ຫວຽດນາມ ມານະພະຍາຍາມຟື້ນຟູຂະແຫນງທ່ອງທ່ຽວໃນປີ 2024

(VOVWORLD) -ປີກາຍນີ້ ຂະແຫນງທ່ອງທ່ຽວ ຫວຽດນາມ ໄດ້ມີສັນຍານດີຂຶ້ນ. ຍອດຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸປະມານ 12,5 ລ້ານເທື່ອຄົນ, ລື່ນກາຍຫລາຍເມື່ອທຽບໃສ່ຕົວເລກທີ່ວາງອອກໃນຕົ້ນປີແມ່ນ 8 ລ້ານເທື່ອຄົນ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ຂະແໜງການທ່ອງທ່ຽວ ຫວຽດນາມ ບຸກທະລຸໃນປີນີ້.

ຫວຽດນາມ ມານະພະຍາຍາມຟື້ນຟູຂະແຫນງທ່ອງທ່ຽວໃນປີ 2024 - ảnh 1ນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ຮ່າຢາງ.ພາບ: TTXVN

ຕາມຕົວເລກສະຖິຕິຂອງສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ໃນປີກາຍນີ້, ຄາດວ່າ ລະບົບວິສາຫະກິດ, ຫົວໜ່ວຍທຸລະກິດທ່ອງທ່ຽວໄດ້ຮັບໃຊ້ນັກທ່ອງທ່ຽວພາຍໃນປະເທດປະມານ 105 ລ້ານເທື່ອຄົນ; ນັກທ່ອງທ່ຽວສາກົນ ແມ່ນ 12,5 ຫາ 13 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວຫວຽດນາມ ປະມານ 5 ລ້ານເທື່ອຄົນໄປທ່ຽວຕ່າງປະເທດ.

ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ເພື່ອຮັບໃຊ້ຄວາມຕ້ອງການຂອງນັກທ່ອງທ່ຽວ ຫວຽດນາມ ແລະ ສາກົນ. ຄຽງຂ້າງນັ້ນ, ສະຫະສະມາຄົມທ່ອງທ່ຽວຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດກໍ່ໄດ້ມານະພະຍາຍາມເສີມຂະຫຍາຍບົດບາດຂອງຕົນໃນການໜູນຊ່ວຍບັນດາວິສາຫະກິດສະມາຊິກ, ພິເສດແມ່ນຍູ້ແຮງບັນດາການເຄື່ອນໄຫວເຊື່ອມຕໍ່, ທ່ານນາງ ຈ້ຽວທິຕີ່ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ຮ່າຢາງ, ໃຫ້ຮູ້ວ່າ: ປີກາຍນີ້, ຂະແຫນງທ່ອງທ່ຽວແຂວງ ຮ່າຢາງ ມີບາດກ້າວບຸກທະລຸ ແລະ ເຕີບໂຕເປັນຢ່າງດີ.

         ແຂວງ ຮ່າຢາງ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 3 ລ້ານເທື່ອຄົນ ແລະ ໄດ້ຮັບລາງວັນທ່ອງທ່ຽວສາກົນຫຼາຍລາງວັນ, ໃນນັ້ນມີລາງວັນ “ສະຖານທີ່ທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນແຖວຫນ້າຂອງອາຊີ ປີ 2023” (Asia's Leading Emerging Tourism Destination 2023)  ແລະ ໄດ້ຈັດເຂົ້າໃນ 25 ອັນດັບສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈທີ່ສຸດໃນໂລກໃນປີ 2023 ຕາມການຈັດອັນດັບຂອງໜັງສືພິມ New York Times (ອາເມລິກາ).

     ໃນປີຜ່ານມາ, ພວກຂ້າພະເຈົ້າໄດ້ຍູ້ແຮງການຮ່ວມສຳພັນກັບຫລາຍທ້ອງຖິ່ນ, ສະມາຄົມ, ວິສາຫະກິດທ່ອງທ່ຽວ... ແລະ ສົມທົບການເຄື່ອນໄຫວສົ່ງເສີມ, ໂຄສະນາການເຄື່ອນໄຫວທີ່ຈັດຂຶ້ນຢູ່ທ້ອງຖິ່ນ, ພາຍໃນ ແລະ ຕ່າງປະເທດ; ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ເປັນເຈົ້າພາບຈັດກິດຈະກຳໂຄສະນາການທ່ອງທ່ຽວຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ. ປີກາຍນີ້, ພວກຂ້າພະເຈົ້າໄດ້ດຶງດູດ 14 ບໍລິສັດທ່ອງທ່ຽວສາກົນມາດຳເນີນງານ ແລະ ສົ່ງເສີມໂຄສະນາຢູ່ ຮ່າຢາງ.

ເພື່ອບັນລຸໄດ້ການເຕີບໂຕຄືກ່ອນທີ່ເກີດໂລກລະບາດໂຄວິດ-19 (2019), ສະຫະສະມາຄົມທ່ອງທ່ຽວຫວຽດນາມ ຈະເພີ່ມທະວີການເຄື່ອນໄຫວຮ່ວມສຳພັນ, ຮ່ວມມື; ປະຕິບັດກົນໄກປະສານງານລະຫວ່າງເຂດ, ເຊື່ອມຕໍ່ເຂດຢ່າງມີປະສິດທິຜົນ; ພັດທະນາຜະລິດຕະພັນ, ການຕະຫຼາດ,   ການບໍລິການ, ສົ່ງເສີມການໂຄສະນາ, ສ້າງຍີ່ຫໍ້…ທ່ານ ຫວູເທບິ່ງ, ປະທານ ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ຖືວ່າ:

 “ທີນຶ່ງ ສຳລັບແຫຼ່ງນັກທ່ອງທ່ຽວ, ຫຼາຍປະເທດຍັງບໍ່ທັນຟື້ນຕົວ, ດັ່ງນັ້ນ ເພື່ອມີແຫຼ່ງທ່ອງທ່ຽວພວກເຮົາຕ້ອງເຮັດຫລາຍວຽກງານກວ່າ, ຕ້ອງຊຸກຍູ້ໃຫ້ເຂັ້ມແຂງກວ່າທີສອງ, ກ່ຽວກັບຜະລິດຕະພັນ, ຄວາມນິຍົມຂອງນັກທ່ອງທ່ຽວກໍ່ມີການປ່ຽນແປງ, ຕ້ອງສ້າງຜະລິດຕະພັນທີ່ເຫມາະສົມກວ່າ. ທີສາມ, ໃນດ້ານຊັບພະຍາກອນມະນຸດ... ພວກເຮົາເຫັນວ່າ, ຊັບພະຍາກອນມະນຸດຂອງຂະແຫນງທ່ອງທ່ຽວກວ່າເຄິ່ງໜຶ່ງໄດ້ຫັນໄປເຮັດວຽກຢູ່ຂະແຫນງອື່ນ. ດັ່ງນັ້ນ, ປີກາຍນີ້ ເປັນປີທີ່ມີຄວາມມານະພະຍາຍາມທີ່ສຸດເພື່ອດຶງດູດແຫລ່ງຊັບພະຍາກອນມະນຸດຄືນໃຫມ່ ແລະ ປີນີ້ພວກເຮົາຕ້ອງເຮັດວຽກງານນີ້ໃຫ້ຫຼາຍຂຶ້ນ.

  ປີນີ້, ຂະແໜງທ່ອງທ່ຽວ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍຟື້ນຕົວການເຄື່ອນໄຫວທ່ອງທ່ຽວໃນທຸກມາດຖານທີ່ບັນລຸໄດ້ໃນປີ 2019, ວາງຄາດໝາຍດຶງດູດ ແລະ ຮັບໃຊ້ແຂກທ່ອງທ່ຽວສາກົນ 20 ລ້ານຄົນ. ທ່ານ ຫງວຽນກົງຮວານ, ຫົວໜ້າຄະນະສື່ສານຂອງສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດຫຸ້ນສ່ວນ Flamigo Redtours ໃຫ້ຮູ້ວ່າ:

 “ພາບພົດຂອງປະເທດຊາດ ແລະປະຊາຊົນຫວຽດນາມ ມີຄວາມສະຫງົບສຸກ, ສວຍງາມທີ່ສຸດ ແລະ ມີຄວາມປອດໄພຫຼາຍ. ຮູບພາບນັ້ນແມ່ນໄດ້ນຳມາຮັບໃຊ້ການທ່ອງທ່ຽວ. ນີ້ແມ່ນບັນດາປັດໄຈສະດວກເພື່ອໃຫ້ຫວຽດນາມ ໂຄສະນາ, ດຶງດູດນັກທ່ອງທ່ຽວ ແລະ ແມ່ນເງື່ອນໄຂທີ່ຈຳເປັນ. ເພື່ອບັນລຸເປົ້າຫມາຍມີນັກທ່ອງທ່ຽວຫຼາຍກວ່າ 20 ລ້ານຄົນມາທ່ຽວຢູ່ຫວຽດນາມ, ພວກເຮົາຍັງມີຫຼາຍວຽກທີ່ຕ້ອງເຮັດ. ຈາກວຽກງານສ້າງຜະລິດຕະພັນ, ການສົ່ງເສີມໂຄສະນາກໍ່ຄືຕັ້ງນ້າຜັນຂະຍາຍບັນດາມາດຕະການທີ່ດີກວ່າໃນການເຂົ້າອອກເມືອງ, ຫຼື ເລື່ອງພວກເຮົາເຊື່ອມຕໍ່ຊຸກຍູ້ຄວາມຕ້ອງການໃນການໄປມາດ້ວຍທາງອາກາດ. ເພື່ອດຶງດູດນັກທ່ອງທ່ຽວ, ນອກຈາກດຶງດູດນັກທ່ອງທ່ຽວສາກົນແລ້ວ, ພວກຂ້າພະເຈົ້າຍັງຕ້ອງສຸມໃສ່ດຶງດູດນັກທ່ອງທ່ຽວພາຍໃນປະເທດ ເພາະວ່າ ຕະຫຼາດພາຍໃນປະເທດແມ່ນພື້ນຖານສຳຄັນຂອງຂະແໜງທ່ອງທ່ຽວຫວຽດນາມ.

ຫວຽດນາມ ມານະພະຍາຍາມຟື້ນຟູຂະແຫນງທ່ອງທ່ຽວໃນປີ 2024 - ảnh 2ທ່ານ ຫວູເທບິ່ງ ປະທານ ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ. ພາບ:TTXVN

ເພື່ອໃຫ້ຂະແຫນງທ່ອງທ່ຽວຫວຽດນາມ ສືບຕໍ່ຟື້ນຕົວ ແລະ ພັດທະນາຢ່າງຟົດຟື້ນ, ໃນປີນີ້, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ພ້ອມກັບບັນດາວິສາຫະກິດທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວທ້ອງຖິ່ນ... ຈະສ້າງບັນດາລາຍການທ່ອງທ່ຽວໃໝ່ຄື: “ໝູ່ບ້ານປາໄມ້ - ຫລັງຄວາມສະຫງ່າລາສີ”, ໄປທ່ອງທ່ຽວຕາມຮອຍພຣະບາດຂອງພະພຸດທະເຈົ້າ ແລະ “ທ່ອງທ່ຽວຊົນນະບົດ ຫລຸກງ້ານ”, ... ພິເສດ ຂະແໜງທ່ອງທ່ຽວຈະສືບຕໍ່ຜັນຂະຫຍາຍໂຄງການ “ຫຼຸດຜ່ອນຂີ້ເຫຍື້ອປຼາສະຕິກໃນຂົງເຂດທ່ອງທ່ຽວຫວຽດນາມ” ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາຂະແຫນງທ່ອງທ່ຽວແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ