ເສດຖະກິດ ຫວຽດນາມ ຟື້ນຕົວຢ່າງຈະແຈ້ງ

(VOVWORLD) -ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫາກໍ່ປະກາດບົດລາຍງານສະພາບການເສດຖະກິດ ສັງຄົມຂອງເດືອນ ສິງຫາ ແລະ 8 ເດືອນຜ່ານມາ ດ້ວຍຫລາຍຂໍ້ມູນສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດ ພວມຄ່ອຍໆກັບຄືນສູ່ລະດັບເຕີບໂຕຄືດັ່ງໄລຍະກ່ອນທີ່ເກີດໂລກລະບາດໂຄວິດ 19. ການເຄື່ອນໄຫວຜະລິດດຳເນີນທຸລະກິດເຕີບໂຕຢ່າງແຮງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິ່ງນີ້ຊ່ວຍໃຫ້ເສດຖະກິດ ຫວຽດນາມ ໃນປີ 2022 ມີຫລາຍແງ່ຫວັງໃນສະພາບເສດຖະກິດສາກົນມີການຜັນແປຫລາຍຢ່າງ.
ເສດຖະກິດ ຫວຽດນາມ ຟື້ນຕົວຢ່າງຈະແຈ້ງ - ảnh 1ການເຄື່ອນໄຫວນຳເຂົ້າສົ່ງອອກສືບຕໍ່ຮັກສາຢູ່ໃນລະດັບສູງ. ພາບ: VOV

ເສດຖະກິດ ຫວຽດນາມ ຖືກຜົນສະທ້ອນຍ້ອນຫລາຍປັດໄຈຈາກພາຍນອກ ຄື: ວິກິດການຢູ່ ຢູແກຼນ, ລາຄາວັດຖຸດິບ, ເຊື້ອເພີງນຳເຂົ້າເພີ່ມຂຶ້ນສູງ, ເປັນຕົ້ນແມ່ນລາຄານ້ຳມັນ; ເງິນເຟີ້ ເພີ່ມຂຶ້ນຢູ່ຫລາຍປະເທດໃນໂລກ; ການຟື້ນຕົວເສດຖະກິດຊັກຊ້າຢູ່ບັນດາປະເທດມີຄູ່ຮ່ວມມືດ້ານການຄ້າໃຫຍ່; ໂລກລະບາດໂຄວິດ 19 ເພີ່ມຂຶ້ນໃນທົ່ວໂລກ ດ້ວຍຫລາຍສາຍພັນໃຫມ່.

ເຖິງຢ່າງໃດກໍຕາມ, ດ້ວຍຄວາມຕັດສິນໃຈຟື້ນຕົວ ແລະ ພັດທະນາເສດຖະກິດ, ສ້າງທ່ວງທ່າເພື່ອສຳເລັດບັນດາຄາດໝາຍຂອງແຜນການ 5 ປີ ຄືແຕ່ປີ 2021 – 2025, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຊີ້ນຳ ກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຜັນຂະຫຍາຍຢ່າງຕັ້ງຫນ້າບັນດາຫນ້າທີ່, ມາດຕະການຂອງມະຕິ ກ່ຽວກັບໂຄງການຟື້ນຕົວ, ພັດທະນາເສດຖະກິດ ສັງຄົມ, ສະນັ້ນ ເສດຖະກິດ ສັງຄົມໃນ 8 ເດືອນຜ່ານມາ ໄດ້ຮັກສາເປັນປົກກະຕິ, ການດຸນເສດຖະກິດມະຫາພາກໄດ້ຮັບປະກັນ, ຄວບຄຸມໄພເງິນເຟິ້ໄດ້. ທ່ານນາງ ໂດ໋ທິງອກ, ຫົວຫນ້າກົມສະຖິຕິສັງລວມ ແລະ ຂໍ້ມູນສະຖິຕິ, ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:

     ໄລ່ລວມ 8 ເດືອນແມ່ນເພີ່ມຂຶ້ນ 9,4%. ການເຄື່ອນໄຫວດ້ານການຄ້າ ແລະ ການບໍລິການ ຟື້ນຕົວຢູ່ທຸກຂະແຫນງການ. 8 ເດືອນ, ຍອດລະດັບຂາຍຍ່ອຍຂອງສິນຄ້າ ແລະ ລາຍຮັບບໍລິການໃຊ້ສອຍຄາດວ່າເພີ່ມຂຶ້ນ 19,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຂກສາກົນ ມາຫວຽດນາມ ໃນ 8 ເດືອນ ບັນລຸ 1.441.000 ເທື່ອຄົນ, ສູງທົບ 13,7 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າ ສືບຕໍ່ໄດ້ຮັກສາຢູ່ໃນລະດັບສູງ ດ້ວຍຍອດວົງເງິນນຳເຂົ້າສົ່ງອອກສິນຄ້າ 8 ເດືອນ ຄາດວ່າ ບັນລຸ 497,64 ຕື້ USD, ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ການດຸນການຄ້າສິນຄ້າຄາດວ່າ ສົ່ງອອກເກີນດຸນ 3,96 ຕື້  USD”

ດ້ວຍວົງເງິນສົ່ງອອກສິນຄ້າໃນ 8 ເດືອນ ຄາດວ່າບັນລຸເກືອບ 34 ຕື້  USD. ການສົ່ງອອກເກີນດຸນ ໃນເດືອນສິງຫາ ບັນລຸກວ່າ 2,4 ຕື້  USD, 8 ເດືອນບັນລຸເກືອບ 4 ຕື້ USD. ທ່ານ ເລຢູຍບີ່ງ, ນັກຊ່ຽວຊານເສດຖະກິດ, ຜູ້ອຳນວຍການຝ່າຍບໍລິຫານສູນຄົ້ນຄ້ວາເສດຖະກິດ Econimica ຫວຽດນາມ ຖືວ່າ:

 “ລະດັບສົ່ງອອກເກີນດຸນນີ້ ໄດ້ຫນູນຊ່ວຍໃຫ້ແກ່ການປະຕິບັດບັນດານະໂຍບາຍເງິນຕາຂອງຫວຽດນາມຢ່າງຫລວງຫລາຍ, ພິເສດໃນສະພາບຫຍຸ້ງຍາກກ່ຽວກັບກຳລັງດັນສຳລັບສະກຸນເງິນຫວຽດນາມດົ່ງ ໃນໄລຍະຜ່ານມາ. ເບິ່ງລວມແລ້ວ ລະດັບເຕີບໂຕເພີ່ມຂຶ້ນໃນສະພາບດັດຊະນີລາຄາໃຊ້ສອຍເພີ່ມຂຶ້ນພຽງປະມານ 2,5% ແລະ ໄພເງິນເຟີ້ເພີ່ມຂຶ້ນພຽງປະມານ 1,6%. ນີ້ແມ່ນຈຸດເດັ່ນໃນສະພາບເສດຖະກິດ ຫວຽດນາມ ປະຈຸບັນທີ່ມີຫລາຍພື້ນຖານເສດຖະກິດໃຫຍ່ໃນໂລກ ແລະ ຫລາຍພື້ນຖານເສດຖະກິດໃນພາກພື້ນພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ.

ເສດຖະກິດ ຫວຽດນາມ ຟື້ນຕົວຢ່າງຈະແຈ້ງ - ảnh 2ທ່ານເລຢູຍບີ່ງ ຜູ້ອຳນວຍການຝ່າຍບໍລິຫານ ສູນຄົ້ນຄ້ວາເສດຖະກິດ Econimica ຫວຽດນາມ. ພາບ: Đỗ Linh

ຫນຶ່ງໃນບັນດາຈຸດເດັ່ນອື່ນຂອງເສດຖະກິດ ຫວຽດນາມ ແມ່ນສະພາບວິສາຫະກິດຈົດທະບຽນ ໃນ 8 ເດືອນ, ທົ່ວປະເທດມີເກືອບ 150.000 ວິສາຫະກິດຈົດທະບຽນສ້າງຕັ້ງໃຫມ່ ແລະ ກັບຄືນເຂົ້າສູ່ການເຄື່ອນໄຫວ, ເພີ່ມຂຶ້ນກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສະເລ່ຍແຕ່ລະເດືອນມີ 18,7 ພັນວິສາຫະກິດສ້າງຕັ້ງໃຫມ່ ແລະ ກັບຄືນເຂົ້າສູ່ການເຄື່ອນໄຫວ.

ບັນດາຜູ້ຊ່ຽວຊານຢັ້ງຢືນວ່າ: ກຳລັງດັນໄພເງິນເຟີ້ ແຕ່ນີ້ຮອດທ້າຍປີ ຍັງຄົງຢູ່ໃນລະດັບໃຫຍ່. ບັນດານັກຊ່ຽວຊານໃສ່ໃຈວ່າ: ທັງໝົດສິ່ງປ່ຽນແປງໃນຕະຫລາດແຮງງານ ຫລື ປ່ຽນແປງການກະທຳຂອງຜູ້ບໍລິໂພກ ລ້ວນແຕ່ຕ້ອງຕິດຕາມເພື່ອຮັບປະກັນການເຄື່ອນໄຫວເຕີບໂຕຮັກສາລະດັບສູງ ບໍ່ສົ່ງຜົນສະທ້ອນເຖິງການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ເມື່ອເສດຖະກິດມະຫາພາກມີສະຖຽນລະພາບໃນຊຸມເດືອນທ້າຍປີ ຈະແມ່ນປະຖົມປັດໄຈເຕີບໂຕຢ່າງແຮງ, ໝັ້ນຄົງຂອງພື້ນຖານເສດຖະກິດໃນປີ 2023. ສິ່ງດັ່ງກ່າວຮຽກຮ້ອງຕ້ອງມີແຜນນະໂຍບາຍວ່ອງໄວ, ມີໄຫວພິບກວ່າອີກ, ສືບຕໍ່ປັບປຸງນັບທັງໃນວິວັດການຟື້ນຕົວເສດຖະກິດ ແລະ ຮຽກຮ້ອງແຕ່ລະພາກສ່ວນເສດຖະກິດ, ປະຊາຊົນແຕ່ລະຄົນພ້ອມກັນມານະພະຍາຍາມໃນບັນຍາກາດມານະພະຍາຍາມລວມຂອງກຸ່ມນັກທຸລະກິດ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ