ຂະແຫນງທ່ອງທ່ຽວ ນະຄອນໂຮ່ຈີມິນ ມຸ່ງໄປເຖິງຄາດໝາຍໃຫມ່

(VOVWORLD) -ນະຄອນ ໂຮ່ຈີມິນ ວາງຄາດໝາຍໃນປີນີ້ ຈະຕ້ອນຮັບແຂກທ່ອງທ່ຽວສາກົນ 6 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 38 ລ້ານເທື່ອຄົນ. ເຖິງວ່າສະພາບການເສດຖະກິດໂລກ ຄາດຄະເນວ່າຍັງຄົງສືບຕໍ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ ແຕ່ດ້ວຍບັນດາຜະລິດຕະພັນໃຫມ່, ເປັນຫລາຍຮູບແບບ, ມີຄຸນນະພາບ… ຂະແຫນງທ່ອງທ່ຽວນະຄອນ ໝັ້ນໃຈວ່າຈະເຮັດສຳເລັດ ແລະ ລື່ນກາຍຄາດໝາຍຂອງປີ.

ຂະແຫນງທ່ອງທ່ຽວ ນະຄອນໂຮ່ຈີມິນ ມຸ່ງໄປເຖິງຄາດໝາຍໃຫມ່ - ảnh 1ປະຈຸບັນ ນະຄອນ ໂຮ່ຈິມິນ ມີກວ່າ ່150 ຜະລິດຕະພັນ, tour ທ່ອງທ່ຽວໃນຕົວເມືອງ ແລະ ທາງທະເລ. ພາບ: VOV

 ໃນປີຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມແຕ່ບັນດາວິສາຫະກິດທ່ອງທ່ຽວຢູ່ ນະຄອນ ໂຮ່ຈີມິນ ຍັງຄົງຮັກສາລະດັບການເຕີບໂຕເປັນບວກ, ສຳເລັດບັນດາຄາດໝາຍທີ່ໄດ້ວາງອອກ. ທ່ານ ເຈີ່ນເທຢູ໋ງ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ Vietluxtour ໄດ້ແບ່ງປັນວ່າ ຕະຫລາດແຂກທ່ອງທ່ຽວສາກົນຂອງວິສາຫະກິດ ໄດ້ມີການເຕີບໂຕກວ່າ 300% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ໂດຍສືບຕໍ່ທ່າເຕີບໂຕນີ້, Vietluxtour ວາງຄາດໝາຍບັນລຸການເຕີບໂຕ 25 – 30% ໃນປີນີ້.

 “ພວກຂ້າພະເຈົ້າຕັ້ງຄວາມຫວັງ ປີນີ້ ທຸກວຽກງານຈະກັບຄືນສູ່ສະພາບປົກກະຕິ ແລະມີສັນຍານດີຂຶ້ນ. ເພື່ອບັນລຸໄດ້ຄາດໝາຍເຕີບໂຕນັ້ນ, ພວກຂ້າພະເຈົ້າຄິດວ່າຕ້ອງລົງທຶນເຂົ້າວຽກງານສົ່ງເສີມ, ການໂຄສະນາທ່ອງທ່ຽວນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ຄຽງຂ້າງນັ້ນ ແຕ່ລະວິສາຫະກິດທ່ອງທ່ຽວ ກໍ່ຕ້ອງມານະພະຍາຍາມເພື່ອສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ”.

ໝາກຜົນດຳເນີນທຸລະກິດທີ່ເລີ່ມມີສັນຍານດີຂຶ້ນຂອງບັນດາວິສາຫະກິດນັ້ນ ໄດ້ປະກອບສ່ວນເຂົ້າໃນການຟື້ນຟູຂອງຂະແຫນງທ່ອງທ່ຽວ ນະຄອນໂຮ່ຈີມິນ ເມື່ອນະຄອນ ສືບຕໍ່ນຳຫນ້າທົ່ວປະເທດກ່ຽວກັບລາຍຮັບ ແລະ ອັດຕາແຂກທ່ອງທ່ຽວ. ເຖິງວ່າ ຈຳນວນແຂກທ່ອງທ່ຽວມານະຄອນໃນປີນີ້ ຄາດວ່າບັນລຸພຽງ 60% ຈຳນວນແຂກທ່ອງທ່ຽວໃນປີ 2019 ກໍຕາມ ແຕ່ຍອດລາຍຮັບຈາກຂົງເຂດທ່ອງທ່ຽວແມ່ນກວ່າ 160.000 ຕື້ດົ່ງ (6,6 ຕື້ USD) (ກວມເອົາ 24% ຍອດລາຍຮັບການທ່ອງທ່ຽວຂອງທົ່ວປະເທດ)

ປະຈຸບັນ ຊັບພະຍາກອນທ່ອງທ່ຽວຂອງ ນະຄອນ ໂຮ່ຈີມິນ ແມ່ນຫລາຍຮູບຫລາຍແບບ ດ້ວຍຫລາຍປັດໄຈຄື:  ປະຫວັດສາດ, ວັດທະນະທຳ, ອາຫານການກິນ, ຊີວະພາບທຳມະຊາດ... ບັນດາເມືອງ ລ້ວນແຕ່ມີບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ມີບັນດາເລື່ອງລາວສະເພາະ. ທ່ານນາງ ຮວິ່ງຟານເຟືອງຮ່ວາງ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດທ່ອງທ່ຽວ Vietravel ຖືວ່າ:

 “ພາຍຫລັງ ໂຄວິດ 19, ທ່າອ່ຽງທ່ອງທ່ຽວແມ່ນໄປຕາມແບບກຸ່ມຄອບຄົວ, ກຸ່ມນ້ອຍ ຍ່ອຍ, ບໍ່ຜ່ານບໍລິສັດທ່ອງທ່ຽວໃດທີ່ພວມມີທ່າອ່ຽງເຕີບໂຕສູງ. ໄລຍະຜ່ານມາ, ພວກຂ້າພະເຈົ້າຕ້ອງສຸມໃສ່ເປົ້າໝາຍແຂກທ່ອງທ່ຽວດັ່ງກ່າວ. ພວກເຮົາຄວນສຸມໃສ່ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນບຳລຸງສ້າງສະເພາະຂະແຫນງທ່ອງທ່ຽວ ແລະ ສອນພາສາຕ່າງປະເທດ”.

ຂະແຫນງທ່ອງທ່ຽວ ນະຄອນໂຮ່ຈີມິນ ມຸ່ງໄປເຖິງຄາດໝາຍໃຫມ່ - ảnh 2 ນະຄອນ ໂຮ່ຈິມິນ ຈະສຸມໃສ່ຂຸດຄົ້ນ, ພັດທະນາຜະລິດຕະພັນທ່ອງທ່ຽວຕິດພັນກັບວັດທະນະທຳ, ປະຫວັດສາດ. ພາບ:VOV

  ທ່ານ ເລເຈືອງຮ່ຽນຮວ່າ, ຮອງຫົວຫນ້າພະແນກທ່ອງທ່ຽວ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ບັນດາຜະລິດຕະພັນທ່ອງທ່ຽວຂອງນະຄອນຄື: ທ່ອງທ່ຽງທາງນ້ຳ, ທ່ອງທ່ຽວຊີວະພາບ, ທ່ອງທ່ຽງຈິດວິນຍານ, ທ່ອງທ່ຽວສາທາລະນະສຸກ, ທ່ອງທ່ຽວວັດທະນະທຳ, ທ່ອງທ່ຽວປະຫວັດສາດ... ພວມພັດທະນາ ແລະ ສະແດງໃຫ້ເຫັນສັນຍານດີກ່ຽວກັບການເຕີບໂຕດ້ານຈຳນວນແຂກທ່ອງທ່ຽວໃນອະນາຄົດ. ເພາະສະນັ້ນ ຂະແຫນງທ່ອງທ່ຽວນະຄອນໂຮ່ຈີມິນ ກຳນົດຫນ້າທີ່ຈຸດສຸມໃນປີນີ້ແມ່ນສ້າງໂສມຫນ້າໃຫມ່ ແລະ ປັບປຸງບັນດາຜະລິດຕະພັນທ່ອງທ່ຽວດັ່ງກ່າວໃຫ້ດີກວ່າເກົ່າ. ຕາມນັ້ນແລ້ວ, ນະຄອນກໍ່ສຸມໃສ່ຂຸດຄົ້ນ, ພັດທະນາບັນດາຜະລິດຕະພັນທ່ອງທ່ຽວຕິດພັນກັບວັດທະນະທຳ, ປະຫວັດສາດ, ບັນດາເຫດການມີລັກສະນະຂອບຂະຫນາດໂດຍອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງເອົາ, ກາຍເປັນບັນດາເຫດການດຶງດູດນັກທ່ອງທ່ຽວສາກົນຫລາຍກວ່າ. ທ່ານ ເລເຈືອງຫ່ຽນຮວ່າ ຖືວ່າ:

 “ປະຈຸບັນ ນອກຈາກບັນດາເຫດການໂຄສະນາຢູ່ ນະຄອນແລ້ວ, ເຫດການໂຄສະນາຢູ່ຕ່າງປະເທດ ພວກຂ້າພະເຈົ້າກໍເອົາໃຈໃສ່ເປັນພິເສດ, ກຳນົດບັນດາຕະຫລາດທີ່ແຕກຕ່າງກັນເພື່ອດຶງດູດແຂກທ່ອງທ່ຽວ. ຄຽງຄູ່ກັນນັ້ນ ພວກຂ້າພະເຈົ້າຈະເຮັດຜ່ານບັນດາແອັບຟຼີເຄຊັ່ນໃໝ່  ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ. ສຳລັບຄາດໝາຍທີ່ວາງອອກໃນຄັ້ງນີ້ ພວກຂ້າພະເຈົ້າໝັ້ນໃຈວ່າຈະບັນລຸໄດ້ ຊ້ຳບໍ່ໜຳອາດຈະສູງກວ່າຄາດໝາຍທີ່ວາງອອກອີກ. ເພາະວ່າ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ວາງຄາດໝາຍປີນີ້ຈະພະຍາຍາມຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ເກືອບ 20 ລ້ານເທື່ອຄົນ, ໃນຂະນະນັ້ນ ນະຄອນໂຮ່ຈີມິນ ຍົກອອກຕົວເລກ 6 ລ້ານເທື່ອຄົນແມ່ນລະດັບຂ້ອນຂ້າງຕ່ຳ”.

ນະຄອນ ໂຮ່ຈີມິນ ຫາກໍ່ໄດ້ຮັບການເຊີດຊູ ແມ່ນ “ສະຖານທີ່ເຮັດທຸລະກິດທ່ອງທ່ຽວແຖວຫນ້າ ອາຊີ”, “ຈຸດນັດພົບຂອງງານບຸນ ແລະ ເຫດການແຖວຫນ້າຢູ່ ອາຊີ” ແລະ ນອນໃນ Top 100 ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມທີ່ສຸດໃນປີ 2023. ທ່າໄດ້ປຽບນີ້ພ້ອມກັບເລື່ອງນະຄອນມີໄຫວພິບ, ປະດິດຄິດສ້າງໃນການປະຕິບັດບັນດາມາດຕະການໂຄສະນາຈະຊ່ວຍໃຫ້ຂະແຫນງທ່ອງທ່ຽວນະຄອນ ສຳເລັດຄາດໝາຍຂອງປີນີ້ ທັງຢັ້ງຢືນເຄື່ອງໝາຍການຄ້າທ່ອງທ່ຽວນະຄອນ ໂຮ່ຈີມິນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ