ໝູ່ບ້ານມີ້ງຽບ ແຂວງນິງທ້ວນ ຮັກສາອາຊີບຕ່ຳຫູກທີ່ເປັນມູນເຊື້ອ ຕິດພັນກັບການພັດທະນາການທ່ອງທ່ຽວ

(VOVWORLD) - ປະຈຸບັນ, ໝູ່ບ້ານອາຊີບ ມີ້ງຽບ ມີ 700 ຄອບຄົວ ມີພົນລະເມືອງປະມານ 4000 ຄົນ, ແຕ່ມີນາຍຊ່າງສີມືດີນັບຮ້ອຍຄົນ, ໃນນັ້ນ ຫຼາຍຄົນມີຄວາມຜູກພັນກັບອາຊີບນີ້ມາເປັນເວລາຍາວນານ.
ໝູ່ບ້ານມີ້ງຽບ ແຂວງນິງທ້ວນ ຮັກສາອາຊີບຕ່ຳຫູກທີ່ເປັນມູນເຊື້ອ ຕິດພັນກັບການພັດທະນາການທ່ອງທ່ຽວ - ảnh 1

(ຜະລິດຕະພັນຂອງ ໝູ່ບ້ານອາຊີບຕ່ຳຫູກ ມີ້ງຽບ)

ໝູ່ບ້ານອາຊີບມີ້ງຽບ, ເທດສະບານເຟືອກເຢິນ, ເມືອງນິງເຟືອກ, ແຂວງນິງທ້ວນ ຕັ້ງຢູ່ຫ່າງຈາກນະຄອນ ຟານຣາງ-ທາບຈ່າມ ໄປທາງທິດໃຕ້ ປະມານ 10 ກມ, ແມ່ນໝູ່ບ້ານອາຊີບຕ່ຳຫູກພື້ນເມືອງຂອງຊາວເຜົ່າຈຳ. ແຕ່ດົນນາມາແລ້ວ, ປຊຊ ໃນໝູ່ບ້ານ ກໍ່ຮັກສາ ແລະ ພັດທະນາອາຊີບນີ້ ຈົນມາຮອດປະຈຸບັນ ແລະ ໝູ່ບ້ານອາຊີບມີ້ງຽບ ໄດ້ກາຍເປັນໜຶ່ງໃນບັນດາໝູ່ບ້ານອາຊີບດີເດັ່ນຂອງຊາວເຜົ່າຈຳ ຢູ່ແຂວງນິງທ້ວນ ເວົ້າສະເພາະ ແລະ ເຂດແຄມທະເລທາງພາກກາງຫວຽດນາມ ເວົ້າລວມ.

 ປະຈຸບັນ, ໝູ່ບ້ານອາຊີບ ມີ້ງຽບ ມີ 700 ຄອບຄົວ ມີພົນລະເມືອງປະມານ 4000 ຄົນ, ແຕ່ມີນາຍຊ່າງສີມືດີນັບຮ້ອຍຄົນ, ໃນນັ້ນ ຫຼາຍຄົນມີຄວາມຜູກພັນກັບອາຊີບນີ້ມາເປັນເວລາຍາວນານ. ເພື່ອຕ່ຳແພພື້ນເມືອງຜືນໜຶ່ງໃຫ້ສຳເລັດນັ້ນ ຕ້ອງໄດ້ຜ່ານຫຼາຍຂັ້ນຕອນແຕກຕ່າງກັນ ແຕ່ຂັ້ນຕອນໃດກໍ່ຮຽກຮ້ອງໃຫ້ນາຍຊ່າງຕ້ອງມີຄວາມຄ່ອງແຄ້ວ, ປານີດ. ປ້າ ດົ໋ງທິຮົ່ງເກີ໊ມ, ຊາວບ້ານອາຊີບ ມີ້ງຽບ ແບ່ງປັນວ່າ:

ນີ້ແມ່ນອາຊີທີ່ເປັນມູນເຊື້ອ, ດັ່ງນັ້ນ ບັງຄັບຕ້ອງໃຫ້ມີຜູ້ສືບທອດໃນຄອບຄົວ. ຂັ້ນຕອນສຳຄັນ ແລະ ຍາກ ແມ່ນດີດຝ້າຍແລະ ຕ່ຳປ່ຽນສີ. ຕາມປົກກະຕິແລ້ວ ຫູກມີ 2 ແບບ ເພື່ອຕ່ຳແພຂະໜາດໃຫ່ຍ ແລະ ຂະໜາດນ້ອຍ.

ປີ 2021, ຄະນະກຳມະການ ປຊຊ ແຂວງນິງທ້ວນ ໄດ້ປະກາດໃຊ້ແຜນການພັດທະນາໝູ່ບ້ານອາຊີບ ໄລຍະ 2021-2030, ໃນນັ້ນ ມີການອະນຸລັກຮັກສາ ພັດທະນາ ໝູ່ບ້ານອາຊີບ ຕິດພັນກັບການທ່ອງທ່ຽວ. ທາງທ້ອງຖິ່ນກໍ່ໄດ້ເອົາໃສ່ເປັນພິເສດ, ລົງທຶນພັດທະນາໝູ່ບ້ານອາຊີບທີ່ເປັນມູນເຊື້ອ. ທ່ານນາງ ດ່າງຊິງອ໊າຍຈີ, ຮອງປະທານຄະນະກຳມະການ ປຊຊ ເທດສະບານເມືອງ ເຟືອກເຢິນ ໃຫ້ຮູ້ວ່າ:

ສຳລັບໝູ່ບ້ານອາຊີບ ມີ້ງຽບ ແມ່ນມີແຜນການຟື້ນຟູ ລວດລາຍແບບບູຮານ ໂດຍບັນດານາຍຊ່າງທີ່ມີອາຍຸສູງເປັນຜູ້ເຮັດ, ຕ້ອງເກັບຮັກສາຈຸດເອກະລັກສະເພາະ, ສີສັນຂອງໝູ່ບ້ານອາຊີບຕ່ຳຫູກພື້ນເມືອງ ມີ້ງຽບ ໄວ້. ຈຸດພິເສດສະເພາະຂອງ ໝູ່ບ້ານອາຊີບ ມີ້ງຽບ ແມ່ນ ປຊຊ ຕ່ຳຫູກດ້ວຍມື, ບັນດານາຍຊ່າງ ຜູ້ມີສີມືຄ່ອງແຄ້ວ ໄດ້ຜະລິດອອກບັນດາຜະລິດຕະພັນພິເສດ, ສວຍງາມທີ່ສຸດ.

ເພື່ອຜະລິດ ຜະລິດຕະພັນແຜ່ນແພພື້ນເມືອງຢູ່ໝູ່ບ້ານອາຊີບ ມີ້ງຽບ ໃຫ້ມີຄວາມດູດດື່ມເປັນພິເສດນັ້ນ ບໍ່ພຽງແຕ່ຕ້ອງມີລວດລາຍພິເສດສະເພາະເທົ່ານັ້ນ, ຫາກຍັງມີສີສັນສວຍງາມ, ຮູບແບບຫຼາກຫຼາຍ ອີກດ້ວຍ. ປ້າ ທ້ວນທິຈ່າວ, ຜູ້ຮັບຜິດຊອບຮ້ານຂາຍເຄື່ອງ ສະຫະກອນຕ່ຳຫູກພື້ນເມືອງ ມີ້ງຽບ ໃຫ້ຮູ້ວ່າ:

ຜ້າພັນຄໍແພໄໝໄດ້ຂາຍດີກວ່າໝູ່, ນອກຈາກນັ້ນ ກໍ່ມີກະເປົາ, ກະຕ່າ, ກຸບ, ຜ້າປູບ່ອນ…..ຜະລິດຕະພັນເຫຼົ່ານີ້ໄດ້ຂາຍຢູ່ຕາມສະຖານທີ່ທ່ອງທ່ຽວ ຫລື ງານວາງສະແດງສິນຄ້າຕ່າງໆ. ປະຈຸບັນ, ພວກຂ້າພະເຈົ້າໄດ້ເຮັດຜະລິດຕະພັນຫຼາຍປະເພດ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ນາຍຊ່າງທີ່ມີສີມືເກັ່ງ ໄດ້ພາກັນມາເຕົ້າໂຮມຢູ່ຮ້ານ ວາງສະແດງຜະລິດຕະພັນຂອງບ້ານ, ສະແດງສີມືອາຊີບຕ່ຳຫູກ ທີ່ເປັນມູນເຊື້ອ ເພື່ອໃຫ້ ປຊຊ ມາຮ່ຳຮຽນເອົາ.

ໝູ່ບ້ານມີ້ງຽບ ແຂວງນິງທ້ວນ ຮັກສາອາຊີບຕ່ຳຫູກທີ່ເປັນມູນເຊື້ອ ຕິດພັນກັບການພັດທະນາການທ່ອງທ່ຽວ - ảnh 2

(ແຂກມາຢ້ຽມຊົມ ໝູ່ບ້ານອາຊີບ ຕ່ຳຫູກ ມີ້ງຽບ)

ເມື່ອມາຢ້ຽຢາມ ໝູ່ບ້ານອາຊີບ ມີ້ງຽບ, ແຂກທ່ອງທ່ຽວຈະໄດ້ເຫັນປະຈັກຕາບັນດາແຜ່ນແພພື້ນເມືອງທີ່ມີສີສັນຫຼາກຫຼາຍ ແລະ ໄດ້ຮັບຊົມ, ຮັບຟັງ ກ່ຽວກັບວັດທະນະທຳຂອງຊາວຊົນເຜົ່າຈຳ, ບັນດາເລື່ອງລາວກ່ຽວກັບອາຊີບຕ່ຳຫູກພື້ນເມືອງ. ເອື້ອຍ Grace Thomson, ແຂກທ່ອງທ່ຽວມາຈາກ Australia, ແບ່ງປັນວ່າ:

ເປັນຄັ້ງທຳອິດທີ່ຂ້າພະເຈົ້າພ້ອມກັບເອື້ອຍ ແລະ ອ້າຍເຂີຍ ມາ ຫວຽດນາມ. ຜະລິດຕະພັນ ທີ່ນາຍຊ່າງ ຊາວເຜົ່າຈຳ ເຮັດແມ່ນສວຍງາມທີ່ສຸດ, ມີສີມືດີ ຈຶ່ງສາມາດເຮັດໄດ້ຜະລິດຕະພັນງາມຄືແນວນັ້ນ. ຜ່ານນັ້ນກໍ່ຈະເຫັນໄດ້ພື້ນຖານວັດທະນະທຳອັນດີງາມຂອງ ຫວຽດນາມ.

ເພື່ອອະນຸລັກຮັກສາ ແລະ ພັດທະນາ ໝູ່ບ້ານອາຊີບ, ສະຫະກອນຕ່ຳຫູກພື້ນເມືອງ ມີ້ງຽບ ໄດ້ເຊື່ອມຕໍ່ກັບຫຼາຍບໍລິສັດທ່ອງທ່ຽວຢູ່ພາຍໃນ ແລະ ນອກແຂວງນິງທ້ວນ ເພື່ອຮັບໃບສັ່ງຊື້ສິນຄ້າດ້ວຍຈຳນວນຫຼາຍ. ອຳນາດການປົກຄອງທ້ອງຖິ່ນ ແລະ ປຊຊ ໄດ້ສົມທົບກັນຈັດການຝຶກອົບຮົມໃຫ້ແກ່ລູກຫຼານໃນໝູ່ບ້ານ ກ່ຽວກັບ ວິທີບໍລິຫານການທ່ອງທ່ຽວທີ່ເປັນມືອາຊີບ. ບຳລຸງສ້າງຜູ້ບັນລະຍາຍ, ຜູ້ນຳທ່ຽວ, ສ້າງເວັບໄຊ ໝູ່ບ້ານອາຊີບ, ເຂົ້າຮ່ວມງານຕະຫຼາດນັດ, ງານວາງສະແດງຕ່າງໆໃນທົ່ວປະເທດ ເພື່ອໂຄສະນາຜະລິດຕະພັນຂອງ ໝູ່ບ້ານອາຊີບ ມີ້ງຽບ./.

ຕອບກັບ

ຂ່າວ/ບົດ​ອື່ນ