ເຂດ​ຊົນ​ເຜົ່​າ​ສ່ວນ​ໜ້ອຍ​ຢູ່​ຕາ​ແສງ ລົກ​ນາມ ບືນ​ຕົວ​ຂຶ້ນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ

(VOVWORLD) - ໂດຍແມ່ນເຂດມີຊາວເຜົ່າສ່ວນໜ້ອຍເກີຮໍດຳລົງຊີວິດຢູ່ເປັນຈຳນວນຫຼາຍ, ເສດຖະກິດໄດ້ປະສົບຄວາມຫຍຸ້ງຍາກ, ອັດຕາຄອບຄົວທຸກຍາກຢູ່ລະດັບສູງ, ແຕ່ຍ້ອນມີຄວາມກ້າຫານໃນການສຳຜັດແລະນຳໃຊ້ຄວາມກ້າວໜ້າວິທະຍາສາດເຕັກນິກເຂົ້າໃນການຜະລິດແລະການດຳລົງຊີວິດ, ດຸໝັ່ນຂະຫຍັນພຽນໃນການທຳມາຫາກິນແລະໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍ, ລົງທຶນຈາກ ພັກແລະລັດ, ຕາແສງລົກນາມ, ເມືອງບາວເລິມ, ແຂວງເລິມດົງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໂດຍໄວກາຍເປັນເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນແລະພັດທະນາ.

ເຂດ​ຊົນ​ເຜົ່​າ​ສ່ວນ​ໜ້ອຍ​ຢູ່​ຕາ​ແສງ ລົກ​ນາມ ບືນ​ຕົວ​ຂຶ້ນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ - ảnh 1ພື້ນຖານໂຄງລ່າງເສດຖະກິດຢູ່ຕາແສງ ລົກນາມ ໄດ້ຮັບການພັດທະນາ (ພາບ: VOV)

ໂດຍແມ່ນຊາວເຜົ່າ ເກີຮໍ ທີ່ເຄີຍເຂົ້າຮ່ວມການປະຕິວັດຢູ່ບ້ານເກີດເມືອງນອນ, ລຸງ ເກີຢິງ ອາຍຸ 80 ປີ, ຢູ່ບ້ານ 4, ຕາແສງ ລົກນາມ ໄດ້ສະແດງຄວາມດີໃຈໂດຍໃຫ້ຮູ້ວ່າ ປະຊາຊົນຢູ່ແຫ່ງນີ້ ໄດ້ປະຕິບັດການລົບລ້າງອຶດຫິວ, ຫຼຸດຜ່ອນຄວາມທຸກຍາກທີ່ຕິດພັນກັບເຂົາເຈົ້າເປັນເວລາຫຼາຍປີ ເປັນຢ່າງດີ. ປັດຈຸບັນ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ບ້ານ ໄດ້ດີຂຶ້ນຫຼາຍແລ້ວ. ທຸກໆຄອບຄົວໃນບ້ານ ຜູ້ໃດກໍ່ມີກິນມີໃຊ້ ມີໄວ້ມີເຫຼືອ.

ໃນເມື່ອກ່ອນ, ເສັ້ນທາງຢູ່ນີ້ເປັນບວກເປັນຕົມ ດັ່ງນັ້ນການເດີນທາງໄປມາກໍ່ຫຍຸ້ງຍາກຫຼາຍ, ປັດຈຸບັນເສັ້ນທາງໄດ້ກໍ່ສ້າງກວ້າງໃຫຍ່ແລ້ວ, ການເດີນທາງກໍ່ສະດວກຫຼາຍ. ຊີວິດດ້ານເສດຖະກິດກໍ່ເປັນປົກກະຕິ, ລາຍຮັບກໍ່ດີພໍສົມຄວນ. ຜູ້ໃດກໍ່ມີພາຫະນະເດີນທາງໄປມາ, ມີບາງຄອບຄົວກໍ່ຊື້ລົດໂອໂຕໄດ້.ໃນເມື່ອກ່ອນຊີວິດປະສົບກັບຫຍຸ້ງຍາກຫຼາຍ, ປັດຈຸບັນ ປະຊາຊົນໄດ້ຮູ້ຄິດໄລ່ທຳມາຫາກິນ ດັ່ງນັ້ນ ບໍ່ມີຄອບຄົວໃດປະສົບຄວາມຫຍຸ້ງຍາກ ແລະ ອຶດຫິວອີກແລ້ວ. ປັດຈຸບັນ ບໍ່ມີຫຍັງກັງວົນນຳອີກ, ມີແຕ່ຕັ້ງໃຈທຳມາຫາກິນສ້າງຄວາມຮັ່ງມີກ່ວາເກົ່າ.

ໃນເວລາກ່ວາສິບປີມານີ້, ແຫຼ່ງທຶນຈາກບັນດາໂຄງການ, ນະໂຍບາຍຂອງ ພັກ ແລະ ລັດລົງທຶນໃຫ້ແກ່ຕາແສງ ລົກນາມ, ເມືອງ ບາວເລິມ, ແຂວງ ເລິມດົ່ງ ໄດ້ຂຶ້ນເຖິງນັບຮ້ອຍຕື້ດົ່ງ. ຍ້ອນແນວນັ້ນ ລະບົບໄຟຟ້າ, ເສັ້ນທາງ, ໂຮງຮຽນ, ຟາມ, ພື້ນຖານໂຄງລ່າງດ້ານເສດຖະກິດ ແລະ ໂດຍໜ້າຂອງຊົນນະບົດ ຕາແສງ ລົກນາມ ກໍ່ໄດ້ ປ່ຽນແປງຢ່າງຈະແຈ້ງ. ແຕ່ເຂດທີ່ມີພຽງ 200 – 300 ຄອບຄົວຊົນເຜົ່າສ່ວນໜ້ອຍ ເກີຮໍ ດຳລົງຊີວິດ, ມາຮອດປັດຈຸບັນ ປະຊາຊົນຢູ່ບ້ານລົກນາມ ໄດ້ເພີ່ມຂຶ້ນເຖິງກວ່າ 3.400 ຄອບຄົວ ດ້ວຍປະຊາຊົນ 13.000 ຄົນ, ໃນນັ້ນ ປະຊາຊົນເຜົ່າສ່ວນໜ້ອຍກວມເອົາ 30%.

ເຂດ​ຊົນ​ເຜົ່​າ​ສ່ວນ​ໜ້ອຍ​ຢູ່​ຕາ​ແສງ ລົກ​ນາມ ບືນ​ຕົວ​ຂຶ້ນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ - ảnh 2ຕາແສງ ລົກນາມ ມານພະຍາຍາມພັດທະນາເຂດຊົນນະບົດໃໝ່ລະດັບສູງ (ພາບ: VOV)

ຍ້ອນທຳມະຊາດໄດ້ດົນບັນດານດິນມີທາດສົມບູນ, ເໝາະສົມກັບການພັດທະນາຕົ້ນໄມ້ອຸດສາຫະກຳນານປີ ມີຄຸນຄ່າດ້ານເສດຖະກິດສູງຄື: ຊາ, ກາເຟ, ຖົ່ວລຽນ, ມັງຄຸດ, ຕົ້ນແມັກຄາດາເມຍ ແລະ ຕົ້ນໄມ້ກິນໝາກຊະນິດຕ່າງໆ, ລົກນາມ ໄດ້ສ້າງ ບັນດາເຂດຜະລິດທີ່ເປັນປົກກະຕິ ດ້ວຍຍອດເນື້ອທີ່ຜະລິດກະສິກຳຂຶ້ນເຖິງກ່ວາ 5.000 ເຮັກຕາ. ໃນຕາແສງ ມີຫຼາຍຮູບແບບການຜະລິດທີ່ມີປະສິດທິຜົນບັນລຸລາຍຮັບແຕ່ 500 ລ້ານດົ່ງ ຫາ 1 ຕື້ດົ່ງ/ປີ (21.000  USD ຫາ 42.000  USD), ພິເສດຮູບແບບປູກຖົ່ວລຽນບັນລຸ 2 ຕື້ດົ່ງ/ປີ (84.000 USD).

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ລົກນາມ ໄດ້ສ້າງບັນດາຮູບແບບເຊື່ອມຕໍ່ການຜະລິດ ແລະ ຈຳໜ່າຍຜະລິດຕະພັນ, ມີການຜະລິດເປັນປົກກະຕິ ແລະ ຍົກສູງລາຍຮັບໃຫ້ແກ່ປະຊາຊົນ ດ້ວຍລາຍຮັບສະເລ່ຍໃນປັດຈຸບັນບັນລຸ ກ່ວາ 45 ລ້ານດົ່ງ (1.900 USD)/ຄົນ/ປີ. ຍ້ອນເຫດນັ້ນ, ວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງສາມາດບັນລຸໄດ້ໝາກຜົນທີ່ເປັນໜ້າປະທັບໃຈທີ່ສຸດ, ຈາກ 30% ຄອບຄົວທຸກຍາກໃນປີ 2015 ມາຮອດທ້າຍປີ 2022 ໄດ້ຫຼຸດລົງຍັງເຫຼືອ 6%. ທ່ານ ເກີເຈົ້າ ຊາວເຜົ່າ ເກີຮໍ ຢູ່ບ້ານ 3, ຕາແສງ ລົກນາມ ໃຫ້ຮູ້ວ່າ:

ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງຫຼາຍຢ່າງ. ໃນເມື່ອກ່ອນ, ລົດຖີບກໍ່ບໍ່ມີ ແຕ່ປັດຈຸບັນ ຄອບຄົວໃດກໍ່ມີລົດຈັກ, ບາງຄອບຄົວກໍ່ມີລົດໃຫຍ່ແລ້ວ. ກໍ່ຍ້ອນວ່າ ພໍ່ແມ່ປະຊາຊົນຮູ້ວິທີບົວລະບັດຕົ້ນໄມ້, ສັດລ້ຽງ, ເປັນຕົ້ນແມ່ນຫັນປ່ຽນໄປຍັງການປູກຕົ້ນໄມ້ກິນໝາທີ່ມີມູນຄ່າສູງຄື ອາໂວກາໂດ, ຖົ່ວລຽນເວົ້າລວມແລ້ວ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ແຫ່ງນີ້ໄດ້ດີຂຶ້ນ, ມີສະຖຽນລະພາບ ແລະ ພັດທະນາກ່ວາເກົ່າຫຼາຍ.

ຕາມທ່ານ ຫວໍທຽນບິ່ງ, ປະທານຄະນະກຳມະການປະຊາຊົນຕາແສງ ລົກນາມແລ້ວ, ນັບແຕ່ເວລາໄດ້ຮັບການຮັບຮອງເອົາເປັນຕາແສງບັນລຸລະດັບຊົນນະບົດໃໝ່ ໃນປີ 2020, ຕາແສງ ລົກນາມ ໄດ້ກຳນົດໜ້າທີ່ຈຸດສຸມ ແມ່ນຕ້ອງສືບຕໍ່ຮັບປະກັນການຍົກສູງຄຸນນະພາບຂອງບັນດາປັດໄຈຊົນນະບົດໃໝ່, ໃນນັ້ນມີເນື້ອໃນຫຼັກແຫຼ່ງແມ່ນຍົກສູງຄວາມຮັບຮູ້, ປ່ຽນແປງຈິດຕະນາການໃນວິທີການຄິດ, ເຮັດວຽກຂອງປະຊາຊົນ, ພິເສດແມ່ນພໍ່ແມ່ປະຊາຊົນບັນດາເຜົ່າສ່ວນນ້ອຍ. ທ່ານ ຫວໍ້ທຽນຍິ່ງ ເນັ້ນໜັກວ່າ:

ໃນວິວັດການປະຕິບັດ, ການເຊື່ອມຕໍ່, ສ້າຕັ້ງບັນດາກຸ່ມຮ່ວມມືຈຳໜ່າຍຜະລິດຕະພັນກະເສດໄດ້ຊ່ວຍໃຫ້ປະຊາຊົນມີຄວາມອຸ່ນອ່ຽໃຈຮັກສາການດຳລົງຊີວິດເປັນປົກກະຕິ. ຊ່ວຍໃຫ້ເສດຖະກິດສັງຄົມຂອງຕາແສງເວົ້າລວມ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເວົ້າສະເພາະມີການປ່ຽນແປງທີ່ຕັ້ງໜ້າ. ໃນເມື່ອກ່ອນ, ຕາມຮີດຄອງປະເພນີຂອງພໍ່ແມ່ປະຊາຊົນແມ່ນປະໃຫ້ຕົ້ນໄມ້ເຕີບໃຫຍ່ແບບທຳມະຊາດ ແຕ່ປັດຈຸບັນ ພໍ່ແມ່ປະຊາຊົນໄດ້ຮູ້ວິທີການບົວລະບັດ, ໃສ່ປຸ໋ຍ ດັ່ງນັ້ນ ກໍ່ສາມາດບັນລຸສະມັດຕະພາບ, ປະລິມານການຜະລິດ, ຄຸນນະພາບກໍ່ໄດ້ຍົກສູງຂຶ້ນ, ນຳມາເຊິ່ງປະສິທິຜົນດ້ານເສດຖະກິດສູງ. ສິ່ງນີ້ສະແດງໃຫ້ເຫັນຄວາມສຳຄັນໃນການປ່ຽນແປງຈິນຕະນາການຂອງພໍ່ແມ່ປະຊາຊົນ.

ພ້ອມກັບການສືບຕໍ່ສ້າງລະບົບພື້ນຖານໂຄງລ່າງເຂດຊົນນະບົດໃຫ້ສົມບູນແບບ, ຕາແສງ ລົກນາມ ໄດ້ລະດົມທຸກແຫຼ່ງກຳລັງຊຸກຍູ້ການພັດທະນາການຜະລິດຕາມຂອບເຂດສິນຄ້າ, ກໍ່ຄືຍູ້ແຮງການນຳໃຊ້ເຕັກໂນໂລຢີສູງ ແລະ ຜະລິດກະສິກຳ ເພື່ອຍົກສູງມູນຄ່າບົນເນື້ອທີ່ປູກຝັງ, ພັດທະນາຕື່ມອີກບາງຮູບການເຊື່ອມຕໍ່ການຜະລິດ ແລະ ຈຳໜ່າຍຜະລິດຕະພັນ. ດ້ວຍການປ່ຽນແປງດ້ານຈິນຕະນາການໃນການປູກຝັງຂອງປະຊາຊົນຢ່າງແຮງ, ພ້ອມກັບການເຂົ້າຮ່ວມທີ່ມີຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ, ແນ່ນອນວ່າ ລົກນາມ ຈະບັນລຸຕາແສງຊົນນະບົດໃໝ່ ລະດັບສູງໃນປີ 2024 ຄືດັ່ງເປົ້າໝາຍທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ