ບາງຕອນໃນຮູບຈຳລອງເສັ້ນທາງຄວາມໄວສູງ ດົ່ງດັງ (ລ້າງເຊີນ) - ຈາຫລີງ (ກາວບັ່ງ). ພາບ: VOV

ທ່ານ ຮວ່າງຊວນແອັງ, ປະທານຄະນະກຳມະການປະຊາຊົນ ແຂວງ ກາວບັ່ງ ໃຫ້ຮູ້ວ່າ: ກາວບັ່ງ ໄດ້ ແລະ ພວມຮຽກຮ້ອງບັນດານັກລົງທຶນເຂົ້າມາລົງທຶນຢູ່ແຂວງ. ນອກຈາກຄວາມມານະພະຍາຍາມກໍ່ສ້າງເສັ້ນທາງຄວາມໄວສູງສາຍນີ້ໃຫ້ສຳເລັດຕາມການກຳນົດເວລາແລ້ວ, ກາວບັ່ງ ຍັງສືບຕໍ່ລົງທຶນ, ຍົກລະດັບລະບົບຄົມມະນາຄົມເຊື່ອມຕໍ່ບັນດາດ່ານຊາຍແດນ, ສະຖານທີ່ທ່ອງທ່ຽວຂອງທ້ອງຖິ່ນອີກດ້ວຍ.

ເສດຖະກິດດ່ານຊາຍແດນແມ່ນຄວາມສາມາດບົ່ມຊ້ອນຂອງແຂວງ, ເຖິງຢ່າງໃດກໍຕາມ ໄລຍະຜ່ານມາ ເລື່ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນນີ້ ຍັງຈຳກັດຢູ່. ຄວາມເອົາໃຈໃສ່ລົງທຶນບັນດາດ່ານຊາຍແດນຫລັກ, ດ່ານຊາຍແດນສອງຝ່າຍແມ່ນສຳຄັນທີ່ສຸດ ພ້ອມກັນນັ້ນ ກໍ່ຕ້ອງມີການເຊື່ອມຕໍ່ທັງຄົມມະນາຄົມ ແລະ ແຫລ່ງສິນຄ້າ ລະຫວ່າງ ຫວຽດນາມ ແລະ ຈີນ.

ບັນດາວິສາຫະກິດ ພວມລົງທຶນຢູ່ແຂວງ ກາວບັ່ງ ເປັນຕົ້ນແມ່ນວິສາຫະກິດໃນຂົງເຂດ logistics ມີຄວາມຫວັງວ່າ ເມື່ອເສັ້ນທາງຄວາມໄວສູງນຳເຂົ້າໃຊ້ການ ຈະຕອບສະຫນອງໄດ້ຄວາມຕ້ອງການດ້ານຂົນສົ່ງ, ຫລຸດຜ່ອນເວລາ ແລະ ລາຍຈ່າຍ; ຊຸກຍູ້ເສດຖະກິດດ່ານຊາຍແດນ ກາວບັ່ງ ໃຫ້ພັດທະນາ. ທ່ານ ຮວ່າງຈູງຢູ, ຜູ້ອຳນວຍການວິສາຫະກິດໃນຂົງເຂດນຳເຂົ້າສົ່ງອອກຢູ່ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

ບໍລິສັດຂ້າພະເຈົ້າ ໄດ້ກະກຽມສ້ອມແປງຄືນລະບົບພື້ນຖານໂຄງລ່າງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການເຕົ້າໂຮມສິນຄ້າຂອງດ່ານຊາຍແດນ ແລະ ຮັບປະກັນການຈາລະຈອນສິນຄ້າ. ຫວັງວ່າ ແຂວງ ແລະ ບັນດາອົງການ, ຄະນະ, ຂະແຫນງການຈະສືບຕໍ່ມີຫລາຍນະໂຍບາຍເພື່ອດຶງດູດສິນຄ້າມາແຂວງ ກາວບັ່ງ ໃຫ້ຫລາຍກວ່າອີກ, ຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ ກໍ່ຄືໃຫ້ບັນດາວິສາຫະກິດພັດທະນາກວ່າ.

ໂຄງການກໍ່ສ້າງ ເສັ້ນທາງຄວາມໄວສູງ ດົ່ງດັງ (ລ້າງເຊີນ) - ຈາຫລີງ (ກາວບັ່ງ) ໄລຍະທີ 1 ມີຄວາມຍາວກວ່າ 93 ກິໂລແມັດ, ຈຸດເລີ່ມຕົ້ນແມ່ນຢູ່ ບ່ອນຕັດດ່ານຊາຍແດນ ເຕີນແທັງ ເມືອງ ວັນຫລ໊າງ ແຂວງ ລ້າງເຊີນ ແລະ ຈຸດສິ້ນສຸດແມ່ນບ່ອນຕັດກັບທາງຫລວງເລກ 3 ຂຶ້ນກັບຕາແສງ ຈີຖ໋າວ, ເມືອງ ກວ໋າງຮ່ວາ, ແຂວງ ກາວບັ່ງ. ໃນໄລຍະ 1 ເສັ້ນທາງນີ້ໄດ້ຮັບການອອກແບບດ້ວຍລະດັບຄວາມໄວ 80 ກິໂລແມັດ/ຊົ່ວໂມງ, ຄາດວ່າ ຈະກໍ່ສ້າງສຳເລັດໃນປີ 2026.

ຕອບກັບ

ຂ່າວ/ບົດ​ອື່ນ