ບັນ​ດາ​ຊາວ​ກະ​ສິ​ກອນ​ມີ​ຄວາມ​ຜາ​ສຸກ​ຢູ່ ບິງ​ເຄ

(VOVWORLD) - ໂດຍໄດ້ປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່, ແຂວງກວາງນິງ ໄດ້ວາງເປົ້າຫມາຍສູງສຸດ ແມ່ນຍົກສູງຊີວິດດ້ານວັດຖຸ, ຈິດໃຈຂອງຊາວກະສິກອນ ແລະ ພົນລະເມືອງຢູ່ຊົນນະບົດຕາມຄາດໝາຍຄວາມຜາສຸກຢ່າງຮອບດ້ານ. ຍ້ອນມີຄວາມເຫັນດີເຫັນພ້ອມຈາກ ປຊຊ, ຫຼາຍເຂດຊົນນະບົດຈາກເຂດພູດອຍຕະຫຼອດຮອດເຂດ ເກາະຢູ່ ກວາງນິງ, ໃນນັ້ນ ມີຕາແສງພູດອຍ ບິງເຄ ໄດ້ຫັນປ່ຽນເປັນເຂດຊົນນະບົດແບບຢ່າງ.
ບັນ​ດາ​ຊາວ​ກະ​ສິ​ກອນ​ມີ​ຄວາມ​ຜາ​ສຸກ​ຢູ່ ບິງ​ເຄ - ảnh 1(ພາບປະກອບ)

  ໃນສວນຕົ້ນໄມ້ປະດັບຂອງຄອບຄົວຕົນຢູ່ບ້ານຝູນິງ, ຕາແສງບິງເຄ, ເທດສະບານເມືອງດົງຈ່ຽວ, ແຂວງກວາງນິງ, ປ້າ ຫງວຽນທິຮົ່ງ ໃຫ້ຮູ້ວ່າ: ເສດຖະກິດຂອງຄອບຄົວປ້າມີຄວາມພັດທະນາ ຂະນະທີ່ໄດ້ເຂົ້າຮ່ວມຂະບວນການກໍ່ສ້າງຊົນນະບົດໃໝ່:

   ໃນຊຸມປີກ່ອນ, ຄອບຄົວຂ້າພະເຈົ້າໄດ້ປູກແຕ່ຕົ້ນໄມ້ກະສິກຳເທົ່ານັ້ນ, ເມື່ອມີຂະບວນການກໍ່ສ້າງຊົນນະບົດໃໝ່, ຂ້າພະເຈົ້າບໍ່ປູກຕົ້ນໝາກລິນຈີ່ອີກ, ແລະປ່ຽນໄປປູກຕົ້ນໝາກມັງກອນໃຈແດງ. ໃນ 2, 3 ປີມານີ້, ປຊຊ ຢູ່ທີ່ນີ້ໄດ້ຫັນໄປປູກຕົ້ນດອກເໝີຍເຫຼືອງ ອຽນຕື ຊື່ງມີມູນຄ່າເສດຖະກິດສູງ, ມີການພັດທະນາທີ່ສຸດ, ມີຜູ້ຂາຍຕົ້ນດອກເໝີຍ 900 ລ້ານດົ່ງ/ຕົ້ນ. ແຕ່ລະປີກໍ່ມີລາຍຮັບແຕ່ 200 ລ້ານດົ່ງ - 1 ຕື້ດົ່ງ.

     ຄອບຄົວປ້າ ຫງວຽນທິຮົ່ງ ແມ່ນໜຶ່ງໃນຫຼາຍຄອບຄົວຢູ່ບ້ານ ຝູນິງ ໄດ້ຫັນປ່ຽນຮູບແບບເຮັດເສດຖະກິດຢ່າງສຳເລັດຜົນ. ກ່ອນນີ້ 6 ປີ, ເມື່ອໄດ້ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ທີ່ເປັນແບບຢ່າງ, ປຊຊ ບ້ານຝູນິງ, ຕາແສງບິງເຄ ໄດ້ຫັນປ່ຽນວິທີເຮັດກະສິກຳ ເພື່ອນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງກ່ວາ. ຫຼາຍຄົນໄດ້ນຳໃຊ້ເຕັກນິກສູງໃນການເຮັດສວນ ນັບແຕ່ການເລືອກແນວພັນປູກ, ກ້າເບ້ຍ, ດັດປັບອຸນຫະພູມ, ຫົດນ້ຳແບບອັດຕະໂນມັດເພື່ອຕົ້ນໄມ້ເຕີບໂຕດີ, ມີຄຸນນະພາບສູງ. ຕາແສງ ບິງເຄ ແມ່ນເຂດປູກດອກໄມ້ຫຼາຍກ່ວາໝູ່ໃນທົ່ວເທດສະບານເມືອງ ດົງຈ່ຽວ ດ້ວຍເນື້ອທີ່ດິນກ່ວາ 142 ເຮັກຕາ, ເພີ່ມທະວີການປູກຕົ້ນດອກເໝີຍ ອຽນຕື ທີ່ມີຮູບຊົງງາມ, ໃຫ້ຄູນຄ່າດ້ານເສດຖະກິດສູງ. ໃນຂະນະນັ້ນ, ການປູກພືດຜັກກໍ່ຍັງໄດ້ຮັບຄວາມເອົາໃຈໃສ່, ບັນດາທົ່ງນາຢູ່ ບິງເຄ ເກືອບຄືວ່າໄດ້ປູກຕົ້ນໄມ້ໃນທັງປີດ້ວຍ 3 ລະດູການຜະລິດ, ມີບັນດາປະເພດແນວພັນໃໝ່, ນຳມາເຊິງປະສິດທິຜົນດ້ານເສດຖະກິດສູງ

   ຊາວກະສິກອນຢູ່ແຫ່ງນີ້ ເຖິງວ່າມີຄວາມດຸໝັ່ນຫ້າວຫັນທຳການຜະລິດ ແຕ່ກໍ່ບໍ່ລືມເອົາໃຈໃສ່ຕໍ່ໂສມໜ້າຂອງບ້ານ. ມີຫຼາຍຄົນໄດ້ບໍລິຈາກທີ່ດິນເພື່ອເປີດກ້ວາງເສັ້ນທາງ, ເຮັດຟຸດບາດ. 2 ຟາກທາງໃນບ້ານໄດ້ປູກຕົ້ນດອກກຸຫຼາບ, ດອກ Ruellia simplex… ປະຈຸບັນ, ເສັ້ນທາງຄົມມະນາຄົມລະຫວ່າງບ້ານ, ເສັ້ນທາງໃນທົ່ງນາກ້ວາງຂວາງ ແລະ ສະອາດງາມຕາທີ່ສຸດ. ຢູ່ປະຕູໂຂງຂອງບ້ານແມ່ນມີສວນສາທາລະນະທີ່ມີຕົ້ນໄມ້ຂຽວອຸ່ມທຸ່ມ, ກໍ່ມີບ່ອນໃຫ້ຫັດກາຍ, ຜັກຜ່ອນ, ເປັນບ່ອນໂອ້ລົມກັນຂອງຜູ້ເຖົ້າແກ່, ເດັກນ້ອຍ…   ນອກຈາກນັ້ນ ກໍ່ຍັງມີເຮືອນວັດທະນະທຳ ຊື່ງເປັນບ່ອນເຕົ້າໂຮມຮ່ວມຊີວິດຂອງທຸກຄົນ, ມີສະໂມສອນສິລະປະ….

   ມີການປ່ຽນແປງນີ້ແມ່ນຍ້ອນວ່າ ທຸກວຽກງານໃນບ້ານກໍ່ລ້ວນແຕ່ໄດ້ນຳມາປຶກສາຫາລືເພື່ອໃຫ້ ປຊຊ ພ້ອມກັນຕັດສິນ, ຈາກນັ້ນ ໄດ້ເຫັນດີເຫັນພ້ອມເຂົ້າຮ່ວມ.

   ທ່ານ ເຈິ່ນເທຊິງ ນາຍບ້ານ ບິງເຄ ໂຮມປະຊຸມໃນບ້ານຄືແນວນັ້ນ ເພື່ອຜັນຂະຫຍາຍແຕ່ລະວຽກໃນບ້ານ, ຈາກການຂົນຂວາຍ, ຕະຫຼອດຮອດການກຳແນວຄິດ, ຄວາມມຸ່ງຫວັງຂອງແຕ່ລະຄອບຄົວຊາວກະສິກອນ ຕະຫຼອດຮອດການເອົາໃຈໃສ່ການຜະລິດ, ດຳເນີນຊີວິດເຂດຊຸມຊົນ:

   ການກໍ່ສ້າງຊົນນະບົດໃໝ່ຢູ່ທີ່ນີ້ແມ່ນພິເສດພໍສົມຄວນ ຍ້ອນວ່າ ບ້ານ ຝູນິງ ມີ 8 ຊົນເຜົ່າ, ຫຼາຍກ່ວາໝູ່ໃນຕາແສງ ແລະ ຮິດຄອງປະເພນີກໍ່ມີຈຸດພິເສດສະເພາະຕ່າງຫາກ. ໃນເບື້ອງຕົ້ນກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແຕ່ສຸດທ້າຍກໍ່ບັນລຸໄດ້ໝາກຜົນອັນດີງາມ. ຖ້ານທຽບໃສ່ໄລຍະກ່ອນແມ່ນໄດ້ພັດທະນາຫຼາຍແລ້ວ, ໄດ້ຫັນປ່ຽນຜົນລະປູກ, ເສັ້ນທາງໄດ້ປູດ້ວຍເບຕົງເຖິງ 98%, ລາຍຮັບຂອງ ປຊຊ ບິງເຄ ບັນລຸປະມານ 90 ລ້ານດົ່ງ/ຄົນ/ປີ.

   ຊີວິດມີຄວາມອີ່ມໜຳສຳລານ, ພຽງພໍ, ປະຊາຄົມໄດ້ພັດທະນາ, ນັນກໍ່ແມ່ນຄວາມຜາສຸກຂອງ ປຊຊ ຕາແສງ ບິງເຄ ຄືດັ່ງຄວາມແບ່ງປັນຂອງ ປ້າ ຫງວຽນທິຮົ່ງ:

   ຖ້າເວົ້າກ່ຽວກັບເລື່ອງຄວາມຜາສຸກແມ່ນກ້ວາງທີ່ສຸດ, ແຕ່ມາຮອດປະຈຸບັນ ຂ້າພະເຈົ້າກໍ່ເຫັນວ່າພໍໃຈແລ້ວ, ຄອບຄົວກໍ່ມີຢູ່ມີກິນ, ບ້ານເກີດເມືອງນອນມີຄວາມສັກກະລະບູຊາ, ເຕັມໄປດ້ວຍນ້ຳໃຈອາລົມຈິດຮັກແພງ, ສາມັກຄີ, ອົບອຸ່ນ. ສຳລັບຊາວກະສິກອນຄືຂ້າພະເຈົ້າແມ່ນເຫັນວ່າ ມີຄວາມຜາສຸກທີ່ສຸດ.

   ວິທີກໍ່ສ້າງຊົນນະບົດໃໝ່ ທັງດ້ານວັດຖຸ ແລະ ຈິດໃຈ ຊື່ງຕາແສງ ບິງເຄ ໄດ້ຜັນຂະຫຍາຍໃນໄລຍະທີ່ຜ່ານມາ ແມ່ນໄດ້ນຳມາເຊິ່ງຄວາມຜາສຸກຢ່າງແທ້ຈິງໃຫ້ແກ່ບັນດາຊາວກະສິກອນຢູ່ທີ່ນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ