ໜ່ວຍ​ຮ່ວມ​ມື​ປູກ​ຜັກ​ປອດ​ສານ​ພິດ​ບ້ານ​ໂຟ, ຕາ​ແສງ​ອານກວາງ​ຫີ້ວ, ແຂວງ​ຈ່າ​ວິງ

(VOVWORLD) -

ໜ່ວຍຮ່ວມມືປູກຜັກປອດສານພິດບ້ານໂຟ, ຕາແສງອານກວາງຫີ້ວ, ເມືອງຈ່າກູ, ແຂວງຈ່າວິງ ໂດຍສະຫະພັນແມ່ຍິງ ຕາແສງ ອານກວາງຫີ້ວ ສ້າງຕັ້ງຂຶ້ນເມື່ອປີ 2012. ນີ້ແມ່ນໜຶ່ງໃນບັນດາຮູບແບບຜະລິດກະສິກຳດີເດັ່ນຢູ່ຕາແສງອານກວາງຫີ້ວ.


ໜ່ວຍ​ຮ່ວມ​ມື​ປູກ​ຜັກ​ປອດ​ສານ​ພິດ​ບ້ານ​ໂຟ,  ຕາ​ແສງ​ອານກວາງ​ຫີ້ວ, ແຂວງ​ຈ່າ​ວິງ - ảnh 1

ພາບ: ປ້າແກັກທິອຸດ ພວມບົວລະບັດສວນຜັກ

    ໂດຍໄດ້ຮັບການຮັບຮອງຈາກຫ້ອງການຮັກສາຫຼັກອະນາໄມສະບຽງອາຫານແຂວງຈ່າງວິງ ວ່າແມ່ນໜ່ວຍປູກຜັກປອດສານຜິດໃນທ້າຍປີ 2013, ນັບແຕ່ນັ້ນມາ, ຜະລິດຕະພັນຂອງໜ່ວຍຮ່ວມມືມີເຄື່ອງໝາຍການຄ້າ ແລະ ໄດ້ຈຳໜ່າຍຢູ່ຫຼາຍທ້ອງຖິ່ນ. ນອກຈາກບັນດາຊະນິດຜັກໄດ້ປູກເປັນປະຈຳຄືເມື່ອກ່ອນຄື: ຜັກກາດ, ຜັກສະລັດ, ຜັກປັງ, ຜັກບົ່ວ.. ບັນດາສະມາຊິກໃນໜ່ວຍຮ່ວມມືປູກຜັກປອດສາພິດໃນບ້ານໂຟ ຍັງໄດ້ປູກຜັກທີ່ແປກໆ, ມີມູນຄ່າສູງບາງຊະນິດຄື: ຜັກສະລັດກູດ, ຜັກກາດຂາວ, ຜັກສະລັດມ້ວງ... ແຕ່ລະສະມາຊິກໃນໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ສາມາດເກັບກ່ຽວແຕ່ 6-10 ລະດູຜັກໃນແຕ່ລະປີ ດ້ວຍການຜະລິດຜັກຕາມທິດອົງຄະທາດ. ເອື້ອຍ ເລທິແທັງຈ່າ, ປະທານສະຫະພັນແມ່ຍິງຕາແສງ ອານກວາງຫີ້ວ ໃຫ້ຮູ້ວ່າ:

ປະຈຸບັນ, ໜ່ວຍຮ່ວມປູກຜັກປອດສານຜິດບານໂຟ ມີສະມາຊິກ 32 ຄົນ ໄດ້ຮ່ວມສຳພັນກັນ. ໃນເນື້ອທີ່ປູກຜັກ 6 ເຮັກຕາກໍ່ໄດ້ປູກສະເພາະຜັກກາດຊະນິດຕ່າງໆ, ຜັກປັງ, ຜັກສະລັດ, ຜັກຫອມ. ເມື່ອກ່ອນ, ເອື້ອຍນ້ອງກໍ່ປູກຜັກແບບລາຍຍ່ອຍ, ບໍ່ເປັນລະບົບ, ບໍ່ຮ່ວມສຳພັນນຳກັນ ແຕ່ເມື່ອເຂົ້າຮ່ວມຮູບແບບ, ທຸກຄົນໄດ້ກູ້ຢືມເງິນຈາກທະນາຄານນະໂຍບາຍສັງຄົມ, ສະຫະພັນແມ່ຍິງໜູນຊ່ວຍທຶນ. ໃນໄລຍະປະຕິບັດຮູບແບບນີ້, ໄດ້ຊ່ວຍເອື້ອຍນ້ອງ 24 ຄົນບືນຕົວຂຶ້ນ ຫລຸດພົ້ນອອກຈາກຄວາມທຸກຍາກ.

ໜ່ວຍ​ຮ່ວມ​ມື​ປູກ​ຜັກ​ປອດ​ສານ​ພິດ​ບ້ານ​ໂຟ,  ຕາ​ແສງ​ອານກວາງ​ຫີ້ວ, ແຂວງ​ຈ່າ​ວິງ - ảnh 2

 ພາບ: ຜູ້ຕາງໜ້າອຳນາການປົກຄອງທ້ອງຖິ່ນ ແລກປ່ຽນສະພາບພັດທະນາເສດຖະກິດ ສັງຄົມຢູ່ຕາແສງ ອານກວາງຫີ້ວ

    ປະຈຸບັນ, ບັນດາສະມາຊິກໃນໜ່ວຍ ໄດ້ເຜີຍແຜ່ເຕັກນິກການປູກຜັກປອດສານພິດນຳໃຊ້ຝຸ່ນຈຸລິນຊີໃຫ້ແກ່ທົ່ວໜ່ວຍຮ່ວມມື ກໍ່ຄືບັນດາຄອບຄົວໃນຕາແສງ ອານກວາງຫີ້ວ. ປ້າ ແກັກທິອຸດ, ຫົວໜ້າໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ໃຫ້ຮູ້ວ່າ:

ເມື່ອເຮົາເປັນສະມາຊິກໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ກໍຈະໄດ້ສຳຜັດກັບວິທະຍາສາດເຕັກນິກ, ໜູນຊ່ວຍດ້ານທຶນຮອນ. ແຕ່ບ້ານ, ຕະຫຼອດຮອດຕາແສງ, ແຂວງກໍ່ໄດ້ມີຄວາມເອົາໃຈໃສ່ຕໍ່ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ. ເອື້ອຍນ້ອງທຸກຄົນຕ່າງກໍ່ເຫັນດີເຫັນພ້ອມເຮັດ ເພື່ອມີປະສິດທິຜົນດ້ານເສດຖະກິດ. ລາຍຮັບຈາກການປູກຜັກປະຈຸບັນແມ່ນປະມານ 6 ລ້ານດົ່ງ/ຄອບຄົວ/ເດືອນ. ເມື່ອກ່ອນຄອບຄົວຂ້າພະເຈົ້າທຸກຍາກຫຼາຍ ແຕ່ເມື່ອໄດ້ເປັນສະມາຊິກໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ, ຄອບຄົວຂ້າພະເຈົ້າກໍ່ພໍຢູ່ພໍກິນ, ໄດ້ຊື້ເຄື່ອງໃຊ້ສອຍໃນຄອບຄົວ, ລູກຫຼານກໍ່ໄດ້ໄປໂຮງຮຽນ.

ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍບັນດາສະມາຊິກໃນໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ. ສະຫະພັນແມ່ຍິງຕາແສງ ອານກວາງຫີ້ວ ໄດ້ຍູ້ແຮງການໂຄສະນາ, ຂົນຂວາຍ ປຊຊ ເຂົ້າເປັນສະມາຊິກ ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ເພື່ອຊ່ວຍເອື້ອຍນ້ອງ ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ. ທ່ານໂງວັນຢູ, ປະທານຄະນະກຳມະການ ປຊຊ ຕາແສງ ອານກວາງຫີ້ວ ໃຫ້ຮູ້ວ່າ:

 ປີ 2018,  ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຈ່າວິງ ໄດ້ໜູນຊ່ວຍ ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ. ມາຮອດຈຸດເວລານີ້, ຮູບແບບນີ້ກໍ່ໄດ້ຮັບການໜູນຊ່ວຍ, ລົງທຶນດ້ານວິທະຍາສາດເຕັກນິກ, ແນະນຳໃຫ້ ປຊຊ, ມີສົ້ນອອກຈຳໜ່າຍ. ແຕ່ລະປີ, ກໍສະເໜີໃຫ້ຫ້ອງການກະສິກຳແຂວງ ຈັດຊຸດຝຶກອົບຮົມວິທະຍາສາດເຕັກນິກເພື່ອປູກພືດຜັກ. ບັນດາສະມາຊິກ ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ໄດ້ຮ່ວມສຳພັນນຳກັນ ແລະ ຮ່ວມສຳພັນກັບທະນາຄານນະໂຍບາຍສັງຄົມ ເພື່ອມີແຫຼ່ງທຶນກູຢືມ ລົງທຶນຊື້ຄືນໃຫມ່. ກ່ອນນີ້, ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ  ມີຫຼາຍຄອບຄົມທຸກຍາກ ແຕ່ປະຈຸບັນບໍ່ມີຄອຄົວທຸກຍາກອີກແລ້ວ.

ໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ພວມເຄື່ອນໄຫວຢ່າງມີປະສິດທິຜົນທີ່ສຸດ. ຮູບແບບການຜະລິດຂອງໜ່ວຍຮ່ວມມືປູກຜັກປອດສານຜິດບ້ານໂຟ ໄດ້ຊ່ວຍໃຫ້ຕາແສງ ອານກວາງຫີ້ວ ຫລຸດອັດຕາສ່ວນຄອບຄົວທຸກຍາກລົງ 5.7% ໃນແຕ່ລະປີ, ເມືອງ ຈ່າກູ ຈະທະວີຄູນຮູບແບບນີ້ ເພື່ອແນໃສ່ຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດຊົນນະບົດ, ປົວແປງ ແລະ ຍົກສູງຊີວິດຂອງ ປຊຊ./.

ຕອບກັບ

ຂ່າວ/ບົດ​ອື່ນ