ຕ່ຳແຜ່ນຕັດຫຍິບ ຫວຽດນາມ ປັບຕົວໃຫ້ແທດເໝາະກັບການຕະຫລາດເພື່ອເຕີບໂຕ

(VOVWORLD) -ໃນສະພາບການເສດຖະກິດທົ່ວໂລກເຕີບໂຕຢູ່ໃນລະດັບຕ່ຳ,  ຕະຫລາດການເງິນຊ້ອນແຝງຄວາມສ່ຽງຫລາຍຢ່າງ, ພາໄປເຖິງການເກີດທ່າອ່ຽງຮັດກຸມການໃຊ້ຈ່າຍຂອງຜູ້ບໍລິໂພກ, ໃນນັ້ນ ຕຳແຜ່ນຕັດຫຍິບຍາມໃດກໍ່ນອນໃນ Top 5 ບັນດາປະເພດສິນຄ້າຖືກຫລຸດລົງ. ພ້ອມກັນນັ້ນ ຄວາມຮຽກຮ້ອງຕ້ອງການສິນຄ້າສົ່ງອອກກ່ຽວຂ້ອງເຖິງບັນຫາສິ່ງແວດລ້ອມ, ສັງຄົມ ແລະການຄຸ້ມຄອງ… ວິສາຫະກິດຕ່ຳແຜ່ນຕັດຫຍິບ ຫວຽດນາມ ໄດ້ ແລະ ພວມຫັນປ່ຽນຢ່າງວ່ອງໄວຕາມທິດພັດທະນາແບບຍືນຍົງ, ທັງມີໄຫວພິບໃນການຮັບມືກັບສະພາບການປ່ຽນແປງ, ທັງກະກຽມໄດ້ແຫລ່ງກຳລັງທີ່ເໝາະສົມເພື່ອສ້າງທ່າໄດ້ປຽບການແກ້ງແຍ່ງ ແລະ ການເຕີບໂຕຄືນໃຫມ່.

ຕ່ຳແຜ່ນຕັດຫຍິບ ຫວຽດນາມ ປັບຕົວໃຫ້ແທດເໝາະກັບການຕະຫລາດເພື່ອເຕີບໂຕ - ảnh 1ພາບປະກອບ:TTXVN

ປະຈຸບັນ, ວົງເງິນການຄ້າ ແລະອັດຕາສ່ວນຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ພວມຫລຸດລົງ ຍ້ອນສະພາບການບໍ່ຄ່ອຍດີປານໃດຂອງຕະຫລາດລວມ ພ້ອມກັບບັນດາຄວາມຮຽກຮ້ອງຕ້ອງການຢ່າງເຄັ່ງຄັດຂອງບັນດາຕະຫລາດ.. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈາກສະພາບການດັ່ງກ່າວ ແຕ່ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດຕ່ຳແຜ່ນຕັດຫຍິບ ຫວຽດນາມປ່ຽນແປງເພື່ອຍົກສູງກຳລັງແກ້ງແຍ່ງກ່ຽວກັບດ້ານລາຄາ  ແລະຄຸນນະພາບຜະລິດຕະພັນ. ທ່ານ ກາວຫຶວຮຽວ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ ໃຫ້ຮູ້ວ່າ:

 “ໃບສັ່ງຊື້ເຄື່ອງຕຳແຜ່ນຕັດຫຍິບຍັງຄົງຖືກແກ້ງແຍ່ງກ່ຽວກັບດ້ານລາຄາ ແຕ່ຈຳນວນໃບສັ່ງຊື້ແມ່ນເພີ່ມຂຶ້ນຫລາຍ. ທີສອງ ສຳລັບຕະຫລາດຝ້າຍ, ຂະແຫນງຝ້າຍ ພວມຜ່ານຜ່າຄວາມຫຍຸ້ງຍາກມາເປັນເວລາ 18 ເດືອນ. ຕາມບົດລາຍງານຂອງບັນດາຫົວຫນ່ວຍ, ຕະຫລາດຝ້າຍແມ່ນມືດມົວສົມຄວນ. ບັນດາວິສາຫະກິດຖືກຜົນກະທົບຈາກສະພາບການນັ້ນຈົນໝົດໄຕມາດ I ແລະ ຊ້ຳບໍ່ໜຳໝົດໄຕມາດ II. ຕາມການຕີລາຄາ ແລະ ວິເຄາະແລ້ວ, ໃນ ໄຕມາດ III ແລະ IV ຄາດວ່າຈະມີຫລາຍສັນຍານດີຂຶ້ນ. ຂະແຫນງຕ່ຳແຜ່ນຕັດຫຍິບແຕ່ເດືອນ ທັນວາປີ 2023 ແລະເດືອນມັງກອນປີ 2024 ມີສັນຍານດີຂຶ້ນແລ້ວ”

ເພື່ອຈຳກັດການຊຸດໂຊມກ່ຽວກັບວົງເງິນການຄ້າ ແລະອັດຕາສ່ວນຕະຫລາດຂອງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ, ໃນຊຸມປີຜ່ານມາ ຂະແຫນງຕຳແຜ່ນຕັດຫຍິບຫວຽດນາມ ໄດ້ເພີ່ມທະວີການລົງທຶນເຕັກໂນໂລຊີ, ເຕັກນິກໃຫມ່ ເພື່ອປັບປຸງສະມັດຕະພາບແຮງງານ, ປະຢັດລາຍຈ່າຍ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃຫມ່ຂອງຕະຫລາດ. ສິ່ງນີ້ໄດ້ຊ່ວຍຂະແຫນງຕ່ຳແຜ່ນຕັດຫຍິບເພີ່ມກຳລັງແກ່ງແຍ້ງ ແລະ ດຶງດູດຫລາຍນັກລົງທຶນຕ່າງປະເທດເຂົ້າໃນຂົງເຂດນີ້. ທ່ານ ຫງວຽນຊວນເຢືອງ, ປະທານ ສະພາບໍລິຫານ ບໍລິສັດໃຫຍ່ ຕັດຫຍິບ ຮືງອຽນ ໄດ້ແບ່ງປັນວ່າ:

ໃນຫລາຍປີຜ່ານມາ, ໄດ້ມີວິສາຫະກິດຫລາຍແຫ່ງ ກຳນົດທິດລົງທຶນເຂົ້າໃນການຕຳແຜ່ນຕັດຫຍິບ, ຝ້າຍ. ວິສາຫະກິດພວກຂ້າພະເຈົ້າ ນອກຈາກການສ້າງຕ່ອງໂສ້ໃນຂະແຫນງແລ້ວ ພວກຂ້າພະເຈົ້າຍັງພວມມຸ່ງເຖິງລະບົບພ້ອມກັບບັນດາວິສາຫະກິດຕ່າງປະເທດ”

ຕ່ຳແຜ່ນຕັດຫຍິບ ຫວຽດນາມ ປັບຕົວໃຫ້ແທດເໝາະກັບການຕະຫລາດເພື່ອເຕີບໂຕ - ảnh 2ທານ ກາວຫືວຮຽວ, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ. ພາບ:TTXVN

ຫວຽດນາມ ໄດ້ເຂົ້າຮ່ວມຫລາຍສັນຍາການຄ້າເສລີ (FTA) ສອງຝ່າຍ ແລະ ຫລາຍຝ່າຍ, ເຊື່ອມຕໍ່ພື້ນຖານເສດຖະກິດໃຫຍ່ໃນໂລກເກືອບທັງໝົດ, ໃນນັ້ນ ມີບັນດາ FTA ລຸ້ນໃຫມ່ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP); ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA)… ແມ່ນບັນດາເງື່ອນໄຂສະດວກເພື່ອເປີດກວ້າງປະຕູຕະຫລາດໃຫ້ແກ່ບັນດາວິສາຫະກິດ, ໃນນັ້ນ ມີວິສາຫະກິດຕ່ຳແຜ່ນຕັດຫຍິບ.

ຕາມທ່ານ ເຈີ່ນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ການຄ້າ ແລ້ວ, ເຖິງວ່າ ຕະຫລາດສົ່ງອອກຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ ແຕ່ເບິ່ງລວມແລ້ວ ມີຈຸດຕັ້ງຫນ້າອັນຫນຶ່ງ ນັ້ນແມ່ນ ບັນດາວິສາຫະກິດພວມໝູນໃຊ້ບັນດາສັນຍາການຄ້າເສລີ (FTA) ເພື່ອຮັກສາການສົ່ງອອກນຳເຂົ້າບັນດາຕະຫລາດຕົ້ນຕໍ.

 “ນີ້ແມ່ນໄລຍະທີ່ວິສາຫະກິດສືບຕໍ່ໝູນໃຊ້ບົດຮຽນປະສົບການທີ່ເກັບມາໄດ້ນັ້ນເພື່ອສາມາດວາງອອກບັນດາຍຸດທະສາດທີ່ເໝາະສົມໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດຂອງຕົນ. ໃນນັ້ນ ຕ້ອງຄິດໄລ່ເຖິງບັນດາຮົ້ວກີດຂວາງການຄ້າຫາກໍ່ເກີດຂຶ້ນໃຫມ່ຄື: ບັນດາມາດຕະການອາລັກຂາການຄ້າ, ມາດຕະການກ່ຽວຂ້ອງເຖິງແຮງງານ, ສິ່ງແວດລ້ອມ…”

ຍຸດທະສາດພັດທະນາຂະແຫນງຕ່ຳແຜ່ນຕັດຫຍິບ, ເກີບຫນັງ ຫວຽດນາມ ແຕ່ນີ້ຮອດປີ 2030, ວິໄສທັດຮອດປີ 2035 ໄດ້ຊີ້ແຈ້ງ: ຂະແຫນງຕ່ຳແຜ່ນຕັດຫຍິບ ແມ່ນຫນຶ່ງໃນບັນດາຂະແຫນງສົ່ງອອກຫລັກແຫລ່ງຂອງປະເທດຊາດ, ມີຜະລິດຕະພັນບັນລຸຄຸນນະພາບ, ແກ້ງແຍ່ງຢູ່ຕະຫລາດໂລກ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດພາຍໃນປະເທດ, ຮັກສາທີ່ຕັ້ງໃນໝວດບັນດາປະເທດຜະລິດ ແລະ ສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບແຖວຫນ້າຂອງໂລກ. ທ່ານ ຫວູດຶກຢາງ, ປະທານ ສະຫະສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ຖືວ່າ:     

“ເພື່ອພັດທະນາບັນດາເຂດອຸດສາຫະກຳຕ່ຳແຜ່ນຕັດຫຍິບ ຕ້ອງລົງທຶນເຂົ້າພື້ນຖານໂຄງລ່າງປ່ອຍນ້ຳເສຍບັນລຸມາດຖານສິ່ງແວດລ້ອມກໍ່ຄືບັນດາການຕີລາຄາຂອງລູກຄ້າ. ໃນສະພາບການຕະຫລາດຂະແຫນງອາພອນສະໄຫມໂລກ ພວມຫັນປ່ຽນຢ່າງວ່ອງໄວ, ຮຽກຮ້ອງຕ້ອງຜະລິດຕາມລະດູການ, ພວກເຮົາຕ້ອງຕອບສະຫນອງແພສຳລັບການປ່ຽນແປງຂອງລະດູການນັ້ນໃຫ້ໄດ້”.

ຂະແຫນງຕ່ຳແຜ່ນຕັດຫຍິບ ພວມມີເງື່ອນໄຂສະດວກເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ພາຍຫລັງລັດຖະບານເຊັນອະນຸມັດຍຸດທະສາດພັດທະນາຂະແຫນງຕ່ຳແຜ່ນຕັດຫຍິບ ເກີບຫນັງ ຮອດປີ 2030, ວິໄສທັດຮອດປີ 2035. ໃນນັ້ນ ຂະແຫນງຕ່ຳແຜ່ນຕັດຫຍິບ ວາງຄາດໝາຍການສົ່ງອອກໃນປີນີ້ບັນລຸປະມານ 44 ຕື້  USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ປີກາຍ. ເພາະສະນັ້ນ ພ້ອມກັບການຫນູນຊ່ວຍຂອງລັດ, ເລື່ອງວິສາຫະກິດກຳແຫນ້ນການຜັນແປໃຫມ່ຂອງຕະຫລາດຈະຊ່ວຍວິສາຫະກິດເຕີບໂຕຢ່າງໝັ້ນຄົງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ