ສີ​ສັນ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ​ແຫ່ງການ​ປະ​ຕິ​ວັດ ເມືອງ​ແຈັງ

(VOVWORLD) -ຕາແສງເມືອງແຈັງ, ເມືອງມາຍເຊີນ ແມ່ນບ່ອນມີຂະບວນການເຄື່ອນໄຫວປະຕິວັດທຳອິດຢູ່ແຂວງເຊີນລາ. ໃນເກືອບ 80 ປີກ່ອນນີ້, ໜ່ວຍຊາວໜຸ່ມກູ້ຊາດເມືອງແຈັງ ໄດ້ເຕົ້າໂຮມບັນດາຊາວໜຸ່ມຜູ້ຮັກຊາດ, ພ້ອມກັບ ປຊຊ ລຸກຮື້ຂຶ້ນຂັບໄລ່ພວກສັດຕູ, ຍາດເອົາສິດອຳນາດ. ໂດຍເສີມຂະຫຍາຍມູນເຊື້ອການປະຕິວັດ, ພາຍໃຕ້ການນຳພາຂອງພັກ, ປຊຊ ຢູ່ທີ່ນີ້ ໄດ້ສືບຕໍ່ສ້າງສາບ້ານເກີດເມືອງນອນໃຫ້ມີການພັດທະນາໃນທຸກດ້ານ.
ສີ​ສັນ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ​ແຫ່ງການ​ປະ​ຕິ​ວັດ ເມືອງ​ແຈັງ - ảnh 1

 ໂສມໜ້າໃໝ່ຂອງເຂດຖານທີ່ໝັ້ນປະຕິວັດເມືອງແຈັງ (ພາບ :VOV)

  ໂດຍຕັ້ງຢູ່ຕິດກັບເມືອງ ທ້ວນເຈົາ, ຊົງມ້າ ຂອງແຂວງເຊີນລາ, ຕາແສງເມືອງແຈັງ, ເມືອງມາຍເຊີນ ໄດ້ກຳນົດວ່າ ມີທີ່ຕັ້ງທີ່ "ບຸກໂຈມຕີກໍ່ໄດ້, ຖອຍຫຼັງກໍ່ຮັກສາໄດ້". ນີ້ກໍ່ແມ່ນໜຶ່ງໃນບັນດາເຫດຜົນທີ່ເຮັດໃຫ້ໜ່ວຍພັກຄຸກເຊີນລາ ເລືອກເອົາເມືອງແຈັງ ເປັນບ່ອນສ້າງຂະບວນການປະຕິວັດໃນປີ 1943. ພໍ່ຕູ້ລໍ່ວັນມົກ, ອາຍຸ 85 ປີ, ປຊຊ ຢູ່ບ້ານແດນ, ຕາແສງເມືອງແຈັງ ຍັງຈື່ດີວ່າ, ໃນຄາວນັ້ນ, ເມືອງແຈັງ ແມ່ນເຂດດິນແດນຂອງ ເຟັ່ຍຕ້າວ, ເກີດມີການປຸ້ນສະດົມເປັນປະຈຳ, ຜູ້ບ່າວໃນບ້ານລ້ວນແຕ່ຕ້ອງໄປເປັນກູລີ, ຊີວິດ ປຊຊ ປະສົບກັບຄວາມລຳບາກທີ່ສຸດ. ພໍ່ຕູ້ລໍ່ວັນມົກ ແບ່ງປັນວ່າ:

   ໃນສະໄໝນັ້ນ, ນາຍບ້ານຢາກເພີ່ມພາສີຂຶ້ນເທົ່າໃດກໍ່ໄດ້ຕາມໃຈເຂົາ. ບໍ່ມີໃຜເອົາໃຈໃສ່ເຖິງຊີວິດຂອງ ປຊຊ ດອກ, ຫຼັງຈາກນັ້ນເກີດໄພຂົ່ມເຫັງກັ່ນແກ້ງ, ປຸ້ນສະດົມ. ປຊຊ ຕ້ອງໄປເປັນກູລີຫຼາຍທີ່ສຸດ. ມີບາງເທື່ອຂ້າພະເຈົ້າຕ້ອງໄປຮອດ 3 ເດືອນຈຶ່ງໄດ້ກັບມາ. ປຊຊ ໃນເວລານັ້ນລຳບາກທີ່ສຸດ.

ສີ​ສັນ​ໃໝ່​ຢູ່​ບ້ານ​ເກີດ​ເມືອງນອນ​ແຫ່ງການ​ປະ​ຕິ​ວັດ ເມືອງ​ແຈັງ - ảnh 2

 ເມືອງແຈັງປະຈຸບັນມີອັດຕາສ່ວນຄອບຄົວທຸກຍາກພຽງແຕ່ 3 % ເທົ່ານັ້ນ (ພາບ :VOV)

  ໃນບັນຍາກາດຟົດຟື້ນຂອງການລຸກຮື້ຂຶ້ນຂະໜາດໃຫ່ຍຂອງ ປຊຊ ທົ່ວປະເທດ, ເດືອນສິງຫາປີ 1945, ກຳລັງປະກອບອາວຸດ ແລະ ປຊຊ ຢູ່ຖານທີ່ໝັ້ນເມືອງແຈັງ ໄດ້ລຸກຮື້ຂຶ້ນ ຍາດເອົາສິດອຳນາດ, ໂຄ່ນລົ້ມແອກປົກຄອງຂອງພວກລ່າເມືອງຂຶ້ນຝະລັ່ງ. ຫຼັງຈາກນັ້ນ, ໄດ້ສືບຕໍ່ສົມທົບກັບ ປຊຊ ທ້ອງຖິ່ນຕ່າງໆໃນແຂວງ ເຊີນລາ ຍາດເອົາສິດອຳນາດຈາກພວກລ່າເມືອງຂຶ້ນຝະລັ່ງ.

   ພາຍຫຼັງການລຸກຮື້ຂຶ້ນຍາດເອົາສິດອຳນາດປະສົບຜົນສຳເລັດ, ພໍ່ແມ່ ປຊຊ ມີຄວາມພາກພູມໃຈ, ອອກແຮງແຂ່ງຂັນກັນສ້າງຊີວິດໃໝ່. ຮອດຕົ້ນປີ 2018, ຕາແສງເມືອງແຈັງ ໄດ້ຮັບຮອງໃຫ້ເປັນຕາແສງບັນລຸມາດຖານຊົນນະບົດໃໝ່. ປີ 2020, ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ຕາແສງບັນລຸກ່ວາ 43 ລ້ານດົ່ງ/ປີ, ອັດຕາສ່ວນຄອບຄົວທຸກຍາກຍັງເຫຼືອພຽງ 3% ເທົ່ານັ້ນ. ທ່ານ ລໍ່ແມັ້ງກວຽດ,ປະທານສະຫະກອນ ກວຽດຈີ໊, ຕາແສງເມືອງແຈັງ ໃຫ້ຮູ້ວ່າ:

   ໂດຍໄດ້ສືບທອດມູນເຊື້ອການປະຕິວັດ, ພວກຂ້າພະເຈົ້າໄດ້ສົມທົບກັນສ້າງຕັ້ງສະຫະກອນຂຶ້ນ, ເປັນຕົ້ນແມ່ນໄດ້ປູກຕົ້ນໄມ້ກິນໝາກຄື: ລຳໄຍ, ໝາກມ່ວງ, ກາເຟ…ໄດ້ແນະນຳເຕັກນິກການບົວລະບັດຕົ້ນໄມ້, ໃສ່ຝຸ່ນ… ເພື່ອໃຫ້ສະມາຊິກໃນສະຫະກອນເຮັດຕາມ, ສະນັ້ນໃຜໆກໍ່ມີລາຍຮັບສູງ.

 ປະຈຸບັນ,  ຕາແສງເມືອງແຈັງມີກ່ວາ 960 ຄອບຄົວ ດ້ວຍເກືອບ 4400 ຄົນ, ສ່ວນຫຼາຍແມ່ນຊົນເຜົ່າຜູ້ໄທ. ຕາມທ່ານ ເກິ່ມວັນເຍິດ, ປະທານຄະນະກຳມະການ ປຊຊ ຕາແສງເມືອງແຈັງ, ໃນໄລຍະຈະມາເຖິງ, ທາງຕາແສງຈະສືບຕໍ່ຮັກສາ ແລະ ຍົກສູງ 19 ຄາດໝາຍກໍ່ສ້າງຊົນນະບົດໃໝ່, ສູ້ຊົນຮອດປີ 2025 ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 52 ລ້ານດົ່ງ/ຄົນ/ປີ:

   ໂດຍພາຍໃຕ້ການນຳພາຂອງອົງຄະນະພັກ, ຄະນະກຳມະການ ປຊຊ ຕາແສງ ເມືອງແຈັງ ຈະສືບຕໍ່ນຳບັນດາມາດຕະການຕົ້ນຕໍ, ໂດຍສະເພາະແມ່ນການລົງທຶນກໍ່ສ້າງລະບົບຄອງເໝືອງ ແລະ ເສັ້ນທາງພາຍໃນເຂດທົ່ງນາ ເພື່ອໃຫ້ພໍ່ແມ່ ປຊຊ ໄປມາໄດ້ຢ່າງສະດວກກ່ວາ, ທີ 2 ແມ່ນມີນ້ຳເຂົ້ານາຢ່າງພຽງພໍ.

ໃນທຸກວັນນີ້ ບ້ານເກີດເມືອງນອນແຫ່ງການປະວັດເມືອງແຈັງ ໄດ້ມີໂສມໜ້າໃໝ່ ດ້ວຍບັນດາເສັ້ນທາງປູເບຕົງພາຍໃນບ້ານ, ລະຫວ່າງບ້ານຕໍ່ບ້ານກໍ່ກ້ວາງຂວາງ, ສະອາດງາມຕາ,  ທົ່ງນາເຂົ້າ ສີເຫຼືອງກ້ວາງໃຫ່ຍ ຫລືສວນກາເຟຂຽວອຸ່ມທຸ່ມ… ປຊຊ ຢູ່ທີ່ນີ້ ຍັງມີຄວາມສາມັກຄີກັນ, ຮ່ວມແຮງຮ່ວມໃຈກັນສ້າງສາຕາແສງເມືອງແຈັງ ໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ຊື່ງເປັນການເພີ່ມພູນຄູນສ້າງມູນເຊື້ອແຫ່ງວິລະຊົນ ຂອງບ້ານເກີດເມືອງນອນແຫ່ງການປະຕິວັດໃນເມື່ອກ່ອນ./.

ຕອບກັບ

ຂ່າວ/ບົດ​ອື່ນ