ນັກທຸລະກິດ, ວິສາຫະກິດ ນະຄອນຫລວງ ຮ່າໂນ້ຍ ແມ່ນກຳລັງຫນູນພັດທະນາເສດຖະກິດ

(VOVWORLD) -ຊາຄົມວິສາຫະກິດ, ນັກທຸລະກິດມີທີ່ຕັ້ງບົດບາດສຳຄັນພິເສດໃນພື້ນຖານເສດຖະກິດຂອງປະເທດຊາດ ເວົ້າລວມ, ນະຄອນຫລວງ ຮ່າໂນ້ຍ ເວົ້າສະເພາະ. ນີ້ແມ່ນກຳລັງຫລັກແຫລ່ງສ້າງຍອດຜະລິດຕະພັນພາຍໃນປະເທດ, ປະກອບສ່ວນປະຕິບັດຄາດໝາຍກ່ຽວກັບການເຕີບໂຕ, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳໃຫ້ແກ່ຄົນງານ, ແກ້ໄຂບັນດາບັນຫາສະຫວັດດີການສັງຄົມຂອງນະຄອນຫລວງ ແລະ ປະເທດຊາດ.
 
ນັກທຸລະກິດ, ວິສາຫະກິດ ນະຄອນຫລວງ ຮ່າໂນ້ຍ ແມ່ນກຳລັງຫນູນພັດທະນາເສດຖະກິດ - ảnh 1ທ່ານ ເຈີນສີແທງ ປະທານ ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ.(ພາບ:danviet.vn)
 

ໄລຍະຜ່ານມາ, ຮູບພາບວິສາຫະກິດນະຄອນຫລວງ ພວມໃນທ່າຟື້ນຟູຢ່າງຈະແຈ້ງ, ສະແດງໃຫ້ເຫັນການພັດທະນາບຸກທະລຸ, ພັດທະນາຂອງຖັນແຖວນີ້ໃນສະພາບໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມ ເຖິງວ່າ ຍັງຄົງປະເຊີນຫນ້າກັບຄວາມຫຍຸ້ງຍາກ, ສິ່ງບໍ່ສະດວກ. ຕາມການສະຖິຕິ, 9 ເດືອນຂອງປີ 2022, ຮ່າໂນ້ຍ ມີເກືອບ 22.000 ວິສາຫະກິດຈົດທະບຽນສ້າງຕັ້ງໃຫມ່, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນອກນັ້ນ ມີກວ່າ 8.100 ວິສາຫະກິດກັບຄືນເຂົ້າສູ່ເຄື່ອນໄຫວ, ເພີ່ມຂຶ້ນ 0,3%.

ບັນລຸໄດ້ຜົນງານດັ່ງກ່າວກໍ່ຍ້ອນມີການຫນູນຊ່ວຍ, ການຊີ້ນຳໂດຍກົງຂອງທຸກຂັ້ນຂະແຫນງການ. ຜ່ານນັ້ນ ຖັນແຖວນັກທຸລະກິດ, ວິສາຫະກິດກໍ່ໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງນະຄອນຫລວງ. ທີ່ການພົບປະກັບວິສາຫະກິດ ຮ່າໂນ້ຍ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ 13 ຕຸລາ, ທ່ານ ເຈີນສີແທງ ປະທານ ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ຢັ້ງຢືນວ່າ ອຳນາດການປົກຄອງນະຄອນ ໃຫ້ຄຳໝັ້ນໝາຍຍາມໃດກໍ່ຈະຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດ, ນັກທຸລະກິດ ນະຄອນຫລວງ.

 “ພັກ ແລະ ລັດ ມີຄວາມຕັດສິນຢ່າງສູງ ແລະ ຂ້ຽວຂາດ, ປ່ຽນແປງລະບົບການເມືອງເພື່ອເຮັດແນວໃດຈະສ້າງເງື່ອນໄຂດີທີ່ສຸດໃຫ້ປະຊາຄົມວິສາຫະກິດ. ເຖິງຢ່າງໃດກໍຕາມ ກໍຍັງຄົງປະສົບກັບຄວາມຫຍຸ້ງຍາກໃດຫນຶ່ງ. ພວກຂ້າພະເຈົ້າຍາມໃດກໍ່ກຳນົດວ່າຈະພະຍາຍາມຫລາຍກວ່າອີກ ພ້ອມກັບບັນດາວິສາຫະກິດແກ້ໄຂຢ່າງວ່ອງໄວ, ຊັດເຈນ, ປອດໄພເທົ່າທີ່ຈະເຮັດໄດ້, ນັ້ນແມ່ນເປົ້າໝາຍສູງສຸດນະຄອນໄດ້ວາງອອກ.

ຄວາມຈິງໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນໄລຍະເກີດໂລກລະບາດໂຄວິດ 19, ປະຊາຄົມວິສາຫະກິດ, ນັກທຸລະກິດ ໄດ້ມີທີ່ຕັ້ງບົດບາດສຳຄັນພິເສດໃນພື້ນຖານເສດຖະກິດຂອງນະຄອນຫລວງ, ສົ່ງຜົນກະທົບຢ່າງໃຫຍ່ຫລວງເຖິງການຫັນປ່ຽນໂຄງປະກອບເສດຖະກິດກໍ່ຄືບັນດາບັນຫາຂອງຊີວິດສັງຄົມ. ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຖັນແຖວນັກທຸລະກິດ, ວິສາຫະກິດ ໄດ້ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ, ແກ້ໄຂບັນດາບັນຫາສະຫວັດດີສັງຄົມ. ທ່ານນາງ ຫງວຽນທິງາ, ປະທານ ສະພາບໍລິຫານກຸ່ມບໍລິສັດ BRG, ນັກທຸລະກິດດີເດັ່ນໃນ TOP10 ປີ 2022 ໃຫ້ຮູ້ວ່າ:

 “ໃນໄລຍະເກີດໂລກລະບາດໂຄວິດ 19, ເພື່ອຮັກສາວຽກເຮັດງານທຳໃຫ້ແກ່ຄົນງານ 22.000 ຄົນ ນັ້ນແມ່ນສິ່ງທົດສອບໃຫຍ່ຢ່າງແທ້ຈິງ. ແຕ່ກຸ່ມບໍລິສັດ BRG ຍາມໃດກໍ່ວາງອອກຄາດໝາຍ ນັ້ນແມ່ນ ກຳລັງຜະລິດແມ່ນສຳຄັນ ແລະ ຮັບປະກັນຊີວິດສັງຄົມໃຫ້ຄົນງານທຸກຄົນໃນກຸ່ມບໍລິສັດ. ສະນັ້ນ ພວກຂ້າພະເຈົ້າໄດ້ພະຍາຍາມຈັດຕັ້ງການຜະລິດເພື່ອຮັບປະກັນບໍ່ປະໃຫ້ຄົນງານຕ້ອງຢຸດງານ, ຮັກສາລາຍຮັບໃຫ້ເຂົາເຈົ້າ ຮັບປະກັນຊີວິດທີ່ເປັນປົກກະຕິເພື່ອຜ່ານຜ່າຄວາມຫຍຸ້ງຍາກ.


ນັກທຸລະກິດ, ວິສາຫະກິດ ນະຄອນຫລວງ ຮ່າໂນ້ຍ ແມ່ນກຳລັງຫນູນພັດທະນາເສດຖະກິດ - ảnh 2ທ່ານນາງ ຫງວຽນທິງາ, ປະທານ ສະພາບໍລິຫານກຸ່ມບໍລິສັດ BRG, ນັກທຸລະກິດດີເດັ່ນໃນ TOP10 ປີ 2022 . (ພາບ:baodautu.vn)
ປະຈຸບັນ, ນະຄອນຫລວງ ຮ່າໂນ້ຍ ໄດ້ ແລະ ພວມສ້າງຫລາຍມາດຕະການບຸກທະລຸເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ການເຄື່ອນໄຫວຂອງວິສາຫະກິດໃນບໍລິເວນ. ນະຄອນໄດ້ປະກາດໃຊ້ຫລາຍແຜນຮ່າງ, ແຜນການ ແລະ ຜັນຂະຫຍາຍບັນດານະໂຍບາຍຫນູນຊ່ວຍປະຊາຄົມວິສາຫະກິດ, ຄຽງຄູ່ກັນນັ້ນ ແມ່ນນະໂຍບາຍລົງທຶນ, ຫນູນຊ່ວຍການເລີ່ມດຳເນີນທຸລະກິດຂອງນະຄອນຄື: ສູນປະດິດຄິດສ້າງ, ໂຄງການບຳລຸງສ້າງໄດ້ຕອບສະຫນອງຄວາມຮຽກຮ້ອງຕ້ອງການການເລີ່ມດຳເນີນທຸລະກິດຂອງປະຊາຄົມວິສາຫະກິດ. ທ່ານ ມາກກວັກແອງ, ຮອງປະທານ ສະຫະສະມາຄົມວິສາຫະກິດຂະຫນາດກາງ ແລະ ນ້ອຍ ຮ່າໂນ້ຍ ຢັ້ງຢືນວ່າ:

ທີ່ຕັ້ງບົດບາດຂອງນັກທຸລະກິດ, ວິສາຫະກິດ ໄດ້ນຳເຂົ້າມະຕິຂອງພັກໃນຫລາຍປີມານີ້. ດ້ວຍທີ່ຕັ້ງບົດບາດຄືແນວນັ້ນ ການປະກອບສ່ວນ, ລະດັບຜົນສະທ້ອນຂອງວິສາຫະກິດ ໄດ້ຊ່ວຍໃຫ້ພື້ນຖານເສດຖະກິດມີຖັນແຖວ, ກຳລັງວິສາຫະກິດພັດທະນາຢ່າງແຮງ, ປະກອບສ່ວນຕັ້ງຫນ້າໃຫ້ແກ່ການເຄື່ອນໄຫວສະຫວັດດີສັງຄົມໃນບໍລິເວນນະຄອນ

ໂດຍເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ສະຫະສະມາຄົມ, ປະຊາຄົມວິສາຫະກິດ ແລະ ນັກທຸລະກິດນະຄອນຫລວງ ຈະສືບຕໍ່ຍູ້ແຮງຈິດໃຈສາມັກຄີ, ພູມປັນຍາ, ປ່ຽນໃຫມ່ປະດິດຄິດສ້າງ, ເປັນເຈົ້າການໃນການຄົ້ນຄ້ວາເພື່ອໃຫ້ມີບັນດາມາດຕະການບຸກທະລຸກ່ຽວກັບການບໍລິຫານວິສາຫະກິດ, ຍົກສູງສະມັດຕະພາບ, ຄຸນນະພາບ, ກຳລັງແກ້ງແຍ້ງຂອງຜະລິດຕະພັນ, ການບໍລິການຢູ່ຕະຫລາດພາຍໃນປະເທດ ແລະ ສາກົນ, ສ້າງບັນດາເຄື່ອງໝາຍການຄ້າຜະລິດຕະພັນຂອງນະຄອນຫລວງບັນລຸລະດັບພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ