ໝູ່​ບ້ານ​ອາ​ຊີບ ບິ່ງ​ເຢືອງ ຫັນ​ປ່ຽນ​ເພື່ອ​ຮັບ​ມື ແລະ ພັດ​ທະ​ນາ

(VOVWORLD) - ເພື່ອປົກປັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ບັນດາຮາກຖານການຜະລິດຢູ່ ບິ່ງເຢືອງ ໄດ້ຫັນປ່ຽນຢ່າງມີໄຫວພິບ, ໄປທັນກັບທ່າອ່ຽງ, ປ່ຽນແປງຮູບແບບ, ນຳໃຊ້ເຕັກໂນໂລຊີ, ຫັນເປັນດີຈີຕອນ…. ທັງໝົດແມ່ນເພື່ອຮັບບັນດາກາລະໂອກາດພັດທະນາໃໝ່, ສອດຄ່ອງກັບຕະຫຼາດທີ່ມີຫຼາຍຮູບຫຼາຍແບບຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ອຳນາດການປົກຄອງແຊວງ ບິ່ງເຢືອງ ກໍ່ໄດ້ໜູນຊ່ວຍຢ່າງແທດຈິງ, ທັນການເພື່ອປົກປັກຮັກສາໝູ່ບ້ານອາຊີບ.
ໝູ່​ບ້ານ​ອາ​ຊີບ ບິ່ງ​ເຢືອງ ຫັນ​ປ່ຽນ​ເພື່ອ​ຮັບ​ມື ແລະ ພັດ​ທະ​ນາ - ảnh 1

 ທ່ານ ຫງວຽນແທັງເລິບ, ຮອງຜູ້ອຳນວຍການບໍລິສັດເຄື່ອງຈັກສານ ແທັງລົກ ຈຳກັດ ແນະນຳຜະລິດຕະພັນເຮັດດ້ວຍຜັກຕົບ (ພາບ: VOV)

   ໃນສອງປີມານີ້, ບັນຍາກາດທຳການຜະລິດ ຢູ່ບັນດາຮາກຖານຜະລິດເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ບໍ່ມີຄວາມຄືກຄື້ນຄືເມື່ອກ່ອນ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ຊື່ງໄດ້ເຮັດໃຫ້ກຳລັງຊື້ຫລຸດລົງ, ຍ້ອນຄວາມຫຍຸ້ງຍາກລວມຂອງໂລກ, ໃບສັ່ງຊື້ສິນຄ້າສົ່ງອອກກໍ່ຫລຸດລົງເຊັ່ນດຽວກັນ.

    ຕົວຈິງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ຜູ້ເຮັດອາຊີບ ຕ້ອງມີໄຫວພິບເພື່ອຊອກຮູ້ຄວາມຕ້ອງການຂອງຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປ່ຽນແປງໃຫ້ເໝາະສົມ. ເລື່ອງມີວິທີການແນະນຳຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ນັບແຕ່ໂດຍກົງຕະຫຼອດຮອດການແນະນຳທາງອອນໄລ ກໍ່ໄດ້ຊ່ວຍໃຫ້ບັນດາວິສາຫະກິດ ສາມາດຢືນຢ່າງໝັ້ນຄົງໃນທ້ອງຕະຫຼາດ ຕໍ່ໜ້າການກະທົບຈາກໂລກລະບາດ, ການປະທະກັນປະກອບອາວຸດໃນໂລກ.

ໝູ່​ບ້ານ​ອາ​ຊີບ ບິ່ງ​ເຢືອງ ຫັນ​ປ່ຽນ​ເພື່ອ​ຮັບ​ມື ແລະ ພັດ​ທະ​ນາ - ảnh 2

 ຕອບສະໜອງຄວາມນິຍົມຂອງຕະຫຼາດ, ບັນດາຮາກຖານຜະລິດເຄື່ອງສີຄັດມັນກໍ່ມີຮູບແບບອຸດົມສົມບູນ (ພາບ: VOV)

   ທ່ານ ຫງວຽນແທັງເລິບ, ຮອງຜູ້ອຳນວຍການບໍລິສັດເຄື່ອງຈັກສານ ແທັງລົກ ຈຳກັດ ໃຫ້ຮູ້ວ່າ ປະຈຸບັນ, ທາງບໍລິສັດໄດ້ໃຫ້ຄຳປຶກສາລະອຽດ ຜ່ານການຂາຍເຄື່ອງທາງອອນໄລ ກ່ຽວກັບດ້ານລາຄາ, ຮູບແບບ, ຄຸນນະພາບ…. ແລະ ກໍ່ໂຊກດີເມື່ອບໍລິສັດໄດ້ປ່ຽນແປງຄືແນວນັ້ນ, ລູກຄ້າຍັງໄດ້ໃຫ້ການສະໜັບສະໜູນ ແລະ ຊື້ສິນຄ້າຢູ່:

   ເບິ່ງລວມແລ້ວ, ປະລິມານສິນຄ້າຂາຍທາງອອນໄລແມ່ນເປັນປົກກະຕິ. ປະຈຸບັນກໍ່ໄດ້ສົ່ງອອກໄປຍັງຕະຫຼາດ ອົດສະຕາລີ, ຍີ່ປຸ່ນ ແລະ ບາງປະເທດ ເອີລົບ ຄືດນມາກ. ເຖິງວ່າ ໂລກເກີດການປະທະກັນທາງດ້ານປະກອບອາວຸດກໍ່ຕາມ ແຕ່ບາງປະເທດຍັງຊື້ສິນຄ້າຂອງບໍລິສັດພວກຂ້າພະເຈົ້າ ຍ້ອນວ່າ ຜະລິດຕະພັນມີຄວາມເປັນມິດກັບສິ່ງແວດລ້ອມ, ປະຊາຊົນ ເອີລົບ ມີຄວາມນິຍົມທີ່ສຸດ.

   ກໍ່ຄືກັນກັບການຈັກສານ, ການຜະລິດເຄື່ອງປັ້ນດິນເຜົາ, ບັນດາອາຊີບມູນເຊື້ອອື່ນໆຢູ່ ບິ່ງເຢືອງ ຄື: ການຜະລິດເຄື່ອງສີຂັດມັນ, ແກະຄວັດສະລັກ, ຜະລິດເກີບໄມ້…ໄດ້ຊອກຫາທາງອອກໃຫ້ຜະລິດຕະພັນຢ່າງມີໄຫວພິບ ເພື່ອສາມາດຄົງຕົວໄດ້ ໃນສະພາບການຫຍຸ້ງຍາກລວມຂອງເສດຖະກິດໂລກ.

  ນອກຈາກຄວາມມານະພະຍາຍາມຕັດສິນໃຈຂອງຜູ້ເຮັດອາຊີບ ໃນການຮັກສາອາຊີບມູນເຊື້ອນັ້ນ, ອຳນາດການປົກຄອງແຂວງ ບິ່ງເຢືອງ ກໍ່ມີຫຼາຍວິທີເຮັດ ເພື່ອອະນຸລັກຮັກສາ, ພັດທະນາບັນດາໝູ່ບ້ານອາຊີບ. ພິເສດ, ໜຶ່ງໃນບັນດາມາດຕະການຂອງ ບິ່ງເຢືອງ ເພື່ອຮັກສາ, ພັດທະນາໝູ່ບ້ານອາຊີບພຶ້ື້ນເມືອງແບບຍືນຍົງ, ນັ້ນແມ່ນ ການຕິດພັນບັນດາໝູ່ບ້ານອາຊີບ ກັບການເຄື່ອນໄຫວທ່ອງທ່ຽວ. ນີ້ຖືກຖືວ່າ ແມ່ນບາດກ້າວເດີນທີ່ຖືກຕ້ອງ, ໄດ້ເປີດກ້ວາງຕະຫຼາດ, ເປີດຫຼາຍໂອກາດເພື່ອຊຸກຍູ້ການພັດທະນາການຜະລິດ ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບມູນເຊື້ອ ກໍ່ຄືໄດ້ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍບັນດາມູນຄ່າວັດທະນະທຳພື້ນເມືອງ ໃນແຕ່ລະໝູ່ບ້ນອາຊີບ. ນັກສິລະປະກອນ ດິງກົງທ້ຽວ, ໝູ່ບ້ານອາຊີບຜະລິດເຄື່ອງສີຄັດມັນ ແບ່ງປັນວ່າ:

   ຂ້າພະເຈົ້າປາດຖະໜາວ່າ ທາງລັດ, ແຂວງ ຈະເຊື່ອມຕໍ່ແຂກທ່ອງທ່ຽວ. ເມື່ອແຂກມາເລືອກເອົາຜະລິດຕະພັນຂອງເຮົາຫຼາຍກ່ວາ, ຫວັງວ່າອາຊີບຜະລິດເຄື່ອງສືຄັດມັນຈະພັດທະນາດີກ່ວາອີກ.

   ທ່ານ ຫງວຽນແທງຟອງ, ຮອງຫົວໜ້າພະແນກວັດທະນະທຳ-ກິລາ ແລະ ການທ່ອງທ່ຽວແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ, ທາງພະແນກ ໄດ້ມອບໃຫ້ສູນສົ່ງເສີມ ແລະ ການທ່ອງທ່ຽວ ມີໂຄງການໂຄສະນາໃຫ້ແຂກທ່ອງທ່ຽວ ຮູ້ຈັກກັບບັນດາໝູ່ບ້ານອາຊີບ. ໃນປີ 2022, ສູນດັ່ງກ່າວ ໄດ້ຈັດຫຼາຍການເຄື່ອນໄຫວໄປຢ້ຽມຢາມ, ເຊື່ອມຕໍ່, ແນະນຳບັນດາໝູ່ບ້ານອາຊີບ. ບັນດາບໍລິສັດໄດ້ຈັດຫຼາຍລາຍການທ່ອງທ່ຽວ ພາແຂກທ່ອງທ່ຽວໄປຢ້ຽມຢາມ ແລະ ຊື້ສິນຄ້າ ຢູ່ບັນດາໝູ່ບ້ານຊີບມູນເຊື້ອຂອງ ບິ່ງເຢືອງ:

   ທາງພະແນກວັດທະນະທຳ-ກິລາ ແລະ ການທ່ອງທ່ຽວ ໄດ້ສະເໜີໃຫ້ພະແນກກະສິກຳ ແລະ ພັດທະນາຊົນະບົດວ່າ ຖ້າມີເງື່ອນໄຂຄົບຖ້ວນ ຄວນຮັບຮອງໃຫ້ທ້ອງຖິ່ນໜຶ່ງຜະລິດຕະພັນໜຶ່ງ (OCOP) ໃຫ້ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ ພ້ອມທັງໂຄສະນາຢູ່ງານຕະຫຼາດນັດຕ່າງໆ, ເວັບໄຊກ່ຽວຂ້ອງເຖິງການທ່ອງທ່ຽວ. ຫວັງວ່າ, ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບມູນເຊື້ອຂອງ ບິ່ງເຢືອງ ຈະໄດ້ແນະນຳຢ່າງກ້ວາງຂວາງກັບ ປຊຊ, ແຂກທ່ອງທ່ຽວພາໃນ ແລະ ນອກແຂວງ.

    ດ້ວຍການເປັນເຈົ້າການໃນການຫັນປ່ຽນ ເພື່ອຮັບມືພ້ອມກັບບັນດາມາດຕະການໜູນຊ່ວຍ, 32 ໝູ່ບ້ານອາຊີບ ດ້ວຍ 9 ອາຊີບມູນເຊື້ອຢູ່ແຂວງ ບິ່ງເຢືອງ ໄດ້ ແລະ ພວມໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍ. ສິ່ງດັ່ງກ່າວບໍ່ພຽງແຕ່ໄດ້ຊ່ວຍເກັບຮັກສາຄູນຄ່າວັດທະນະທຳພື້ນເມືອງເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນອີກດ້ວຍ../.

         

ຕອບກັບ

ຂ່າວ/ບົດ​ອື່ນ