ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ ນຳ​ມາ​ເຊິ່ງ​ຄວາມ​ອີ່ມ​ໜຳ​ສຳ​ລານ​ໃຫ້ແແກ່ ປ​ຊ​ຊ ຕາ​ແສງ N’Thol Ha

(VOVWORLD) -ຕາແສງ N’Thol Ha, ເມືອງດຶກຈ້ອງ, ແຂວງເລີມດົ່ງ ມີ ປຊຊ 80% ແມ່ນຊາວເຜົ່າ K’ho. ໂດຍໄດ້ຕອບສະໜອງຂະບວນການຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ກ້າປ່ຽນແປງສະຕິຄວາມຮັບຮູ້ໃນການປູກຝັງ, ພ້ອມດ້ວຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດໃນທຸກດ້ານ, ຊີວິດການເປັນຢູ່ຂອງ ປຊຊ ຢູ່ທີ່ນີ້ໄດ້ ແລະ ພວມປ່ຽນແປງໃໝ່ຕາມແຕ່ລະມື້.
ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ ນຳ​ມາ​ເຊິ່ງ​ຄວາມ​ອີ່ມ​ໜຳ​ສຳ​ລານ​ໃຫ້ແແກ່ ປ​ຊ​ຊ ຕາ​ແສງ N’Thol Ha - ảnh 1ບ້ານ  Sre Dang (ພາບ: VOV)

ນັບແຕ່ເວລາໄດ້ຮັບຮູ້ວ່າ ແມ່ນຕາແສງບັນລຸມາດຖານຊົນນະບົດໃໝ່ເມື່ອປີ 2016, ໂສມໜ້າຊົນນະບົດຂອງບ້ານແຫ່ງຕ່າງໆຢູ່ຕາແສງ N’Thol Ha, ເມືອງດຶກຈ້ອງ, ແຂວງເລີມດົ່ງ  ມີຄວາມປ່ຽນແປງຢ່າງບໍ່ຢຸດຢັ້ງ. ໃນນັ້ນ, ບ້ານ Sre Dang, ຊື່ງແມ່ນບ້ານທີ່ມີຊາວເຜົ່າສ່ວນໜ້ອຍ K’ho ດຳລົງຊີວິດເປັນຈຳນວນຫຼາຍ ຖືກຖືວ່າ ແມ່ນເຂດຊຸມຊົນແບບຢ່າງ ດ້ວຍການປ່ຽນແປງຮອບດ້ານ ທັງຊີວິດດ້ານວັດຖຸ ແລະ ຈິດໃຈ. ອ້າຍ ລຽງຮອດຮາທາວ,  ຊາວເຜົ່າ K’ho ຢູ່ບ້ານ Sre Dang, ໃຫ້ຮູ້ວ່າ:

ປຊຊ ໄດ້ປະຕິບັດສຳເລັດບັນດານະໂຍບາຍຂອງພັກ ແລະ ລັດຄື: ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ກໍ່ສ້າງເຂດຊຸມຊົນແບບຢ່າງ… ປຊຊ ມີສະຕິຄວາມຮັບຮູ້ ແລະ ເຂົ້າຮ່ວມບັນດາຂະບວນການໂດຍທ້ອງຖິ່ນປຸກລະດົມຢ່າງຕັ້ງໜ້າ. ຈາກນັ້ນ, ໂສມໜ້າຂອງບ້ານເມືອງໄດ້ປ່ຽນແປງ, ຖະໜົມຫົນທາງສະອາດງາມຕາ, ປຊຊ ຕັ້ງໜ້າໝູນໃຊ້ວິທະຍາສາດເຕັກນິກ ເຂົ້າໃນການຜະລິດຕາມທິດກະສິກຳເຕັກໂນໂລຊີສູງ, ຍົກສູງລາຍຮັບ.

ປະຈຸບັນ, ອັດຕາສ່ວນຄອບຄົວທຸກຍາກຢູ່ບ້ານ Sre Dang ຍັງເຫຼືອພຽງປະມານ 1%, 2/3 ເນື້ອທີ່ດິນກະສິກຳໄດ້ນຳໃຊ້ຕາມທິດຜະລິດເຕັກໂນໂລຊີສູງ. 100%  ເດັກໃນເກນອາຍຸລ້ວນແຕ່ໄດ້ໄປໂຮງຮຽນ. ຕາມເຈົ້າກົກເຈົ້າເຫຼົ່າ K’Hai ຢູ່ບ້ານ Sre Dang ແລ້ວ, ຊີວິດການເປັນຢູ່ຂອງ ປຊຊ ດີຂຶ້ນ, ສະນັ້ນ, ເລື່ອງໂຄສະນາ, ຂົນຂວາຍ ປຊຊ ປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ກໍ່ມີຄວາມງ່າຍດາຍກວ່າ:

"ເຮົາແມ່ນເຈົ້າກົກເຈົ້າເຫຼົ່າໃນບ້ານ, ເປັນຜູ້ໃຫ່ຍໃນບ້ານ ກໍ່ຕ້ອງອອກແຮງຂົນຂວາຍລູກຫຼານທຳການຜະລິດ, ຮັບປະກັນເສດຖະກິດຄອບຄົວ ແລະ ມີລາຍຮັບສູງ ເພື່ອໃຫ້ລູກຫຼານໄປໂຮງໂຮຽນ. ປະຈຸບັນກໍ່ມີລູກຫຼານຫຼາຍຄົນເຂົ້າຮຽນມະຫາວິທະຍາໄລ, ຫຼາຍຄອບຄົວມີຊີວິດການເປັນຢູ່ດີຂຶ້ນ. ການກໍ່ສ້າງຊົນນະບົດໃໝ່, ກໍ່ສ້າງເຂດຊຸມຊົນແບບຢ່າງ ໄດ້ນຳມາເຊິ່ງໝາກຜົນຫຼາຍຢ່າງ, ບ້ານເມືອງກໍ່ມີການພັດທະນາດີຂຶ້ນ."

ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ ນຳ​ມາ​ເຊິ່ງ​ຄວາມ​ອີ່ມ​ໜຳ​ສຳ​ລານ​ໃຫ້ແແກ່ ປ​ຊ​ຊ ຕາ​ແສງ N’Thol Ha - ảnh 2ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ຖະໜົນຫົນທາງສະອາດງາມຕາ (ພາບ: VOV)

ຕາມທ່ານ ເລບາເຢືອງ, ຮອງປະທານຄະນະກຳມະການ ປຊຊ ຕາແສງ N’Thol Ha, ເມືອງດຶກຈ້ອງ, ແຂວງເລີມດົ່ງ ແລ້ວ, ນອກຈາກບ້ານ Sre Dang ໄດ້ຮັບການຢັ້ງຢືນ ແມ່ນເຂດຊຸມຊົນແບບຢ່າງ ຈາກຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເລິມດົ່ງ ແລ້ວ, ທ້ອງຖິ່ນກໍ່ພວມມານະພະຍາຍາມຜັນຂະຫຍາຍຮູບແບບນີ້ຢູ່ 5 ບ້ານທີ່ຍັງເຫຼືອຂອງຕາແສງ. ດ້ວຍການຮ່ວມແຮງຮ່ວມໃຈຂອງ ປຊຊ ໃນການປະຕິບັດບັນດາຂະບວນການຄື: “ຊາວກະສິກອນແຂ່ງຂັນກັນທຳການຜະລິດ-ດຳເນີນຊີວິດເກັ່ງ”, “ສາມັກຄີຊ່ວຍເຫຼືອກັນສ້າງຄວາມຮັ່ງມີ ແລະ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ”, “ໄວໜຸ່ມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, ພິເສດແມ່ນບັ້ນຂົນຂວາຍ “ທົ່ວປວງຊົນກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”, ແນ່ນອນວ່າ, ບ້ານ N’Thol Ha ຈະບັນລຸໄດ້ມາດຖານຍົກສູງຊົນນະບົດໃໝ່ໃນປີ 2023, ທ່ານ ເລບາເຢືອງ ໃຫ້ຮູ້ວ່າ:

"ການກໍ່ສ້າງຊົນນະບົດໃໝ່ໄດ້ປະກອບສ່ວນພັດທະນາໂສມໜ້າຂອງທ້ອງຖິ່ນ ກໍ່ຄືຊີວິດດ້ານເສດຖະກິດຂອງ ປຊຊ ໃນບໍລິເວນຕາແສງ. ໃນໄລຍະທີ່ຈະມາເຖິງ, ຕາແສງ N’thol Ha ຈະສືບຕໍ່ກໍ່ສ້າງບັນດາບ້ານທີ່ຍັງເຫຼືອ ເປັນບ້ານແບບຢ່າງດີເດັ່ນ, ປະຕິບັດການບັນລຸມາດຖານຍົກສູງຊົນນະບົດໃໝ່ເປັນຢ່າງດີ.

ໂດຍເລີ່ມແຕ່ບ້ານທຸກຍາກແຫ່ງໜຶ່ງ ດ້ວຍ ປຊຊ ຊາວເຜົ່າສ່ວນໜ້ອຍດຳລົງຊີວິດເປັນສ່ວນຫຼາຍນັ້ນ, ຍ້ອນມີການຫັນປ່ຽນຢ່າງແຮງ ກ່ຽວກັບດ້ານສະຕິຄວາມຮັບຮູ້ໃນວິທີເຮັດ, ວິທິຄິດ, ບັນດາບ້ານຂອງຕາແສງ N’Thol Ha, ເມືອງດຶກຈ້ອງ, ແຂວງເລີມດົ່ງ ບໍ່ພຽງແຕ່ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກອຶດຫິວ, ບືນຕົວຂຶ້ນ ສ້້າງຊິວິດການເປັນຢູ່ຢ່າງອີ່ມໜຳສຳລານ, ສົມບູນພູນສຸກເທົ່ານັ້ນ ຫາກຍັງໄດ້ສ້າງທິວທັດທຳມະຊາດສີວິໄລ, ທັນສະໄໝເທື່ອລະກ້າວອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ