ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເພື່ອ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້

(VOVWORLD) -ບົດບາດ ແລະ ການກຳນົດທິດພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມໄດ້ກຳນົດໃນຫຼາຍເອກະສານ, ມະຕິສຳຄັນຂອງ ພັກ, ລັດ ແລະ ລັດຖະບານຫຼາຍສະບັບ, ໃນນັ້ນມີມະຕິເລກທີ 53 (ປີ 2005) ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດພາກໃຕ້ທາງທິດຕາເວັນອອກ ແລະ ເຂດເສດຖະກິດຈຸດສຸມພາກໃຕ້ ຮອດປີ 2010 ແລະ ການກຳນົດທິດຮອດປີ 2020. ໃນຊຸມປີຜ່ານມາ, ເຂດເສດຖະກິດຈຸດສຸມທາງພາກໃຕ້ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ພົ້ນເດັ່ນແມ່ນເລື່ອງ GRDP ແລະ ລາຍຮັບສະເລ່ຍຕໍ່ຫົວຄົນຍາມໃດກໍ່ຢືນຢູ່ແຖວໜ້າທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງເຂດໃຫ້ຫຼາຍກ່ວາອີກ, ມີຄຳເຫັນຫຼາຍຢ່າງຖືວ່າ ຍັງຕ້ອງມີວິທີການແກ້ໄຂບັນດາຂໍ້ຄົງຄ້າງທີ່ມີລັກສະນະເປັນເອກະພາບ. ໃນນັ້ນ, ຕ້ອງແຕ່ງຕັ້ງຜູ້ບັນຊາການໃຫຍ່ເພື່ອຮັກສາບົດບາດຊີ້ນຳບໍລິຫານໂດຍໄວ ເພື່ອເຊື່ອມຕໍ່, ປະສານງານລະຫວ່າງບັນດາທ້ອງຖິ່ນ, ແມ່ນບັນທີ່ມີຄວາມຕ້ອງການທີ່ສຸດ.

ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເພື່ອ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້ - ảnh 1ນະຄອນໂຮ່ຈີມິນເຂດເສດຖະກິດຈຸດສຸມທາງພາກໃຕ້ (ພາບ: tapchicongsan.org.vn)

ເຂດເສດຖະກິດຈຸດສຸມທາງພາກໃຕ້ລວມມີບັນດາແຂວງບ່າເຣ້ຍຫວູງເຕົາ, ດົ່ງນາຍ, ບິ່ງເຢືອງ, ບິ່ງເຟືອກ, ໄຕນິງ, ລອງອານ, ຕຽນຢາງ ດ້ວຍຈຸດສຸມແມ່ນເຂດນະຄອນໂຮ່ຈີມິນ. ພາຍຫຼັງການປະຕິບັດມະຕິເລກທີ 53 ມາເປັນເວລາ 17 ປີ (2005 - 2022), ມາຮອດປັດຈຸບັນເຂດບັນລຸໄດ້ຫຼາຍຜົນງານສຳຄັນໃນການພັດທະນາເສດຖະກິດສັງຄົມ, ເຊິ່ງສະແດງອອກຜ່ານບັນດາດັດສະນີປະກອບສ່ວນໃຫ້ GDP, ປະກອບສ່ວນໃຫ້ງົບປະມານແຫ່ງລັດ, ພັດທະນາອຸດສາຫະກຳ. ລະອຽດແມ່ນ, ເຖິງວ່າເນື້ອທີ່ກວມເອົາພຽງແຕ່ 9,2 %, ປະຊາກອນກວມເອົາ 17,7% ໃນທົ່ວປະເທດ, ກໍ່ຕາມແຕ່ເຂດເສດຖະກິດຈຸດສຸມທາງພາກໃຕ້ ຍັງມີລາຍຮັບກວມເອົາ 46,3% GDP ໃນປີ 2019, ປະກອບແຕ່ 46% - 50% ເຂົ້າງົບປະມານແຫ່ງລັດໃນແຕ່ລະປີ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງເຂດ ແລະ ນະຄອນໂຮ່ຈີມິນ ສູງທົບ 1,5 – 1,7 ເທົ່າເມື່ອທຽບໃສ່ກັບລາຍຮັບສະເລ່ຍໃນທົ່ວປະເທດ.

ບັນດາຕົວເລກເຕີບໂຕສະແດງໃຫ້ເຫັນທິດພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ແມ່ນຖືກຕ້ອງ. ດ້ວຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ເຂດຍັງສາມາດພັດທະນາຢ່າງແຮງກ່ວາອີກ.

ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ເພື່ອເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນຂອງເຂດ ພ້ອມກັບການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ຍົກຕົວຢ່າງຄື: ລົບລ້າງຈຸດຂ້ອງຄາກ່ຽວກັບການເຊື່ອມຕໍ່ຄົມມະນາຄົມ, ໜຶ່ງໃນບັນດາມາດຕະການແກ້ໄຂ, ໜ້າທີ່ແຖວໜ້າທີ່ຕ້ອງໄດ້ຮັບການຜັນຂະຫຍາຍແມ່ນປະຕິບັດການເຊື່ອມຕໍ່ເຂດ, ສົມທົບກຳລັງແຮງ, ເພີ່ມທະວີການຮ່ວມມື, ສຸມແຫຼ່ງກຳລັງໃຫ້ແກ່ບັນດາທ້ອງຖິ່ນໃນເຂດ. ໃນນັ້ນ, ຕ້ອງຫັນການແກ້ງແຍ້ງແບບກະແຈກກະຈາຍສັບປົນກັນລະຫວ່າງບັນດາທ້ອງຖິ່ນ ກາຍເປັນການຮ່ວມມື ເພື່ອພ້ອມກັນພັດທະນາ. ທ່ານເຈິ່ນກວາງທັ໊ງ, ຫົວໜ້າສະຖາບັນເສດຖະກິດ ແລະ ແຜນຜັງນະຄອນໂຮ່ຈີມິນ ຖືວ່າ:

ຖ້າດີທັງສອງບ່ອນນັ້ນ ແນ່ນອນວ່າຈະມີປັດໄຈແກ້ງແຍ່ງກັນໃດໜຶ່ງ, ແຕ່ຕ້ອງຊຸກຍູ້ທັງການຮ່ວມມືແລການແກ້ງແຍ້ງໄປນຳ. ໃນການແກ້ງແຍ່ງກັນ ຖ້າທ້ອງຖິ່ນມີສ່ວນໃດເຂັ້ມແຂງກ່ວາ, ທ້ອງຖິ່ນນັ້ນຈະເປັນເຈົ້າການໃນການກຳໄດ້ສູນຕິດຕໍ່ພົວພັນ (ນາຍໜ້າ), ມີໄຫວພິບ, ຕັ້ງໜ້າ ແລະ ຄ່ອງແຄ້ວ.

ເຖິງຢ່າງໃດກໍ່ຕາມ, ເຮັດແນວໃດເພື່ອເຊື່ອມຕໍ່, ສົມທົບກຳລັງແຮງສັງລວມຂອງທ້ອງຖິ່ນ ກາຍເປັນແຫຼ່ງກຳລັງເພື່ອພັດທະນາຄືນໃໝ່ ຕ້ອງມີແບບວິທີການແກ້ໄຂ. ກ່ຽວກັບບັນຫານີ້, ນັກຊ່ຽວຊານຫຼາຍທ່ານກໍ່ມີທັດສະນະວ່າ, ຕ້ອງເສີມຂະຫຍາຍບົດບາດຂອງຜູ້ບັນຊາການໃຫຍ່ດ້ວຍສິດອຳນາດທີ່ຄົບຖ້ວນ. ໃນນັ້ນ, ທ່ານ ສຈ.ປອ.  ນາງ ຫງວຽນທິແກ່ງ, ທີ່ປຶກສາສູນການຄົ້ນຄ້ວາເສດຖະກິດ ແລະ ການເງິນ - ມະຫາວິທະຍາໄລເສດຖະກິດກົດໝາຍ - ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ ຊີ້ໃຫ້ເຫັນວ່າ, ຕາມຂໍ້ຕົກລົງເລກທີ 2059 ລົງວັນທີ 24 ພະຈິກ ປີ 2015 ຂອງນາຍົກລັດຖະມົນຕີ, ກົງຈັກປະສານງານເຄື່ອນໄຫວຢູ່ເຂດເສດຖະກິດຈຸດສຸມທາງພາກໃຕ້ ແມ່ນຄະນະຊີ້ນຳ ແລະ ສະພາເຂດເສດຖະກິດຈຸດສຸມໄລຍະ 2015 – 2020.

ເຖິງຢ່າງໃດກໍ່ຕາມ, ຂັ້ນຕອນເຄື່ອນໄຫວຍັງມີຂໍ້ຄົງຄ້າງຫຼາຍຢ່າງ. ດັ່ງນັ້ນ, ຕ້ອງຈັດຕັ້ງກົງຈັກຄືນໃໝ່, ຍົກສູງທີ່ຕັ້ງບົດບາດຂອງສະພາເຂດ. ສະພາເຂດຕ້ອງໄດ້ຮັບການເຄື່ອນໄຫວຄືອົງການສະເພາະກິດຂອງລັດຖະບານດ້ວຍໜ້າທີ່ສິດອຳນາດທີ່ຈຳເປັນຢ່າງຄົບຖ້ວນ.

ດັ່ງນັ້ນ, ພວກເຮົາຕ້ອງປັບປຸງສະພາເຂດຄືນໃໝ່, ມອບສິດອຳນາດໃຫ້ແກ່ເຂົາເຈົ້າ, ໃຫ້ເຂົາເຈົ້າດ້ານງົບປະມານ, ໃຫ້ເຂົາເຈົ້າດ້ານຖັນແຖວພະນັກງານວິຊາສະເພາະເພື່ອປະຕິບັດ. ສິ່ງນີ້ຕ້ອງມີແຜນຮ່າງຄົ້ນຄ້ວາຢ່າງເຂັ້ມງວດ ແລະ ບັນດາກະຊວງຂະແໜງການ, ສະພາແຫ່ງຊາດຈຶ່ງຈະຮັບຮອບເອົາ. ຜ່ານນັ້ນ ເຮັດແນວໃດໃຫ້ມີປະສິດທິຜົນ ແລະ ມີການເຄື່ອນໄຫວໃຫ້ເປັນຢ່າງດີ

ກໍມີທັດສະນະດຽວກັນ, ທ່ານ ປ.ອ ເຈິ່ນຫງວຽນດານ, ຄູສອນມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈີມິນ ກໍ່ຖືວ່າ, ເພື່ອເສີມຂະຫຍາຍໄດ້ກຳລັງໃນການເຊື່ອມຕໍ່ເຂດຈຸດສຸມເສດຖະກິດທາງພາກໃຕ້ ຕ້ອງມີການມອບໝາຍໜ້າທີ່ໃຫ້ຜູ້ໜຶ່ງ ຮັບຜິດຊອບຄວາມຮຽກຮ້ອງຂອງບັນດາທ້ອງຖິ່ນພ້ອມກັນແບ່ງປັນ. ຍ້ອນວ່າ ແບ່ງປັນຢູ່ນີ້ແມ່ນເພື່ອພັດທະນາເຂດຢ່າງຮອບດ້ານ, ເມື່ອສັງເກດໃນວົງກ້ວາງແມ່ນເພື່ອພັດທະນາປະເທດຢ່າງຮອບດ້ານ:

ຜູ້ນັ້ນຕ້ອງມີສິດອຳນາດຢ່າງແທ້ຈິງ ແລະ ມີຈິນຕະນາການກ່ຽວກັບທິດທີ່ວ່າ ທົ່ວປະເທດພັດທະນາປະເທດດີ ຕ້ອງພັດທະນາຈາກແກ່ນສານນີ້ອອກ. ຂ້າພະເຈົ້າເຫັນວ່າຕ້ອງມີຜູ້ບັນຊາການໃຫຍ່ໃຫ້ແກ່ເຂດຈຸດສຸມນີ້. ຜູ້ນັ້ນຈະຕ້ອງມີສິດຕັດສິນດ້ວຍຕົນເອງໄດ້ ແລະ ຕ້ອງປະຕັດບັດຢ່າງໄວ ແລະ ຢ່າງແຮງ.

ຢູ່ກອງປະຊຸມສະຫຼຸບ 17 ປີແຫ່ງການປະຕິບັດມະຕິເລກທີ 53 ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຂດພາກໃຕ້ຕາເວັນອອກ ແລະ ເຂດເສດຖະກິດຈຸດສຸມທາງພາກໃຕ້ ທີ່ໄດ້ດຳເນີນໃນວັນທີ 9 ກໍລະກົດຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຊີ້ໃຫ້ເຫັນຢ່າງກົງໄກກົງມາວ່າ ເຂດເສດຖະກິດຈຸດສຸມທາງພາກໃຕ້ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແຕ່ຍັງບໍ່ທັນເສີມຂະຫຍາຍໄດ້ເທື່ອ.

ກົນໄກບັນຊາການເຂດໄດ້ມີຢູ່ແລ້ວ ແຕ່ຍັງບໍ່ທັນຈະແຈ້ງ. ຈາກຄວາມຈິງດັ່ງກ່າວ, ຜູ້ນຳໜ້າລັດຖະບານໃຫ້ຮູ້ວ່າ ຈະຊັ່ງຊາເລືອກເອົາຮອງນາຍົກລັດຖະມົນຕີທ່ານໜຶ່ງ ຫຼື ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ເປັນຜູ້ບັນຊາການ ປະສານງານເຂດເສດຖະກິດຈຸດສຸມທາງພາກໃຕ້. ເຖິງຢ່າງໃດກໍ່ຕາມ, ເພື່ອມີການຕັດສິນສຸດທ້າຍ, ຕ້ອງມີການຄິດໄລ່ຢ່າງລະອຽດ, ຮັບປະກັນປະສິດທິຜົນ ແລະ ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ