ນະຄອນໂຮ່ຈີມິນຍູ້ແຮງການດຶງດູດການລົງທຶນສີຂຽວແລະພັດທະນາຕະຫລາດ Carbon Credit

(VOVWORLD) -ໃນຍຸດທະສາດພັດທະນາໃນຊຸມປີຈະມາເຖິງ, ນະຄອນໂຮ່ຈິມິນໄດ້ວາງອອກບັນດາຄາດໝາຍສຳຄັນກ່ຽວກັບການເຕີບໂຕສີຂຽວ, ມຸ່ງໄປສູ່ພື້ນຖານເສດຖະກິດສີຂຽວ, ຄວາມເປັນກາງດ້ານກາກບອນ (Carbon neutral),ວາງຄາດໝາຍຫຼຸດຜ່ອນການປ່ອຍອາຍພິດໃຫ້ໄດ້ 10% ໃນປີ 2030. ເພື່ອເຮັດໄດ້ສິ່ງນັ້ນນະຄອນໂຮ່ຈີມິນກໍ່ພວມຍູ້ແຮງການດຶງດູດການລົງທຶນເຂົ້າບັນດາໂຄງການສີຂຽວ ແລະພັດທະນາຕະຫຼາດ Carbon Credit.

ນະຄອນໂຮ່ຈີມິນຍູ້ແຮງການດຶງດູດການລົງທຶນສີຂຽວແລະພັດທະນາຕະຫລາດ Carbon Credit  - ảnh 1ທ່ານ ຟານວັນໝາຍ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວຄຳເຫັນໂດຍຮຽກຮ້ອງການລົງທຶນເຂົ້າບັນດາໂຄງການສີຂຽວຢູ່ ນະຄອນໂຮ່ຈີມິນ. ພາບ: Lệ Hằng

ເພື່ອດຶງດູດການລົງທຶນເຂົ້າບັນດາໂຄງການສີຂຽວ, ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ປະກາດ 28 ໂຄງການບຸລິມະສິດລົງທຶນເຂົ້າບັນດາໝວດຂະແຫນງຄື: ຄົມມະນາຄົມ, ເຕັກໂນໂລຢີສູງ, ພະລັງງານທົດແທນ, ເອເລັກໂຕນິກ, ເຄິ່ງຊັກນຳໄຟຟ້າ, ສູນຂໍ້ມູນ...ພ້ອມກັນນັ້ນ, ນະຄອນຍັງໄດ້ປັບປຸງສະພາບແວດລ້ອມດ້ານກົດໝາຍ ແລະນະໂຍບາຍ. ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນຟານວັນໝາຍໃຫ້ຮູ້ວ່າ: ນະຄອນພວມປັບປຸງກອບນະໂຍບາຍການເຕີບໂຕສີຂຽວຮອດປີ 2030 ແລະວິໄສທັດຮອດປີ 2050ໃຫ້ສຳເລັດ.

 “ພວກເຮົາຈະເລືອກຂົງເຂດນຳຫນ້າ. ການຫັນປ່ຽນພາຫະນະຈໍລະຈອນເພື່ອຫຼຸດຜ່ອນການປ່ອຍອາຍພິດແມ່ນຫນຶ່ງບູລິມະສິດ, ຫຼືການພັດທະນາອາຄານສີຂຽວ, ການຜະລິດໄຟຟ້າເທິງຫລັງຄາໃນບັນດາອາຄານ. ບັນຫາໃຫຍ່ກວ່າແມ່ນການຫັນປ່ຽນພະລັງງານ, ການແລກປ່ຽນ Carbon Credit... ທຸກວຽກງານນີ້ພວກເຮົາໄດ້ກະກຽມແລ້ວ".

ການເຄື່ອນໄຫວເຫຼົ່ານີ້ໄດ້ຮັບການສະຫນັບສະຫນູນຈາກນັກລົງທຶນ, ພິເສດແມ່ນໃນຂົງເຂດພະລັງງານທົດແທນ. ທ່ານຟານງອກແອງ, ຜູ້ອຳນວຍການໃຫຍ່ບໍລິສັດເຕັກໂນໂລຊີພະລັງງານ ALENA ໃຫ້ຮູ້ວ່າ: ຖ້າຫາກມີກົນໄກນະໂຍບາຍສະດວກກວ່າເພື່ອຜັນຂະຫຍາຍບັນດາໂຄງການ ແລະລາຄາຊື້ໄຟຟ້າຢ່າງເໝາະສົມ, ວິສາຫະກິດກໍ່ຈະສາມາດປະກອບສ່ວນໃຫ້ແກ່ເປົ້າໝາຍການຫັນປ່ຽນບັນດາພາຫະນະການຈໍລະຈອນໂດຍການປ່ອຍອາຍພິດຕ່ຳຂອງນະຄອນ.

ໂດຍຕີລາຄາສູງຄວາມຕັດສິນໃຈຂອງນະຄອນ ໂຮ່ຈີມິນ ເພື່ອເປົ້າໝາຍການເຕີບໂຕສີຂຽວ, ທ່ານນາງ Carolyn Tuck, ຜູ້ອຳນວຍການທະນາຄານໂລກ (WB) ປະຈຳຫວຽດນາມ ໃຫ້ຮູ້ວ່າ: ເພື່ອດຶງດູດການລົງທຶນໃຫ້ແກ່ການເຕີບໂຕສີຂຽວ, ນະຄອນຕ້ອງປະຕິບັດດ້ວຍວິທີການຢ່າງຄົບຊຸດແທນທີ່ເຄື່ອນໄຫວໃນແຕ່ລະຂະແໜງ. ທ່ານນາງ Carolyn Tuck ກໍ່ເນັ້ນໜັກເຖິງບົດບາດເຮັດໃຫ້ຕ່ອງໂສ້ການສະໜອງຂອງພາກເອກະຊົນເປັນສີຂຽວ, ກ່າວເຕືອນໃຫ້ນະຄອນ ໂຮ່ຈີມິນຄວນສ້າງກົນໄກສົ່ງເສີມ, ສ້າງກຳລັງຫນູນໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີການສຸມໃສ່ບຸລິມະສິດດ້ານພາສີ.

ຄຽງຄູ່ກັບການຊຸກຍູ້ການດຶງດູດການລົງທຶນສີຂຽວ, ນະຄອນໂຮ່ຈິມິນກໍ່ພວມຊຸກຍູ້ການພັດທະນາຕະຫຼາດCarbon Credit. ປະຈຸບັນ, ນະຄອນໄດ້ມອບໃຫ້ບໍລິສັດລົງທຶນດ້ານການເງິນນະຄອນໂຮ່ຈິມິນ (Hufic) ເປັນເຈົ້າການໃນການປະສານງານCarbon Credit. ທະນາຄານໂລກຍັງມີແຜນການສະໜອງບ້ວງເງິນຊ່ວຍເຫຼືອຫລ້າລວມມູນຄ່າ 40 ລ້ານ USD ແລະບ້ວງເງິນໜູນຊ່ວຍດ້ານເຕັກນິກ 10 ລ້ານ USD ໃຫ້ນະຄອນໂຮ່ຈິມິນ ເພື່ອໃຫ້ນະຄອນພັດທະນາຕະຫຼາດCarbon Credit.

ເຖິງຢ່າງໃດກໍຕາມ, ຕາມທ່ານນາງ ເລງອກຖູ່ຍຈາງ, ຜູ້ອຳນວຍການໃຫຍ່ Hufic ແລ້ວ, ຕະຫຼາດCarbon Creditແມ່ນບັນຫາໃໝ່, ຍັງບໍ່ທັນນອນໃນຂໍ້ກຳນົດກ່ຽວກັບບົດບາດຫນ້າທີ່ການເຄື່ອນໄຫວຂອງກອງທຶນລົງທຶນພັດທະນາຕົວເມືອງ, ສະນັ້ນຄວນສ້າງບັນດານະໂຍບາຍເພື່ອໃຫ້ມີກອບກົດໝາຍທີ່ເໝາະສົມ. ທ່ານນາງເລງອກຖູ່ຍຈາງ ໃຫ້ຮູ້ວ່າ:

 “ພວກເຮົາກຳລັງສົມທົບກັບບັນດາທະນາຍຄວາມຂອງທະນາຄານໂລກເພື່ອສ້າງກົນໄກນະໂຍບາຍສະເໜີຂໍອະນຸຍາດທ່ານນາຍົກລັດຖະມົນຕີເພີ່ມເຕີມພາລະຫນ້າທີ່ການເຄື່ອນໄຫວໃຫ້ Hufic. ພ້ອມກັນນັ້ນ, ພວກຂ້າພະເຈົ້າຍັງຂໍກົນໄກການເງິນ, ສ້າງຖານະນິຕິບຸກຄົນເພື່ອສາມາດຮັບບ້ວງຊ່ວຍເຫຼືອຈາກ WB”.

ນະຄອນໂຮ່ຈີມິນຍູ້ແຮງການດຶງດູດການລົງທຶນສີຂຽວແລະພັດທະນາຕະຫລາດ Carbon Credit  - ảnh 2ສິ່ງເສດເຫລືອ ຖ້າໄດ້ແກ້ໄຂດ້ວຍເຕັກໂນໂລຊີໃຫມ່ ອາດຈະສ້າງເປັນພະລັງງານເພື່ອຜະລິດໄຟຟ້າ. ພາບ: Tú Uyên

ນອກຈາກການສ້າງກອບກົດໝາຍ ແລະກົນໄກເຄື່ອນໄຫວ, ຕາມທ່ານMani Mathukumara, ຊ່ຽວຊານດ້ານເສດຖະກິດ ແລະສິ່ງແວດລ້ອມຂອງທະນາຄານໂລກແລ້ວ, ມີບັນຫາໃຫຍ່ອີກທີ່ນະຄອນໂຮ່ຈິມິນຄວນໃຫ້ຄວາມສົນໃຈນັ້ນແມ່ນການກຳນົດຜູ້ຊື້ ແລະຜູ້ຂາຍໃນຕະຫຼາດCarbon Credit.ຜູ້ຊື້ຈະແມ່ນບັນດາວິສາຫະກິດສາກົນ.

ທ່ານMathukumara ຖືວ່າ: ເພື່ອໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມການແລກປ່ຽນຄ້າຂາຍCarbon Creditໂລກ, ກ່ອນອື່ນໝົດບັນດາວິສາຫະກິດຕ້ອງມີແນວຄວາມຄິດ, ໂຄງການກ່ອນຫລັງຈາກນັ້ນນຳເອົາບັນດາໂຄງການ ແລະ ແນວຄວາມຄິດນີ້ມາເຖິງບັນດາຫົວໜ່ວຍປະຕິບັດໜ້າທີ່ເພື່ອຢັ້ງຢືນ. ທ່ານMani Mathukumaraເນັ້ນຫນັກວ່າ: ນີ້ແມ່ນຂົງເຂດຊື່ງ WB ມີທ່າແຮງ, ສະນັ້ນ WB ພ້ອມແລ້ວທີ່ຈະຮ່ວມມືແລະໜູນຊ່ວຍນະຄອນໂຮ່ຈີມິນ, ໂດຍມີHuficແມ່ນຫົວຫນ່ວຍເປັນເຈົ້າການປະຕິບັດ.

 “ຢູ່ ນະຄອນໂຮ່ຈີມິນ, Huficຈະແມ່ນຫົວຫນ່ວຍເປັນກາງເພື່ອເຕົ້າໂຮມບັນດາໂຄງການ, ແນວຄວາມຄິດ. Huficຈະເຊື່ອມຕໍ່ ແລະເຮັດວຽກໂດຍກົງກັບຫົວຫນ່ວຍຢັ້ງຢືນCarbon Credit. ປະຈຸບັນລັດຖະບານສິງກະໂປ, ສເກົາຫລີ, ສະວິດລ້ວນແຕ່ຢາກຊື້ Carbon Credit”.

ຕາມທ່ານນາງເລທິຮວິ່ງມາຍ, ຫົວໜ້າພະແນກແຜນການແລະການລົງທຶນນະຄອນໂຮ່ຈີມິນແລ້ວ, ເປົ້າໝາຍການເຕີບໂຕເສດຖະກິດສີຂຽວຂອງນະຄອນໂຮ່ຈີມິນພວມໄດ້ຮັບຄວາມສົນໃຈຈາກບັນດານັກລົງທຶນ, ວິສາຫະກິດທັງຢູ່ພາຍໃນແລະຕ່າງປະເທດ. ສະນັ້ນ, ນະຄອນໂຮ່ຈິມິນ ໃຫ້ຄຳໝັ້ນສັນຍາປັບປຸງກອບນະໂຍບາຍກົນໄກໃຫ້ສຳເລັດໂດຍໄວ ເພື່ອຮັບປະກັນຜົນປະໂຫຍດອັນຍາວນານຂອງບັນດານັກລົງທຶນ./.

ຕອບກັບ

ຂ່າວ/ບົດ​ອື່ນ