ນັກທຸລະກິດ ເຊີນລາ ຮ່ວມເດີນທາງນຳຜະລິດຕະພັນກະເສດອອກໄປໄກກວ່າ

(VOVWORLD) -ໂດຍແມ່ນແຂວງ ທີ່ມີເນື້ອທີ່ດິນປູກຕົ້ນໄມ້ກິນໝາກ, ຜະລິດຕະພັນກະເສດຫລາຍພໍສົມຄວນຂອງທົ່ວປະເທດ, ຊຸມປີມໍ່ໆມານີ້ ຜະລິດຕະພັນກະເສດຂອງ ແຂວງ ເຊີນລາ ໄດ້ແຊກຊືມເຂົ້າຕະຫລາດຫລາຍແຫ່ງຢູ່ພາຍໃນ ແລະ ຕ່າງປະເທດ. ບັນລຸໄດ້ໝາກຜົນນີ້ກໍ່ຍ້ອນມີການປະກອບສ່ວນບໍ່ຫນ້ອຍຂອງບັນດານັກທຸລະກິດ, ວິສາຫະກິດ, ສະຫະກອນໃນການຜະລິດ, ປຸງແຕ່ງ, ຈຳຫນ່າຍ ແລະ ສົ່ງອອກ, ປະກອບສ່ວນຍົກສູງມູນຄ່າ, ເຄື່ອງໝາຍການຄ້າ, ນຳຜະລິດຕະພັນກະເສດຂອງແຂວງ ໄປໄກກວ່າ.

 
ນັກທຸລະກິດ ເຊີນລາ ຮ່ວມເດີນທາງນຳຜະລິດຕະພັນກະເສດອອກໄປໄກກວ່າ - ảnh 1ເຊີນລາ ກາຍເປັນແຂວງມີເນື້ອທີ່ປູກຕົ້ນໄມ້ກິນໝາຍກຫລາຍສຸດຢູ່ ພາກເຫນືອ ແລະ ຢືນອັນດັບ 2 ຂອງທົ່ວປະເທດ. ພາບ:VOV
 

ໃນເກືອບ 20 ປີຜ່ານມາ, ທ່ານນາງ ຫງວຽນບິກງອກ ຜູ້ອຳນວຍການບໍລິສັດ ການຄ້າ ແລະ ການບໍລິການ ເຈື່ອງມາຍ ຈຳກັດ ເມືອງ ມາຍເຊີນ ໄດ້ຮ່ວມເດີນທາງພ້ອມກັບພໍ່ແມ່ຊາວກະສິກອນ, ສະຫະກອນຢູ່ ແຂວງ ເຊີນລາ ນຳຫລາຍຜະລິດຕະພັນກະເສດໄປຈຳຫນ່າຍຢູ່ຕະຫລາດພາຍໃນ ແລະ ສົ່ງອອກໄປຍັງຕະຫລາດສາກົນຄື ຈີນ, ອົດສະຕາລີ ແລະ ອາເມລິກາ ເປັນປະຈຳ. ແຕ່ລະປີ ບໍລິສັດ ໄດ້ຮ່ວມສຳພັນກັບບັນດາສະຫະກອນ, ຊາວກະສິກອນ ຢູ່ 12 ເມືອງ, ນະຄອນໃນແຂວງ ເພື່ອເກັບຊື້ ແລະ ຈຳຫນ່າຍສາລີ, ມັນຕົ້ນນັບຮ້ອຍໆໂຕນ, ໝາກໄມ້ນັບພັນໂຕນ. ພິເສດ ໃນໄລຍະເກີດໂລກລະບາດໂຄວິດ 19 ຜັນແປຢ່າງສັບສົນ, ທາງບໍລິສັດ ຍັງຄົງຮ່ວມເດີນທາງ ຊ່ວຍເຫລືອຊາວກະສິກອນ ເຊີນລາ ຈຳຫນ່າຍ ຜະລິດຕະພັນກະເສດ. ໃນປີ 2021  ມີໝາກມ່ວງກວ່າ 3000 ໂຕນ, ໝາກລຳໄຍເກືອບ 500 ໂຕນ ໂດຍບໍລິສັດໄດ້ຜະລິດ, ຈຳຫນ່າຍ ແລະ ສົ່ງອອກ. ທ່ານນາງ ຫງວຽນບິກງອກ ຜູ້ອຳນວຍການບໍລິສັດ ໄດ້ແບ່ງປັນວ່າ:     

ພວກຂ້າພະເຈົ້າ ໄດ້ພະຍາຍາມເພື່ອເສີມຂະຫຍາຍກຳລັງຄວາມສາມາດທີ່ພວມມີຢູ່ແລ້ວໃຫ້ດີທີ່ສຸດ, ມີການກະກຽມຕະຫລາດ, ຊັບພະຍາກອນ, ຫນູນຊ່ວຍໂດຍກົງໃຫ້ພໍ່ແມ່ປະຊາຊົນ. ຕົວຢ່າງຄື ໃນປີ 2021 ໝາກລຳໄຍຂາຍບໍ່ໄດ້, ຕະຫລາດພາຍໃນປະເທດເກືອບຄືວ່າຢຸດສະງັກ ແຕ່ຍ້ອນມີນະໂຍບາຍຫນູນຊ່ວຍຢ່າງທັນການຂອງແຂວງ, ວິສາຫະກິດ ໄດ້ພ້ອມກັບພໍ່ແມ່ຊາວກະສິກອນນຳເອົາຜະລິດຕະພັນລຳໄຍມາປຸງແຕ່ງ ແລະ ສົ່ງອອກໄປຍັງຕະຫລາດ ອົດສະຕາລີ ເກືອບ 50 ໂຕນ ແລະ ຈ່າວຂາຍຜ່ານທາງການຄ້າເອເລັກໂຕນິກອີກດ້ວຍ.

ໂດຍແມ່ນນັກທຸລະກິດທີ່ມີຄວາມສຸດຈິດສຸດໃຈຕໍ່ກັບເລື່ອງຍົກສູງມູນຄ່າໃຫ້ຕົ້ນກາເຟ ຊື່ງແມ່ນຜະລິດຕະພັນກະເສດທ່າແຮງຂອງແຂວງ ເຊີນລາ, ທ່ານ ຫງວຽນຊວນທາວ, ຫົວຫນ້າສະຫະກອນ ກາເຟ ບິກທາວ ເຊີນລາ ໄດ້ນຳເອົາແນວພັນໃຫມ່ເຂົ້າໃນການຜະລິດ, ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການປຸງແຕ່ງ, ຮ່ວມສຳພັນກັບ 800 ຄອບຄົວຊາວກະສິກອນ ກໍ່ສ້າງ ແລະ ພັດທະນາເຂດວັດຖຸດິບກາເຟ, ຮັບໃຊ້ການຜະລິດເປັນຫລາຍຮູບແບບ, ຮັບປະກັນຂັ້ນຕອນ, ມາດຕະຖານ, ສ້າງບັນດາຜະລິດຕະພັນມີຄຸນນະພາບສູງ, ກາເຟພິເສດ, ສົ່ງໄປຂາຍຢູ່ຕະຫລາດພາຍໃນ ແລະ ບັນດາປະເທດຢູ່ ເອີລົບ, ເຢຍລະມັນ, ອັງກິດ, ອາເມລິກາ, ປະກອບສ່ວນສ້າງເຄື່ອງໝາຍການຄ້າ, ນຳມາເຊິ່ງມູນຄ່າສູງໃຫ້ຜູ້ປູກ ກາເຟ ຢູ່ ເຊີນລາ.

ນັກທຸລະກິດ ເຊີນລາ ຮ່ວມເດີນທາງນຳຜະລິດຕະພັນກະເສດອອກໄປໄກກວ່າ - ảnh 2
ຜະລິດຕະພັນໝາກລຳໄຍ ຢູ່ ແຂວງ ເຊີນລາ. ພາບ:VOV

ປະຈຸບັນ ເຊີນລາ ແມ່ນແຂວງ ມີເນື້ອທີ່ປູກຕົ້ນໄມ້ກິນໝາກຫລາຍອັນດັບສອງຢູ່ ຫວຽດນາມ ພ້ອມກັບຜະລິດຕະພັນກະເສດບາງປະເພດ ທີ່ມີເນື້ອທີ່ການຜະລິດ, ປະລິມານ, ມູນຄ່າການສົ່ງອອກຫລາຍທີ່ສຸດຢູ່ເຂດ ໄຕບັກ ແລະ ເຂດພູດອຍພາກເຫນືອ, ມີ 17 ຜະລິດຕະພັນກະເສດໄດ້ສົ່ງອອກໄປຍັງ 21 ຕະຫລາດ, ເຂດແຄ້ວນໃນໂລກ. ໂດຍບັນລຸໄດ້ໝາກຜົນດີນັ້ນ ກໍ່ຍ້ອນມີການປະກອບກຳລັງເຫື່ອແຮງບໍ່ແມ່ນຫນ້ອຍຂອງປະຊາຄົມວິສາຫະກິດ, ນັກທຸລະກິດ, ສະຫະກອນ. ທ່ານ ຫງວຽນກວັກແຄງ, ປະທານ ສະຫະສະມາຄົມວິສາຫະກິດ ແຂວງ ເຊີນລາ ໃຫ້ຮູ້ວ່າ:

 “ສະຫະສະມາຄົມ ແລະ ປະຊາຄົມວິສາກິດໃນແຂວງ ໄດ້ຕິດຕາມແຜນນະໂຍບາຍຂອງແຂວງຢ່າງໃກ້ຊິດ, ໃນນັ້ນ ເຂົ້າຮ່ວມບັນດາໂຄງການລົງທຶນເຂົ້າໃນການປຸງແຕ່ງ, ເກັບຮັກສາ ຜະລິດຕະພັນກະເສດ, ປະກອບສ່ວນພ້ອມກັບຂະແຫນງກະສິກຳ ແລະ ຄອບຄົວຊາວກະສິກອນຊຸກຍູ້ພັດທະນາກະສິກຳຂອງແຂວງ ເຊີນລາ. ໄລຍະຈະມາເຖິງ ພວກຂ້າພະເຈົ້າມີແຜນການລະອຽດ ປະຕິບັດໂຄງການເຊື່ອມຕໍ່ຜະລິດຕະພັນກະເສດ ພ້ອມກັບສະຫະກອນ, ກໍ່ສ້າງລະບົບຮ່ວມສຳພັນລະຫວ່າງບັນດາຄອບຄົວຊາວກະສິກອນ - ສະຫະກອນ - ວິສາຫະກິດ ໃນການຜະລິດ, ປຸງແຕ່ງ, ຈຳຫນ່າຍ, ສົ່ງອອກ

ໂດຍຮັບຮູ້ໄດ້ບົດບາດ, ການປະກອບສ່ວນຂອງປະຊາຄົມວິສາຫະກິດ, ນັກທຸລະກິດໃນການເຄື່ອນໄຫວຜະລິດ, ປຸງແຕ່ງ ແລະ ຈຳຫນ່າຍຜະລິດຕະພັນກະເສດຂອງແຂວງ, ທ່ານ ຫງວຽນແທ່ງກົງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ຖືວ່າ:

ໃນລະບົບການຜະລິດ, ຖ້າຫາກບໍ່ມີສະຫະກອນ, ວິສາຫະກິດນັ້ນ, ຜູ້ຜະລິດຈະພຽງແຕ່ຜະລິດເພື່ອຈຳຫນ່າຍຕາມຕະຫລາດທຳມະດາເທົ່ານັ້ນ. ບັນດາສະຫະກອນ, ວິສາຫະກິດ ເປັນ ຫົວຈັກເພື່ອພາທາງໃນການຜະລິດ, ປຸງແຕ່ງ, ຈຳຫນ່າຍຜະລິດຕະພັນ. ແລະ ຈາກບັນດາວິສາຫະກິດນີ້ ຈະສ້າງເປັນລະບົບການຜະລິດແບບຍືນຍົງ, ນຳເຕັກໂນໂລຊີທັນສະໄຫມເຂົ້າໃນການປຸງແຕ່ງ, ພາຍຫລັງການປຸງແຕ່ງ, ສ້າງບັນດາຜະລິດຕະພັນດີທີ່ສຸດອອກ.

ໂດຍແມ່ນທ້ອງຖິ່ນໄດ້ຮັບການກຳນົດໃຫ້ກາຍເປັນສູນພັດທະນາກະສິກຳ ໝູນໃຊ້ເຕັກໂນໂລຊີສູງ ແລະ ແມ່ນສູນປຸງແຕ່ງຜະລິດຕະພັນກະເສດເຂດ ໄຕບັກ, ແຂວງ ເຊີນລາ ພວມສືບຕໍ່ຍູ້ແຮງການດຶງດູດການລົງທຶນ, ສ້າງທຸກເງື່ອນໄຂສະດວກເພື່ອຮຽກຮ້ອງບັນດາກຸ່ມບໍລິສັດ, ວິສາຫະກິດ, ປຸງແຕ່ງ, ສົ່ງອອກບັນດາຜະລິດຕະພັນກະເສດ, ປະກອບສ່ວນ, ຮ່ວມເດີນທາງພ້ອມກັບທ້ອງຖິ່ນໃນການກໍ່ສ້າງ, ຢັ້ງຢືນເຄື່ອງໝາຍການຄ້າ, ພາບພົດຂອງຜະລິດຕະພັນກະເສດ ເຊີນລາ ກໍ່ຄື ເຂດໄຕບັກ ໃນແຜນທີ່ຜະລິດຕະພັນກະເສດ ຫວຽດນາມ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ