ລອງອານນຳເອົາໝາກທຸລຽນຂອງ ດົງທາບເມື່ອຍສົ່ງອອກຢ່າງເປັນທາງການ

(VOVWORLD) -ເພື່ອໃຫ້ໝາກທຸລຽນມີມາດຖານຄົບຖ້ວນເພື່ອສົ່ງອອກໄປຍັງບັນດາຕະຫລາດມີຄວາມສາມາດບົ່ມຊ້ອນໃນໂລກ, ຂະແຫນງກະສິກຳແລະຊົນນະບົດແຂວງລອງອານໄດ້ແລະພວມສຸມໃສ່ສ້າງລະຫັດເຂດປູກກໍ່ຄືບັນດາເງື່ອນໄຂກ່ຽວກັບມາດຖານຄຸນນະພາບ, ການກຳນົດກວດສຸຂະນາໄມພືດ, ຄວາມປອດໄພດ້ານອາຫານ, ປ້ອງກັນຕ້ານໂຄວິດ 19.

ລອງອານນຳເອົາໝາກທຸລຽນຂອງ ດົງທາບເມື່ອຍສົ່ງອອກຢ່າງເປັນທາງການ - ảnh 1ອ້າຍ ເຈີນດັງຄວາ ເຈົ້າຂອງສວນ ທຸລຽນ ຢູ່ ຕາແສງ ເຕີນເລີບ. ພາບ: VOV

ວັນທີ 11 ກໍລະກົດຜ່ານມາ,  ທ່ານເລມິງຮວານລັດຖະມົນຕີກະຊວງກະສິກຳແລະຊົນນະບົດໄດ້ເຊັນໜັງສືລັດຖະການສະເຫນີກວດສຸຂະນາໄມພືດສຳລັບໝາກທຸລຽນສົ່ງອອກຈາກຫວຽດນາມໄປຍັງຈີນ. ຕາມໜັງສືລັດຖະການສະບັບນີ້ໝາກທຸລຽນຂອງຫວຽດນາມເມື່ອສົ່ງອອກຕ້ອງປະຕິບັດຕາມບັນດາກົດໝາຍ, ຂໍ້ກຳນົດ, ມາດຖານກ່ຽວຂ້ອງເຖິງຫລັກອະນາໄມຄວາມປອດໄພດ້ານອາຫານຂອງຈີນກໍ່ຄືຮຽກຮ້ອງກ່ຽວກັບການກວດສຸຂະນາໄມພືດ.

ກ່ອນທີ່ນຳເອົາໝາກທຸລຽນຂອງຫວຽດນາມສົ່ງອອກຢ່າງເປັນທາງການ, ເກືອບ 6  ປີຜ່ານມາເມື່ອນຳເອົາຕົ້ນທຸລຽນມາປູກ, ອ້າຍເຈີນດັງຄວາເຈົ້າຂອງສວນປູກຕົ້ນທຸລຽນກວ່າ 3,5 ເຮັກຕາຢູ່ຕາແສງເຕີນເລີບ, ເມືອງເຕີນແທ້ງ, ແຂວງລອງອານຍາມໃດກໍ່ປະຕິບັດຂັ້ນຕອນຢ່າງມີແບບມີແຜນໂດຍສະຖາບັນຕົ້ນໄມ້ກິນໝາກພາກໃຕ້ແລະພະແນກກະສິກຳພັດທະນາຊົນນະບົດແນະນຳໃຫ້. ມາຮອດປະຈຸບັນສວນຂອງອ້າຍຄວາໄດ້ມີຕົ້ນທຸລຽນກວ່າ 48 ຕົ້ນໃຫ້ໝາກແລ້ວແລະ ອີກເກືອບ 90 ຕົ້ນໃກ້ຈະໃຫ້ໝາກ. ອ້າຍເຈີນດັງຄວາໃຫ້ຮູ້ວ່າ:

 “ເລື່ອງອອກລະຫັດເຂດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນຜະລິດຕົ້ນໄມ້ກິນໝາກກໍ່ຄືສົ່ງຜະລິດຕະພັນກະເສດເພື່ອສົ່ງອອກໄປຍັງຕະຫລາດຈີນ ຢ່າງເປັນທາງການ. ຜະລິດຕະພັນຕົນທີ່ຜະລິດອອກນັ້ນຂາຍຈະໄດ້ລາຄາສູງກວ່າ.

ລອງອານນຳເອົາໝາກທຸລຽນຂອງ ດົງທາບເມື່ອຍສົ່ງອອກຢ່າງເປັນທາງການ - ảnh 2ຊາວ ກະສິກອນ ລອງອານ ປາດຖະຫນາຢາກໃຫ້ໝາກທຸລຽນມີຫລາຍກາລະໂອກາດສະດວກເພື່ອສົ່ງອອກຢ່າງເປັນທາງການ. ພາບ: VOV

   ປະຈຸບັນແຂວງລອງອານມີທຸລຽນກວ່າ 320 ເຮັກຕາ, ໂດຍສຸມໃສ່ຕົ້ນຕໍຢູ່ເມືອງເຕີນແທ້ງ. ກ່ອນອື່ນໝົດໝາກທຸລຽນເຕີນແທ້ງພວມມານະພະຍາຍາມເຂົ້າເຖິງຕະຫລາດຈີນ. ເພື່ອໃຫ້ກົມໃຫຍ່ພາສີຈີນອອກລະຫັດເຂດປູກ, ສວນປູກທຸລຽນຕ້ອງນຳໃຊ້ບັນດາມາດຕະຖານຄື: ກວດສຸຂະນາໄມພືດ, ຄວາມປອດໄພດ້ານສະບຽງອາຫານ, ການປ້ອງກັນຕ້ານໂຄວິດ 19, ບັນທຶກຂັ້ນຕອນການຜະລິດ. ເມື່ອເຂດປູກໄດ້ຮັບລະຫັດເຂດແລ້ວຈະໄດ້ຮັບການຮັກສາຄວາມລັບຕາມການກຳນົດຂອງກົມປ້ອງກັນພືດຂຶ້ນກັບກະຊວງກະສິກຳແລະພັດທະນາຊົນນະບົດ. ໄລຍະຜ່ານມາ, ເພື່ອສ້າງເງື່ອນໄຂໃຫ້ບັນດາສວນ, ພະແນກກະສິກຳແລະພັດທະນາຊົນນະບົດແຂວງແລະບັນດາຫົວຫນ່ວຍທີ່ກ່ຽວຂ້ອງໄດ້ເພີ່ມທະວີການແນະນຳໃຫ້ຄອບຄົວປູກທຸລຽນຕາມມາດຕະຖານGAP ແລະຫນູນຊ່ວຍບັນດາຮາກຖານດຳເນີນທຸລະກິດຈົດທະບຽນລະຫັດຫຸ້ມຫໍ່. ໃນໄລຍະຍາວ, ຂະແຫນງກະສິກຳຈະເປັນເຈົ້າການຖ່າຍທອດເຕັກນິກການຜະລິດໝາກທຸລຽນປອດສານພິດ, ສົ່ງເສີມເຈົ້າຂອງສວນຫັນປ່ຽນຈາກຝຸ່ນເຄມີມານຳໃຊ້ຝຸ່ນອົງຄະທາດ, ສົມທົບກັບການຄຸ້ມຄອງສິ່ງເສດເຫລືອຕາມມາດຕະຖານສາກົນເພື່ອໃຫ້ໝາກທຸລຽນຂອງຫວຽດນາມຕອບສະຫນອງໄດ້ຄວາມຮຽກຮ້ອງຕ້ອງການການນຳເຂົ້າຢ່າງເປັນທາງການຕາມມາດຕະຖານທີ່ເຄັ່ງຄັດຂອງຕະຫລາດຈີນແລະປະເທດອື່ນ.

ທ່ານຫງວຽນວັນເກື່ອງຫົວຫນ້າພະແນກປ້ອງກັນພືດແລະການປູກຝັງລອງອານໃຫ້ຮູ້ວ່າ:

ຕາມການກຳນົດຂອງກົມປ້ອງກັນພືດແລ້ວ, ລະຫັດເຂດປູກນີ້ພຽງແຕ່ປະກາດສະເພາະໃຫ້ຜູ້ຕາງນ້າເຂດປູກ, ບໍ່ໃຫ້ຜູ້ໃດຮູ້ເພື່ອຫລີກລ້ຽງການສວຍໃຊ້ເຄື່ອງໝາຍ, ລັກເອົາລະຫັດເພື່ອສົ່ງອອກ. ຄຽງຄູ່ກັນນັ້ນທາງພະແນກກໍ່ສົມທົບກັບສູນປ້ອງກັນສຸຂະນາໄມພືດຢູ່ດ່ານຊາຍແດນຕິຕາມຂໍ້ມູນເປັນປະຈຳກ່ຽວກັບລະຫັດເຂດປູກ.

ເລື່ອງຂະແຫນງກະສິກຳສຸມໃສ່ສ້າງ, ຄຸ້ມຄອງລະຫັດເຂດປູກ, ຮາກຖານຫຸ້ມຫໍ່ຮັບໃຊ້ການສົ່ງອອກ, ແນະນຳກຸ່ມສະຫະກອນແລະຊາວກະສິກອນເປີດກວ້າງເນື້ອທີ່ໄດ້ຮັບລະຫັດເຂດປູກທຸລຽນເພື່ອສົ່ງອອກຢ່າງເປັນທາງການໄປຍັງຕະຫລາດຈີນແລະຫລາຍປະເທດອື່ນໃນໂລກແນໃສ່ຍົກສູງມູນຄ່າເພີ່ມ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນແລະປະກອບສ່ວນສ້າງພື້ນຖານກະສິກຳໃຫ້ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ