ຮາກ​ຖານ​ຜະ​ລິດ​ເຄື່ອງ​ຈັກ​ສານ ຢຽບ​ທິ​ຈາງ, ຕາ​ແສງ​ດ້າຍ​ອານ, ແຂວງ​ຈ່າວິງ

(VOVWORLD) - ໃນຊຸມປີມໍ່ໆມານີ້, ຜະລິດຕະພັນເຄື່ອງຈັກສານ ຢູ່ບ້ານ ຢົ່ງດິ່ງ, ຕາແສງດ້າຍອານ, ເມືອງຈ່າກູ, ແຂວງຈ່າວິງ ໄດ້ນຳໄປຈຳໜ່າຍຢູ່ຫຼາຍທ້ອງຖິ່ນ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ. ປະກອບສ່ວນເຂົ້າໃນໝາກຜົນນີ້ ແມ່ນໜ່ວຍຜະລິດເຄື່ອງຈັກສານຂອງປ້າ ຢຽບທິຈາງ ຊາວເຜົ່າຂະແມ ຢູ່ບ້ານຢົ່ງດິ່ງ.
ຮາກ​ຖານ​ຜະ​ລິດ​ເຄື່ອງ​ຈັກ​ສານ ຢຽບ​ທິ​ຈາງ, ຕາ​ແສງ​ດ້າຍ​ອານ, ແຂວງ​ຈ່າວິງ - ảnh 1

 ພາບ: ຜະລິດຕະພັນເຄື່ອງຈັກສານບ້ານ ຢົ່ງດິ່ງ

   ໝູ່ບ້ານອາຊີບຜະລິດເຄື່ອງຈັກສານຢູ່ບ້ານ ຢົ່ງດິ່ງ ມີມູນເຊື້ອປະຫວັດສາດມາໄດ້ເກືອບ 90 ປີ ແລ້ວ. ຜ່ານການເວລາ, ໃນໄລຍະຊຸມຕົ້ນປີ 2000, ໝູ່ບ້ານອາຊີບແຫ່ງນີ້ ໄດ້ປະສົບກັບຄວາມຫຍຸ້ງຍາກ ແລະ ຢືນຢູ່ຕໍ່ໜ້າໄພຖືກເສື່ອມເສຍໄປ ຍ້ອນວ່າ ຜະລິດຕະພັນເກືອບຄືວ່າຈຳໜ່າຍບໍ່ໄດ້, ຫຼາຍຄົນໄດ້ປະອາຊີບນີ້. ແຕ່ເມື່ອໄດ້ຊອກຮູ້ສຶກສາຄວາມຕ້ອງການຂອງຕະຫຼາດ, ປ້າ ຢຽບທິຈາງ ໄດ້ຊອກຫາ, ປະດິດສ້າງບັນດາຜະລິດຕະພັນໃໝ່, ພິເສດແມ່ນໄດ້ປ່ຽນແປງຮູບແບບຂອງຜະລິດຕະພັນ ເປັນຂອງຕ້ອນມອບໃຫ້ແກ່ແຂກທ່ອງທ່ຽວ. ຄວາມຕັດສິນທີ່ສະຫຼາດຫຼັກແຫຼມນີ້ຂອງປ້າ ຢຽບທິຈາງ ໄດ້ຊ່ວຍໝູ່ບ້ານອາຊີບຜະລິດເຄື່ອງຈັກສານບ້ານຢົ່ງດິ່ງ ສາມາດຟື້ນຟູໄດ້. ປ້າຢຽບທິຈາງ ເຈົ້າຂອງຮາກຖານຜະລິດເຄື່ອງຈັກສານ ຢຽບທິຈາງ ໃຫ້ຮູ້ວ່າ:

ຮາກຖານຜະລິດເຄື່ອງຈັກສານ ຢຽບທິຈາງ ໄດ້ສ້າງຕັ້ງມາແຕ່ປີ 2007. ໃນປີ 2007, ຜູ້ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈ່າວິງ ໄດ້ແນະນຳໃຫ້ເຮັດຂອງຕ້ອນຂອງຝາກ ຮູບແບບນ້ອຍໆ ໃຫ້ແຂກທ່ອງທ່ຽວຊື້ເປັນທີ່ລະນຶກ ທີ່ສາມາດນຳໄປໄດ້ຢ່າງງ່າຍດາຍ. ກ່ອນນີ້ກໍ່ຜະລິດເຄື່ອງຫັດຖະກຳ ຮູບແບບໃຫ່ຍ ບໍ່ມີກຳໄລຫຼາຍ ແຕ່ມາໃນປະຈຸບັນ ແມ່ນໄດ້ເຮັດເຄື່ອງໃຊ້ສອຍ, ເຮັດຂອງຕ້ອນຂອງຝາກ. ຊຸດໜຶ່ງຈະມີຜະລິດຕະພັນ 12 ອັນຄື: ໂຖດອກໄມ້, ຂ້ອງ, ກະຕ່າ, ແນວງວມອາຫານ, ກ່ອງໃສ່ໄມ້ຈີ້ມແຂ້ວ… ແລະ ລາຄາຂາຍຊຸດໜຶ່ງແມ່ນ 1 ແສນດົ່ງ. ທາງແຂວງ ຊອກຈັງ ຈະຊື້ຜະລິດຕະພັນທີ່ຜະລິດອອກມາທັງໝົດ ແລະ ໄດ້ນຳໄປຂາຍຢູ່ແຂວງອື່ນອີກ, ນັບທັງສົ່ງໄປຂາຍຢູ່ຮ່າໂນ້ຍ. ຮາກຖານຜະລິດຂອງຂ້າພະເຈົ້າ ມີແຮງງານທັງໝົດ 87 ຄົນ ແຕ່ຜະລິດຕະພັນທີ່ເຮັດອອກມາ ແມ່ນບໍ່ພໍຂາຍ.

ຮາກ​ຖານ​ຜະ​ລິດ​ເຄື່ອງ​ຈັກ​ສານ ຢຽບ​ທິ​ຈາງ, ຕາ​ແສງ​ດ້າຍ​ອານ, ແຂວງ​ຈ່າວິງ - ảnh 2

 ພາບ: ປຊຊ ກຳລັງຈັກສານໄມ້ໄຜ່ຢູ່ຮາກຖານຜະລິດ ຢຽບທິຈາງ

   ປີ 2019, ຊຸດຜະລິດຕະພັນເຄື່ອງໃຊ້ສອຍແບບນ້ອຍ ທີ່ຮັບໃຊ້ໃຫ້ແກ່ການດຳເນີນຊີວິດຢູ່ຊົນນະບົດ ຂອງຄອບຄົວດຳເນີນທຸລະກິດ ຢຽບທິຈາງ ໄດ້ຮັບໃບຢັ້ງຢືນບັນລຸມາດຖານ OCOP 3 ດາວ (ຊື່ງແມ່ນໂຄງການແຫ່ງຊາດໜຶ່ງຕາແສງໜຶ່ງຜະລິດຕະພັນ) ຈາກຄະນະກຳມະການ ປຊຊ ແຂວງຈ່າວິງ. ສູນກາງສະຫະພັນແມ່ຍິງຫວຽດນາມ ແລະ ສະຫະພັນແມ່ຍິງຂັ້ນຕ່າງໆ ໄດ້ສົ່ງຜູ້ຕາງໜ້າໄປທັດສະນະຮູບແບບການຜະລິດຂອງຮາກຖານ ປ້້າຢຽບທິຈາງ, ເພື່ອສືບຕໍ່ມີບັນດາການກຳນົດທິດໜູນຊ່ວຍຮາກຖານ ຜະລິດນີ້ ໄດ້ມີການເຄື່ອນໄຫວຢ່າງມີປະສິດທິຜົນກ່ວາ. ດ້ວຍຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ເພື່ອສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ວົງຄະນະຍາດ, ປ້າ ຢຽບທິຈາງ ໄດ້ຮັບການຍ້ອງຍໍຊົມເຊີຍຈາກຄະກຳມະການ ປຊຊ ເມືອງຈ່າກູ ແລະ ຄະນະກຳມະການ ປຊຊ ແຂວງຈ່າວິງ, ໃນນັ້ນ ມີໃບຍ້ອງຍໍຂອງປະທານຄະນະກຳມະການ ປຊຊ ແຂວງຈ່າວິງ ກ່ຽວກັບ “ແບບຢ່າງແມ່ຍິງຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ.”.

ມາຮອດປະຈຸບັນ, ສະເລ່ຍແຕ່ລະເດືອນ, ຮາກຖານຜະລິດ ຢຽບທິຈາງ ໄດ້ຜະລິດ ຊຸດຜະລິດຕະພັນປະມານ 12.000 ຊຸດ,  ນອກຈາກຈຳໜ່າຍຂາຍຢູ່ພາຍໃນປະເທດແລ້ວ, ບັນດາວິສາຫະກິດຢູ່ແຂວງບາກລຽວ, ຊອກຈັງ, ນະຄອນຫວຸ້ງເຕົາ, ນະຄອນໂຮ່ຈີມິນ ຍັງໄດ້ສັ່ງຊື້ຜະລິດຕະພັນທັງໝົດ ເພື່ອສົ່ງອອກໄປຕ່າງປະເທດອີກດ້ວຍ. ດັ່ງນັ້ນ, ສະມາຊິກຮາກຖານຜະລິດແຕ່ລະຄົນ ກໍ່ມີລາຍຮັບເປັນປົກກະຕິ, ປະມານແຕ່ 2.5-5 ລ້ານດົ່ງ/ເດືອນ. ປ້າ ເລິມທິຈຸງ, ເປັນຜູ້ໜຶ່ງທີ່ເຮັດວຽກຢູ່ຮາກຖານຜະລິດເຄື່ອງຈັກສານ ຢຽບທິຈາງ ໃຫ້ຮູ້ວ່າ:

ຊຸດຜະລິດຕະພັນໜຶ່ງມີ 12 ອັນຄື: ກະຕ່າດອກໄມ້, ໂຖດອກໄມ້, ແກ້ວເຫຼົ້າ….ເຮັດດ້ວຍໄມ້ຊອດ. ມື້ໜຶ່ງຂ້າພະເຈົ້າເຮັດກະຕ່າດອກໄມ້ໄດ້ 20 ອັນ ແລະ ໄດ້ຮັບເງິນ 90.000 ດົ່ງ. ຂ້າພະເຈົ້າເຮັດວຽກຢູ່ນີ້ໄດ້ຫຼາຍປີແລ້ວ. ຂ້າພະເຈົ້າເຮັດສະເພາະກະຕ່າດອກໄມ້ເພື່ອເປັນເຄື່ອງປະດັບ.

ຮາກຖານຜະລິດ ຢຽບທິຈາງ ໄດ້ສ້າງການຮ່ວມສຳພັນກັບຫຼາຍຄອບຄົວ, ສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ, ພິເສດແມ່ນແມ່ຍິງ. ເອື້ອຍນ້ອງບໍ່ຕ້ອງໄປຫາເຮັດວຽກຢູ່ໄກຈາກຄອບຄົວ, ມີເວລາເບິ່ງແຍງດູແລຄອບຄົວຕື່ມອີກ, ຫຼັງຈາກໄປ ນາມາແລ້ວ ໃນເວລາຫວ່າງ ກໍ່ໄປເຮັດວຽກຈັກສານຕື່ມອີກ, ເສດຖະກິດຄອບຄົວກໍ່ມີລາຍຮັບເພີ່ມ. ປ້າ ກິມທິແທ່ງ, ກໍ່ເປັນອີກຜູ້ໜຶ່ງເຮັດວຽກຢູ່ຮາກຖານຜະລິດເຄື່ອງຈັກສານ ຢຽບທິຈາງ ເລົ່າສູ່ຟັງວ່າ:

ຂ້າພະເຈົ້າເຮັດວຽກຢູ່ຮາກຖານນີ້ໄດ້ 2, 3 ປີແລ້ວ. ມື້ໜຶ່ງເຮັດກະຕ່າໄດ້ 5 ອັນກໍ່ມີລາຍຮັບ 50.000 ດົ່ງ. ໄປຕະຫຼາດຊື້ຂອງກິນມາແຕ່ງກິນແລ້ວ ຍາມມີເວລາຫວ່າງກໍ່ມາເຮັດ.

ປະຈຸບັນ, ເຄື່ອງສິລະປະຫັດຖະກຳຂອງຄອບຄົວປ້າ ຢຽບທິຈາງ ໄດ້ມີສົ້ນອອກເປັນປົກກະຕິ, ໃບສັ່ງຊື້ສິນຄ້າກໍ່ມີຫຼາຍ ກາຍຄວາມສາມາດສະໜອງໃຫ້. ດັ່ງນັ້ນ, ປ້າຢຽບທິຈາງ ໄດ້ມຸ່ງໄປເຖິງການສ້າງຕັ້ງສະຫະກອນ, ຂະຫຍາຍການຜະລິດ ພ້ອມທັງປະກອບສ່ວນຮັກສາໝູ່ບ້ານອາຊີບ ຜະລິດເຄື່ອງຈັກສານ ທີ່ເປັນມູນເຊື້ອ ຂອງບ້ານ ຢົ່ງດິ່ງ ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ