ປ​ຊ​ຊ ເມືອງ​ເມື່ອງ​ລາ, ແຂວງ​ເຊີນ​ລາ ພັດ​ທະ​ນາ​ຕົ້ນ​ກວ້ຍນ້ຳ

(VOVWORLD) - ໃນຫຼາຍປີຜ່ານມາ, ຕົນກ້ວຍນ້ຳໄດ້ຕິດພັນກັບ ປຊຊ ຢູ່ເມືອງເມື່ອງລາ, ແຂວງເຊີນລາ ແລະ ນຳມາເຊິ່ງລາຍຮັບ, ຊ່ວຍ ປຊຊ ສ້າງຊີວິດການເປັນຢູ່ເປັນປົກກະຕິ. ດ້ວຍຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງຂອງ ປຊຊ, ໃນໄລຍະມໍ່ໆມານີ້, ກ້ວຍນ້ຳເມື່ອງລາ ໄດ້ສຳຜັດກັບບັນດາຕະຫຼາດໃໝ່ ແລະ ມີຜະລິດຕະພັນທີ່ປຸງແຕ່ງຈາກຕົ້ນກ້ວຍຕື່ມອີກ… ຊື່ງໄດ້ເປີດທິດເດີນໃໝ່ດ້ວຍສັນຍານທີ່ດີໃຫ້ແກ່ຊາວກະສິກອນ.
ປ​ຊ​ຊ ເມືອງ​ເມື່ອງ​ລາ, ແຂວງ​ເຊີນ​ລາ ພັດ​ທະ​ນາ​ຕົ້ນ​ກວ້ຍນ້ຳ - ảnh 1

     ສະຫະກອນກະສິກຳແມັ້ງຄອຍ-ເມືອງເມື່ອງລາ ເກັບຊື້ໝາກກ້ວຍເພື່ອຈຳໜ່າຍ, ສົ່ງອອກ (ພາບ: VOV)

   ຄອບຄົວທ່ານ ລໍ່ວັນດິ້ງ ຢູ່ບ້ານກືບ, ຕາແສງເມື່ອງບູ, ເມືອງເມື່ອງລາ, ແຂວງເຊີນລາ ມີເນື້ອທີ່ປູກຕົ້ນກ້ວຍນ້ຳ 3 ເຮັກຕາ. ຕາມທ່ານ ດິ້ງ ແລ້ວ, ຕົ້ນກ້ວຍນ້ຳ ປູກ ແລະ ບົວລະບັດງ່າຍ, ບໍ່ຖືກແມງກັດຫຼາຍ, ເງິນລົງທຶນໃນເບື້ອງຕົ້ນກໍ່ບໍ່ຫຼາຍ ແລະ ເໝາະສົມກັບເງື່ອນໄຂການປູກຝັງຂອງ ປຊຊ ຢູ່ບໍລິເວນນີ້, ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິ:

   ລາຍຮັບຈາກການປູກຕົ້ນກ້ວຍນ້ຳ ແມ່ນຫຼາຍກ່ວາປູກສາລີ, ມັນຕົ້ນ. ລາຄາຂາຍສະເລ່ຍໄດ້ແຕ່ 2-3000 ດົ່ງ/ໂລ, ມີບາງຈຸດເວລາແມ່ນໄດ້ເຖິງ 7-8000 ດົ່ງ/ໂລ. ແຕ່ລະເດືອນກໍ່ຂາຍໄດ້ປະມານແຕ່ 5-600 ໂລ, ບາງເທື່ອຂາຍໄດ້ຫຼາຍກໍ່ແມ່ນໂຕນປາຍ. ຖ້າຂາຍກ້ວຍໄດ້ລາຄາດີ, ລາຍຮັບຂອງຄອບຄົວກໍ່ມີປະມານແຕ່ 6-7 ລ້ານດົ່ງ/ເດືອນ.

   ພາຍຫຼັງລະດູເກັບກ່ຽວ, ທ່ານດິ້ງ ກໍ່ຄືຊາວກະສິກອນປູກກ້ວຍຫຼາຍຄົນຢູ່ຕາແສງ ໄດ້ຂົນສົ່ງກ້ວຍໄປຍັງສະຖານທີ່ເກັບຊື້ຂອງສະຫະກອນກະສິກຳແມັ້ງຄອຍ, ຕາແສງເມື່ອງບູ ຊື່ງເປັນສູນເຊື່ອມຕໍ່ຊ່ວຍ ຈຳໜ່າຍຜະລິດຕະພັນຂອງ ປຊຊ ສາມາດຈຳໜ່າຍເປັນປົກກະຕິໃນຕະຫຼາດພາຍໃນ, ສຳຜັດກັບຕະຫຼາດສາກົນ. ເອື້ອຍຟ້າມທິທູຍ, ສະມາຊິກສະຫະກອນກະສິກຳແມັ້ງຄອຍ, ຕາແສງເມື່ອງບູ, ເມືອງເມື່ອງລາ ໃຫ້ຮູ້ວ່າ:

    ພວກຂ້າພະເຈົ້າໄດ້ສົ່ງໝາກກ້ວຍ ປະມານ 15 ໂຕນໄປຈຳໜ່າຍຢູ່ຕະຫຼາດແຂວງເງະອານ, ຮ່າຕິ້ງ,… ແມ່ນ 3 ວັນຕໍ່ເທື່ອໜຶ່ງ. ພິເສດແມ່ນວັນສິນ (ໄລ່ຕາມຈັນທະປະຕິທິນ) ຈະຂາຍໄດ້ຫຼາຍກວ່າ ປະມານ 20 ໂຕນ. ທາງສະຫະກອນຫາກໍ່ສົ່ງໝາກກ້ວຍນ້ຳລອັດໜຶ່ງ ໄປທົດລອງແນະນຳຢູ່ສະຫະພາບເອີລົບ.

ປ​ຊ​ຊ ເມືອງ​ເມື່ອງ​ລາ, ແຂວງ​ເຊີນ​ລາ ພັດ​ທະ​ນາ​ຕົ້ນ​ກວ້ຍນ້ຳ - ảnh 2

 ອ້າຍກ່າວັນມົວ--ເມືອງເມື່ອງລາ ໄດ້ລົງທຶນຊື້ເຄື່ອງຈັກຜະລິດເສັ້ນຈາກລຳຕົ້ນກ້ວຍ (ພາບ: VOV)

   ນອກຈາກການເກັບກ່ຽວໝາກແລ້ວ, ຜູ້ປູກຕົ້ນກ້ວຍນ້ຳຢູ່ ເມື່ອງລາ ຍັງມີລາຍຮັບ ຈາກການຂາຍໃບຕອງ, ໝາກປີ ແລະ ລຳຕົ້ນຕື່ມອີກ. ປຊຊ ຂາຍໃບຕອງໃຫ້ບັນດາຮາກຖານປຸງແຕ່ງຢໍ, ຫໍ່ເຂົ້າໜົມ; ໝາກປີແມ່ນຂາຍໃຫ້ບັນດາຮ້ານກິນດື່ມ, ຄອບຄົວ, ໂດຍແມ່ນແຫຼ່ງຜັກປອດສານພິດ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ, ສ່ວນລຳຕົ້ນໄດ້ໃຊ້ເປັນຫົວອາຫານໃຫ້ແກ່ສັດລ້ຽງ….

  ອ້າຍ ກ່າວັນມົວ, ຢູ່ເມືອງ ເມື່ອງບູ ໃຫ້ຮູ້ວ່າ: ໂດຍເຫັນໄດ້ຄວາມສາມາດບົ່ມຊ້ອນຂອງເຂດຜະລິດວັດຖຸດິບ ທີ່ອຸດົມສົມບູນຢູ່ທ້ອງຖິ່ນນັ້ນ, ພາຍຫຼັງໄດ້ຊອກຮູ້ ແລະ ຮ່ຳຮຽນຂັ້ນຕອນການຜະລິດ, ຄອບຄົວອ້າຍໄດ້ລົງທຶນຊື້ເຄື່ອງຈັກ ແລະ ຈ້າງແຮງງານເພື່ອຜະລິດເຊືອກຈາກລຳຕົ້ນກ້ວຍ:

  ເຊືອກທີ່ຜະລິດຈາກລຳຕົ້ນກ້ວຍ ໄດ້ສົ່ງໄປໃຫ້ລູກຄ້າຂາຍສົ່ງຢູ່ຮ່າໂນ້ຍ, ລາວກາຍ ດ້ວຍລາຄາ ປະມານ 125.000-180.000 ດົ່ງ/ໂລ. ເດືອນກ່ອນຂາຍເຊືອກແຫ້ງໄດ້ 1.5 ໂຕນ ແລະ ລາຍຮັບແມ່ນ 190 ລ້ານດົ່ງ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສົ່ງແບບໄປແນະນຳຢູ່ ອິນເດຍ, ຖ້າຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ຈະລົງທຶນຊື້ເຄື່ອງຈັກຜະລິດ ປະມານ 50 ເຄື່ອງຕື່ມອີກ.

   ປະຈຸບັນ, ເມືອງເມື່ອງລາ ມີເນື້ອທີ່ປູກຕົ້ນກ້ວຍກ່ວາ 1300 ເຮັກຕາ, ສ່ວນຫຼາຍແມ່ນຢູ່ ຕາແສງ ເມືອງບູ, ເມື່ອງຈູ່ມ, ຈ່ຽງຊານ, ຕະບູ, ຈ່ຽງລາວ ແລະ ເທດສະບານເມືອງ ອິດອອງ; ແຕ່ລະປີ, ຜະລິດໝາກກ້ວຍໄດ້ປະມານ 10.000 ໂຕນ. ທ່ານຫງວຽນວັນເຕິມ, ຮອງປະທານຄະນະກຳມະການ ປຊຊ ເມືອງເມື່ອງລາ ໃຫ້ຮູ້ວ່າ: ທາງເມືອງ ໄດ້ສົມທົບກັບກົມປູກຝັງ ແລະ ປົກປັກຮັກສາພືດແຂວງເຊີນລາ, ກົມປູກຝັງ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ) ສ້າງ 4 ລະຫັດເຂດປູກຕົ້ນກ້ວຍ, ຮັບປະກັນເງື່ອນໄຂໃຫ້ແກ່ການຜະລິດ. ພ້ອມກັນນັ້ນ ໄດ້ສຸມໃສ່ສ້າງເຂດປູກຕົ້ນກ້ວຍອົງຄະທາດ, ຜະລິດຕາມຂັນຕອນ VietGAP, ສ້າງຍີ່ຫໍ່, ໂຄສະນາເຄື່ອງໝາຍການຄ້າໃຫ້ແກ່ກ້ວຍເມື່ອງລາ ເພື່ອໃຫ້ຜະລິດຕະພັນໄດ້ຈຳໜ່າຍຢູ່ພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ຢ່າງສະດວກ, ຍົກສູງລາຍຮັບໃຫ້ແກ່ ປຊຊ:

   ໃນໄລຍະຈະມາເຖິງ, ໝາກກ້ວຍ ຈະສົ່ງໄປຂາຍຢູ່ຕະຫຼາດອີຢູ ແລະ ບາງປະເທດອື່ນໆ ຖ້າໄດ້ມາດຕະຖານ. ສະເພາະເຊືອກທີ່ຜະລິດຈາກລຳກ້ວຍ ພວມໄດ້ຮັບຄວາມນິຍົມຈາກຕະຫຼາດອາຟຼິກກາ, ອິນເດຍ. ພາຍຫຼັງການທົດລອງໃນເບື້ອງຕົ້ນ, ຖ້າຜະລິດຕະພັນຜະລິດອອກມາຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ທາງເມືອງຈະຍູ້ແຮງການສົ່ງອອກ, ຂະຫຍາຍເນື້ອທີ່ປູກຕົ້ນກ້ວຍໃຫ້ກວ້າງອອກອີກ ປະມານ 2000-2500 ເຮັກຕາ, ໝຼນໃຊ້ເນື້ອທີ່ດິນແຫ້ງແລ້ງ ທີ່ບໍ່ສາມາດປູກຕົ້ນໄມ້ຊະນິດອື່ນໄດ້ ເພື່ອມາປູກຕົ້ນກ້ວຍແທນ.

    ທິດກ້າວເດີນໃໝ່ ດ້ວຍບັນດາຜະລິດຕະພັນຈາກລຳຕົ້ນກ້ວຍ ໄດ້ປະກອບສ່ວນຊ່ວຍໃຫ້ຕົ້ນກ້ວຍສືບຕໍ່ປົ່ງໃໝ່, ມີຂຽວອຸ່ມທຸ່ມໄປທົ່ວໄຮ່ນາ, ໂນນພູທີ່ແຫ້ງແລ້ງຢູ່ເມືອງເມື່ອງລາ, ແຂວງເຊີນລາ. ຜ່ານນັ້ນ, ໄດ້ຊ່ວຍໃຫ້ຊາວກະສິກອນມີຄວາມຜູກພັນກັບຕົ້ນກ້ວຍຕື່ມອີກ, ມີລາຍຮັບເປັນປົກກະຕິ, ບືນຕົວຂຶ້ນສ້າງຄວາມຮັ່ງມີ ຢູ່ເຂດດິນແດນແຫ່ງບ້ານເກີດເມືອງນອນ./.

ຕອບກັບ

ຂ່າວ/ບົດ​ອື່ນ