ຍູ້ແຮງການຈຳຫນ່າຍສິນຄ້າ ຫວຽດນາມ - ປະກອບສ່ວນພັດທະນາຕະຫລາດພາຍໃນປະເທດ

(VOVWORLD) -ເລື່ອງຜັນຂະຫຍາຍ ການຂົນຂວາຍ “ຊາວຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ໄລຍະຜ່ານມາ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທ້ຈິງຄື: ສ້າງລະບົບຮ່ວມສຳພັນການຜະລິດ, ຈຳຫນ່າຍສິນຄ້າ ຫວຽດນາມ ແບບຍືນຍົງ, ເພີ່ມອັດຕາສິນຄ້າ ຫວຽດນາມ ມີທ່າແຮງຢູ່ ລະບົບຈຳຫນ່າຍ… ຜ່ານນັ້ນ ປະກອບສ່ວນຊ່ວຍຜູ້ບໍລິໂພກໄດ້ຊົມໃຊ້ສິນຄ້າຫລາຍປະເພດທີ່ມີຄຸນນະພາບກວ່າ.

ຍູ້ແຮງການຈຳຫນ່າຍສິນຄ້າ ຫວຽດນາມ - ປະກອບສ່ວນພັດທະນາຕະຫລາດພາຍໃນປະເທດ - ảnh 1ປະຊາຊົນ ມາຊື້ສິນຄ້າ ຫວຽດນາມ ຢູ່ຮ້ານຊັບພະສິນຄ້າ ຢູ່ ນະຄອນ ຍາຈາງ. ພາບ:Báo Khánh Hòa

ຕາມການຕີລາຄາຂອງຜູ້ບໍລິໂພກຫລາຍຄົນແລ້ວ, ປະຈຸບັນ ສິນຄ້າ ຫວຽດນາມ ພວມນັບມື້ນັບໄດ້ຮັບການເລືອກເຟັ້ນ ຍ້ອນລາຄາເໝາະສົມ, ສອດຄ່ອງກັບລາຍຮັບຂອງປະຊາຊົນທຸກຊັ້ນວັນນະໃນສັງຄົມ ພ້ອມກັນນັ້ນ ຄຸນນະພາບສິນຄ້ານັບມື້ນັບໄດ້ຍົກສູງຂຶ້ນ, ມີຫລາຍແບບ. ບັນດາປະເພດສິນຄ້າຊື່ງປະຊາຊົນເລືອກເຟັ້ນຫລາຍສຸດນັ້ນແມ່ນ: ຜະລິດຕະພັນກະເສດ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ…

    ໂດຍປະຕິບັດການຜັນຂະຫຍາຍການຂົນຂວາຍ “ຊາວຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ”, ໄລຍະຜ່ານມາ ມີວິສາຫະກິດພາຍໃນປະເທດ ຫລາຍແຫ່ງ ໄດ້ຜັນຂະຫຍາຍຫລາຍມາດຕະການເປີດກວ້າງການຜະລິດ, ກະຕຸ້ນການຈຳຫນ່າຍຢູ່ພາຍໃນປະເທດ, ເພີ່ມອັດຕາການຂາຍສິນຄ້າພາຍໃນປະເທດ, ການໂຄສະນາ, ແນະນຳຜະລິດຕະພັນ, ເຄື່ອງໝາຍການຄ້າ; ເປີດກວ້າງຕະຫລາດ, ພິເສດຢູ່ບັນດາເຂດຊົນນະບົດ, ເຂດຫ່າງໄກສອກຫລີກ. ຈາກນັ້ນ ບັນດາວິສາຫະກິດໄດ້ສະແດງໃຫ້ເຫັນບົດບາດສຳຄັນຂອງຕົນໃນການຮັບປະກັນການສະຫນອງສິນຄ້າ, ບໍລິການທີ່ຈຳເປັນຄື:ສະບຽງອາຫານ, ທັນຍາຫານ.

ທ່ານ ຈູກວາງຮ່າວ ຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ໄປສະນີ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ປີ 2019 ບໍລິສັດໃຫຍ່ ໄດ້ລົງທຶນ ແລະ ຜັນຂະຫຍາຍເວັບໄຊຂາຍສິນຄ້າທາງເອເລັກໂຕນິກ Postmart.vn ເພື່ອຍູ້ແຮງການຈຳຫນ່າຍສິນຄ້າສຳລັບບັນດາຜະລິດຕະພັນທີ່ຜະລິດພາຍໃນປະເທດ. ສະເພາະປີກາຍນີ້ ຍອດຜະລິດຕະພັນສິນຄ້າຂາຍຢູ່ພາຍໃນປະເທດ ບັນລຸ 120 ຕື້ດົ່ງ, ຂາຍຜະລິດຕະພັນກະເສດໃຫ້ພໍ່ແມ່ປະຊາຊົນຢູ່ຫລາຍແຂວງ, ນະຄອນພາຍໃນປະເທດໄດ້ກວ່າ 100.000 ໂຕນ.

          “ນັ້ນແມ່ນຂີດໝາຍທຳອິດ, ສຳຄັນຂອງຊ່ອງການຄ້າເອເລັກໂຕນິກ Postmart ຂອງໄປສະນີ ຫວຽດນາມ ໃນ 2 ປີຜ່ານມາ ເມື່ອເກີດໂລກລະບາດໂຄວິດ .  ປະຈຸບັນ ລັດຖະບານ, ກະຊວງຖະແຫລງຂ່າວ  ແລະການສື່ສານ ຫວຽດນາມ ໄດ້ມອບຫນ້າທີ່ໃຫ້ຫົວຫນ່ວຍຂ້າພະເຈົ້າ ນັ້ນແມ່ນສ້າງແລະ ຜັນຂະຫຍາຍເວັບໄຊການຄ້າເອເລັກໂຕນິກ ຂອງ Postmart ໃຫ້ກາຍເປັນເວັບໄຊຂາຍເຄື່ອງຂອງຫວຽດນາມ ເພື່ອນຳເອົາ ຜະລິດຕະພັນກະເສດພິເສດ ທັງໝົດຂອງເຂດກໍ່ຄືບັນດາຜະລິດຕະພັນ ໂດຍຫວຽດນາມ ຜະລິດ ຂຶ້ນຂາຍໃນເວັບໄຊເອເລັກໂຕນິກ.”

ປະຈຸບັນ ອັດຕາສ່ວນສິນຄ້າ ຫວຽດນາມ ຢູ່ ບັນດາລະບົບຮ້ານຊັບພະສິນຄ້າ, ສູນການຄ້າ ແມ່ນຂຶ້ນເຖິງ 80- 90%, ສະເພາະ ອັດຕາສ່ວນສິນຄ້າ ຫວຽດນາມ ຢູ່ ລະບົບຮ້ານຊັບພະສິນຄ້າ Go ຂອງກຸ່ມບໍລິສັດ Central Retail ໄດ້ຂຶ້ນເຖິງ 94 – 96%, ຢູ່ ຕະຫລາດເດີມແມ່ນບັນລຸ 60 – 70%. ຕົວເລກນີ້ສະແດງໃຫ້ເຫັນວ່າ ການຂົນຂວາຍຊາວ ຫວຽດນາມ ຊົມໃຊ້ສິນຄ້າ ຫວຽດນາມ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທ້ຈິງ. ທ່ານ ໂດ໋ທັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ: ເພື່ອສືບຕໍ່ຜັນຂະຫຍາຍບັ້ນຂົນຂວາຍຊາວ ຫວຽດນາມ ຊົມໃຊ້ສິນຄ້າ ຫວຽດນາມ ໃນໄລຍະຈະມາເຖິງ, ກະຊວງ ອຸດສາຫະກຳ ການຄ້າ ໄດ້ສ້າງແຜນຮ່າງພັດທະນາຕະຫລາດພາຍໃນປະເທດ ຕິດພັນກັບບັ້ນຂົນຂວາຍຊາວຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມໄລຍະ 2021 – 2025  ແລະ ໄດ້ຮັບການເຊັນອະນຸມັດຈາກທ່ານນາຍົກລັດຖະມົນຕີ.

ຍູ້ແຮງການຈຳຫນ່າຍສິນຄ້າ ຫວຽດນາມ - ປະກອບສ່ວນພັດທະນາຕະຫລາດພາຍໃນປະເທດ - ảnh 2ທ່ານ ໂດ໋ທັງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ. ພາບ:: Viết Tuân

“ແຜນຮ່າງ ມຸ່ງໄປເຖິງ ການປະກອບສ່ວນພັດທະນາຕະຫລາດພາຍໃນປະເທດ, ຈັດຕັ້ງລະບົບຈຳຫນ່າຍຢ່າງມີປະສິດທິຜົນ. ຈາກນັ້ນ ສ້າງບັນດາລະບົບມູນຄ່າສະຫນອງສິນຄ້າລຸລ່ວງ, ສ້າງການຮ່ວມສຳພັນຢ່າງແຫນ້ນແຟ້ນລະຫວ່າງບັນດາອົງການ, ຫົວຫນ່ວຍໃນຕະຫລາດນຳກັນຈາກຜູ້ຜະລິດຕະຫລອດຮອດຜູ້ບໍລິໂພກ ຈາກສູນກາງ ຕະຫລອດຮອດທ້ອງຖິ່ນ, ຈາກວິສາຫະກິດ ແລະ ອົງການຄຸ້ມຄອງລັດ ເພື່ອແນໃສ່ນຳສິນຄ້າມີຄຸນນະພາບສູງຢູ່ຫລາຍເຂດພາກແຕກຕ່າງກັນມາເຖິງຜູ້ບໍລິໂພກຢູ່ທ້ອງຖິ່ນ ແລະ ດຶງດູດຜະລິດຕະພັນພິເສດຢູ່ທ້ອງຖິ່ນມາໄປບັນດາແຂວງ, ນະຄອນ.”

ເພື່ອສືບຕໍ່ຍູ້ແຮງບັ້ນຂົນຂວາຍ “ຊາວ ຫວຽດນາມບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ກໍ່ຄືເພື່ອໃຫ້ສິນຄ້າ ຫວຽດນາມ ນັບມື້ນັບສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ຜູ້ບໍລິໂພກຢູ່ພາຍໃນປະເທດກວ່າອີກ, ບັນດາວິສາຫະກິດພວມຕັ້ງຫນ້າຍູ້ແຮງການສ້າງເຄື່ອງໝາຍການຄ້າ, ປ່ຽນໃຫມ່, ປະດິດຄິດສ້າງ ລົງທຶນໃສ່ອຸປະກອນວິທະຍາສາດເຕັກໂນໂລຊີທັນສະໄຫມເພື່ອຫລຸດຜ່ອນລາຄາຜະລິດຕະພັນ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງ ພ້ອມທັງຊຸກຍູ້ການເປີດກວ້າງຮ່ວມທຸລະກິດ,ຮ່ວມສຳພັນສ້າງການເຂົ້າຮ່ວມບັນດາລະບົບສະຫນອງ, ຜະລິດ ເພື່ອໃຫ້ຜະລິດຕະພັນ, ການບໍລິການໃຫ້ນັບມື້ນັບມີຄຸນນະພາບ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງຜູ້ບໍລິໂພກ./.

ຕອບກັບ

ຂ່າວ/ບົດ​ອື່ນ