ເຂດ​ດິນ​ແດນ​ນາ​ຂັ້ນ​ໄດ​ມີ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ແລະ ອົ​ບ​ອຸ່ນ

(VOVWORLD) - ນັບແຕ່ດົນນານມາແລ້ວ, ເມືອງບັກອຽນ, ແຂວງເຊີນລາ ມີຊື່ສຽງດ້ວຍບັນດາທະເລເມກສະຫລັບຊັບຊ້ອນກັນຢູ່ຕາແສງຕ່າຊົວ ຊື່ງໄດ້ຮັບການປຽບທຽບເໝືອນດັ່ງເປັນແດນສະຫວັນຢູ່ເຂດຕາເວັນຕົກສ່ຽງເໜືອ. ແຕ່ຢູ່ທີ່ນີ້ ຍັງມີເຂດດິນແດນອີກແຫ່ງໜຶ່ງທີ່ມີທິວທັດທຳມະຊາດສວຍງາມດັ່ງໃນຝັນ ນັ້ນກໍ່ຄື: ຊີມວ່າງ.
ເຂດ​ດິນ​ແດນ​ນາ​ຂັ້ນ​ໄດ​ມີ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ແລະ ອົ​ບ​ອຸ່ນ - ảnh 1

 ເຂດດູສູງຊີມວ່າງຍາມລະດູໃບໄມ້ຫຼົ່ນມາ (ພາບ: VOV)

 

   ໃນຊຸມວັນຂອງລະດູໃບໄມ້ຫຼົ່ນຍາມເດືອນກັນຍາ, ຖ້າແຂກທ່ອງທ່ຽວຢາກໄປຢ້ຽມຢາມຊີມວ່າງ, ຈາກເທດສະບານເມືອງບັກອຽນ, ຕ້ອງຂີ່ລົດຈັກໄປຕາມບັນດາເສັ້ນທາງທີ່ຄົດລ້ຽວ ແລ້ວຈະໄດ້ເຈືອຈານເຂົ້າກັບດິນຟ້າອາກາດທີ່ເຕັມໄປດ້ວຍແສງແດດ, ລົມພັດຂອງເຂດພູສູງໄຕບັກ; ຜ່ານຕາຊົວ ໄປປະມານ 15 ກມ, ຈາກຄວາມສູງກ່ວາ 1000 ມ, ກໍ່ຈະເຫັນບັນດາໝູ່ບ້ານຂອງຊາວເຜົ່າມົ້ງ ແລະ ທົ່ງນາຂັ້ນໄດທີ່ມີເຂົ້າກຳລັງສຸກເຫຼືອງ ທີ່ຊ້ອນແຝງໃນທ່າມກາງທະເລເມກ.

       ຊີມວ່າງ ມີອາກາດປອດໂປ່ງທັງປີ, ອຸນຫະພູມໃນລະດູຮ້ອນສະເລ່ຍແຕ່ 15-23 ອົງສາເຊ. ຍ້ອນພູມສັນຖານທຸລະກັນດານ ເສັ້ນທາງຄົດລ້ຽວ, ພູຜາປ່າໄມ້ໃຫ່ຍໂຕມະໂຫຖານ, ຫ້ວຍນ້ຳລຳເຊໄຫຼລົງມາຈາກເຂດປ່າໄມ້ຂຽວທີ່ອຸ່ມທຸ່ມນັ້ນ, ເຂດດິນແດນຊີມວ່າງ ທັງມີຄວາມຫົກເຮື້ອເປົ່າຫວ່າງ, ທັງມີຄວາມສະຫງົບງຽບ ແລະ ສວຍງາມທີ່ສຸດ. ຖ້າຫາກວ່າ ບັນດາທ່ານເຫັນຮ່ອມພູນາຂັ້ນໄດທີ່ຍາວຢຽດສຸດສາຍຕາ, ບໍ່ມີໃຜຮູ້ໄດ້ວ່າ, ກ່ອນນີ້ 40 ປີ, ຊີມວ່າງ ແມ່ນເຂດດິນແດນທີ່ແຫ້ງແລ້ງ, ງຽບສະຫງັດ, ຊີວິດການເປັນຢູ່ຂອງ ປຊຊ ປະສົບກັບຄວາມຫຍູ້ງຍາກທີ່ສຸດ. ໃນຈຸດເວລານັ້ນ, ຊາວເຜົ່າມົ້ງຮູ້ແຕ່ປູກເຂົ້າແບບດັ້ງເດີມເທົ່ານັ້ນ ແລະ ອຶດຫິວທຸກຍາກຕະຫຼອດປີ. ທ່ານຢ່າງອາເນັງ, ປະທານຄະນະກຳມະການ ປຊຊ ຕາແສງຊີມວ່າງ ໃຫ້ຮູ້ວ່າ:

     ກ່ອນນີ້ 40 ປີ, ປຊຊ ໄດ້ເຮັດນາເປັນຕົ້ນຕໍ ແຕ່ມີສະມັດຕະພາບຕ່ຳ, ຊີວິດປະສົບກັບຄວາມຫຍູງຍາກທີ່ສຸດ, ອຶດຫິວເປັນປະຈຳ. ໃນໄລຍະນັ້ນ, ທາງຕາແສງຕ້ອງໄປຂົນຂວາຍຢູ່ແຕ່ລະບ້ານ, ແຕ່ລະຄອບຄົວ. ກ່ອນອື່ນແມ່ນຕ້ອງຂຸດຮ່ອງເພື່ອເອົານ້ຳເຂົ້ານາຂັ້ນໄດ. ວິວັດການປົວແປງປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນວ່າຂາດງົບປະມານເຮັດຊົນລະປະທານ, ໃນເບື້ອງຕົ້ນ, ຫຼາຍຄອບຄົວບໍ່ໄດ້ເຮັດຕາມ ແຕ່ປະຈຸບັນນີ້, ໃຜກໍ່ເຫັນໄດ້ປະສິດທິຜົນຂອງການບຸກເບີກທີ່ດິນ ໄດ້ນຳມາເຊິ່ງສະມັດຕະພາບສູງ.

ເຂດ​ດິນ​ແດນ​ນາ​ຂັ້ນ​ໄດ​ມີ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ແລະ ອົ​ບ​ອຸ່ນ - ảnh 2

 ນຳຂັ້ນໄດຢູ່ຕາແສງຊີມວ່າງ (ພາບ: VOV)

  ໃນຊຸມປີມໍ່ໆມານີ້, ຍ້ອນປະສິດທິຜົນຈາກໂຄງການກໍ່ສ້າງຊົນນະບົດໃໝ່, ພ້ອມກັບຄວາມເອົາໃຈໃສ່, ການລົງທຶນຂອງລັດຕໍ່ລະບົບຊົນລະປະທານ, ເນື້ອທີ່ນາຂັ້ນໄດຂອງຊີມວ່າງ ໄດ້ຂະຫຍາຍເພີ່ມຂຶ້ນຢ່າງໄວວາ, ປະຈຸບັນ, ທົ່ວຕາແສງມີເນື້ອທີ່ ນາຂັ້ນໄດກ່ວາ 320 ເຮັກຕາ ດ້ວຍສະມັດຕະພາບສະເລ່ຍແມ່ນ 6 ໂຕນ/ເຮັກຕາ, ສູງທົບ 2 ເທົ່າເມື່ອທຽບກັບ 20 ປີກ່ອນ. ເອື້ອຍມົ່ວທິຄົວ, ຢູ່ບ້ານຊີມວ່າງ, ຕາແສງຊີມວ່າງ ໃຫ້ຮູ້ວ່າ:

   ກ່ອນນີ້, ຄອບຄົວຂ້າພະເຈົ້າຮູ້ແຕ່ປູກເຂົ້າໃສ່ໄຮ່ເທົ່ານັ້ນ, ອຶດຫິວຫຼາຍ, ແຕ່ນັບແຕ່ເມື່ອທາງຕາແສງໄດ້ຂົນຂວາຍ, ບຸກເບີກທີ່ດິນເພື່ອປູກເຂົ້ານັ້ນ, ການດຳລົງຊີວິດຂອງຄອບຄົວກໍ່ມີການປ່ຽນແປງຫຼາຍ, ພໍຢູ່ພໍກິນ, ຂາຍເຂົ້າເປືອກກໍ່ມີເງິນເພື່ອມາຊື້ສົ້ງເສື້ອ, ປຶ້ມຮຽນໃຫ້ລູກ, ກຸ້ມຢູ່ກຸ້ມກິນ ແລະ ມີຄວາມຜາສຸກ

   ເມື່ອໄປທ່ຽວຊີມວ່າງ ໃນທຸກວັນນີ້, ບັນດາທ່ານຈະພົບກັບຄະນະແຂກທ່ອງທ່ຽວຫຼາຍຄະນະ ມາຈາກທຸກສະລະທິດຫຼັ່ງໄຫຼມາ ຮັບຊົມຄວາມສວຍງາມຂອງນາຂັ້ນໄດໃນລະດູເຂົາສຸກເຫຼືອຢູ່ເຂດພູສູງແຫ່ງນີ້. ນາງໂຮ່ທິກິງຈາງ, ຢູ່ຮ່າໂນ້ຍ ແບ່ງປັນວ່າ:

   ເປັນຄັ້ງທຳອິດທີ່ນ້ອງໄດ້ຂຶ້ນມາຢ້ຽມຢາມຊີມວ່າງ, ເຫ່ງນີ້ມີພູຜາປ່າໄມ້ໃຫ່ຍໂຕມະໂຫຖານ, ນາຂັ້ນໄດສວຍງາມທີ່ສຸດ, ພວກນ້ອງມາແຫ່ງນີ້ ຖືກກັບຍາມລະດູເຂົ້າສຸກເຫຼືອງ, ໄດ້ເຈືອຈານເຂົ້າກັບທຳມະຊາດ. ຖ້າມີໂອກາດນ້ອງຈະພາຄອບຄົວມາຢ້ຽມຢາມ ຊີມວ່າງ ຕື່ມອີກ.

   ເມື່ອລະດູໃບໄມ້ຫຼົ່ນວຽນມາ, ກໍ່ແມ່ນຍາມລະດູເຂົ້າສຸກເຫຼືອງທີ່ສວຍງາມທີ່ສຸດຢູ່ຕາມເຂດນາຂັ້ນໄດ. ພ້ອມກັບຈຸດທີ່ເປັນເອກະລັກສະເພາະ ຂອງບັນດາຕາແສງຢູ່ເຂດພູສູງ ບັກອຽນ ຄື: ແດນສະຫວັນເມກ, ສວນຊາ ຕ່າຊົວ, ກະດູກໄດໂມເສົາຍ, ເຂດປ່າໄມ້ທີ່ຂຽວອຸ່ມທຸ່ມນັ້ນ, ເຂດນາຂັ້ນໄດພວມກາຍເປັນຜະລິດຕະພັນທ່ອງທ່ຽວພິເສດສະເພາະຂອງ ຊີມວ່າງ ເທື່ອລະກ້າວ. ບັນດານາຂັ້ນໄດທີ່ເຕັມໄປດ້ວຍຜົນຜະລິດ ແລະ ອົບອຸ່ນນັ້ນ ບໍ່ພຽງແຕ່ນຳເອົາຄວາມສົມບູນພູນສຸກໃຫ້ ປຊຊ ຢູ່ທີ່ນີ້ເທົ່ານັ້ນ, ຫາກຍັງສ້າງຄວາມດຶງດູດ ແລະ ຄວາມປະທັບໃຈໃຫ້ແຂກທ່ອງທ່ຽວທີ່ມາຈາກທຸກສະລະທິດອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ