ນະຄອນ ໂຮ່ຈີມິນ ມຸ່ງໄປເຖິງການພັດທະນາທາງລົດໄຟເຊື່ອມຕໍ່ເຂດ

(VOVWORLD) -ນະຄອນ ໂຮ່ຈີມິນ ພວມໃນວິວັດການຫັນເປັນຕົວເມືອງຢ່າງວ່ອງໄວ, ບໍ່ພຽງແຕ່ແມ່ນໃນເລື່ອງຈຳນວນປະຊາກອນເພີ່ມຂຶ້ນເທົ່ານັ້ນ ຫາກຍັງນັບທັງວິວັດການຫັນເປັນກົນຈັກ, ການເຕີບເສດຖະກິດ ແລະ ການປ່ຽນແປງໃນແບບແຜນການດຳລົງຊີວິດຂອງປະຊາຊົນ ອີກດ້ວຍ. ສະນັ້ນ ການຄົ້ນຄ້ວາປະເມີນຜົນການວາງແຜນຜັງ, ສຳຫລວດກວດກາສະພາບຕາຫນ່າງຄົມມະນາຄົມນະຄອນ (ທາງບົກ, ທາງລົດໄຟ, ທາງນ້ຳ) ຄຶນໂດຍສັງເຂບແລ້ວ, ນະຄອນ ໂຮ່ຈີມິນ ພວມຄົ້ນຄ້ວາ, ຄິດໄລ່ການພັດທະນາລະບົບທາງລົດໄຟເຊື່ອມຕໍ່ເຂດ, ຕິດພັນກັບຮູບແບບ TOD (ການກຳນົດທິດການຄົມມະນາຄົມສາທາລະນະວ່ອງໄວ, ກຳລັງໂດຍສານຫລາຍ)

ນະຄອນ ໂຮ່ຈີມິນ ມຸ່ງໄປເຖິງການພັດທະນາທາງລົດໄຟເຊື່ອມຕໍ່ເຂດ - ảnh 1ຄົມມະນາຄົມຂົນສົ່ງ ນະຄອນໂຮ່ຈີມິນ ມິການພົວພັນສະຫນິດແຫນ້ນກັບບັນດາທ້ອງຖິ່ນອ້ອມຂ້າງ ແລະ ທົ່ວປະເທດ. ພາບ: VOV

ຄົມມະນາຄົມຂົນສົ່ງ ນະຄອນໂຮ່ຈີມິນ ຕິດພັນສະຫນິດແຫນ້ນກັບຫລາຍທ້ອງຖິ່ນອ້ອມຂ້າງ ແລະ ທົ່ວປະເທດ. ລະອຽດ: ນະຄອນ ເຊື່ອມຕໍ່ກັບບັນດາທ້ອງຖິ່ນ ດ້ວຍເສັ້ນທາງຫລວງ 4 ສາຍ, ທາງລົດໄຟ 6 ສາຍ, ເສັ້ນທາງຄວາມໄວສູງ 6 ສາຍ.. ຕາມບັນດານັກຊ່ຽວຊານແລ້ວ, ນະຄອນ ໂຮ່ຈີມິນ ຄວນຄິດໄລ່ເຖິງບັນດາຮູບແບບອື່ນແທນທີ່ສຸມໃສ່ພັດທະນາ ແລະ ເປີດກວ້າງຄົມມະນາຄົມທາງບົກ.

ທ່ານ ເຄືອງວັນເມືອຍ, ນັກສະຖາປານິກ, ອະດີດປະທານ ສະມາຄົມສະຖາປານິກ ນະຄອນໂຮ່ຈີມິນ ຖືວ່າ: ຄວນຮັບຮູ້ເລື່ອງລົງທຶນໃຫ້ສຳລັບລະບົບຄົມມະນາຄົມນະຄອນໂຮ່ຈີມິນ ບໍ່ພຽງແຕ່ແມ່ນຮັບໃຊ້ສະເພາະນະຄອນເທົ່ານັ້ນ ຫາກຍັງໃຫ້ທັງເຂດ, ພາກພື້ນ ແລະ ເຊື່ອມຈອດກັບສາກົນອີກດ້ວຍ.

  ຕາມການຄິດໄລ່ຂອງບັນດານັກຊ່ຽວຊານມະຫາວິທະຍາໄລ ຫວຽດດຶກ ແລ້ວ, ຮູບການທາງລົດໄຟຕົວເມືອງ ພວມແມ່ນທ່າໄດ້ປຽບໃຫມ່ ນັ້ນແມ່ນ: ຖືກເວລາ, ປະຢັດພະລັງງານ, ຂົນສົ່ງຜູ້ໂດຍສານວ່ອງໄວດ້ວຍຈຳນວນຫລາຍ.. ເພື່ອພັດທະນາທາງລົດໄຟຢ່າງມີປະສິດທິຜົນ ຕ້ອງພັດທະນາຕົວເມືອງເຂດອ້ອມຂ້າງ. ທ່ານ ປອ ຫວູແອງຕວນ, ຜູ້ອຳນວຍການສູນຄົ້ນຄ້ວາ ຄົມມະນາຄົມຂົນສົ່ງ, ມະຫາວິທະຍາໄລ ຫວຽດດຶກ ໃຫ້ຮູ້ວ່າ:

 “ເລື່ອງເຟັ້ນຮູບການໃດທີ່ເຫັນວ່າມີປະສິດທິຜົນກ່ຽວກັບດ້ານກາລະ, ການນຳໃຊ້ທີ່ດິນ, ພະລັງງານຢ່າງມີປະສິດທິຜົນ, ຕອບສະຫນອງຄວາມຕ້ອງການອັນໃຫຍ່ຫລວງ, ຖືກເວລາ, ປອດໄພ. ແຕ່ເພື່ອພັດທະນາທາງລົດໄຟຕົວເມືອງຢ່າງມີປະສິດທິຜົນ ຕ້ອງພັດທະນາເຂດຕົວເມືອງອ້ອມຂ້າງ, ຕ້ອງມີການວາງແຜນຜັງຕົວເມືອງ.”

ທ່ານ ຮສ.ປອ. ຟ້າມຊວນມາຍ, ສະມາຊິກ ສະພາໃຫ້ຄຳປຶກສາດ້ານຄົມມະນາຄົມ ສຳລັບນະຄອນ ໂຮ່ຈີມິນ ຖືວ່າ: ການຄົມມະນາຄົມນະຄອນ ໂຮ່ຈີມິນ ມີລັກສະນະຄົມມະນາຄົມເຊື່ອມຕໍ່ເຂດ. ລວມມີ: ນະຄອນໂຮ່ຈີມິນ ແລະ 7 ແຂວງ ອ້ອມຂ້າງ ໂດຍທ່ານນາຍົກລັດຖະມົນຕີເຊັນອະນຸມັດກ່ອນນີ້ 10 ປີ. ໃນສະພາບການປະຈຸບັນ, ຄວນນຳໃຊ້ຄົມມະນາຄົມທາງລົດໄຟເປັນຫລັກໃຫ້ແກ່ຄົມມະນາຄົມເຂດ. ເພາະຍິ່ງພັດທະນາ, ເສັ້ນທາງບົກຍິ່ງຕິດຂັດ ເມື່ອຕ້ອງກາຍເປັນເສັ້ນທາງຫລັກໃນການຂົນສົ່ງສິນຄ້າ ດ້ວຍປະລິມານ 100 ລ້ານໂຕນ/ປີ.

“ໃນເຂດລັດສະໝີປະມານ 120 -200 ກິໂລແມັດ,  ສະນັ້ນ ພວກຂ້າພະເຈົ້າຄິດວ່າ ລະບົບຄົມມະນາຄົມເຂດ ສ່ວນໃຫຍ່ແມ່ນເສັ້ນທາງບົກ, ທາງລົດໄຟ ແລະ ເສັ້ນທາງລົດໄຟຈະແມ່ນເສັ້ນທາງຫລັກ. ທາງລົດໄຟຈະນຳໃຊ້ສອງລະບົບໄປພ້ອມ ທີຫນຶ່ງແມ່ນລົດໄຟຄວາມໄວສູງເພື່ອໂດຍສານແຂກ ແລະ ລົດໄຟຂົນສົ່ງສິນຄ້າ. ຖ້າພວກເຮົາປະຕິບັດໄດ້ ມັນຈະແກ້ໄຂໄດ້ຫລາຍບັນຫາກ່ຽວກັບການຄົມມະນາຄົມເຂດ, ຫລຸດຜ່ອນອຸປະຕິເຫດທາງດ້ານຄົມມະນາຄົມ, ເພີ່ມປະສິດທິຜົນດ້ານເສດຖະກິດ, ຫລຸດຜ່ອນລາຍຈ່າຍ ແລະ ເພີ່ມການໝູນວຽນເສດຖະກິດສັງຄົມໃນທົ່ວເຂດ”

ທ່ານປະທານ ຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ຟານວັນຫມາຍ ຢັ້ງຢືນວ່າ: ນະຄອນ ໂຮ່ຈີມິນ ຈະປະຕິບັດການສຳຫລວດບັນດາຂົງເຂດ, ໃນນັ້ນ ມີດ້ານຄົມມະນາຄົມໄດ້ຮັບການກຳນົດວ່າຈະປະຕິບັດກ່ອນໝູ່. ນະຄອນໂຮ່ຈີມິນ ໃນຈີນຕະນາການ ຍາມໃດກໍ່ຕັ້ງບັນຫາເຊື່ອມຕໍ່ເຂດເປີດຂອບເຂດພັດທະນາໃຫ້ແກ່ນະຄອນ, ເພື່ອໃຫ້ນະຄອນສືບຕໍ່ພັດທະນາ, ເປັນນະຄອນນຳຫນ້າໃນການພັດທະນາຂອງທົ່ວປະເທດ.

ໂດຍສັງເກດຈາກແງ່ມູນຜົນປະໂຫຍດຂອງນະຄອນ ໂຮ່ຈີມິນ ແລະ ພວກຂ້າພະເຈົ້າຕ້ອງຮ່ວມສຳພັນເປີດກວ້າງພ້ອມກັບເຂດອ້ອມຂ້າງ. ສະນັ້ນ ຖ້າພວກເຮົາຢາກເຊື່ອມຕໍ່ຄົມມະນາຄົມໃຫ້ລຸລ່ວງ ພວກເຮົາຕ້ອງມີການຮ່ວມສຳພັນໃນຈີນຕະນາການ, ໃນຄວາມຄິດ..”

ນະຄອນ ໂຮ່ຈີມິນ ມຸ່ງໄປເຖິງການພັດທະນາທາງລົດໄຟເຊື່ອມຕໍ່ເຂດ - ảnh 2ທ່ານ ຟານວັນໝາ໋ຍ ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ: ພາບ: VOV

ປະຈຸບັນ ນະຄອນໂຮ່ຈີມິນ ພວມສ້າງສຳເລັດແຜນຮ່າງດັດປັບການວາງແຜນຜັງຕົວເມືອງຮອດປີ 2040 ແລະ ວິໄສທັດຮອດປີ 2060. ສະນັ້ນ ບັນດາເນື້ອໃນກ່ຽວກັບການວາງແຜນຜັງຄົມມະນາຄົມຂົນສົ່ງນະຄອນ ຄວນປະຕິບັດການຄົ້ນຄວ້າຢ່າງຮີບດ່ວນເພື່ອສະເຫນີການດັດປັບ, ເພີ່ມເຕີມໃຫ້ເໝາະສົມກັບສະພາບຕົວຈິງ, ຂອບຂະຫນາດ ແລະ ວິໄສທັດແຫ່ງການພັດທະນາຂອງນະຄອນໃນໄລຍະຈະມາເຖິງ, ສອດຄ່ອງກັບຮ່າງວາງແຜນຜັງຂອງຂະແຫນງຂອງຊາດ ຊື່ງຫາກໍ່ໄດ້ຮັບການເຊັນອະນຸມັດຈາກນາຍົກລັດຖະມົນຕີ. ແລະ ຕ້ອງມີການແຜນຜັງໃຫມ່ ເພື່ອແກ້ໄຂຈຸດອຸດຕັນເພື່ອເປີດກວ້າງການຮ່ວມສຳພັນເຂດ, ເສີມຂະຫຍາຍບົດບາດນຳຫນ້າກວ່າອີກ, ຊ່ວຍເຂດ ແລະ ທົ່ວປະເທດພັດທະນາຢ່າງກະໂດດຂັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ