ປະ​ສິດ​ທິ​ຜ​ົນ​ຈາກ​ການ​ຫັນ​ປ່ຽນ​ຜົນ​ລະ​ປູກ, ສັດ​ລ້ຽງ ສົມ​ທົບ​ກັບ​ການ​ນຳ​ໃຊ້​ທຶນ​ບຸ​ລິ​ມະ​ສິດ ຢູ່​ຕາ​ແສງ​ເຂດ​ຫ່າງ​ໄກ​ສອກຫຼີກ ກືດ​ຼຳ ແຂວງ​ດັກ​ລັກ

(VOVWORLD) - ໂດຍແມ່ນຕາແສງເຂດຫ່າງໄກສອກຫຼີກ ຂອງເມືອງ ກຼົງບົງ, ແຂວງ ດັກລັກ, ກືດຼຳ ແມ່ນເຂດດິນແດນທີ່ມີພູມສັນຖານ, ເງື່ອນໄຂທຳມະຊາດທີ່ບໍ່ເອື້ອອຳວຍ. ແຕ່ອຳນາດການປົກຄອງ ແລະ ປຊຊ ຢູ່ທີ່ນີ້ ໄດ້ຫັນບັນດາສິ່ງທີ່ບໍ່ເປັນປະໂຫຍດ ກາຍເປັນທ່າໄດ້ປຽບ ເພື່ອພັດທະນາເສດຖະກິດ. ດ້ວຍການໜູນຊ່ວຍດ້ານທຶນຮອນຈາກທະນາຄານນະໂຍບາຍ, ປຊຊ ຕາແສງ ກືດຼຳ ໄດ້ຕັ້ງໜ້າຫັນປ່ຽນຜົນລະປູກ ເພື່ອຍົກສູງປະສິດທິຜົນດ້ານເສດຖະກິດ.
ປະ​ສິດ​ທິ​ຜ​ົນ​ຈາກ​ການ​ຫັນ​ປ່ຽນ​ຜົນ​ລະ​ປູກ, ສັດ​ລ້ຽງ ສົມ​ທົບ​ກັບ​ການ​ນຳ​ໃຊ້​ທຶນ​ບຸ​ລິ​ມະ​ສິດ ຢູ່​ຕາ​ແສງ​ເຂດ​ຫ່າງ​ໄກ​ສອກຫຼີກ ກືດ​ຼຳ ແຂວງ​ດັກ​ລັກ - ảnh 1

 ສວນຕົ້ນໝາກນັດ, ຢູ່ຕາແສງ ກືດຼຳ (ພາບ: VOV)

     ເອື້ອຍ ເຈິ່ນທິລານ, ຢູ່ຕາແສງ ກືດຼຳ, ເມືອງ ກຼົງບົງ, ແຂວງ ດັກລັກ, ໃຫ້ຮູ້ວ່າ: ໃນ 4 ປີຜ່ານມາ, ຕົ້ນໝາກນັດໄດ້ກາຍເປັນຕົ້ນປູກຫຼັກທີ່ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິໃຫ້ແກ່ຄອບຄົວເອື້ອຍ.ຈາກເນື້ອທີ່ດິນທຳການຜະລິດ 12 ເຮັກຕາ, ໃນເມື່ອກ່ອນໄດ້ປູກແຕ່ຕົ້ນກາເຟເທົ່ານັ້ນ, ກ່ອນນີ້ 5 ປີ, ເອື້ອຍ ລານ ໄດ້ກູ້ຢືມເງິນ 50 ລ້ານດົ່ງ (2.100 USD)  ຈາກທະນາຄານນະໂຍບາຍສັງຄົມ ເມືອງ ກຼົງບົງ, ແຂວງ ດັກລັກ,  ເພື່ອຫັນໄປປູກຕົ້ນໝາກນັດແນວພັນ Cayenne ໃນເນື້ອທີ 7 ເຮັກຕາ. ພາຍຫຼັງ 1 ປີ, ເອື້ອຍໄດ້ຮັບເງິນເກືອບ 300 ລ້ານດົ່ງ (ເກືອບ 13.000 USD). ການປູກຕົ້ນໝາກນັດແມ່ນບັນລຸປະສິດທິຜົນດີ, ເອື້ອຍ ລານ ໄດ້ໃຊ້ໜີ້ໝົດ ແລະ ສືບຕໍ່ກູ້ຢືມຕື່ມອີກ ເພື່ອຫັນປ່ຽນເນື້ອທີ່ດິນທີ່ຍັງເຫຼືອ ໄປປູກຕົ້ນໝາກນັດ. ເອື້ອຍ ລານ ແບ່ງປັນວ່າ:

   ກ່ອນນີ້, ຂ້າພະເຈົ້າໄດ້ປູກຕົ້ນກາເຟ. ຫຼັງຈາກນັ້ນຫັນວ່າ ຕ້ອງໃຊ້ເຫື່ອແຮງເພື່ອບົວລະບັດຫຼາຍ, ຂ້າພະເຈົ້າກໍ່ເລີຍປ່ຽນໄປປູກຕົ້ນໝາກນັດ, ເຫັນວ່າ ບໍ່ຕ້ອງໃຊ້ເຫື່ອແຮງຫຼາຍ ແລະ ໄດ້ອອກທຶນໜ້ອຍກ່ວາ ແຕ່ບັນລຸປະສິດທິຜົນພັດສູງກ່ວາ. ຂ້າພະເຈົ້າໄດ້ກູ້ຢືມທຶນຈາກທະນາຄານນະໂຍບາຍ ດ້ວຍອັດຕາດອກເບັ້ຍຕ່ຳ ເພື່ອລົງທຶນປູກຕົ້ນໝາກນັດ.

ປະ​ສິດ​ທິ​ຜ​ົນ​ຈາກ​ການ​ຫັນ​ປ່ຽນ​ຜົນ​ລະ​ປູກ, ສັດ​ລ້ຽງ ສົມ​ທົບ​ກັບ​ການ​ນຳ​ໃຊ້​ທຶນ​ບຸ​ລິ​ມະ​ສິດ ຢູ່​ຕາ​ແສງ​ເຂດ​ຫ່າງ​ໄກ​ສອກຫຼີກ ກືດ​ຼຳ ແຂວງ​ດັກ​ລັກ - ảnh 2

 ກູ້ຢືມທຶນເພື່ອລ້ຽງງົວພັນຢູ່ ເມືອງ ກຼົງບົງ (ພາບ: VOV)

    ຢູ່ ຕາແສງ ກືດຼຳ, ຫຼາຍເຂດໂນນພູໂຄກຄ້ອຍທີ່ເຕັມໄປດ້ວຍຫີນ, ຫີນແຮ່ ພວມໄດ້ປົກຄຸມໄປດ້ວຍບັນດາສວນໝາກນັດ. ໂດຍມີຄວາມວິຕົກກັງວົນກ່ຽວກັບສົ້ນອອກຂອງຜະລິດຕະພັນ ຂະນະທີ່ເນື້ອທີ່ປູກໄດ້ເພີ່ມຂຶ້ນໄວ, ພາໄປເຖິງສະພາບລະດູເກັບກ່ຽວໄດ້ຮັບຜົນດີ ແຕ່ລາຄາພັດຕ່ຳນັ້ນ, ປຊຊ ທ້ອງຖິ່ນ ໄດ້ຄິດເຖິງທິດທາງບົວລະບັດໝາກນັດ ເພື່ອສາມາດເກັບກ່ຽວໄດ້ໃນຫຼາຍລະດູການ ແນໃສ່ຮັກສາລາຄາເປັນປົກກະຕິ. ເອື້ອຍ ຫງວຽນທິກີມອຽນ ຢູ່ບ້ານ 2, ຕາແສງ ກືດຼຳ, ໃຫ້ຮູ້ວ່າ:

   ຢູ່ນີ້ໄດ້ປູກຕົ້ນໝາກນັດເປັນຕົ້ນຕໍ ຍ້ອນວ່າ ໝາກນັດເໝາະສົມກ່ວາ ເມື່ອທຽບກັບ ຕົ້ນໄມ້ກິນໝາກຊະນິດອື່ນໆ. ການປູກຕົ້ນໝາກນັດກໍ່ງ່າຍ ແລະ ພັດທະນາດີ. ຢູ່ຕາແສງ ກືດຼຳ, ມີໝາກນັດຫຼາຍ ສະນັ້ນ ຕ້ອງປູກຕົ້ນໝາກນັດແບບບໍ່ໄປຕາມລະດູ. ຕ້ອງຈັດແບ່ງລະດູການ, ເຮັດເທື່ອລະເລັກເທື່ອລະນ້ອຍ ຈຶ່ງຈະຂາຍໄດ້ຫຼາຍກ່ວາ, ລາຄາຈຶ່ງຈະດີກ່ວາ.

    ພ້ອມກັບການປູກຕົ້ນໝາກນັດ, ປຊຊ ຕາແສງ ກືດຼຳ ກໍ່ໄດ້ປູກຕົ້ນໄມ້ຊະນິດອື່ນໆອີກຫຼາຍຢ່າງ ທີ່ມີຄວາມເໝາະສົມກັບດິນຟ້າອາກາດຢູ່ທີ່ນີ້ຄື: ຕົ້ນຢາງພາລາພັນປະສົມ, ຕົ້ນໝາກມ່ວງຫິມະພານ, ຕົ້ນໄມ້ກິນໝາກ, ພ້ອມທັງພັດທະນາການລ້ຽງສັດຢູ່ໃຕ້ຮົ່ມໄມ້ປ່າ. ຕາມການສະຖິຕິແລ້ວ, ປະຈຸບັນ, ຕາແສງ ກືດຼຳ ມີນື້ອທີ່ປູກຕົ້ນຢາງພາລາພັນປະສົມກ່ວາ 700 ເຮັກຕາ, ຕົ້ນໝາກນັດໃນໂນນພູ 800 ເຮັກຕາ ແລະ ເນື້ອທີ່ປູກຕົ້ນໄມ້ກິນໝາກຄື: ໝາກຖົ່ວລຽນ, ໝາກລິນຈີ່, ໝາກລຳໄຍ, ໝາກກ້ຽງ…120 ເຮັກຕາ.

   ໂດຍແມ່ນບໍລະເວນເຂດຫ່າງໄກສອກຫຼີກ ດ້ວຍ 2.000 ຄອບຄົວ, ປະຊາກອນກ່ວາ 10.000 ຄົນ, ໃນນັ້ນ ປຊຊ ຊົນເຜົ່າສ່ວນໜ້ອຍກວມເອົາກ່ວາ 80% ນັ້ນ, ຕາແສງ ກືດຼຳ ໄດ້ຮັບການຈັດແບ່ງຫຼາຍແຫຼ່ງກຳລັງ ເພື່ອໜູນຊ່ວຍການພັດທະນາການຜະລິດ. ໃນນັ້ນ, ແຫຼ່ງທຶນກູ້ຢືມບູລິມະສິດ ຈາກທະນາຄານະໂຍບາຍສັງຄົມ ແມ່ນຊ່ອງທຶນທີ່ ປຊຊ ໄດ້ເລືອກເຟັ້ນນຳໃຊ້ ຍ້ອນມີອັດຕາດອກເບັ້ຍຕ່ຳ, ລະບຽບການງ່າຍດາຍ, ເຂົ້າເຖິງງ່າຍ. ທ່ານ ເຈິ່ນດຶກແອງ, ຫົວໜ້າໜ່ວຍກູ້ຢືມທຶນ ບ້ານ 2, ຕາແສງ ກືດຼຳ, ໃຫ້ຮູ້ວ່າ:

    ບ້ານ 2 ມີ 52 ຄອບຄົວໄດ້ກູ້ຢືມທຶນ ແລະ ປະຈຸບັນການກູ້ຢືມແມ່ນ 2 ຕື້ດົ່ງ (86.000 USD).  ສຳລັບບໍລິເວນນີ້, ເຂົາເຈົ້າໄດ້ກູ້ຢືມເພື່ອປູກຕົ້ນໄມ້ ແລະ ລ້ຽງສັດ. ບັນດາສະມາຊິກໃນໜ່ວຍ ໄດ້ກູ້ຢືມທຶນເພື່ອຈຸດປະສົງນີ້.

   ຕາມທ່ານນາງ ຫງວຽນທິແທງຮ່ວຽນ, ຮອງຜູ້ອຳນວຍການທະນາຄານນະໂຍບາຍສັງຄົມເມືອງ ກຼົງບົງ ແລ້ວ, ມາຮອດປະຈຸບັນ, ການກູ້ຢືມທຶນຢູ່ ຕາແສງ ກືດຼຳ ແມ່ນກ່ວາ 30 ຕື້ດົ່ງ (ປະມານ 1.3 ລ້ານ USD), ສ່ວນຫຼາຍ ປຊຊ ໄດ້ລົງທຶນເພື່ອລ້ຽງງົວພັນ ແລະ ປູກຕົ້ນໄມ້.

     ບໍ່ພຽງແຕ່ຢູ່ ຕາແສງ ກືດຼຳ ເທົ່ານັ້ນ, ແຫຼ່ງທຶນກູ້ຢືມທຶນນະໂຍບາຍຈາກບັນດາໂຄງການ ກໍ່ໄດ້ຈັດແບ່ງຜ່ານຫຼາຍຊ່ອງກູ້ຢືມຢູ່ເມືອງ ກຼົງບົງ ເພື່ອໃຫ້ ປຊຊ ສາມາດສຳຜັດ ແລະ ນຳໃຊ້ຢ່າງງ່າຍດາຍ. ຈາກນັ້ນ ກໍ່ຈະຍົກສູງປະສິດທິຜົນຂອງການລົງທຶນທຳການຜະລິດ, ດຳເນີນທຸລະກິດ. ທ່ານນາງ ຫງວຽນທິແທງຮ່ວຽນ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າພວມໃຫ້ກູ້ຢືມຕາມ 12 ລາຍການ ແຕ່ສຸມໃສ່ສ່ວນຫຼາຍແມ່ນ 3 ລາຍການສຳລັບຄອບຄົວທຸກຍາກ ແລະ ຄອບຄົວທຳການຜະລິດ, ດຳເນີນທຸລະກິດຢູ່ເຂດປະສົບກັບຄວາມຫຍຸ້ງຍາກ. ການລົງທຶນແມ່ນຜ່ານຫົວໜ້າໜ່ວຍກູ້ຢືມທຶນ ແລະ ບັນດາສະມາຄົມ, ໝູ່ຄະນະ. ປຊຊ ມີຄວາມດຸໝັ່ນ, ສະນັ້ນ ເຂົາເຈົ້າໄດ້ນຳໃຊ້ທຶນ ຖືກຕ້ອງກັບຈຸດປະສົງກູ້ຢືມ.

     ປຊຊ ຫຼາຍຄົນຢູ່ຕາແສງເຂດຫ່າງໄກສອກຫຼີກ ກືດຼຳ ໄດ້ເປັນເຈົ້າການໃນການຫັນປ່ຽນຜົນລະປູກ, ສັດລ້ຽງ ສົມທົບກັບການນຳໃຊ້ແຫຼ່ງທຶນກູ້ຢືມບຸລິມະສິດຂອງທະນາຄານນະໂຍບາຍ ໄດ້ ແລະ ພວມນຳມາເຊິ່ງປະສິດທິຜົນ ໃນການພັດທະນາເສດຖະກິດຄອບຄົວ ແລະ ປະກອບສ່ວນພັດທະນາເສດຖະກິດທ້ອງຖິ່ນອີກດ້ວຍ./.

         

ຕອບກັບ

ຂ່າວ/ບົດ​ອື່ນ