ເຊີນລາ ມານະພະຍາຍາມນຳເອົາຜະລິດຕະພັນກະເສດລົງ ແພລດຟອມ ດິຈີຕອນ

(VOVWORLD) -ເພື່ອຫັນບັນດາຄາດໝາຍຂອງ ໂຄງການ “ຫນຶ່ງຕາແສງຫນຶ່ງຜະລິດຕະພັນ” (OCOP) ໄລຍະ 2021 -2025 ໃຫ້ປະກົດຜົນເປັນຈິງ, ເລື່ອງຍູ້ແຮງການເຄື່ອນໄຫວສ້າງເຄື່ອງໝາຍການຄ້າ, ໂຄສະນາ ແລະ ຫນູນຊ່ວຍການຈຳຫນ່າຍຜະລິດຕະພັນ OCOP ຜ່ານ ແພລດຟອມດິຈີຕອນ ແມ່ນຫນຶ່ງໃນບັນດາມາດຕະການຈຸດສຸມ. ສະມາຊິກຄະນະຊາວຫນຸ່ມ, ຊາວຫນຸ່ມ ແມ່ນກຳລັງຫລັກແຫລ່ງນຳເອົາຜະລິດຕະພັນກະເສດ ລົງ ແພລດຟອມດິຈີຕອນ, ຈຳຫນ່າຍຜະລິດຕະພັນກະເສດໃຫ້ແກ່ປະຊາຊົນ, ປະກອບສ່ວນພັດທະນາເສດຖະກິດທ້ອງຖິ່ນ.

ເຊີນລາ ມານະພະຍາຍາມນຳເອົາຜະລິດຕະພັນກະເສດລົງ ແພລດຟອມ ດິຈີຕອນ - ảnh 1ຊາວກະສິກອນ ແຂວງເຊີນລາ ຕັ້ງຫນ້າ ນຳຜະລິດຕະພັນກະເສດຂຶ້ນຊ່ອງການຄ້າເອເລັກໂຕນິກເພື່ອໂຄສະນາ, ແນະນຳເປີດກວ້າງ ຕະຫລາດຈຳຫນ່າຍ. ພາບ: VOV

 

  ເຊີນລາ ແມ່ນອູ່ໝາກໄມ້ໃຫຍ່ສຸດພາກເຫນືອ, ດ້ວຍເນື້ອທີ່ປູກຕົ້ນໄມ້ກິນໝາກແມ່ນເກືອບ 85.000 ເຮັກຕາ, ສະມັດຕະພາບໝາກໄມ້ບັນລຸນັບ 100 ໂຕນ/ປີ ໂດຍມີລະຫັດຂອງເຂດປູກ ແມ່ນ 281 ແລະ ໄດ້ສົ່ງອອກໄປຍັງ ອົດສະຕາລີ, ອາເມລິກາ, ຈີນ , ອີຢູ. ໃນນັ້ນ ມີໝາກໄມ້ຫລາຍປະເພດທີ່ມີຊື່ສຽງຄື: ໝາກມ່ວງມົນ ອຽນເຈົາ, ໝາກໝັ້ນເຊີນລາ, ລຳໄຍ ຊົງໝ໋າ, ໝາກຂຽບ ມາຍເຊີນ.

ລະດູເກັບກູ້ໝາກໄມ້ແມ່ນເລີ່ມແຕ່ເດືອນ ເມສາ ຮອດເດືອນ ພະຈິກ, ສະນັ້ນ ການເຄື່ອນໄຫວຍູ້ແຮງການເຊື່ອມຕໍ່ການຈຳຫນ່າຍຜະລິດຕະພັນກະເສດຂອງທ້ອງຖິ່ນຜ່ານ ແພລດຟອມດິຈີຕອນ ແມ່ນມາດຕະການສຳຄັນເພື່ອພັດທະນາເສດຖະກິດດິຈີຕອນກະສິກຳ.

ໃນກາງເດືອນ ສິງຫາ, ຢູ່ເມືອງ ຊົ້ງໝ໋າ, ແຂວງ ເຊີນລາ, ຄະນະຊາວໜຸ່ມ ແຂວງ ເຊີນລາ ໄດ້ຈັດຕັ້ງການຝຶກອົບຮົມເພີ່ມທະວີຄວາມສາມາດໃນການຂາຍຜະລິດຕະພັນ OCOP ຜ່ານ ແພລດຟອມ ດິຈິຕອນໃຫ້ຊາວໜຸ່ມຊົນນະບົດ. ໃນເວລາພຽງ 4 ຊົ່ວໂມງ, ລາຍການ livestream “ຕະຫຼາດ OCOP - ເຊີນລາ - ກັບຄືນສູ່ເຂດຜະລິດຕະພັນກະເສດ” ດ້ວຍການ livestream 12 ເທື່ອ ອັນໄດ້ດຶງດູດຜູ້ເຂົ້າເຖິງກວ່າ 20 ລ້ານເທື່ອຄົນ,  ຜູ້ເຂົ້າຊົມແມ່ນກວ່າ 570.000 ເທື່ອຄົນ, ຂາຍໝາກລຳໄຍ ຊົງໝ໋າ ໄດ້ 5 ໂຕນ, ພ້ອມດ້ວຍໃບສັ່ງຊື້ຜະລິດຕະພັນກະເສດຫຼາຍກວ່າ 2.300 ໃບ, ນຳມາເຊິ່ງລາຍຮັບໃຫ້ແຂວງໄດ້ເກືອບ 470 ລ້ານດົ່ງ.

ທ່ານ ຫງວຽນແອງດຶກ, ສະມາຊິກສະຫະກອນ ໄຕບັກ, ຕາແສງ ວຽງລານ, ເມືອງ ອຽນເຈົາ, ແຂວງ ເຊີນລາ ໃຫ້ຮູ້ວ່າ: ໃນບໍ່ເທົ່າໃດຊົ່ວໂມງທຳການຂາຍສິນຄ້າຜ່ານ ແພລດຟອມເຕັກໂນໂລຊີ, ສະຫະກອນໄດ້ຮັບໃບສັ່ງຊື້ສິນຄ້າ ກ່ວາ 150 ໃບ:

 “ ນີ້ເປັນການປ່ຽນແປງວິທີການຂາຍສິນຄ້າຂອງສະຫະກອນ ເພາະ ແພລດຟອມ Tiktok ແມ່ນມີຄວາມແຮງໃນການດຶງດູດລູກຄ້າທີ່ສຸດແລະ ສາມາດເຂົ້າຫາຄົນທີ່ຕ້ອງການໃຊ້ໄດ້ຫຼາຍ ແຕ່ມາຮອດປັດຈຸບັນ ພວກຂ້າພະເຈົ້າຍັງບໍ່ຮູ້ວິທີໃຊ້ ຫຼື ຮູ້ຈັກກັບ Tiktok ຫຼາຍປານໃດ. ສະນັ້ນ ຍັງບໍ່ສາມາດເປີດຮ້ານຂາຍໄດ້.”

ການຝຶກອົບຮົມເພື່ອປັບປຸງທັກສະທຸລະກິດທາງ ແພລດຟອມ ດິຈິຕອນຊ່ວຍໃຫ້ວິສາຫະກິດ, ສະຫະກອນ,ຄອບຄົວດຳເນີນທຸລະກິດຍູ້ແຮງການຄ້າຜ່ານ ແພລດຟອມ ດິຈິຕອນ, ສົ່ງເສີມການພັດທະນາຂອງເສດຖະກິດດິຈິຕອນຂອງກະສິກໍາແລະຊົນນະບົດ. ຜ່ານນັ້ນ, ເຊື່ອມຕໍ່, ຊຸກຍູ້, ແນະນຳຜະລິດຕະພັນ, ເປີດຊ່ອງທາງຈຳໜ່າຍໃໝ່, ເປີດກວ້າງຕະຫຼາດພາຍໃນ ແລະ ຕ່າງປະເທດ. ທ່ານ ຮ່າວັນດ້າຍ, ຢູ່ບ້ານລືງ, ຕາແສງຈ້ຽງແອນ, ເມືອງ ຊົ້ງໝ໋າ, ທີ່ເຂົ້າຮ່ວມຊຸດຝຶກອົບຮົມ, ໃຫ້ຮູ້ວ່າ:

 “ໂດຍຜ່ານການຝຶກອົບຮົມ, ຂ້າພະເຈົ້າມີທ່າອ່ຽງໃຫມ່ແມ່ນການຫັນເປັນດິຈິຕອນ, ເພາະການຂາຍໃນຊ່ອງການຄ້າເອເລັກໂຕນິກ  ຈະບໍ່ຂຶ້ນກັບລາຄາ. ແລະ ຂາຍຜະລິດຕະພັນກໍ່ງ່າຍຂຶ້ນ ແລະ ບໍ່ຈໍາເປັນຕ້ອງຂຶ້ນກັບພໍ່ຄ້າຄືໃນປັດຈຸບັນ.”

ເຊີນລາ ມານະພະຍາຍາມນຳເອົາຜະລິດຕະພັນກະເສດລົງ ແພລດຟອມ ດິຈີຕອນ - ảnh 2ຊາວກະສິກອນ ແຂວງ ເຊີນລາ ຫັນເປັນດິຈີຕອນໃນການຜະລິດ, ໂຄສະນາ, ຈຳຫນ່າຍຜະລິດຕະພັນກະເສດ. ພາບ:VOV

ໂດຍໄດ້ເຂົ້າເຖິງບັນດາທ່າອ່ຽງໃຫມ່ຢ່າງວ່ອງໄວ, ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ນຳຫນ້າໃນການຫັນເປັນດິຈີຕອນ, Start up, ກໍ່ຮ່າງສ້າງຕົວ, ພັດທະນາທັກສະໃນການຂາຍສິນຄ້າ, ຈຳຫນ່າຍຜະລິດຕະພັນຜ່ານຊ່ອງການຄ້າເອເລັກໂຕນິກ.. ກຳລັງຊາວຫນຸ່ມ ໄດ້ຊ່ວຍໂຄສະນາ, ຈຳຫນ່າຍບັນດາຜະລິດຕະພັນກະເສດ OCOP ຂອງທ້ອງຖິ່ນ. ເອື້ອຍ ເກີມທິຮ່ວຽນຈາງ, ເລຂາຊາວຫຸນ່ມ ແຂວງ ເຊີນລາ ໃຫ້ຮູ້ວ່າ:

 “ຜ່ານເນື້ອໃນການຝຶກອົບຮົມ, ພວກຂ້າພະເຈົ້າ ປາດຖະຫນາວ່າ ຊາວໜຸ່ມຈະມີເງື່ອນໄຂ , ກາລະໂອກາດເພື່ອເຂົ້າເຖິງການຫັນເປັນດີຈີຕອນ, ໂດຍສະເພາະແມ່ນບັນດາເນື້ອໃນ ໂຄສະນາ, ແນະນຳບັນດາຜະລິດຕະພັນ OCOP ແລະ ຜະລິດຕະພັນກະເສດຂອງທ້ອງຖິ່ນຜ່ານແພລດຟອມດີຈີຕອນ. ຜ່ານນັ້ນ, ພວກຂ້າພະເຈົ້າກໍ່ຫວັງວ່າ ບັນດາສະມາຊິກຄະນະຊາວໜຸ່ມຈະມີການສັງ  ເກດທີ່ຖືກຕ້ອງກ່ຽວກັບການນຳໃຊ້ການຫັນເປັນດີຈີຕອນ

ເຂົ້າໃນການເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ”

ໂດຍໝູນໃຊ້ການຫັນເປັນດິຈິຕອນໃນການຊຸກຍູ້ການໂຄສະນາບັນດາຜະລິດຕະພັນ OCOP, ເຊີນລາ ພວມຫັນຄວາມຄາດຫວັງບືນຕົວຂຶ້ນ ເປັນເຈົ້າການດ້ານວິທະຍາສາດເຕັກໂນໂລຢີໃຫ້ປະກົດຜົນເປັນຈິງ, ຕັດສິນໃຈສ້າງຄວາມຮັ່ງມີຢູ່ໃນບ້ານເກີດເມືອງນອນຂອງຕົນ. ໃນໄລຍະຈະມາເຖິງ, ແຂວງ ເຊີນລາ ຈະສືບຕໍ່ພ້ອມກັບຊາວໜຸ່ມຈັດຕັ້ງບັນດາເວທີປາໄສ, ກອງປະຊຸມສຳມະນາລົງເລິກກວ່າກ່ຽວກັບໂຄງການ OCOP, ໃນນັ້ນມີເນື້ອໃນການຫັນເປັນດີຈີຕອນ. ເປົ້າຫມາຍແມ່ນເພື່ອສົ່ງເສີມການຜະລິດແລະການຄ້າຜະລິດຕະພັນ OCOP ທີ່ມີປະສິດທິພາບ, ໂດຍສະເພາະແມ່ນການເຂົ້າຮ່ວມ ການຄ້າ ເອເລັກໂຕນິກແລະການຂາຍສິນຄ້າທາງໄກ.

ຕອບກັບ

ຂ່າວ/ບົດ​ອື່ນ