ສວນ​ໝາກ​ອາ​ງຸ່ນ ບາ​ມ້ອຍ - ຮູບ​ແບບ​ປູກ​ຕົ້ນ​​ອາ​ງຸ່ນ ສົ​ມທົບ​ກັບການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ດູດ​ດື່ມ​ໃຈ​ຢູ່​ແຂວງ ນິງ​ທ້ວນ

(VOVWORLD) -ແຂວງນິງທ້ວນ ໄດ້ຮູ້ຈັກເຖິງແມ່ນເມືອງເອກປູກຕົ້ນອາງຸ່ນໃຫ່ຍກ່ວາໝູ່ຢູ່ ຫວຽດນາມ. ໂດຍຕັ້ງຢູ່ຫ່າງຈາກນະຄອນ ຟານຣາງ-ທາບຈ່າມ ປະມານ 7 ກມ, ສວນໝາກອາງຸ່ນ ບາມອ້ຍ, ຢູ່ບ້ານຮຽບຮ່ວາ, ຕາແສງເຟືອກທ້ວນ, ເມືອງນິງເຟືອກ ແມ່ນສວນໝາກອາງຸ່ນທີ່ມີຊື່ງສຽງຢູ່ແຂວງນິງທ້ວນ  ແລະ ກໍ່ແມ່ນສະຖານທີ່ທ່ອງທ່ຽວທຳມະຊາດທີ່ແປກໃໝ່, ສ້າງວາມປະທັບໃຈທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ.

 ທ່ານ ຫງວຽນວັນມ້ອຍ, ເຈົ້າຂອງສວນໝາກອາງຸ່ນ ບາມອ້ຍ ແມ່ນໜຶ່ງໃນບັນດາຜູ້ນຳໜ້າໃນການປູກຕົ້ນອາງຸ່ນຢູ່ແຂວງນິງທ້ວນ ນັບແຕ່ປີ 1980. ຮອດປີ 2003, ທ່ານໄດ້ຂະຫຍາຍສວນ, ສ້າງຟາມປູກຕົ້ນອາງຸ່ນ. ທ່ານ ຫງວຽນວັນມ້ອຍ ເລົ່າສູ່ຟັງວ່າ:

     ໃນເບື້ອງຕົ້ນ ກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ປີ 2003, ຝົນຕົກຫຼາຍເຮັດໃຫ້ເສຍຫາຍໝົດ. ແຕ່ເຖິງຢ່າງໃດກໍ່ຕາມ ຂ້າພະເຈົ້າກໍຕັດສິນໃຈສ້າງຄືນໃໝ່ ແລະ ຮັກສາອາຊີບປູກຕົ້ນອາງຸ່ນມາຮອດປະຈຸບັນນີ້. ດ້ວຍເນື້ອທີ່ປູກ 200 ມ2 ໃນເວລານັ້ນ, ຂ້າພະເຈົ້າເກັບກ່ຽວໝາກອາງຸ່ນໄດ້ 1 ໂຕນ. ໃນຈຸດເວລານັ້ນ ກໍ່ມີມູນຄ່າສູງທີ່ສຸດ.

ສວນ​ໝາກ​ອາ​ງຸ່ນ ບາ​ມ້ອຍ - ຮູບ​ແບບ​ປູກ​ຕົ້ນ​​ອາ​ງຸ່ນ ສົ​ມທົບ​ກັບການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ດູດ​ດື່ມ​ໃຈ​ຢູ່​ແຂວງ ນິງ​ທ້ວນ - ảnh 1ສວນໝາກອາງຸ່ນ ຢູ່ຟາມປູກຕົ້ນອາງຸ່ນ ບາມ້ອຍ (ພາບ: VOV5)

   ປະຈຸບັນ, ຟາມປູກຕົ້ນອາງຸ່ນ ບາມອ້ຍ ມີເນື້ອທີ່ກ້ວາງ 2 ເຮັກຕາ, ໄດ້ປູກຕົ້ນອາງຸ່ນ 7 ປະເພດ ຊື່ງໃນນັ້ນມີ 4 ປະເພດເພື່ອກິນໝາກ ແລະ 3 ປະເພດເພື່ອເຮັດເຫຼົ້າແວງ. ເດືອນທັນວາປີ 2020, ຜະລິດຕະພັນຕົ້ນອາງຸ່ນ ບາມ້ອຍ ໄດ້ຮັບຮອງເປັນໜຶ່ງໃນບັນດາຜະລິດຕະພັນບັນລຸມາດຖານ OCOP 4 ດາວຂອງແຂວງ ນິງທ້ວນ (OCOP ແມ່ນໂຄງການແຫ່ງຊາດ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ). ເອື້ອຍ ຮວິ່ງທິເຕືຶຶ່ອງເວິນ, ຜູ້ຮັບຜິດຊອບຂາຍເຄື່ອງບໍລິສັດ ບາມ້ອຍ ໃຫ້ຮູ້ວ່າ:

ຕົ້ນອາງຸ່ນປູກຕາມມາດຖານ VietGap (ຊື່ງແມ່ນມາດຖານປະຕິບັດການຜະລິດກະສິກຳທີ່ດີຢູ່ຫວຽດນາມ). ໃນເນື້ອທີ່ປູກຕົ້ນອາງຸ່ນຂຽວ 3600 ມ2 ຈະໃຫ້ປະລິມານໝາກອາງຸ່ນແຕ່ 1-2 ໂຕນ. ອາກາດດີ, ມີແດດ, ມີລົມ, ຕົ້ນອາງຸ່ນພັດທະນາ, ໝາກຈຶ່ງກິນແຊບ. ບໍລິສັດ ບາມ້ອຍ ໄດ້ຮ່ວມສຳພັນກັບບັນດາຄອຄົວຊາວກະສິກອນ ເພື່ອເກັບຊື້ຜະລິດຕະພັນຂອງເຂົາເຈົ້າ. ປະຈຸບັນ, ສ່ວນຫຼາຍໄດ້ຂາຍໝາກອາງຸ່ນຢູ່ລະບົບຮ້ານສັບພະສີນຄ້າຢູ່ນະຄອນໂຮ່ຈິມິນ.

ສວນ​ໝາກ​ອາ​ງຸ່ນ ບາ​ມ້ອຍ - ຮູບ​ແບບ​ປູກ​ຕົ້ນ​​ອາ​ງຸ່ນ ສົ​ມທົບ​ກັບການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ດູດ​ດື່ມ​ໃຈ​ຢູ່​ແຂວງ ນິງ​ທ້ວນ - ảnh 2ຜະລິດຕະພັນໝາກອາງຸ່ນ ບາມ້ອຍ (ພາບ: VOV5)

   ເຄື່ອງໝາຍການຄ້າໝາກອາງຸ່ນ ບາມ້ອຍ ໄດ້ມີຊື່ສຽງຢູ່ພາຍໃນປະເທດ. ແຕ່ລະປີ, ຟາມປູກຕົ້ນອາງຸ່ນ ໄດ້ສະໜອງໃຫ້ທ້ອງຕະຫຼາດໝາກອາງຸ່ນນັບສິບໂຕນ ແລະ ຫຼາຍຜະລິດຕະພັນປຸງແຕ່ງຈາກໝາກອາງຸ່ນຄື: ໝາກອາງຸນອົບແຫ້ງ, ນ້ຳອາງຸ່ນ, ເຫຼົ້າອາງຸ່ນ, ນ້ຳເຊື່ອມອາງຸ່ນ…

   ນອກຈາກໄດ້ປູກຕົ້ນອາງຸ່ນແລ້ວ, ທ່ານ ຫງວຽນວັນມ້ອຍ ຍັງສົມສົບການທ່ອງທ່ຽວທຳມະຊາດອີກດ້ວຍ, ດ້ວຍການເປີດປະຕູຟາມປູກຕົ້ນອາງຸ່ນ ໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ. ແຂກມາແຫ່ງນີ້ ຈະໄດ້ຮັບຟັງການແນະນຳ, ຊີມໝາກອາງຸນ, ດື່ມນ້ຳເຊື່ອມອາງຸ່ນ, ເຫຼົ້າອາງຸ່ນ….ໂດຍບໍ່ຕ້ອງເສຍຄ່າ. ອ້າຍແທັງວິງ, ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈິມິນ ແບ່ງປັນວ່າ:

    ເຈົ້າຂອງສວນໃຈດີ, ສະໜິດສະໜົມ, ເມື່ອເຂົ້າມາຢ້ຽມຊົມສວນ ກໍ່ໄດ້ຮັບການແນະນຳດ້ວຍຄວາມເປີດອົກເປີດໃຈ. ຂ້າພະເຈົ້າສາມາດຢ້ຽມຢາມຢ່າງສະບາຍ ແລະ ຖ່າຍຮູບເພື່ອເປັນທີ່ລະນຶກໄດ້.

    ການພັດທະນາຮູບແບບປູກຕົ້ນອາງຸ່ນ ຕິດພັນກັບການທ່ອງທ່ຽວທຳມະຊາດ ແມ່ນທິດເດີນໃໝ່ ຂອງບັນດາຄອບຄົວປູກຕົ້ນອາງຸ່ນຢູ່ແຂວງ ນິງທ້ວນ, ໃນນັ້ນ ຟາມປູກຕົ້ນອາງຸ່ນ ບາມ້ອຍ ແມ່ນນຳໜ້າ. ເອື້ອຍ ໂຕທິເຈົາ, ພາລະກອນ ຟາມປູກຕົ້ນອາງຸ່ນ ບາມ້ອຍ ໃຫ້ຮູ້ວ່າ:

ມື້ທຳມະດາມີແຂກທ່ອງທ່ຽວປະມານ 20 ຫລື 30 ຄົນເຂົ້າມາຢ້ຽມຊົມ, ສ່ວນວັນເສົາວັນທິດແມ່ນກ່ວາ 100 ຄົນ/ວັນ. ແຂກແມ່ນມາຈາກບັນດາແຂວງທາງທິດຕາເວັນຕົກພາກໃຕ້, ດ່າລາດ, ພາກເໜືອ ແລະ ມີທັງແຂກສາກົນຄື ມາເລເຊຍ, ລັດເຊຍ….

   ການປູກຕົ້ນອາງຸ່ນ ຕິດພັນກັບການພັດທະນາການທ່ອງທ່ຽວທຳມ ະຊາດ ໄດ້ສ້າງໃຫ້ມີຈຸດພິເສດສະເພາະ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດຫຼາຍພໍສົມຄວນ ໃຫ້ແກ່ ຟາມປູກຕົ້ນອາງຸ່ນ ບາມ້ອຍ. ຟາມປູກຕົ້ນອາງຸ່ນ ບາມ້ອຍ ໄດ້ມີຊື່ໃນລາຍການທ່ອງທ່ຽວ: ທາດຈຳ Po Klong Garai- ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ເບົ່າຈຸກ-ໝູ່ບ້ານຕ່ຳຫູກພື້ນເມືອງ ມີ້ງຽບ-ຟາມປູກຕົ້ນອາງຸ່ນ ບາມ້ອຍ. ຟາມປູກຕົ້ນອາງຸ່ນ ບາມ້ອຍ ໄດ້ກາຍເປັນສະຖານທີ່ທີ່ດຶງດູດໃຈແຂກທ່ອງທ່ຽວ ເມື່ອມາທ່ອງທ່ຽວແຂວງ ນິງທ້ວນ./.

ຕອບກັບ

ຂ່າວ/ບົດ​ອື່ນ