ກຳລັງຫນູນໃຫມ່ໃຫ້ແກ່ເສດຖະກິດ ຫາຍຟ່ອງ ພັດທະນາ

(VOVWORLD) -ໃນປີຜ່ານມາ, ນະຄອນ ຫາຍຟ່ອງ ດຶງດູດການລົງທຶນຂອງຕ່າງປະເທດບັນລຸ 3,5 ຕື້ USD;ປະຈຸບັນ 14 ເຂດອຸດສາຫະກຳຢູ່ ຫາຍຟ່ອງໄດ້ດຶງດູດເກືອບ 800 ໂຄງການລົງທຶນ, ດ້ວຍກວ່າ 500 ໂຄງການລົງທຶນໂດຍກົງຂອງຕ່າງປະເທດ (FDI).ພ້ອມກັບການກໍ່ສ້າງບັນດາເຂດອຸດສາຫະກຳໃຫມ່, ນະຄອນ ຫາຍຟ່ອງ ພວມຍູ້ແຮງການສົ່ງເສີມການສ້າງຕັ້ງເຂດເສດຖະກິດ ແຄມທະລທາງພາກໃຕ້ ນະຄອນ, ເປີດຄວາມບົ່ມຊ້ອນພັດທະນາໃຫມ່ໃຫ້ແກ່ນະຄອນ ແລະ ເຊື່ອມຕໍ່ບັນດາເຂດອຸດສາຫະກຳແຄມທະເລ, ສ້າງກຳລັງຫນູນໃຫ້ແກ່ທ້ອງຖິ່ນ ແລະ ທັງເຂດທົ່ງພຽງແມ່ນ້ຳແດງ.

ກຳລັງຫນູນໃຫມ່ໃຫ້ແກ່ເສດຖະກິດ ຫາຍຟ່ອງ ພັດທະນາ - ảnh 1ການເຄື່ອນໄຫວຢູ່ທ່າກຳປັ່ນຈະພັດທະນາ ແລະ ເປັນຫລັກແຫລ່ງຢູ່ເຂດເສດຖະກິດ ດິ່ງຫວູ - ກາດຫາຍ (ຫາຍຟ່ອງ). ພາບ:Huy Hùng – TTXVN

ໃນ 3 ປີລຽນຕິດ, ທຶນ FDI ເຂົ້ານະຄອນ ຫາຍຟ່ອງ ບັນລຸ 2,5 ຕື້ USD. ພິເສດ, ປີກາຍນີ້, ຫາຍຟ່ອງ ດຶງດູດການລົງທຶນ 3,5 ຕື້ USD, ມີວິສາຫະກິດຫຼາຍແຫ່ງໄດ້ລົງທຶນໃຫມ່, ແລະ ມີຫລາຍວິສາຫະກິດເປີດກວ້າງຂອບຂະໜາດ. ທ່ານ Woncheo Park, ຜູ້ອຳນວຍການຝ່າຍບໍລິຫານຂອງກຸ່ມບໍລິສັດ SKC (ຂຶ້ນກັບ ກຸ່ມ SK, ສ.ເກົາຫຼີ), ໃຫ້ຮູ້ວ່າ: ພາຍຫຼັງຊອກຮູ້ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ຫາຍຟ່ອງ, ກຸ່ມບໍລິສັດ SKC ໄດ້ຕັດສິນໃຈກໍ່ສ້າງໂຮງງານຜະລິດວັດສະດຸຍ່ອຍສະຫລາຍທາງຊີວະສາດເຕັກໂນໂລຢີສູງຢູ່ DEEP C ຫາຍຟ່ອງ 1, ດ້ວຍແຫລ່ງເງິນລົງທຶນ 500 ລ້ານ USD:

 “ພວກຂ້າພະເຈົ້າໄດ້ຮູ້ວ່າ: ຫາຍຟ່ອງແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີພື້ນຖານໂຄງລ່າງທີ່ດີ ແລະ ທັນສະໄໝ ແລະ ກໍ່ແມ່ນສະຖານທີ່ທີ່ມີກົນໄກດຶງດູດການລົງທຶນທີ່ດີ. ສະນັ້ນ, ພວກຂ້າພະເຈົ້າຕັດສິນໃຈນຳເຕັກໂນໂລຊີທີ່ທັນສະໄໝດ້ວຍຕ່ອງໂສ້ການຜະລິດວັດຖຸດິບທີ່ສາມາດຍ່ອຍສະຫຼາຍທາງຊີວະສາດເພື່ອວາງພື້ນຖານໃຫ້ແກ່ການລົງທຶນຄັ້ງທຳອິດຢູ່ຫາຍຟ່ອງ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະສ້າງສະພາບແວດລ້ອມນິເວດທີ່ດີໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ແລະ ສືບຕໍ່ຮຽກຮ້ອງບັນດາວິສາຫະກິດ ສ.ເກົາຫຼີ ມາລົງທຶນຢູ່ ຫວຽດນາມ ເວົ້າລວມ ແລະ ຫາຍຟ່ອງ ເວົ້າສະເພາະໃຫ້ຫລາຍກວ່າອີກ.”

ນອກຈາກກຸ່ມບໍລິສັດ SKC ແລ້ວ, ຫາຍຟ່ອງ ຍັງກາຍເປັນສະຖານທີ່ໄດ້ຮັບການຄັດເລືອກມາລົງທຶນອັນດັບຕົ້ນໆຂອງບັນດາວິສາຫະກິດໃຫຍ່, ນາໆຊາດຫຼາຍແຫ່ງ, ຄື: LG, Bridgestone, Vingroup, Pegatron… ປະຈຸບັນ, ນະຄອນມີເຂດອຸດສາຫະກຳ 14 ແຫ່ງ, ດ້ວຍເນື້ອທີ່ 6 ພັນກວ່າເຮັກຕາ, ອັດຕາສ່ວນນຳໃຊ້ທີ່ດິນແມ່ນບັນລຸກວ່າ 61%; ໃນນັ້ນ, ເຂດເສດຖະກິດ ດິງຫວູ - ກາດຫາຍ ດ້ວຍຍອດເນື້ອທີ່ທັງໝົດກວ່າ 22.500 ເຮັກຕາ, ໄດ້ຮັບການລົງທຶນກໍ່ສ້າງຢ່າງຄົບຊຸດ, ພັດທະນາບັນດາເຂດອຸດສາຫະກຳ, ເຂດຕົວເມືອງນ້ອຍ, ສູນການຄ້າ ແລະ ທ່າເຮືອ, logictisc ລະດັບສາກົນ.

ກຳລັງຫນູນໃຫມ່ໃຫ້ແກ່ເສດຖະກິດ ຫາຍຟ່ອງ ພັດທະນາ - ảnh 2ທ່ານ ຫງວຽນຈີຢູ໋ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ. ພາບ:TTXVN

ເຂດອຸດສາຫະກຳ ແລະ ເຂດເສດຖະກິດຂອງແຂວງ ຫາຍຟ່ອງ ໄດ້ດຶງດູດເກືອບ 800 ໂຄງການລົງທຶນ, ໃນນັ້ນມີ 500 ກວ່າໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI), ດ້ວຍຍອດຈຳນວນທຶນບັນລຸ 25 ຕື້ USD. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸງ ຖືວ່າ: ເຂດເສດຖະກິດ ຫາຍຟ່ອງ ແມ່ນໜຶ່ງໃນບັນດາເຂດເສດຖະກິດແຄມທະເລປະສົບຜົນສຳເລັດທີ່ສຸດຂອງ ຫວຽດນາມ. ທ່ານລັດຖະມົນຕີ ຫງວຽນຈີ໋ຢຸງ ເນັ້ນໜັກວ່າ:

“ເພື່ອປະຕິບັດການຫັນເປົ້າໝາຍກາຍເປັນສູນເສດຖະກິດທາງທະເລຂອງປະເທດຊາດທີ່ມີລະດັບສາກົນແຖວຫນ້າຢູ່ອາຊີຕາເວັນອອກສ່ຽງໃຕ້ໃຫ້ປະກົດເປັນເປັນຈິງ ແລະ ແມ່ນກຳລັງຫນູນພັດທະນາຂອງເຂດ. ການພັດທະນາເຂດອຸດສາຫະກຳ, ເຂດເສດຖະກິດຂອງນະຄອນ ຫາຍຟ່ອງ ໃນໄລຍະຈະມາເຖິງ ຕ້ອງມີມາດຕະການແກ້ໄຂທີ່ມີລັກສະນະກະໂດດຂັ້ນ. ຫາຍຟ່ອງ ຕ້ອງກ້າຫານນຳຫນ້າໃນການປ່ຽນແປງທິດພັດທະນາຮູບແບບເຂດອຸດສາຫະກຳ, ເຂດເສດຖະກິດໃຫມ່. ຕາມນັ້ນແລ້ວ, ຕ້ອງສຸມໃສ່ຊຸກຍູ້ແຮງການພັດທະນາ ຮູບແບບເຂດອຸດສາຫະກຳນິເວດ ແລະ ເຂດອຸດສາຫະກຳສີຂຽວ, ໃນນັ້ນ ຕ້ອງວາງແຜນຜັງ ແລະ ສ້າງບັນດາເຂດເຕັກໂນໂລຢີນະວັດຕະກຳ”.

ເພື່ອຍາດແຍ່ງເອົາທ່າໄດ້ປຽບຂອງເຂດເສດຖະກິດດິ່ງຫວູ - ກາດຫາຍ, ພ້ອມກັນນັ້ນ, ກໍສ້າງຄວາມບົ່ມຊ້ອນໃຫ້ແກ່ການພັດທະນາໃນຊຸມປີຕໍ່ໄປ, ຫາຍຟ່ອງ ພວມຊຸກຍູ້ການສ້າງຕັ້ງເຂດເສດຖະກິດແຄມທະເລທາງທິດໃຕ້ຂອງນະຄອນ. ທ່ານເລຂາພັກນະຄອນ ຫາຍຟ່ອງ ເນັ້ນໜັກວ່າ: ເຂດເສດຖະກິດແຄມທະເລຈະເປັນກຳລັງຫນູນໃໝ່, ເປີດກວ້າງພື້ນທີ່ໃໝ່ເພື່ອພັດທະນານະຄອນ ຫາຍຟ່ອງ ໃນໄລຍະຈະມາເຖິງ.

ທ່ານຮອງສາດສະດາຈານ, ປອ ບຸ່ຍເຕີດທັງ, ອະດີດຫົວຫນ້າສະຖາບັນຍຸດທະສາດການພັດທະນາຖືວ່າ: ເຂດເສດຖະກິດທີ່ໄດ້ຮັບການສ້າງຕັ້ງຈະປະກອບສ່ວນນຳ ຫາຍຟ່ອງ ກາຍເປັນກຳລັງໜູນສຳຄັນໃນການພັດທະນາເສດຖະກິດ - ສັງຄົມຂອງເຂດທົ່ງພຽງແມ່ນ້ຳແດງ.

 “ຫາຍຟ່ອງສ້າງຕັ້ງເຂດເສດຖະກິດນີ້ບໍ່ພຽງແຕ່ເຊື່ອມຕໍ່ລະບົບບັນດາເຂດເສດຖະກິດແຄມທະເລເທົ່ານັ້ນ, ຫາກເຂດນີ້ຕ້ອງເປັນເຂດທີ່ມີລັກສະນະກຳລັງຫນູນ, ນຳພາ, ເປັນເຂດນຳຫນ້າ, ຫາກບໍ່ຄືຢູ່ບັນດາເຂດເສດຖະກິດທີ່ມີຢູ່ແລ້ວ. ສະນັ້ນ, ຈຶ່ງເໝາະສົມກັບທີ່ຕັ້ງຂອງຫາຍຟ່ອງ ໂດຍໄດ້ຮັບການລໍຄອຍມາແຕ່ດົນນານແລ້ວ. ຂ້າພະເຈົ້າສະເໜີຄວນຖືເຂດເສດຖະກິດແຫ່ງນີ້ເປັນເຂດເສດຖະກິດລຸ້ນໃໝ່ ດ້ວຍວິໄສທັດຍຸດທະສາດໃໝ່ກ່ຽວກັບເສດຖະກິດທະເລ”.

ຫາຍຟ່ອງ ພວມຍາດແຍ່ງທຸກທ່າໄດ້ປຽບຂອງທ້ອງຖິ່ນແຄມທະເລ ເພື່ອພັດທະນາເສດຖະກິດ. ດ້ວຍທິດກ້າວເດີນອັນຖືກຕ້ອງ, ດຶງດູດການລົງທຶນທີ່ມີຈຸດສຸມ, ໃນອະນາຄົດບໍ່ໄກ ນະຄອນຂຶ້ນກັບສູນກາງນີ້ ຈະກາຍເປັນສູນເສດຖະກິດທະເລທີ່ມີລະດັບສາກົນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ