ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ມູນ​ເຊື້ອ ຮ່າ​ນາມ ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ

(VOVWORLD) -   ອາຊີບທີ່ເປັນມູນເຊື້ອຢູ່ ແຂວງ ຮ່ານາມ ມີມາແຕ່ດົນນານແລ້ວ ດ້ວຍຫຼາຍຜະລິດຕະພັນທີ່ມີຊື່ສຽງ, ມີຖັນແຖວນາຍຊ່າງຫຼາຍຄົນ, ມີສີມືເກັ່ງ. ການພັດທະນາເສດຖະກິດຢູ່ໝູ່ບ້ານອາຊີບ ສວມບົດບາດສຳຄັນ ໃນໂຄງປະກອບເສດຖະກິດຊົນນະບົດຢູ່ແຂວງ ຮ່ານາມ, ໂດຍສະເພາະແມ່ນໃນການແກ້ໄຂວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານ, ຊຸກຍູ້ວິວັດການຫັນຊົນນະບົດເປັນທັນສະໄໝ….ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ບັນດາໝູ່ບ້ານອາຊີບມູນເຊື້ອ ກໍ່ພວມໄດ້ຫັນປ່ຽນໃຫ້ທັນກັບທ່າອ່ຽງຂອງຍຸກສະໄໝ ເພື່ອສືບຕໍ່ພັດທະນາຢ່າງຍືນຍົງ.
ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ມູນ​ເຊື້ອ ຮ່າ​ນາມ ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ - ảnh 1

 ຄວາມງາມຢູ່ ໝູ່ບ້ານອາຊີບມູນເຊື້ອຕ່ຳແພໄໝ ຍາຊາ, ຕາແສງມົກນາມ, ເທດສະບານຢຸຍຕຽນ (ພາບ: baohanam.com.vn )

   ຮ່ານນາມ ມີໝູ່ບ້ານອາຊີບມູນເຊື້ອ ມີຊື່ສຽງຫຼາຍແຫ່ງຄື: ໝູ່ບ້ານອາຊີບປັກແສ່ວ ອານຮ່ວາ, ໝູ່ບ້ານອາຊີບແພໄໝ ຍາຊາ; ໝູ່ບ້ານອາຊີບຈັກສານ ຕາແສງງອກດົ້ງ; ໝູ່ບ້ານອາຊີບເຮັດກອງ ດ້ອຍຕາມ…ນອກຈາກນັ້ນ ກໍ່ມີໝູ່ບ້ານອາຊີບແຫ່ງອື່ນໆອີກທີ່ມີຜະລິດຕະພັນຕິດພັນກັບກະສິກຳຄື: ໝູ່ບ້ານອາຊີບເຮັດແບ້ງດາ ພັນຢໍ ເຈ່ວ; ໝູ່ບ້ານອາຊີບຕົ້ມເຫຼົ້າ ວອກ; ໝູ່ບ້ານອາຊີບເຮັດເຂົ້າຕົ້ມ ບ້ານເດິມ, ໝູ່ບ້ານອາຊີບເຮັດປາຕົ້ມເຄັມ ເຍິນເຮົ້າ…

   ເພື່ອຮັກສາ ແລະ ພັດທະນາອາຊີບມູນເຊື້ອ, ບັນດາໝູ່ບ້ານອາຊີບ ລ້ວນແຕ່ໄດ້ຊອກຫາບັນດາທິດເດີນໃໝ່, ທັງຮັກສາອາຊີບທີ່ເປັນມູນເຊື້ອໄວ້, ທັງຮັບປະກັນການມີກຳໄລ. ອ້າຍ ຫງວຽນຮຸ່ງ, ເຈົ້າຂອງຮາກຖານການຜະລິດແຫ່ງໜຶ່ງຢູ່ຕາແສງຕຽນເຊີນ ໃຫ້ຮູ້ວ່າ:

   ນອກຈາກໄດ້ຜະລິດກອງແລ້ວ, ພວກຂ້າພະເຈົ້າຍັງໄດ້ນຳໃຊ້ເຕັກໂນໂລຊີຂອງ ເອີລົບ ເຂົ້າໃນການຜະລິດ ຖັງໝັກເຫຼົ້າ, ອ່າງອາບນ້ຳຊະນິດຕ່າງໆ…ອີກດ້ວຍ.

ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ມູນ​ເຊື້ອ ຮ່າ​ນາມ ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ - ảnh 2

 ນາຍຊ່າງ ໝູ່ບ້ານອາຊີບມູນເຊື້ອຜະລິດເຄື່ອງສິລະປະຫັດຖະກຳ ໂດຮາຍ (ພາບ: langngheviet.com.vn )

    ປະຈຸບັນ, ແຂວງ ຮ່ານາມ ມີໝູ່ບ້ານອາຊີບມູນເຊື້ອ 32 ແຫ່ງ ຊື່ງກຳລັງແກ້ໄຂວຽກເຮັດງານທຳໃຫ້ແກ່ແຮງງານປະມານ 18.000 ຄົນ. ເພື່ອພັດທະນາການຜະລິດດຳເນີນທຸລະກິດ, ບັນດາຮາກຖານຜະລິດໃນໝູ່ບ້ານອາຊີບ ໄດ້ປັບປຸງຮູບແບບ, ຍົກສູງຄຸນນະພາບຜະລິດຕະພັນ, ຊອກຮູ້, ປະດິດສ້າງບັນດາຜະລິດຕະພັນໃໝ່. ທ່ານ ຫງວຽນວັນກົງ, ຊາວບ້ານ ໝູ່ບ້ານອາຊີບແບ່ງປັນວ່າ:

    ຈາກກະປ່ອງເປົ່າ, ເປືອກຫອຍທະເລຊະນິດຕ່າງໆ, ພວກຂ້າພະເຈົ້າໄດ້ຜະລິດເປັນບັນດາຜະລິດຕະພັນທີ່ງົດງາມ, ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກລູກຄ້າ. ໃນໄລຍະທີ່ຈະມາເຖິງ, ພວກຂ້າພະເຈົ້າຢາກຮ່ວມມື ເພື່ອເປີດກ້ວາງຕະຫຼາດ, ສ້າງຫຼາຍວຽກເຮັດງານທຳໃຫ້ແກ່ແຮງງານຢູ່ທ້ອງຖິ່ນ.

  ພ້ອມກັບຫຼາຍທ້ອງຖິ່ນໃນທົ່ວປະເທດ, ຍາມໃດ ແຂວງຮ່ານາມ ກໍ່ເອົາໃຈໃສ່ສ້າງບັນດາຂະແໜງອາຊີບ, ໝູ່ບ້ານອາຊີບ, ໃນນັ້ນໄດ້ເອົໃຈໃສ່ເປັນພິເສດ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາຮາກຖານການຜະລິດ, ຄອບຄົວດຳເນີນທຸລະກິດ, ບັນດາສະຫະກອນ, ໜ່ວຍຮ່ວມມື ມີຜະລິດຕະພັນ OCOP (ໂຄງການໜຶ່ງຕາແສງໜຶ່ງຜະ
ລິດຕະພັນ), ປະກອບສ່ວນຊຸກຍູ້ອຸດສາຫະກຳ-ຫັດຖະກຳຂະໜາດນ້ອຍເວົ້າລວມ, ໝູ່ບ້ານອາຊີບເວົ້າສະເພາະ). ຍ້ອນບັນດາແຜນນະໂຍບາຍ, ນະໂຍບາຍດັ່ງກ່າວ, ແຂວງ ຮ່ານາມ ຈຶ່ງມີໝູ່ບ້ານອາຊີບມູນເຊື້ອທີ່ມີຊື່ສຽງ, ພົ້ນເດັ່ນຄື: ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ກວຽດແທັງ, ໝູ່ບ້ານອາຊີບເຄື່ອງຈັກສານ ງອກດົ້ງ ແລະ ໝູ່ບ້ານອາຊີບຜະລິດເຫຼົ້າ ວອກ….

   ການເຄື່ອນໄຫວຂອງບັນດາໝູ່ບ້ານອາຊີບ ໄດ້ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ສ້າງໃຫ້ມີຫຼາຍຜະລິດຕະພັນຮັບໃຊ້ຄວາມຕ້ອງການໃຊ້ສອຍ ແລະ ສົ່ງອອກ. ທ່ານ ເຈິ່ນວັນເຕື່ອງ, ຜູ້ຕາງໜ້າສະມາຄົມ ໝູ່ບ້ານອາຊີບ ຮ່ານາມ ຢືນຢັນວ່າ:

   ປະຈຸບັນ, ມີໝູ່ບ້ານອາຊີບ, ສະມາຄົມໝູ່ບ້ານອາຊີບຫຼາຍແຫ່ງ ທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຊອກຮູ້, ນຳບັນດາອາຊີບໃໝ່ເຂົ້າມາ ໝູ່ບ້ານອາຊີບຂອງຕົນ ເພື່ອທຳການຜະລິດ, ສ້າງລາຍຮັບເປັນປົກກະຕິໃຫ້ແກ່ຊາວບ້ານ ໝູ່ບ້ານອາຊີບ.

  ເພື່ອໜູນຊ່ວຍການປົກປັກຮັກສາ ແລະ ພັດທະນາບັນດາໝູ່ບ້ານອາຊີບ, ແຂວງ ຮ່ານາມ ໄດ້ ແລະ ພວມສຸມໃສ່ໜູນຊ່ວຍບັນດາຮາກຖານການຜະລິດ ໝູ່ບ້ານອາຊີບທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງ, ສົ່ງເສີມການເປີດກ້ວາງຂະໜາດການຜະລິດ, ລົງທຶນດັດປັບເຕັກໂນໂລຊີ, ນຳໃຊ້ເຕັກໂນໂລຊີໃໝ່, ກ້າວໜ້າເຂົ້າໃນການຜະລິດເພື່ອຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ. ພ້ອມກັນນັ້ນກໍ່ໄດ້ເປີດກ້ວາງຕະຫຼາດຈຳໜ່າຍຜະລິດຕະພັນ ຜ່ານບັນດາການເຄື່ອນໄຫວສົ່ງເສີມການຄ້າ ເຊິ່ງໄດ້ຜັນຂະຫຍາຍເປັນປະຈຳຄື: ເຂົ້າຮ່ວມງານຕະຫຼາດນັດຕ່າງໆ ເພື່ອແນໃສ່ໂຄສະນາຜະລິດຕະພັນ ແລະ ຂຸດຄົ້ນຕະຫຼາດ…

  ຍ້ອນສິ່ງດັ່ງກ່າວນັ້ນ, ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສິ່ງທ້າທາຍນາໆປະການກໍ່ຕາມ ແຕ່ບັນດາຜະລິດຕະພັນຂອງແຂວງ ຮ່ານາມ ຍັງຢັ້ງຢືນເຄື່ອງໝາຍການຄ້າ ກໍ່ຄືການຊອກຫາສົ້ນອອກ, ໄດ້ຮັບຄວາມນິຍົມຊົມຊອບຈາກຕະຫຼາດ, ຊ້ຳບໍ່ໜຳ ຍັງສາມາດບືນຕົວຂຶ້ນ ເພື່ອສົ່ງອອກໄປຍັງຕະຫຼາດໂລກອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ