ສິນຄ້າ ຫວຽດນາມ ຢັ້ງຢືນທ່າໄດ້ປຽບຢູ່ຕະຫລາດພາຍໃນປະເທດ

(VOVWORLD) - ຍ້ອນມີການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ສິນຄ້າຕ່າງປະເທດດ້ວຍບັນດາເຄື່ອງໝາຍການຄ້າທີ່ມີຊື່ສຽງບໍ່ແມ່ນເລື່ອງແປກປະຫລາດສຳລັບຜູ້ບໍລິໂພກ ຫວຽດນາມ. ແຕ່ເຖິງຢ່າງໃດກໍຕາມ, ສິນຄ້າໂດຍບັນດາວິສາຫະກິດຜະລິດຢູ່ພາຍໃນປະເທດ ກໍ່ນັບມື້ນັບກວມອັດຕາສ່ວນເປັນສ່ວນໃຫຍ່ຢູ່ຕະຫລາດ ຍ້ອນຄຸນນະພາບດີ, ຮູບແບບງາມຕາ, ລາຄາເໝາະສົມ... ຄວາມຈິງນີ້ໄດ້ຢັ້ງຢືນທີ່ຕັ້ງ ແລະ ຈຸດຢືນອັນໝັ້ນແກ່ນຂອງສິນຄ້າຫວຽດນາມ ຢູ່ ຕະຫລາດພາຍໃນປະເທດ.

ສິນຄ້າ ຫວຽດນາມ ຢັ້ງຢືນທ່າໄດ້ປຽບຢູ່ຕະຫລາດພາຍໃນປະເທດ - ảnh 1ໃນໂອກາດບຸນເຕັດ ຊາວຫວຽດນາມ ຫລາຍຄົນ ເຄີຍເລືອກຊື້ສິນຄ້າຜະລິດພາຍໃນປະເທດ.ພາບ: VOV

ໃນໄລຍະບຸນເຕັດປີມະໂລງ, ແທນທີ່ຈະເລືອກເອົາເຂົ້າໜົມບ້ວຍເຄັມ, ເຂົ້າໜົມທີ່ນຳເຂົ້າຈາກຕ່າງປະເທດ, ຜູ້ບໍລິໂພກຫລາຍຄົນໃຫ້ບຸລິມະສິດເລືອກເອົາເຂົ້າຫນົມທີ່ເປັນສັນຍາລັກພິເສດພາຍໃນປະເທດ. ຄຽງຂ້າງຄຸນນະພາບທີ່ດີ, ຮູບແບບງາມຕາ ແລະ ລາຄາທີ່ເໝາະສົມແລ້ວ, ບັນດາວິສາຫະກິດຜະລິດ ດຳເນີນທຸລະກິດສິນຄ້າ ຫວຽດນາມ ຍັງໄດ້ຂຸດຄົ້ນບັນດາເນື້ອໃນດ້ານວັດທະນະທຳຂອງຊາດ ຜະລິດຕະພັນພິເສດຂອງເຂດພາກ ເພື່ອນຳເອົາມາຮັບໃຊ້ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ.

“ຂ້າພະເຈົ້າເຫັນວ່າ, ປະຈຸບັນ, ສິນຄ້າຂອງຫວຽດນາມ ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ຮູບແບບ. ຂ້າພະເຈົ້າມັກຊື້ສິນຄ້າຫວຽດນາມ, ຜະລິດຕະພັນດີ ແລະ ລາຄາກໍ່ຖືກ”.

 “ຂ້າພະເຈົ້າເອງ ມີທ່າອ່ຽງນໍາໃຊ້ຜະລິດຕະພັນພາຍໃນປະເທດຫຼາຍກວ່າ. ຍ້ອນວ່າ, ຂ້າພະເຈົ້າຮູ້ສຶກສິນຄ້າຂອງ ຫວຽດນາມ ປະຈຸບັນມີຫລາຍຈຸດທີ່ພົ້ນເດັ່ນ. ມີຜະລິດຕະພັນຫຼາຍປະເພດມີຄຸນນະພາບຄືກັນກັບສິນຄ້ານໍາເຂົ້າຕ່າງປະເທດດ້ວຍລາຄາແພງ.”

ຕາມຕົວເລກສະຖິຕິຂອງກະຊວງອຸດສາຫະກຳ ແລະ ການຄ້າ, ອັດຕາສ່ວນສິນຄ້າຫວຽດນາມທີ່ຂາຍຢູ່ບັນດາຮ້ານສັບພະສິນຄ້າ ແລະ ຮ້ານຄ້າພາຍໃນປະເທດກວມກວ່າ 90%, ໃນລະບົບ ຮ້ານສັບພະສິນຄ້າ ຕ່າງປະເທດກວມປະມານ 60% – 96%. ໃນຊ່ອງທາງຂາຍຍ່ອຍແບບດັ້ງເດີມ, ອັດຕາສ່ວນສິນຄ້າຫວຽດນາມຢູ່ຕະຫຼາດ ແລະ ຮ້ານຂາຍເຄື່ອງຍັງກວມ 60% ຫຼືຫຼາຍກວ່ານັ້ນ. ທ່ານນາງ ຫງວຽນທິທູຖູຍ, ຮອງປະທານຜູ້ປະຈຳການສະມາຄົມພັດທະນາເຄື່ອງອຸປະໂພກບໍລິໂພກ ຫວຽດນາມ ໃຫ້ຮູ້ວ່າ:

 “ການພັດທະນາຢ່າງວ່ອງໄວຂອງວິທະຍາສາດເຕັກໂນໂລຢີ ແລະ ອິດທິພົນຂອງການປະຕິວັດ 4.0 ໄດ້ປ່ຽນແປງຄວາມຊິນເຄີຍໃນການຊື້ເຄື່ອງຂອງຜູ້ບໍລິໂພກ. ຜູ້ບໍລິໂພກຫວຽດນາມ ຢາກຊົມໃຊ້ຫລາຍປະເພດສິນຄ້າທີ່ແຕກຕ່າງກັນ, ຊາວຫວຽດນາມ ຈະບຸລິມະສິດນຳໃຊ້ຜະລິດຕະພັນຫວຽດນາມ ທີ່ມີຄຸນນະພາບສູງ, ໂດຍມີການຄັດເລືອກ”.

ຕາມຄະນະຊີ້ນຳ ການຂົນຂວາຍ “ຊາວຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າຂອງຫວຽດນາມ”, ກຳລັງຊື້ສິນຄ້າຫວຽດນາມ ນັບມື້ນັບເພີ່ມຂຶ້ນ, ໃນນັ້ນຈຳນວນຜູ້ຊົມໃຊ້ກວ່າ 90% ຢືນຢັນບຸລິມະສິດຊື້ສິນຄ້າຫວຽດນາມ ເມື່ອໄປຊື້ເຄື່ອງຂອງ; 75% ຈຳນວນຜູ້ບໍລິໂພກແນະນຳໃຫ້ຍາດຕິພີ່ນ້ອງ ແລະ ໝູ່ເພື່ອນຄວນໄປຊື້ຜະລິດຕະພັນຂອງຫວຽດນາມ... ທ່ານ ເລວັນລຽມ, ຜູ້ອຳນວຍການ ສະຫະກອນການຄ້ານະຄອນໂຮ່ຈິມິນ ສາຂາປະຈຳພາກເຫນືອແບ່ງປັນວ່າ:

 “ບັນດາຫົວຫນ່ວຍຂາຍຍ່ອຍໄດ້ມີບາດກ້າວຫັນປ່ຽນຕົນເອງເພື່ອໃຫ້ເຫມາະສົມທີ່ສຸດ. ທີຫນຶ່ງ, ແມ່ນເລືອກຊ່ອງທາງຂາຍຍ່ອຍທີ່ເໝາະສົມ.  ທີສອງ, ສ້າງຫຼາຍຊ່ອງທາງຂາຍສິນຄ້າ, ບໍ່ພຽງແຕ່ຮັບໃຊ້ສະເພາະລູກຄ້າເຄີຍຊື້ກ່ອນນີ້ເທົ່ານັ້ນ, ຫາກຜູ້ບໍລິໂພກລຸ້ນໃຫມ່, ເປົ້າໝາຍທີ່ມີຄວາມຕ້ອງການໃຫມ່ ກໍ່ຕ້ອງມີການປ່ຽນແປງໃຫ້ທັນການ.  ທີສາມ, ບັນດາວິສາຫະກິດຕ້ອງຊັ່ງຊາບັນຊີລາຍຊື່ຜະລິດຕະພັນ”.

ສິນຄ້າ ຫວຽດນາມ ຢັ້ງຢືນທ່າໄດ້ປຽບຢູ່ຕະຫລາດພາຍໃນປະເທດ - ảnh 2ຮອງປະທານຜູ້ປະຈຳການສະມາຄົມພັດທະນາເຄື່ອງອຸປະໂພກບໍລິໂພກ ຫວຽດນາມ. ພາບ:VOV

ເພື່ອຊຸກຍູ້ການຜະລິດ ແລະ ການຈຳຫນ່າຍສິນຄ້າຂອງຫວຽດນາມ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັນຢ່າງຕັ້ງຫນ້າກັບບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ເພີ່ມທະວີການປະຕິບັດບັນດາຍຸດທະສາດ ແລະ ມາດຕະການແກ້ໄຂ ເຊັ່ນ ຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບບັ້ນຂົນຂວາຍ; ສຳຫລວດກວດກາ, ເພີ່ມເຕີມ ແລະ ປະກາດໃຊ້ກົນໄກ ນະໂຍບາຍ ຊ່ວຍໜູນການຜະລິດ ແລະ ການບໍລິໂພກພາຍໃນ ແລະ ປົກປ້ອງຜູ້ບໍລິໂພກ; ຊ່ວຍໜູນວິສາຫະກິດໃນການເຄື່ອນໄຫວສົ່ງເສີມການຄ້າ ແລະ ເປີດກວ້າງຕະຫຼາດພາຍໃນປະເທດ. ທ່ານນາງ ເລຫວຽດງາ, ຮອງຫົວໜ້າກົມການຕະຫຼາດພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຢືນຢັນວ່າ:

 “ວົງເງິນຕະຫລາດຂາຍຍ່ອຍຂອງ ຫວຽດນາມ ໄດ້ລື່ນກາຍ 180 ຕື້ USD ໃນປີ 2023 ແລະ ຄາດວ່າຈະສືບຕໍ່ເຕີບໂຕໃນຊຸມປີຕໍ່ໄປ. ຫວຽດນາມ ໄດ້ກາຍເປັນສະຖານທີ່ອຸດົມສົມບູນດຶງດູດບໍລິສັດຂາຍຍ່ອຍ, ພ້ອມກັນນັ້ນກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດສ້າງເຄື່ອງໝາຍການຄ້າ ແລະ ເປີດກວ້າງຊ່ອງທາງຈຳໜ່າຍສິນຄ້າຫວຽດນາມ ທີ່ມີຄຸນນະພາບແຫ່ງຊາດ ແລະ ເຄື່ອງໝາຍການຄ້າແຫ່ງຊາດ, ຜະລິດຕະພັນຫລັກຂອງທ້ອງຖິ່ນ, ຜະລິດຕະພັນ ຂອງບັນດານັກສິລະປະກອນຢູ່ໝູ່ບ້ານຫັດຖະກໍາ ”.

ດ້ວຍຕາໜ່າງການຈຳໜ່າຍທີ່ກ້ວາງຂວາງ, ຈາກຊ່ອງທາງຈຳໜ່າຍແບບດັ້ງເດີມຕະຫລອດຮອດລະບົບຈຳໜ່າຍທີ່ທັນສະໄໝ, ພ້ອມກັບການຄາດຄະເນໃນແງ່ດີກ່ຽວກັບການເຕີບໂຕຂອບຂະໜາດການຕະຫຼາດ, ສິນຄ້າ ຫວຽດນາມ ສືບຕໍ່ຢືນຢັນທ່າແຮງຂອງຕົນຢູ່ຕະຫຼາດພາຍໃນ ໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ