ທິດ​ເດີນ​ໃໝ່​ຂອງ​ໝູ່​ບ້ານ​ອາ​ຊີບຕໍ່​ເຮືອ​ນ້ອຍ​ຢູ່ ດົ່ງ​ທາບ

(VOVWORLD) - ໝູ່ບ້ານອາຊີບຕໍ່ເຮືອນ້ອຍ ບ່າດ່າຍ, ຕາແສງລອງເຮົ້າ, ເມືອງລາຍວຸງ, ແຂວງດົ່ງທາບ ມີມາກ່ວາ 100 ປີແລ້ວ ແລະ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນຮູບຮ່າງລະດັບຊາດໃນປີ 2015. ເມື່ອໄປຢ້ຽມຢາມໝູ່ບ້ານອາຊີບຕໍ່ເຮືອນ້ອຍ ບ່າດ່າຍ ໃນຊຸມມື້ນີ້, ເຖິງວ່າບໍ່ມີບັນຍາກາດທີ່ຟົດຟື້ນຄືເມື່ອກ່ອນກໍ່ຕາມ ແຕ່ຍັງມີນັບສິບຄອບຄົວໄດ້ສຸດຈິດສຸດໃຈ ໃນການຊອກຫາທິດເດີນໃໝ່ ເພື່ອຮັກສາອາຊີບທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍໄວ້ໃຫ້ແຂກທ່ອງທ່ຽວໄດ້ຮັບຊົມ.
ທິດ​ເດີນ​ໃໝ່​ຂອງ​ໝູ່​ບ້ານ​ອາ​ຊີບຕໍ່​ເຮືອ​ນ້ອຍ​ຢູ່ ດົ່ງ​ທາບ - ảnh 1

 (ພາບ: VOV)

  ກ່ອນນີ້ 20, 30 ປີ, ການໄປມາຍັງປະສົບກັບຄວາມຫຍູ້ງຍາກ, ການຈໍລະຈອນສິນຄ້າ, ຜະລິດຕະພັນກະເສດຂອງ ປຊຊ ແມ່ນດ້ວຍທາງນ້ຳເປັນສ່ວນຫຼາຍ, ອາຊີບຕໍ່ເຮືອນ້ອຍບ່າດ່າຍ, ຢູ່ຕາແສງລອງເຮົ້າ, ເມືອງລາຍວຸງ ມີຄວາມຟົດຟື້ນບໍ່ວ່າທັງກາງເວັນ ແລະ ກາງຄືນ. ພ້ອມກັບການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ປະຈຸບັນ, ການຄົມມະນາຄົມທາງນ້ຳໃນ ກໍ່ມີຄວາມສະດວກສະບາຍ, ການຂົນສົ່ງສິນຄ້າ ຜະລິດຕະພັນກະເສດກໍ່ປ່ຽນໄປຂົນສົ່ງທາງລົດໂອໂຕ, ເຮືອນນ້ອຍໃນເມື່ອກ່ອນ ໄດ້ແທນດ້ວຍກຳປັ່ນເຫຼັກ, ສະນັ້ນ, ການສັ່ງເຮັດເຮືອນ້ອຍກໍ່ຫລຸດລົງໄປຕາມການເວລາ.

   ທ່ານຫງວຽນວັນຕອດ, ຢູ່ບ້ານລອງຮຶງ 2, ຕາແສງລອງເຮົ້າ, ເມືອງລາຍວຸງ ໄດ້ຕິດພັນກັບອາຊີບຕໍ່ເຮືອນ້ອຍມາແຕ່ອາຍຸ 15 ປີ. ນີ້ບໍ່ພຽງແຕ່ແມ່ນອາຊີບເພື່ອຫາເງິນລ້ຽງຊີບເທົ່ານັ້ນ, ອາຊີບຕໍ່ເຮືອນ້ອຍຍັງແມ່ນຄວາມເມົາມົວຂອງທ່ານອີກດ້ວຍ. ທ່ານໄດ້ຕໍ່ເຮືອນ້ອຍໃຊ້ໃນການໄປຫາປາຢູ່ທົ່ງນາ, ຄອງເໝືອງ ແລ້ວໄດ້ຮັບຄວາມນິຍົມ ມີຫຼາຍຄົນຊອກຊື້ ແລະ ເຮືອນ້ອຍເຫຼົ່ານັ້ນ ໄດ້ດຶງດູດໃຈແຂກທ່ອງທ່ຽວທີ່ສຸດ. ນອກຈາກນັ້ນແລ້ວ, ປຊຊ ຍັງໄດ້ໃຊ້ເຮືອນ້ອຍດັ່ງກ່າວ ເພື່ອວາງສະແດງຜະລິດຕະພັນກະເສດຢູ່ງານຕະຫຼາດນັດສົ່ງເສີມການຄ້າຄັ້ງຕ່າງໆ. ບໍ່ພຽງແຕ່ເທົ່ານັ້ນ, ເຮືອນ້ອຍຍັງໄດ້ສົ່ງໄປຂາຍຢູ່ບັນດາປະເທດຕາເວັນຕົກ, ປະເທດອາເມລິກາ ອັນໄດ້ເປັນການຈາລຶກເຖິງຄາວເຍົາໄວຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດອີກດ້ວຍ. ທ່ານຕອດ ແບ່ງປັນວ່າ:

   ຕອນທຳອິດແມ່ນຕໍ່ເຮືອນ້ອຍໃຫ້ລູກໄປງານປະກວດເທົ່ານັ້ນ, ແຕ່ກໍ່ມີວາດສະໜາກັບການທ່ອງທ່ຽວ. ເຮືອນ້ອຍທີ່ຂ້າພະເຈົ້າເຮັດນັ້ນ ໄດ້ຮັບໃຊ້ການທ່ອງທ່ຽວ, ງານຕະຫຼາດນັດ, ໄດ້ໃຊ້ເພື່ອສະແດງຜະລິດຕະພັນ, ໝາກໄມ້ປະເພດຕ່າງໆຄື: ໝາກມ່ວງ, ໝາກກ້ຽງນ້ອຍ, ໝາກມັງກອນ, ໝາກຖົ່ວລຽນ…ເພື່ອໂຄສະນາຜະລິດຕະພັນຂອງຄົນ ແລະ ນີ້ກໍ່ແມ່ນຜະລິດຕະພັນສິລະປະຫັດຖະກຳ, ອຸດສາຫະກຳນ້ອຍຂອງທັງໝູ່ບ້ານອາຊີບ, ໂຄສະນາໃຫ້ເພື່ອນມິດສາກົນ.

   ຕາມທ່ານ ເຈິນວັນແທັງ, ພະນັກງານວັດທະນະທຳຕາແສງລອງເຮົ້າ, ເມືອງລາຍວຸງ ແລ້ວ, ປະຈຸບັນ, ເຮັດອາຊີບຕໍ່ເຮືອນ້ອຍ ບ່າດ່າຍ ຍັງມີກ່ວາ 20 ຄອບຄົວເທົ່ານັ້ນ, ສ່ວນຫຼາຍແມ່ນຕໍ່ເຮືອຮັບໃຊ້ບັນດາເຂດທ່ອງທ່ຽວ, ຮັບໃຊ້ຄວາມຕ້ອງການບັນເທີງເທົ່ານັ້ນ. ໃນການກຳນົດທິດທາງພັດທະນາໝູ່ບ້ານອາຊີບ, ຕາແສງລອງເຮົ້າ ໄດ້ສ້າງຕັ້ງໜ່ວຍຕໍ່ເຮືອແບບຮູບຈຳລອງເຮືອໃຫ້ນ້ອຍລົງ, ຊື່ງແມ່ນຜະລິດຕະພັນໃໝ່ ພວມໄດ້ຮັບຄວາມນິຍົມຈາກຕະຫຼາດ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດກໍ່ມີຄວາມສົນໃຈທີ່ສຸດ. ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ດົ່ງທາບ ໄດ້ວາງແຜນໂຄສະນາການເຄື່ອນໄຫວ ແລະ ຜະລິດຕະພັນຂອງໝູ່ບ້ານອາຊີບແຫ່ງນີ້ ຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນກໍ່ມີນະໂຍບາຍບຸລິມະສິດໃຫ້ແກ່ບັນດານາຍຊ່າງ ທີ່ໄດ້ປະກອບສ່ວນ ແລະ ພັດທະນາໝູ່ບ້ານອາຊີບ. ທ່ານ ເຈິ່ນວັນແທັງ ໃຫ້ຮູ້ຕື່ມອີກວ່າ:

   ໃນການສ້າງແຜນການເພື່ອພັດທະນາ ແລະ ຮັກສາໝູ່ບ້ານອາຊີບນັ້ນ, ປະຈຸບັນໄດ້ຫັນໄປຕໍ່ເຮືອແບບສິລະປະຫັດຖະກຳເປັນຕົ້ນ, ສ່ວນບັນດາຮາກຖານທີ່ຍັງເຫຼືອ, ຈະມີຂົວຕໍ່ເພື່ອຈ່ອງຊື້ໃຫ້ຮາກຖານຢູ່ແຂວງ ເບັນແຈ ແລະ ບາງແຫ່ງທີ່ຢູ່ບ່ອນອື່ນໆ ແຕ່ກໍ່ບໍ່ມີຫຼາຍ. ໃນເມື່ອກ່ອນ, ຮອດລະດູນ້ຳຂຶ້ນ, ຄອບຄົວໃດກໍ່ເຮັດໝົດ, ນັບທັງກາງເວັນ ແລະ ກາງຄືນຈຶ່ງທັນເວລາສົ່ງໃຫ້ລູກຄ້າ.

   ປະຈຸບັນ, ຜະລິດຕະພັນຮູບຈຳລອງເຮືອນ້ອຍ ເປັນທີ່ຮູ້ຈັກຂອງແຂກທ່ອງທ່ຽວຫຼາຍຄົນ, ບໍ່ພຽງແຕ່ແມ່ນ ປຊຊ ບັນດາແຂວງ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ນະຄອນໂຮ່ຈີມິນ ເທົ່ານັ້ນ, ຫາກບັນດາແຂກທ່ອງທ່ຽວສາກົນ ຍັງໄດ້ຈ່ອງຊື້ເພື່ອເປັນຂອງຕ້ອນອີກດ້ວຍ. ຜະລິດຕະພັນດັ່ງກ່າວ ໄດ້ຂາຍດ້ວຍລາຄາທີ່ແຕກຕ່າງກັນ, ແມ່ນ 2-3 ແສນດົ່ງ ຫຼື 2-3 ລ້ານ ແລະ ອາດຈະສູງກ່ວາ ຕາມແຕ່ລະປະເພດຂອງເຮືອ, ຂະໜາດ ແລະ ຄຸນນະພາບໄມ້. ຍ້ອນເປັນຜູ້ທຳອິດທີ່ເຮັດເຮືອໄມ້ນ້ອຍ, ຊີວິດການເປັນຢູ່ຂອງທ່ານຕອດ ເປັນປົກກະຕິ ແລະ ເດີນຕາມອາຊີບທີ່ຕິດພັນກກັບຕົນເອງເປັນເວລານັບສິບປີທີ່ຜ່ານມາດ້ວຍຄວາມເມົາມົວ. ບັນດາຜະລິດຕະພັນເຫຼົ່ານັ້ນ ອາດຈະເປັນທິດເດີນໃໝ່ໃຫ້ແກ່ໝູ່ບ້ານອາຊີບ ບ່າດ່າຍ ທີມີອາຍຸຮອດກ່ວາ 100 ປີແຫ່ງນີ້, ຊື່ງໄດ້ປະກອບສ່ວນເກັບຮັກສາ, ພັດທະນາໝູ່ບ້ານອາຊີບທີ່ເປັນມູນເຊື້ອ ກໍ່ຄືອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນຮູບຮ່າງລະດັບຊາດໄວ້ໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ